ເຫດການກ່ອນໜ້າ,ອຸປະຕິເຫດ ແລະ ຜົນກະທົບ

ການສຶກສາແບບວິທີການປະສົມປະສານຜູ້ລອດຊີວິດທີ່ເປັນຜູ້ໃຫຍ່ ແລະ ເດັກນ້ອຍຈາກອຸບັດຕິເຫດ ລບຕ ໃນຊ່ວງປີ 2020-2024 ຢູ່ໃນ ສປປ ລາວ

Picture of Grandmother and a child gazing out.
UNICEF Laos/2023

ຈຸດສຳຄັນ

ບົດລາຍງານ ເຫດການກ່ອນໜ້າ,ອຸປະຕິເຫດ ແລະ ຜົນກະທົບ: ບົດຄົ້ນຄວ້າຜົນກະທົບ UXO ໃນ ສປປ ລາວ, ນຳສະເໜີຂໍ້ມູນຫຼັກຖານຢ່າງຄົບຖ້ວນກ່ຽວກັບຜົນກະທົບດ້ານມະນຸດ, ສັງຄົມ ແລະ ເສດຖະກິດ ຈາກອຸປະກອນລະເບີດບໍ່ທັນແຕກ (UXO) ທີ່ສົ່ງຜົນຕໍ່ເດັກນ້ອຍ ແລະ ຊຸມຊົນທີ່ໄດ້ຮັບຜົນກະທົບໃນ ສປປ ລາວ. ການສຶກສານີ້ໄດ້ວິເຄາະແບບແຜນ ແລະ ປັດໄຈພື້ນຖານທີ່ນຳໄປສູ່ເຫດການ UXO ຮວມທັງພຶດຕິກຳ, ສະພາບແວດລ້ອມ ແລະ ປັດໄຈດ້ານສັງຄົມ–ເສດຖະກິດ ພ້ອມທັງບັນທຶກຜົນກະທົບໄລຍະຍາວທີ່ຜູ້ປະສົບໄພ, ຄອບຄົວ ແລະ ຊຸມຊົນຕ້ອງເຜີຍເຜີນ.

ຜົນການຄົ້ນຄວ້າໄດ້ໃຫ້ຂໍ້ມູນສຳຄັນກ່ຽວກັບກຸ່ມປະຊາກອນທີ່ມີຄວາມສ່ຽງສູງ, ຮູບແບບການເກີດອຸປະຕິເຫດ ແລະ ຜົນກະທົບຫຼາຍມິຕິຂອງການປົນເປື້ອນ UXO ຕໍ່ການດຳລົງຊີວິດ, ການສຶກສາ, ສຸຂະພາບ ແລະ ສະຫວັດດີພາບຂອງເດັກ. ຂໍ້ຄົ້ນພົບເຫຼົ່ານີ້ຊ່ວຍເສີມສ້າງການອອກແບບແລະດຳເນີນງານໂຄງການຢ່າງອີງໃສ່ຫຼັກຖານ ສຳລັບການໃຫ້ຄວາມຮູ້ຄວາມສ່ຽງ UXO, ການຊ່ວຍເຫຼືອຜູ້ປະສົບໄພ ແລະ ມາດຕະການປ້ອງກັນໃນວົງກວ້າງ ເພື່ອສະໜັບສະໜູນນະໂຍບາຍແຫ່ງຊາດໃນການຫຼຸດຜ່ອນອຸປະຕິເຫດ ແລະ ປົກປ້ອງກຸ່ມປະຊາກອນທີ່ອ່ອນໄຫວ ໂດຍສະເພາະເດັກນ້ອຍ ແລະ ຊຸມຊົນຊົນນະບົດ.

ບົດລາຍງານນີ້ຖືກພັດທະນາຜ່ານການຮ່ວມມືລະຫວ່າງອົງການພາກລັດ, ພາກສ່ວນການພັດທະນາ ແລະ ອົງການດ້ານວິຊາການທີ່ດຳເນີນວຽກໃນພາກສ່ວນ UXO. UNICEF ສປປ ລາວ ໄດ້ໃຫ້ການສະໜັບສະໜູນທາງດ້ານວິຊາການ ແລະ ດ້ານການເງິນ ຕໍ່ການຄົ້ນຄວ້າ ແລະ ການຈັດພິມບົດລາຍງານ ເພື່ອສົ່ງເສີມແນວທາງການຫຼຸດຜ່ອນຄວາມສ່ຽງ UXO ທີ່ຄຳນຶງເຖິງເດັກ ແລະ ອີງໃສ່ຫຼັກຖານ ພ້ອມທັງການປົກປ້ອງຊຸມຊົນທີ່ໄດ້ຮັບຜົນກະທົບ.

Cover page for UXO research in Lao PDR
ວັນເດືອນປິຈັດພິມ
ພາສາ
ອັງກິດ