ພຽງແຕ່ຊ່ວງເວລາໜຶ່ງຂອງຄວາມກ້າຫານ ກໍສາມາດປ່ຽນແປງຂ້ອຍໄດ້
ທີ່ໝູ່ບ້ານແຫ່ງໜຶ່ງທາງພາກເໜືອຂອງລາວ, ໂຄງການ ຮຽນຮູ້ແບບ ເພື່ອນຊ່ວຍເພື່ອນ ໄດ້ຊ່ວຍໃຫ້ໄວໜຸ່ມທີ່ຂີ້ອາຍຄົນໜຶ່ງ ຄົ້ນພົບສຽງຂອງຕົນເອງ ແລະ ມີຄວາມກ້າຫານທີ່ຈະກ້າວໄປສູ່ຄວາມຝັນທີ່ຍິ່ງໃຫຍ່.
- English
- ລາວ
ຄັ້ງທຳອິດທີ່ ກຸ່ນ ດາວສະຫວັນ ຢືນຂຶ້ນເວົ້າຕໍ່ໜ້າໝູ່ໃນຫ້ອງຮຽນ, ມືຂອງລາວສັ່ນ ແລະ ຫົວໃຈເຕັ້ນໄວຫຼາຍ. ແຕ່ລາວກໍຍັງຕັດສິນໃຈເວົ້າອອກໄປ.
ເມື່ອລາວເວົ້າຈົບ, ທຸກຄົນໃນຫ້ອງກໍຕົບມືໃຫ້ຢ່າງຟົດຟື້ນ ພ້ອມທັງໄດ້ຮັບຄຳຊົມເຊີຍຈາກຄູອາຈານ. ສຳລັບເດັກຊາຍຄົນໜຶ່ງທີ່ເຄີຍນັ່ງມິດງຽບຢູ່ຫຼັງຫ້ອງຮຽນມາເປັນເວລາຫຼາຍປີ ຍ້ອນຄວາມກັງວົນວ່າຖ້າຕອບຜິດຈະຖືກໝູ່ຫົວຂວັນ, ນີ້ຄືຊ່ວງເວລາທີ່ທຸກສິ່ງທຸກຢ່າງໄດ້ປ່ຽນແປງໄປຕະຫຼອດການ.
“ມື້ນັ້ນເຮັດໃຫ້ຂ້ອຍຮູ້ວ່າ ຄວາມກ້າຫານພຽງຄັ້ງດຽວ ກໍສາມາດເຮັດໃຫ້ຂ້ອຍມີຄວາມໝັ້ນໃຈຫຼາຍຂຶ້ນ.”
ປັດຈຸບັນ, ກຸ່ນ ມີອາຍຸ 15 ປີ. ລາວອາໄສຢູ່ໝູ່ບ້ານແຫ່ງໜຶ່ງ ໃນແຂວງຊຽງຂວາງ, ພາກເໜືອຂອງລາວ. ລາວກຳລັງຮຽນຢູ່ຊັ້ນ ມ.4 ຢູ່ໂຮງຮຽນມັດທະຍົມໃນໝູ່ບ້ານ, ບ່ອນທີ່ໂອກາດສຳລັບໄວໜຸ່ມຍັງມີຂີດຈຳກັດ ແລະ ເດັກທີ່ມັກມິດງຽບກໍອາດມັກຈະຖືກເບິ່ງຂ້າມໄດ້ງ່າຍ. ຫຼັງເລີກຮຽນ ກຸ່ນ ມັກຫຼິ້ນກິລາກັບໝູ່ເພື່ອນ, ເຮັດສວນຢູ່ເຮືອນ, ຊ່ວຍວຽກຄອບຄົວ ແລະ ຊ່ວຍດູແລຫຼານນ້ອຍ.
ເຊິ່ງກ່ອນໜ້ານີ້ ລາວແທບຈະບໍ່ເວົ້າກັບໃຜເລີຍ.
“ເມື່ອກ່ອນ ຂ້ອຍເປັນຄົນຂີ້ອາຍຫຼາຍ. ເວລາທີ່ເຈິຄົນໃໝ່ໆ ຖ້າເຂົາເຈົ້າບໍ່ເປັນຝ່າຍເລີ່ມເວົ້າກັບຂ້ອຍກ່ອນ, ຂ້ອຍກໍບໍ່ກ້າພໍທີ່ຈະເລີ່ມເວົ້າກັບເຂົາເຈົ້າເລີຍ.”
ມີຫຼາຍສິ່ງຫຼາຍຢ່າງທີ່ລາວຢາກເຮັດ ບໍ່ວ່າຈະເປັນການຍົກມືຂຶ້ນ, ການຕອບຄຳຖາມ ຫຼື ການຢືນຂຶ້ນເວົ້າຕໍ່ໜ້າໝູ່ໃນຫ້ອງຮຽນ, ແຕ່ຄວາມຢ້ານກົວກໍໄດ້ສ້າງອຸປະສັກໃຫ້ລາວທຸກຄັ້ງ. ຍ້ອນຢ້ານຕອບຜິດ ແລະ ຢ້ານຖືກໝູ່ຫົວຂວັນ, ລາວຈຶ່ງປ່ອຍໃຫ້ໂອກາດຕ່າງໆຫຼຸດລອຍໄປຫຼາຍຕໍ່ຫຼາຍຄັ້ງ.
ຈົນມາຮອດມື້ໜຶ່ງ,ຄູປະຈຳຫ້ອງໄດ້ແນະນຳໃຫ້ຮູ້ຈັກກັບ ໂຄງການຝຶກອົບຮົມທັກສະຊີວິດແບບເພື່ອນຊ່ວຍເພື່ອນ ເຊິ່ງເປັນກິດຈະກຳທີ່ໄວໜຸ່ມຈະໄດ້ຮຽນຮູ້ທັກສະຊີວິດ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ໂຄງການນີ້ຈັດຕັ້ງປະຕິບັດໂດຍ ສະຫະພັນແມ່ຍິງແຂວງ ພາຍໃຕ້ການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ຜ່ານໂຄງການ Australian NGO Cooperation Program (ANCP) ແລະ ອົງການຢູນິເຊັບລາວ, ເຊິ່ງໄດ້ນຳເອົາຄວາມຮູ້ທີ່ໄວໜຸ່ມໃນເຂດຫ່າງໄກຊອກຫຼີກຂອງລາວບໍ່ຄ່ອຍໄດ້ພົບເຫັນໃນປຶ້ມແບບຮຽນມາຖ່າຍທອດ. ກຸ່ນ ບໍ່ລັງເລໃຈເລີຍ, ລາວໄດ້ຕັດສິນໃຈເຂົ້າຮ່ວມໂຄງການທັນທີ.
ຜ່ານບົດຮຽນທັງໝົດ 14 ບົດ, ໂຄງການນີ້ໄດ້ກວມເອົາເນື້ອໃນສຳຄັນທີ່ຈະຊ່ວຍກຳນົດອະນາຄົດຂອງໄວໜຸ່ມ ຕັ້ງແຕ່ການປ້ອງກັນຕົວໃຫ້ຫ່າງໄກຈາກຢາເສບຕິດ, ສິ່ງມຶນເມົາ ແລະ ຢາສູບ, ໄປຈົນເຖິງການເຂົ້າໃຈຄວາມສ່ຽງ ແລະ ການປົກປ້ອງສຸຂະພາບຂອງຕົນເອງ, ລວມທັງການຕັດສິນໃຈ ແລະ ການແກ້ໄຂບັນຫາຢ່າງຖືກຕ້ອງ. ແຕ່ສິ່ງທີ່ປ່ຽນແປງ ກຸ່ນ ບໍ່ແມ່ນພຽງແຕ່ສິ່ງທີ່ລາວໄດ້ຮຽນຮູ້ເທົ່ານັ້ນ, ແຕ່ມັນແມ່ນ "ວິທີການຮຽນຮູ້". ຜ່ານການຫຼິ້ນເກມ, ການເຮັດວຽກເປັນກຸ່ມ ແລະ ການສົນທະນາຢ່າງເປີດອົກເປີດໃຈກັບໝູ່ເພື່ອນ, ເຮັດໃຫ້ເດັກຊາຍທີ່ເຄີຍຂີ້ອາຍຄົນນີ້ຄ່ອຍໆມີພື້ນທີ່ໃນການສະແດງຄວາມຄິດເຫັນ.
ການເຮັດວຽກເປັນກຸ່ມໄດ້ກາຍເປັນກິດຈະກຳທີ່ລາວມັກທີ່ສຸດ. ລາວເວົ້າວ່າ ຢູ່ທີ່ນັ້ນ ລາວໄດ້ຮຽນຮູ້ວ່າ ຄວາມສຳເລັດ “ບໍ່ໄດ້ເກີດຂຶ້ນຍ້ອນຄົນໃດຄົນໜຶ່ງ” ແຕ່ມັນເກີດຂຶ້ນຈາກການຮ່ວມມື ແລະ ຄວາມໄວ້ເນື້ອເຊື່ອໃຈກັນ.
ນອກຈາກນີ້, ໂຄງການຍັງໄດ້ມອບສິ່ງອື່ນທີ່ມີຄ່າໃຫ້ແກ່ລາວ ນັ້ນຄື: ຄວາມໝັ້ນໃຈທີ່ຈະເລືອກເສັ້ນທາງຊີວິດຂອງຕົນເອງ. ອ້ອມຂ້າງລາວ, ມີໄວໜຸ່ມບາງຄົນທີ່ເລີ່ມຫັນໄປຫາການດື່ມເຫຼົ້າ, ສູບຢາ ຫຼື ປະລະການຮຽນ ເຊິ່ງ ກຸ່ນ ເຊື່ອວ່າ ການເລືອກເຫຼົ່ານັ້ນສາມາດທຳລາຍອະນາຄົດຂອງພວກເຂົາໄດ້ໂດຍບໍ່ຮູ້ຕົວ. ລາວຈຶ່ງຕັດສິນໃຈທີ່ຈະກ້າວໄປໃນເສັ້ນທາງທີ່ແຕກຕ່າງ ເຊິ່ງເປັນເຫດຜົນທີ່ລຽບງ່າຍ ແຕ່ອອກມາຈາກໃຈຂອງລາວແທ້ໆ.
“ຂ້ອຍບໍ່ຢາກເຮັດໃຫ້ພໍ່ແມ່ຜິດຫວັງ. ຂ້ອຍຢາກມີອະນາຄົດ ແລະ ຂ້ອຍເຊື່ອວ່າການຕັດສິນໃຈໃນມື້ນັ້ນຈະນຳພາຂ້ອຍໄປສູ່ອະນາຄົດທີ່ດີໄດ້.”
ໃນປັດຈຸບັນ, ກຸ່ນ ໄດ້ນຳເອົາສິ່ງທີ່ຮຽນຮູ້ມາໝູນໃຊ້ໃນຊີວິດປະຈຳວັນ ບໍ່ວ່າຈະເປັນການເລືອກສິ່ງທີ່ຖືກຕ້ອງ, ການແກ້ໄຂບັນຫາ ແລະ ສິ່ງສຳຄັນທີ່ສຸດຄື ການມີຄວາມກ້າຫານທີ່ຈະປະຕິເສດສິ່ງທີ່ບໍ່ດີ. ລາວບໍ່ໄດ້ເກັບຄວາມຮູ້ນີ້ໄວ້ກັບຕົວເອງເທົ່ານັ້ນ, ແຕ່ຍັງໄດ້ຖ່າຍທອດໃຫ້ແກ່ຄອບຄົວ ແລະ ໄວໜຸ່ມຄົນອື່ນໆໃນໝູ່ບ້ານ ເພື່ອໃຫ້ພວກເຂົາສາມາດເລືອກເສັ້ນທາງທີ່ຖືກຕ້ອງໄດ້ເຊັ່ນກັນ.
ເດັກຊາຍທີ່ເຄີຍຂີ້ອາຍຈົນບໍ່ກ້າເວົ້າ, ໃນມື້ນີ້ໄດ້ກາຍມາເປັນຜູ້ນຳພາການຝຶກອົບຮົມ ດ້ວຍຕົນເອງ.
“ສຽງຂອງຂ້ອຍໄດ້ຮັບການຮັບຟັງແລ້ວ. ຜູ້ຄົນອ້ອມຂ້າງຮັບຟັງຄວາມຄິດເຫັນຂອງຂ້ອຍ ແລະ ພວກເຂົາເຫັນວ່າສິ່ງທີ່ຂ້ອຍເວົ້ານັ້ນມີຄວາມສຳຄັນ.”
ລາວມີບາງສິ່ງບາງຢ່າງທີ່ຢາກໃຫ້ຜູ້ໃຫຍ່ທຸກຄົນໄດ້ເຂົ້າໃຈ ວ່າໄວໜຸ່ມໃນປັດຈຸບັນຕ້ອງແບກຮັບຄວາມກົດດັນຫຼາຍຢ່າງ ບໍ່ວ່າຈະເປັນເລື່ອງການຮຽນ, ຄວາມຄາດຫວັງ ຫຼື ສິ່ງທ້າທາຍຈາກສິ່ງຕ່າງໆອ້ອມຕົວ.“ບາງຄັ້ງ ພວກເຮົາພຽງແຕ່ຕ້ອງການໃຜຈັກຄົນທີ່ພ້ອມຈະຮັບຟັງ ແລະ ເຂົ້າໃຈພວກເຮົາ, ບໍ່ແມ່ນການມາສ້າງຄວາມກົດດັນໃຫ້,” ລາວເວົ້າ.
ແລະ ສຳລັບໄວໜຸ່ມຄົນອື່ນໆທີ່ຍັງຄົງຢືນຢູ່ໃນຈຸດທີ່ລາວເຄີຍຢູ່, ຜູ້ທີ່ຍັງຢ້ານທີ່ຈະກ້າວໄປຂ້າງໜ້າ, ລາວໄດ້ແບ່ງປັນຄວາມຈິງທີ່ລາວຄົ້ນພົບດ້ວຍຕົນເອງວ່າ:
“ຂ້ອຍກໍເຄີຍເປັນຄືກັນກັບພວກເຈົ້າ ທີ່ທັງຂີ້ອາຍ ແລະ ຢ້ານທີ່ຈະເວົ້າ. ແຕ່ການຕັດສິນໃຈຂອງຂ້ອຍໃນມື້ນັ້ນໄດ້ປ່ຽນແປງຊີວິດຂອງຂ້ອຍໄປເລີຍ. ຖ້າພວກເຈົ້າຍັງລັງເລ, ພວກເຈົ້າຈະສູນເສຍໂອກາດດີໆໄປຫຼາຍຢ່າງ. ຢ່າປິດປະຕູໃສ່ຕົນເອງ. ມື້ໜຶ່ງ ພວກເຈົ້າຈະຮູ້ສຶກພາກພູມໃຈໃນຕົວເອງ.”
ສຳລັບອະນາຄົດຂອງຕົນເອງ, ກຸ່ນ ກຳລັງແນມເບິ່ງໄປໄກກວ່າໝູ່ບ້ານຂອງລາວ ເຊິ່ງເປັນສິ່ງທີ່ບໍ່ມີໃຜເຄີຍຄາດຄິດມາກ່ອນຈາກເດັກຊາຍຜູ້ນັ່ງມິດງຽບຢູ່ຫຼັງຫ້ອງຮຽນ.
“ຂ້ອຍຢາກເປັນນັກດາລາສາດ,” ລາວເວົ້າ, “ແລະ ຢາກສຶກສາກ່ຽວກັບຟິຊິກຂອງກາແລັກຊີ, ດວງດາວ ແລະ ຈັກກະວານ.” ລາວຮູ້ດີວ່າ ເສັ້ນທາງຈາກບ້ານ ໄປຫາໝູ່ດວງດາວນັ້ນຍັງອີກຍາວໄກ.
ແຕ່ລາວໄດ້ຜ່ານຜ່າຊ່ວງເວລາທີ່ຍາກທີ່ສຸດໄປແລ້ວ ນັ້ນຄືການຢືນຂຶ້ນ, ເວົ້າອອກໄປ ແລະ ເຮັດໃຫ້ທຸກຄົນຮັບຟັງ.
ໜຶ່ງເລື່ອງລາວທ່າມກາງໄວໜຸ່ມອີກຫຼາຍພັນຄົນ
ກຸ່ນ ແມ່ນໜຶ່ງໃນໄວໜຸ່ມຈຳນວນ 1,180 ຄົນ ທີ່ໄດ້ເຂົ້າຮ່ວມໂຄງການຝຶກອົບຮົມທັກສະຊີວິດແບບເພື່ອນຊ່ວຍເພື່ອນໃນປີ 2026, ເຊິ່ງຈັດຕັ້ງປະຕິບັດໂດຍ ສະຫະພັນແມ່ຍິງແຂວງຊຽງຂວາງ ພາຍໃຕ້ການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ຜ່ານໂຄງການ Australian NGO Cooperation Program (ANCP) ແລະ ອົງການຢູນິເຊັບ ລາວ ໂດຍໄດ້ຂະຫຍາຍໄປສູ່ 27 ໂຮງຮຽນໃນ 4 ເມືອງຂອງ ແຂວງ ຊຽງຂວາງ.
ເຖິງຢ່າງໃດກໍຕາມ, ຄວາມຕ້ອງການໃນການສະໜັບສະໜູນຍັງມີອີກຫຼວງຫຼາຍ. ຄາດຄະເນວ່າມີໄວໜຸ່ມອີກປະມານ 7,000 ຄົນໃນແຂວງ, ເຊິ່ງສ່ວນໃຫຍ່ມີອາຍຸລະຫວ່າງ 13 ຫາ 17 ປີ ທີ່ກຳລັງຮຽນຢູ່ຊັ້ນມັດທະຍົມຕອນຕົ້ນ ແລະ ຕອນປາຍ ຍັງລໍຖ້າໂອກາດແບບດຽວກັນນີ້ ໃນໂຮງຮຽນອີກປະມານ 2 ໃນ 3 ທີ່ໂຄງການຍັງໄປບໍ່ເຖິງ. ຊ່ວງອາຍຸເຫຼົ່ານີ້ຄືໄລຍະເວລາສຳຄັນທີ່ຈະກຳນົດເສັ້ນທາງຊີວິດຂອງໄວໜຸ່ມ, ເຊິ່ງການໄດ້ຮັບການສະໜັບສະໜູນທີ່ຖືກຕ້ອງ ຫຼື ການຂາດໂອກາດ ຈະເປັນສິ່ງກຳນົດທຸກສິ່ງທຸກຢ່າງທີ່ຈະຕາມມາໃນອະນາຄົດ.
ດ້ວຍການຮ່ວມມືຢ່າງຕໍ່ເນື່ອງ, ໂຄງການນີ້ຈະສາມາດຂະຫຍາຍການຈັດຕັ້ງປະຕິບັດເພື່ອເຂົ້າເຖິງພວກເຂົາ ເພື່ອໃຫ້ເດັກນ້ອຍທີ່ຂີ້ອາຍອີກຫຼາຍພັນຄົນຢູ່ຫຼັງຫ້ອງຮຽນ ໄດ້ມີຄວາມກ້າຫານທີ່ຈະຍົກມືຂຶ້ນ ແລະ ເປັ່ງສຽງຂອງຕົນເອງອອກມາ.






