ການປົກປ້ອງເດັກ
ສະພາບເດັກຢູ່ ສປປ ລາວ

- ສາມາດມີໃນ:
- English
- ລາວ
ສິ່ງທ້າທາຍ
ການປົກປ້ອງເດັກໃນ ສປປ ລາວ ປະເຊີນກັບສິ່ງທ້າທາຍຫຼາຍຢ່າງ. ມີຂໍ້ມູນຈຳກັດ ແລະ ການບໍລິການໃນຊຸມຊົນ ເພື່ອຊ່ວຍ ເຫຼືອເດັກທີ່ມີຄວາມສ່ຽງ ຫຼື ເດັກທີ່ຢູ່ໃນສະຖານະການທີ່ເປັນອັນຕະລາຍ ກໍມີຈໍານວນໜ້ອຍ. ຄວາມຮຸນແຮງ, ການລ່ວງລະເມີດ ແລະ ການຂູດຮີດເດັກແມ່ນຍາກທີ່ຈະວັດແທກໄດ້, ຍ້ອນວ່າພວກມັນມັກຈະຖືກປິດບັງຢູ່ພາຍໃນຄອບຄົວ ແລະ ຊຸມຊົນ, ແລະ ເຮັດໃຫ້ມີຄວາມບໍ່ສະເໝີພາບລະຫວ່າງຍິງ-ຊາຍ ແລະ ເຮັດໃຫ້ຄົນທຸກຍາກຂາດເຂີນ, ທັງໃນຕົວເມືອງ ແລະ ຊົນນະບົດ.
ການສຳຫຼວດຕົວຊີ້ວັດສັງຄົມລາວ ຄັ້ງທີ II ເປີດເຜີຍວ່າ
- 69% ຂອງເດັກອາຍຸ 1-14 ປີ ປະສົບກັບການໃສ່ວິໄນທີ່ຮຸນແຮງໃນບາງເດືອນທີ່ຜ່ານມາ.
- 25,4% ຂອງຜູ້ເປັນແມ່ / ຜູ້ປົກຄອງ ເດັກອາຍຸ 1-14 ປີ ເຊື່ອວ່າການລົງໂທດທາງຮ່າງກາຍແມ່ນຈໍາເປັນ.
- 73% ຂອງເດັກນ້ອຍອາຍຸຕໍ່າກວ່າ 5 ປີ ຮັບການຈົດທະບຽນປະຊາກອນ.
- 32,7% ຂອງແມ່ຍິງອາຍຸ 20-49 ປີ ໄດ້ແຕ່ງງານກ່ອນທີ່ພວກເຂົາຈະຮອດອາຍຸ 18 ປີ.
ຕ້ອງມີການປັບປຸງນະໂຍບາຍ ແລະ ກົດໝາຍແຫ່ງຊາດ ໃຫ້ມີຄວາມເປັນເອກະພາບກັບພັນທະກົດໝາຍສາກົນໃຫ້ຫຼາຍຂຶ້ນ ແລະ ຊຸກຍູ້ການປະຕິບັດກົດໝາຍ ໂດຍຜ່ານການເຜີຍແຜ່, ການບັງຄັບໃຊ້ ແລະ ການຈັດຕັ້ງປະຕິບັດ.
ມັນຍັງມີຄວາມສຳຄັນທີ່ຈະກ່າວເຖິງ ກົງຈັກການຈັດຕັ້ງ ແລະ ຊັບພະຍາກອນມະນຸດ ສຳລັບການດູແລເດັກ ແມ່ນຍັງມີຄວາມຈຳກັດໃນການຊ່ວຍເຫຼືອຄອບຄົວ ແລະ ການບໍລິການປົກປ້ອງເດັກໃນຊຸມຊົນ.
ສຸດທ້າຍ, ການຮັບຮູ້ກ່ຽວກັບຄວາມຮຸນແຮງ ແລະ ຜົນກະທົບຂອງມັນຕໍ່ເດັກ ແມ່ນຢູ່ໃນລະດັບຕໍ່າໃນທຸກໆຂັ້ນ, ແລະ ການໃຊ້ຄວາມຮຸນແຮງໃນເດັກນ້ອຍຍັງເປັນທີ່ຍອມຮັບຢ່າງກວ້າງຂວາງໃນສັງຄົມ.
ວິທີແກ້ໄຂ

ອົງການຢູນິເຊັບ ຕ້ອງການຮັບປະກັນວ່າເດັກນ້ອຍທຸກຄົນໃນ ສປປ ລາວ ໄດ້ຮັບການປົກປ້ອງຈາກຄວາມຮຸນແຮງ, ການລະເລີຍ ແລະ ການຂູດຮີດ. ຕໍ່ກັບບັນຫານີ້, ແຜນງານປົກປ້ອງເດັກກໍາລັງສ້າງຄວາມເຂັ້ມແຂງດ້ານນະໂຍບາຍ, ກົດໝາຍ ແລະ ກົງຈັກການຈັດຕັ້ງ, ພ້ອມທັງປັບປຸງການເຂົ້າເຖິງ ແລະ ການໃຫ້ການສະໜັບສະໜູນຄອບຄົວ ແລະ ການບໍລິການປົກປ້ອງເດັກໃນຊຸມຊົນ.
ປະຈຸບັນ ແຜນງານດັ່ງກ່າວ ໄດ້ມີການຫັນປ່ຽນຍຸດທະສາດໄປສູ່ການຈັດຕັ້ງປະຕິບັດນະໂຍບາຍ, ພ້ອມກັນນັ້ນກໍຍັງເອົາໃຈໃສ່ໃນການໃຫ້ບໍລິການເພື່ອຮັບປະກັນຄວາມດຸນດ່ຽງໃນການພັດທະນາລະບົບປົກປ້ອງເດັກ. ຈຸດສຸມແມ່ນເພື່ອປົກປ້ອງເດັກທຸກຄົນຕາມກົດໝາຍ, ບໍ່ວ່າຈະເປັນຜູ້ເຄາະຮ້າຍ, ພະຍານ ຫຼື ຜູ້ຖືກຫາ.
ໃນລະດັບສູນກາງ, ອົງການຢູນິເຊັບ ສະໜັບສະໜູນການພັດທະນານັກສັງຄົມສົງເຄາະ ແລະ ການຈັດຕັ້ງການຝຶກອົບຮົມກ່ຽວກັບສິດທິເດັກສຳລັບຜູ້ພິພາກສາ, ໄອຍະການ ແລະ ຕຳຫຼວດ ເພື່ອສ້າງຄວາມຮັບຮູ້ ແລະ ທັກສະໃນການປົກປ້ອງເດັກ.
ພວກເຮົາຍັງເຮັດວຽກຮ່ວມກັບສະຫະພັນແມ່ຍິງລາວ ເພື່ອສະໜອງການບໍລິການເພື່ອຊ່ວຍເຫຼືອ ແລະ ປົກປ້ອງເດັກຈາກການໃຊ້ຄວາມຮຸນແຮງ ໂດຍຜ່ານການສຶກສາແນວຄິດຂອງພໍ່ແມ່ ເພື່ອຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງ ແລະ ການຄ້າມະນຸດໄດ້ຕາມຄວາມຕ້ອງການຂອງພວກເຂົາ.
ອົງການຢູນິເຊັບ ໄດ້ທົດລອງໂຄງການຊ່ວຍເຫຼືອທາງດ້ານກົດໝາຍ ແລະ ສັງຄົມສຳລັບເດັກທີ່ຖືກຕ້ອງຕາມລະບຽບກົດໝາຍໃນ 15 ບ້ານໃນເມືອງໄຊທານີ, ນະຄອນຫຼວງວຽງຈັນ, ແລະ ໄດ້ຝຶກອົບຮົມອໍານາດການປົກຄອງທ້ອງຖິ່ນ ແລະ ພະນັກງານກົດໝາຍບ້ານ.
ນອກຈາກນີ້, ໂຄງການຊຸມຊົນເປັນເຈົ້າການດ້ານກົດໝາຍສຳລັບເດັກ ທີ່ຖືກຕ້ອງຕາມກົດໝາຍຢູ່ເມືອງໄຊທານີ ແລະ ເມືອງໄຊເສດຖາ ໃນນະຄອນຫຼວງວຽງຈັນ, ເມືອງໄກສອນພົມວິຫານ ແລະ ເມືອງໄຊພູທອງ ໃນແຂວງສະຫວັນນະເຂດກໍໄດ້ຖືກຈັດຕັ້ງປະຕິບັດ.
ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການຢູນິເຊັບ, ໄດ້ສ້າງປື້ມຄູ່ມືຝຶກອົບຮົມວຽກງານສັງຄົມສົງເຄາະແບບມືອາຊີບ ແລະ ຝຶກອົບຮົມພະນັກງານສະຫວັດດີການສັງຄົມຂັ້ນແຂວງ ແລະ ເມືອງໃນແຂວງສະຫວັນນະເຂດ ແລະ ແຂວງຊຽງຂວາງ.
ອົງການຢູນິເຊັບ ສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ຄະນະກຳມະການປົກປ້ອງ ແລະ ຊ່ວຍເຫຼືອເດັກໃນລະດັບສູນກາງ, ແຂວງ ແລະ ເມືອງ ແລະ ເຄືອຂ່າຍປົກປ້ອງເດັກໃນລະດັບບ້ານ.
ເດັກພິການ
ມີຂໍ້ມູນຈຳກັດກ່ຽວກັບຈຳນວນ ແລະ ສະພາບຂອງເດັກພິການໃນ ສປປ ລາວ ຍ້ອນຂາດລະບົບການເກັບກຳຂໍ້ມູນເດັກທີ່ມີຄວາມຜິດປົກກະຕິ
ເວັບໄຊ