ພາລະກິດຂອງພວກເຮົາ
ອົງການຢູນິເຊັບເຮັດວຽກເພື່ອສົ່ງເສີມ ແລະ ປົກປ້ອງສິດທິຂອງເດັກທຸກໆຄົນ

- ສາມາດມີໃນ:
- English
- ລາວ

ສົນທິສັນຍາວ່າດ້ວຍສິດທິເດັກ
ໄດ້ຖືກຮັບຮອງເອົາໂດຍສະມັດຊາໃຫຍ່ສະຫະປະຊາຊາດໃນປີ 1989, ສົນທິສັນຍາວ່າດ້ວຍສິດທິເດັກ ໄດ້ປ່ຽນແປງວິທີການທີ່ເດັກໄດ້ຮັບການເບິ່ງແຍງ ແລະ ປະຕິບັດ - ຄືວ່າ ມະນຸດມີສິດທິທີ່ແຕກຕ່າງກັນ ແທນທີ່ຈະເປັນແຕ່ກັບຜູ້ທີ່ໄດ້ຮັບຄວາມກະລຸນາຝ່າຍດຽວ. ສົນທິສັນຍາດັ່ງກ່າວຮັບຮູ້ວ່າໄວເດັກແມ່ນເວລາທີ່ມີຄວາມສ່ຽງ, ສະນັ້ນ ມັນເປັນເວລາທີ່ເດັກຕ້ອງການການດູແລ ແລະ ປົກປ້ອງເປັນພິເສດ.
ສົນທິສັນຍາວ່າດ້ວຍສິດທິເດັກ ແມ່ນນິຕິກໍາກ່ຽວກັບສິດທິຂອງເດັກຊຸດທຳອິດຂອງໂລກທີ່ນໍາໃຊ້ເພື່ອເດັກທຸກໆຄົນ. ມັນໄດ້ຮັບການໃຫ້ສັດຕະຍາບັນຈາກທຸກໆປະເທດໃນໂລກ, ຍົກເວັ້ນ ປະເທດສະຫະລັດອາເມລິກາ, ເຮັດໃຫ້ມັນເປັນສັນຍາດ້ານສິດທິມະນຸດທີ່ໄດ້ຮັບການໃຫ້ສັດຕະຍາບັນຢ່າງກວ້າງຂວາງທີ່ສຸດໃນປະຫວັດສາດ.
ມີທັງໝົດ 54 ມາດຕາ ໃນ ສົນທິສັນຍາວ່າດ້ວຍສິດທິເດັກ ເຊິ່ງກໍານົດມາດຕະຖານຕໍ່າສຸດ ເພື່ອສຸຂະພາບຂອງເດັກໃນແຕ່ລະໄລຍະຂອງການພັດທະນາ. ສາມາດໃຊ້ໄດ້ກັບທຸກໆຄົນທີ່ມີອາຍຸຕໍ່າກວ່າ 18 ປີ (ຕາມຄໍານິຍາມຂອງຄໍາວ່າ ເດັກ), ໂດຍບໍ່ຈໍາກັດເພດ, ເຊື້ອຊາດ, ສາດສະໜາ, ຄວາມພິການ.
ສົນທິສັນຍາວ່າດ້ວຍສິດທິເດັກ ມີ 4 ຫຼັກການພື້ນຖານທີ່ນໍາໃຊ້ກັບເດັກທຸກໆຄົນ
- ການບໍ່ຈຳແນກ (ມາດຕາ 2).
- ຜົນປະໂຫຍດທີ່ດີທີ່ສຸດສໍາລັບເດັກ (ມາດຕາ 3).
- ການຢູ່ລອດ, ການພັດທະນາ ແລະ ການປົກປ້ອງ (ມາດຕາ 6).
- ການມີສ່ວນຮ່ວມ (ມາດຕາ 12).
- ອະນຸສັນຍາທາງເລືອກ ຕໍ່ ສົນທິສັນຍາສະຫະປະຊາຊາດວ່າດ້ວຍສິດທິເດັກ
ສະມັດຊາໃຫຍ່ສະຫະປະຊາຊາດໄດ້ຮັບຮອງເອົາສອງອະນຸສັນຍາທາງເລືອກຕໍ່ສົນທິສັນຍາວ່າດ້ວຍສິດທິເດັກໃນປີ 2000: ເພື່ອປົກປ້ອງເດັກນ້ອຍຈາກການມີສ່ວນຮ່ວມໃນຂໍ້ຂັດແຍ່ງປະກອບອາວຸດ ແລະ ຈາກການຂູດຮີດທາງເພດ. ນັບຕັ້ງແຕ່ປີ 2014, ອະນຸສັນຍາທາງເລືອກທີສາມໄດ້ເຮັດໃຫ້ເດັກສາມາດລາຍງານການລະເມີດສິດທິຂອງເຂົາເຈົ້າໂດຍກົງ ຕໍ່ຄະນະກຳມະການກ່ຽວກັບສິດທິເດັກ, ເຊິ່ງຕິດຕາມການປະຕິບັດຕາມສົນທິສັນຍາວ່າດ້ວຍສິດທິເດັກ.

ເປົ້າໝາຍການພັດທະນາແບບຍືນຍົງ
17 ເປົ້າໝາຍການພັດທະນາແບບຍືນຍົງ ທີ່ຖືກຮັບຮອງໂດຍບັນດາຜູ້ນໍາລະດັບຊາດໃນທົ່ວໂລກໃນປີ 2015 ແມ່ນນໍາໃຊ້ກັບທຸກໆປະເທດ, ແລະ ພົນລະເມືອງທຸກຄົນພາຍໃນປະເທດຂອງພວກເຂົາ. ບັນດາເປົ້າໝາຍການພັດທະນາແບບຍືນຍົງມີຈຸດປະສົງເພື່ອຮັບປະກັນຄວາມເທົ່າທຽມກັນ, ເຊິ່ງໝາຍຄວາມວ່າ ທຸກຄົນໃນທຸກໆປະເທດທີ່ບໍ່ວ່າຈະຮັ່ງມີ ຫຼື ທຸກຍາກກໍໄດ້ຮັບການປົກປ້ອງ ແລະ ໄດ້ຮັບໂອກາດຢ່າງເທົ່າທຽມກັນ ເມື່ອຮອດປີ 2030.
ການບັນລຸເປົ້າໝາຍການພັດທະນາແບບຍືນຍົງທັງ 17 ເປົ້າໝາຍ ຈະຊ່ວຍປັບປຸງຊີວິດຂອງທຸກຄົນ, ເດັກ ແລະ ຜູ້ໃຫຍ່. ເຖິງຢ່າງໃດກໍຕາມ, ບາງເປົ້າໝາຍການພັດທະນາແບບຍືນຍົງ ແລະ ຕົວຊີ້ວັດຂອງພວກມັນແມ່ນກ່ຽວຂ້ອງໂດຍກົງຕໍ່ສະຫວັດດີການຂອງເດັກໃນ ສປປ ລາວ. ເຊິ່ງລວມມີ:
ເປົ້າໝາຍທີ 1: ບໍ່ມີຄວາມທຸກຍາກ
1.2. ຫລຸດຜ່ອນອັດຕາສ່ວນຂອງຜູ້ຊາຍ, ແມ່ຍິງ ແລະ ເດັກທຸກໆ ກຸ່ມອາຍຸທີ່ອາໄສຢູ່ໃນຄວາມທຸກຍາກ.
ເປົ້າໝາຍທີ 2: ບໍ່ມີຄວາມອຶດຫິວ
2.1. ຢຸດຕິຄວາມອຶດຫິວ ແລະ ຮັບປະກັນວ່າທຸກຄົນລວມທັງເດັກເຂົ້າເຖິງອາຫານທີ່ປອດໄພ, ມີໂພຊະນາການ ແລະ ປະລິມານທີ່ພຽງພໍ.
2.2. ຢຸດຕິການຂາດໂພຊະນາການທຸກຮູບແບບ, ລວມທັງ ການບັນລຸເປົ້າໝາຍທີ່ໄດ້ຕົກລົງກັນໃນລະດັບສາກົນ ກ່ຽວກັບອັດຕາການຂາດສານອາຫານຊໍາເຮື້ອ ແລະ ການຂາດສານອາຫານກະທັນຫັນ ໃນເດັກອາຍຸຕໍ່າກວ່າ 5 ປີ ພາຍໃນປີ 2025.
ເປົ້າໝາຍທີ 3: ສຸຂະພາບ ແລະ ສະຫວັດດີພາບ
3.1. ຫລຸດຜ່ອນອັດຕາການຕາຍຂອງແມ່ໃນທົ່ວໂລກ ໃຫ້ຕໍ່າກວ່າ 70 ຕໍ່ 100,000 ເກີດມີຊີວິດ.
3.2. ຢຸດຕິການຕາຍຂອງເດັກເກີດໃໝ່ ແລະ ເດັກອາຍຸຕໍ່າກວ່າ 5 ປີ ທີ່ສາມາດປ້ອງກັນໄດ້; ໂດຍຕັ້ງເປົ້າທີ່ຈະຫລຸດຜ່ອນອັດຕາການຕາຍຂອງເດັກອາຍຸຕໍ່າກວ່າ 5 ປີໃຫ້ໄດ້ຢ່າງໜ້ອຍຢູ່ໃນລະດັບ 12 ຕໍ່ 1,000 ເກີດມີຊີວິດ ແລະ ອັດຕາການຕາຍຂອງເດັກອາຍຸຕໍ່າກວ່າ 5 ປີ ໃຫ້ໄດ້ຢ່າງໜ້ອຍຢູ່ໃນລະດັບ 25 ຕໍ່ 1,000 ເກີດມີຊີວິດ.
3.8. ບັນລຸການປົກຄຸມສຸຂະພາບທົ່ວປວງຊົນ, ລວມທັງ ການປ້ອງກັນຄວາມສ່ຽງທາງການເງິນ, ການເຂົ້າເຖິງການບໍລິການສຸຂະພາບທີ່ຈໍາເປັນ ແລະ ມີຄຸນນະພາບ ແລະ ການເຂົ້າເຖິງຢາ ແລະ ວັກຊີນທີ່ມີຄວາມປອດໄພ, ປະສິດທິພາບ, ຄຸນນະພາບ ແລະ ລາຄາບໍ່ແພງສຳລັບທຸກຄົນ.
ເປົ້າໝາຍທີ 4: ການສຶກສາທີ່ມີຄຸນນະພາບ
4.1. ຮັບປະກັນວ່າເດັກຍິງ ແລະ ເດັກຊາຍທຸກຄົນໄດ້ຮຽນຈົບຊັ້ນປະຖົມ ແລະ ມັດທະຍົມໂດຍບໍ່ເສຍຄ່າ, ເທົ່າທຽມກັນ ແລະ ມີຄຸນນະພາບ ເຊິ່ງນຳໄປສູ່ຜົນການຮຽນຮູ້ທີ່ສອດຄ່ອງ ແລະ ມີປະສິດທິຜົນ.
4.2. ຮັບປະກັນວ່າເດັກຍິງ ແລະ ເດັກຊາຍທຸກຄົນສາມາດເຂົ້າເຖິງການພັດທະນາ, ການເບິ່ງແຍງ ແລະ ການສຶກສາກ່ອນໄວຮຽນທີ່ມີຄຸນນະພາບ ເພື່ອໃຫ້ພວກເຂົາກຽມພ້ອມສໍາລັບການສຶກສາຊັ້ນປະຖົມ.
4.5 ລົບລ້າງຄວາມບໍ່ສະເໝີພາບຍິງ-ຊາຍໃນການສຶກສາ ແລະ ຮັບປະກັນວ່າກຸ່ມຄົນທີ່ດ້ອຍໂອກາດສາມາດເຂົ້າເຖິງການສຶກສາ ແລະ ອົບຮົມວິຊາຊີບທຸກລະດັບຢ່າງເທົ່າທຽມກັນ.
ເປົ້າໝາຍທີ 5: ຄວາມສະເໝີພາບລະຫວ່າງຍິງ-ຊາຍ
5.1. ຢຸດຕິການຈຳແນກທຸກຮູບແບບຕໍ່ແມ່ຍິງ ແລະ ເດັກຍິງ ທຸກຄົນຢູ່ທຸກໆແຫ່ງ
5.2. ລົບລ້າງຄວາມຮຸນແຮງທຸກຮູບແບບຕໍ່ແມ່ຍິງ ແລະ ເດັກຍິງທຸກຄົນ
5.3. ລົບລ້າງທຸກໆການກະທຳທີ່ເປັນອັນຕະລາຍຕໍ່ເດັກ, ເຊັ່ນວ່າ ການແຕ່ງດອງກ່ອນໄວອັນຄວນ ແລະ ບັງຄັບໃຫ້ແຕ່ງດອງ.
5.9 ຮັບຮອງເອົາ ແລະ ສ້າງນະໂຍບາຍ ແລະ ນິຕິກໍາທີ່ເຂັ້ມແຂງ ເພື່ອບັງຄັບໃຊ້ສໍາລັບການສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ເດັກຍິງໃນທຸກລະດັບ.
ເປົ້າໝາຍທີ 6: ຮັບປະກັນໃຫ້ທຸກຄົນເຂົ້າເຖິງນໍ້າ ແລະ ສຸຂາພິບານ
6.1. ບັນລຸເປົ້າໝາຍໃນການເຂົ້າເຖິງນໍ້າດື່ມທີ່ປອດໄພ ແລະ ລາຄາບໍ່ແພງສຳລັບທຸກຄົນຢ່າງເທົ່າທຽມກັນ.
6.2. ບັນລຸການເຂົ້າເຖິງສຸຂາພິບານ ແລະ ສຸຂະອານາໄມທີ່ພຽງພໍ ແລະ ເທົ່າທຽມກັນສຳລັບທຸກຄົນ ແລະ ຢຸດເຊົາການຖ່າຍຊະຊາຍ, ເອົາໃຈໃສ່ເປັນພິເສດຕໍ່ຄວາມຕ້ອງການຂອງແມ່ຍິງ ແລະ ເດັກຍິງ ແລະ ຜູ້ທີ່ຢູ່ໃນສະພາບທີ່ດ້ອຍໂອກາດ.
6.8. ສະໜັບສະໜູນ ແລະ ສ້າງຄວາມເຂັ້ມແຂງຕໍ່ການມີສ່ວນຮ່ວມຂອງຊຸມຊົນທ້ອງຖິ່ນ ໃນການປັບປຸງການຄຸ້ມຄອງນໍ້າ ແລະ ສຸຂະອານາໄມ
ເປົ້າໝາຍທີ 8: ການມີວຽກເຮັດງານທໍາ ແລະ ການພັດທະນາເສດຖະກິດ
8.7. ປະຕິບັດມາດຕະການແບບທັນທີ ແລະ ມີປະສິດທິຜົນເພື່ອລົບລ້າງການບັງຄັບໃຊ້ແຮງງານ, ຢຸດຕິການເປັນຂ້າທາດທີ່ທັນສະໄໝ ແລະ ການຄ້າມະນຸດ ແລະ ຮັບປະກັນການຫ້າມບໍ່ໃຫ້ມີ ແລະ ລົບລ້າງການໃຊ້ແຮງງານເດັກຢ່າງໜັກໜ່ວງທຸກຮູບແບບ, ລວມທັງ ການຮັບສະໝັກ ແລະ ນໍາໃຊ້ທະຫານທີ່ເປັນເດັກ, ແລະ ຮອດປີ 2025 ຕ້ອງຢຸດຕິການໃຊ້ແຮງງານເດັກທຸກຮູບແບບ.
ເປົ້າໝາຍທີ 10: ຫລຸດຜ່ອນຄວາມບໍ່ສະເໝີພາບຢູ່ພາຍໃນ ແລະ ລະຫວ່າງປະເທດ
10.2. ສ້າງຄວາມເຂັ້ມແຂງ ແລະ ສົ່ງເສີມໃຫ້ທຸກຄົນມີສ່ວນຮ່ວມທາງດ້ານສັງຄົມ, ເສດຖະກິດ ແລະ ການເມືອງ, ໂດຍບໍ່ຈໍາກັດອາຍຸ, ເພດ, ຄວາມພິການ, ສີຜິວ, ຊົນເຜົ່າ, ເຊື້ອຊາດ, ສາສະໜາ ຫຼື ສະຖານະທາງເສດຖະກິດ ຫຼື ສະຖານະພາບອື່ນໆ.
10.7. ອຳນວຍຄວາມສະດວກໃຫ້ແກ່ການອົບພະຍົບ ແລະ ການເຄື່ອນຍ້າຍຂອງປະຊາຊົນ ທີ່ມີການຈັດສັນ, ມີຄວາມປອດໄພ, ເປັນລະບຽບ ແລະ ມີຄວາມຮັບຜິດຊອບ, ລວມໄປເຖິງການຈັດຕັ້ງປະຕິບັດນະໂຍບາຍການເຄື່ອນຍ້າຍທີ່ມີການວາງແຜນ ແລະ ຄຸ້ມຄອງເປັນຢ່າງດີ
ເປົ້າໝາຍທີ 16: ສັນຕິພາບ, ຄວາມຍຸຕິທຳ ແລະ ກົງຈັກການຈັດຕັ້ງທີ່ເຂັ້ມແຂງ
16.1. ຫລຸດຜ່ອນຄວາມຮຸນແຮງໃນທຸກຮູບແບບ ແລະ ອັດຕາການຕາຍທີ່ກ່ຽວຂ້ອງຢູ່ທົ່ວທຸກແຫ່ງ.
16.2. ຢຸດຕິການລ່ວງລະເມີດ, ການຂູດຮີດ, ການຄ້າມະນຸດ ແລະ ການໃຊ້ຄວາມຮຸນແຮງທຸກຮູບແບບຕໍ່ເດັກ ແລະ ການທໍລະມານເດັກ.
16.3 ສົ່ງເສີມລະບຽບກົດໝາຍລະດັບຊາດ ແລະ ສາກົນ ແລະ ຮັບປະກັນໃຫ້ທຸກຄົນເຂົ້າເຖິງຄວາມຍຸຕິທໍາ.
16.9. ໃຫ້ສະຖານະພາບທາງກົດໝາຍສຳລັບທຸກຄົນ, ລວມທັງການຈົດທະທະບຽນເກີດ.
ເປົ້າໝາຍທີ 17: ສ້າງໃຫ້ທຸກໆວິທີການຈັດຕັ້ງປະຕິບັດມີຄວາມເຂັ້ມແຂງ ແລະ ຟື້ນຟູການຮ່ວມມືໃນທົ່ວໂລກເພື່ອການພັດທະນາແບບຍືນຍົງ
17.9 17.9 ເພີ່ມທະວີການຊ່ວຍເຫຼືອຈາກສາກົນ ໃນການດໍາເນີນການສ້າງຂີດຄວາມສາມາດທີ່ມີປະສິດທິຜົນ ແລະ ມີເປົ້າໝາຍໃນປະເທດກຳລັງພັດທະນາ ເພື່ອຊ່ວຍສະໜັບສະໜູນແຜນການແຫ່ງຊາດໃນການຈັດຕັ້ງປະຕິບັດທຸກເປົ້າໝາຍການພັດທະນາແບບຍືນຍົງ.
17.18 ເພີ່ມທະວີການສະໜັບສະໜູນການສ້າງຂີດຄວາມສາມາດໃຫ້ແກ່ບັນດາປະເທດກໍາລັງພັດທະນາເພື່ອເພີ່ມຈໍານວນຂໍ້ມູນທີ່ມີຄຸນນະພາບສູງ, ທັນເວລາ ແລະ ເຊື່ອຖືໄດ້ ໂດຍມີການແບ່ງແຍກຂໍ້ມູນຕາມລະດັບລາຍຮັບ, ເພດ, ອາຍຸ, ເຊື້ອຊາດ, ຊົນເຜົ່າ, ສະຖານະພາບການເຄື່ອນຍ້າຍ, ຄວາມພິການ, ທີ່ຕັ້ງພູມສັນຖານ ແລະ ຄຸນລັກສະນະອື່ນໆທີ່ກ່ຽວຂ້ອງກັບສະພາບການຂອງແຕ່ລະປະເທດ.
ສຳລັບຂໍ້ມູນເພີ່ມຕື່ມ:
ເປົ້າໝາຍການພັດທະນາແບບຍືນຍົງ
