ກ່ຽວກັບພວກເຮົາ

ເຮັດວຽກເພື່ອສິດທິຂອງເດັກທຸກໆຄົນໃນ ສປປ ລາວ

Children visit UNICEF station on UN House Open day 2017

ອົງການຢູນິເຊັບກຳລັງອອກແບບແຜນງານ ເພື່ອສົ່ງເສີມສິດທິ  ແລະ  ສະຫວັດດີການຂອງເດັກນ້ອຍທຸກໆຄົນ. ຄຽງຄູ່ກັບບັນດາຄູ່ຮ່ວມງານ, ພວກເຮົາກຳລັງສຸມຄວາມພະຍາຍາມເປັນພິເສດ ໃສ່ໃນການເຂົ້າຫາເດັກທີ່ດ້ອຍໂອກາດທີ່ສຸດໃນທົ່ວປະເທດ.

ປະເທດລາວ ເປັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ, ພູມສັນຖານເປັນພູຜາປ່າດົງ, ປະຊາກອນສ່ວນໃຫຍ່ຍັງໜຸ່ມ  ແລະ ມີຫຼາຍຊົນເຜົ່າ. ມີປະຊາກອນທັງໝົດ 6,5 ລ້ານຄົນ, ປະມານ 59 %ແມ່ນເດັກ  ແລະ  ຊາວໜຸ່ມທີ່ອາຍຸຕໍ່າກວ່າ 25 ປີ.

ສປປ ລາວ ໄດ້ສ້າງແຜນພັດທະນາເສດຖະກິດ - ສັງຄົມແຫ່ງຊາດຄັ້ງທີ 8 ປີ 2016-2020, ເຊິ່ງມີຈຸດປະສົງເພື່ອຫລຸດຜ່ອນຄວາມທຸກຍາກໃຫ້ໄດ້ຫຼາຍທີ່ສຸດ  ແລະ  ຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນປີ 2020. ແຜນການນີ້ແມ່ນຖືເອົາເປົ້າໝາຍການພັດທະນາແບບຍືນຍົງເປັນເປົ້າໝາຍແຫ່ງຊາດ  ແລະ  ໃຫ້ຄວາມສຳຄັນຢ່າງສູງຕໍ່ຜົນສຳເລັດຂອງເປົ້າໝາຍສະຫັດສະວັດທີ່ຍັງບໍ່ທັນບັນລຸ.

ການເຕີບໂຕທາງດ້ານເສດຖະກິດທີ່ເຂັ້ມແຂງ ເຮັດໃຫ້ລາວປ່ຽນຈາກປະເທດທີ່ມີລາຍໄດ້ຕໍ່າໄປເປັນປະເທດທີ່ມີລາຍໄດ້ປານກາງຂັ້ນຕົ້ນ ໃນປີ 2011. ເສດຖະກິດຂະຫຍາຍຕົວໃນລະດັບ 7,5 %ໃນລະຫວ່າງປີ 2011  ແລະ  2013,  ແລະ ຄວາມທຸກຍາກໄດ້ຫລຸດລົງເຄິ່ງໜຶ່ງ. ເຖິງຢ່າງໃດກໍຕາມ, ຄວາມບໍ່ເທົ່າທຽມຍັງຄົງມີຢູ່ຫຼາຍ  ແລະ  ມີຄວາມແຕກຕ່າງກັນລະຫວ່າງ ຕົວເມືອງ  ແລະ  ຊົນນະບົດ, ເຂດເນີນສູງ  ແລະ  ເຂດທົ່ງພຽງ, ລະດັບຄວາມຮັ່ງມີ, ການສຶກສາຂອງແມ່  ແລະ  ຊົນເຜົ່າ.

ປະເທດລາວໄດ້ບັນລຸເປົ້າໝາຍສະຫະສະຫວັດດ້ານການຫລຸດຜ່ອນຄວາມທຸກຍາກ, ການເຂົ້າເຖິງ  ແລະ  ຄວາມສະເໝີພາບຍິງຊາຍໃນການສຶກສາຊັ້ນປະຖົມ, ການຫລຸດຜ່ອນການຕາຍຂອງແມ່  ແລະ  ການເຂົ້າເຖິງນໍ້າ  ແລະ  ສຸຂາພິບານ. ເຖິງຢ່າງໃດກໍຕາມ, ບາງເປົ້າໝາຍເຊັ່ນ: ໂພຊະນາການເດັກ  ແລະ  ການຮຽນຈົບຊັ້ນປະຖົມຍັງບໍ່ທັນບັນລຸ,  ແລະ  ຕົວຊີ້ວັດທາງສັງຄົມສ່ວນຫຼາຍແມ່ນຢູ່ໃນລະດັບທີ່ຕໍ່າທີ່ສຸດໃນພາກພື້ນອາຊີ  ແລະ  ປາຊີຟິກ. ກຸ່ມທີ່ດ້ອຍໂອກາດກວ່າໝູ່, ໂດຍສະເພາະແມ່ນກຸ່ມຊົນເຜົ່າທີ່ບໍ່ແມ່ນລາວ-ໄຕ ທີ່ອາໄສຢູ່ເຂດຊົນນະບົດທີ່ຫ່າງໄກ, ບ່ອນທີ່ເປັນເນີນພູທີ່ບໍ່ມີຫົນທາງ  ແລະ  ພື້ນທີ່ດິນກໍຍັງມີລະເບີດບໍ່ທັນແຕກ.

ສປປ ລາວ ມີຄວາມຈຳເປັນຕ້ອງປັບປຸງນະໂຍບາຍ  ແລະ  ກົດໝາຍແຫ່ງຊາດຕື່ມອີກ ເພື່ອໃຫ້ສອດຄ່ອງຕາມພັນທະທາງກົດໝາຍສາກົນ  ແລະ  ນໍາໄປປະຕິບັດຢ່າງເປັນຮູບປະທໍາ. ອີງໃສ່ຜົນການສຶກສາ ຊີ້ໃຫ້ເຫັນວ່າການປະຕິບັດນະໂຍບາຍ  ແລະ ແຜນງານປະສົບກັບສິ່ງທ້າທາຍຫຼາຍຢ່າງ ເນື່ອງຈາກຄວາມສາມາດມີບໍ່ພຽງພໍ, ພູມສັນຖານຫຍຸ້ງຍາກ, ປະຊາກອນກະແຈກກະຈາຍຢູ່ໃນເຂດຫ່າງໄກ  ແລະ  ຂາດຄວາມຕ້ອງການ.

ອົງການຢູນິເຊັບລາວ ເຮັດວຽກໃນຫຼາຍຂົງເຂດເພື່ອຊ່ວຍຮັບປະກັນການຢູ່ລອດຂອງເດັກ  ແລະ  ສົ່ງເສີມສິດທິເດັກ. ໂດຍຮ່ວມມືກັບລັດຖະບານແຫ່ງ ສປປ ລາວ, ບັນດາອົງການໃນເຄືອຂອງສະຫະປະຊາຊາດ, ອົງການຈັດຕັ້ງທາງສັງຄົມ  ແລະ  ອົງການຈັດຕັ້ງສາກົນ, ອົງການຢູນິເຊັບ ເຮັດວຽກໃນທົ່ວຂະແໜງ ສາທາລະນະສຸກ, ໂພຊະນາການ, ສຶກສາ, ນໍ້າ  ແລະ  ສຸຂາພິບານ  ແລະ  ການປົກປ້ອງເດັກ ດ້ວຍຈຸດປະສົງເພື່ອປະຕິບັດສິດທິຂອງເດັກທຸກໆຄົນ.

ອີງຕາມສົນທິສັນຍາວ່າດ້ວຍສິດທິເດັກ, ຂໍ້ໄດ້ປຽບຂອງອົງການຢູນິເຊັບ ປະກອບມີຄວາມຊຳນານດ້ານວິຊາການທີ່ເຂັ້ມແຂງຢູ່ໃນພື້ນທີ່, ມີຄວາມສາມາດດຳເນີນງານທັງເພື່ອການພັດທະນາ  ແລະ  ມະນຸດສະທຳ, ມີການອອກແບບແຜນງານຕາມຂໍ້ມູນຫຼັກຖານຕົວຈິງ ເຊິ່ງໄດ້ສຸມໃສ່ຄວາມຕ້ອງການຂອງເດັກທີ່ດ້ອຍໂອກາດ  ແລະ  ເຂົ້າເຖິງຍາກ, ມີວິທີດໍາເນີນງານທີ່ດຸ່ນດ່ຽງກັບນະໂຍບາຍຂັ້ນເທິງ  ແລະ  ລະດັບປະຕິບັດການຂັ້ນລຸ່ມ, ມີການລະດົມຄວາມເຂົ້າໃຈ  ແລະ  ການສື່ສານ,  ແລະ  ມີວິທີການເຮັດວຽກຮ່ວມກັນຫຼາຍຂະແໜງການດ້ານສັງຄົມ.

Mr. Bilal Aurang Zeb Durrani, UNICEF Representative to Lao PDR