ຜູ້ຕາງໜ້າອົງການຢູນີເຊັບ
ທ່ານນາງ ປອ ເພຍ ເຣເບນໂລ ບຣິໂຕ
- ສາມາດມີໃນ:
- English
- ລາວ
“ຂ້າພະເຈົ້າຮູ້ສຶກເປັນກຽດທີ່ໄດ້ຖືກແຕ່ງຕັ້ງໃຫ້ເປັນຜູ້ຕາງໜ້າ ອົງການຢູນີເຊັບ ປະຈໍາ ສປປ ລາວ. ຜ່ານການເພີ່ມທະວີການຮ່ວມມືລະຫວ່າງລັດຖະບານ ແລະ ອົງການຢູນີເຊັບ ແລະ ການດໍາເນີນງານ ຮ່ວມກັບບັນດາຄູ່ຮ່ວມງານ, ຊຸມຊົນ ແລະ ຄອບຄົວ, ຂ້າພະເຈົ້າ ຫມຸ້ງຫມັ້ນ ໃນການປະຕິບັດ ສິດທິຂອງເດັກນ້ອຍທຸກຄົນໃນທົ່ວປະເທດ ໃຫ້ປາກົດເປັນຈິງ.”
ທ່ານນາງ ປອ ເພຍ ເຣເບນໂລ ບຣິໂຕ ໄດ້ຮັບໜ້າທີ່ເປັນຜູ້ຕາງໜ້າ ອົງການຢູນີເຊັບ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ນັບຕັ້ງແຕ່ເດືອນສິງຫາ ປີ 2020 ເປັນຕົ້ນມາ. ທ່ານນາງ ປອ ເພຍ ເຣເບນໂລ ບຣິໂຕ ຖືສັນຊາດອາເມລິກາ, ແລະ ເຊື້ອຊາດອິນເດຍ. ທ່ານພຽບພ້ອມໄປດ້ວຍປະສົບການທີ່ກວ້າງຂວາງໃນດ້ານນະໂຍບາຍການພັດທະນາສາກົນ ແລະ ນະໂຍບາຍການພັດທະນາຂອງເດັກກ່ອນໄວຮຽນ ແລະ ບັນດາໂຄງການຕ່າງໆ.
ກ່ອນທີ່ທ່ານຈະມາຮັບໜ້າທີ່ເປັນຜູ້ຕາງໜ້າ ອົງການຢູນີເຊັບ, ທ່ານນາງ ປອ ເພຍ ເຣເບນໂລ ບຣິໂຕ ໄດ້ດຳລົງຕຳແໜ່ງຫົວໜ້າ ແລະ ທີ່ປຶກສາອາວຸໂສດ້ານການພັດທະນາເດັກກ່ອນໄວຮຽນ ຢູ່ສຳນັກງານໃຫຍ່ຂອງອົງການຢູນີເຊັບ ໃນນະຄອນນິວຢອກ ຕັ້ງແຕ່ເດືອນເມສາ ປີ 2013. ດ້ວຍຄວາມສາມາດດັ່ງກ່າວ, ທ່ານໄດ້ບໍລິຫານຄຸ້ມຄອງ ແລະ ຕິດຕາມກວດກາດ້ານວິຊາການໃຫ້ແກ່ໜ່ວຍງານເດັກກ່ອນໄວຮຽນຂອງອົງການຢູນິເຊັບ ຊຶ່ງກວມເອົາ 150 ຫ້ອງການປະຈໍາແຕ່ລະປະເທດ ໂດຍການນໍາພາຮວ່ມກັບຄູ່ຮ່ວມງານ ໃນການເຄື່ອນໄຫວລະດັບໂລກສໍາລັບເດັກນ້ອຍ ເພື່ອໃຫ້ເດັກນ້ອຍທຸກໆຄົນໄດ້ເລີ່ມຕົ້ນຊີວິດທີ່ດີທີ່ສຸດ. ທ່ານເຄີຍ ວ່າການຮອງຜູ້ຕາງໜ້າອົງການຢູນີເຊັບ ປະຈໍາ ສປປ ລາວ ໃນປີ 2019 ອີກດ້ວຍ.
ກ່ອນເຂົ້າຮ່ວມອົງການຢູນິເຊັບ, ທ່ານນາງ ປອ ບຣິໂຕ ເຄີຍເປັນຜູ້ຊ່ວຍອາຈານທີ່ສູນການສຶກສາເດັກນ້ອຍຂອງ ມະຫາວິທະຍາໄລເຢວ (Yale) ແລະ ເປັນນັກຄົ້ນຄວ້າວິທະຍາສາດຢູ່ວິທະຍາໄລຄູ, ມະຫາວິທະຍາໄລ ໂຄລໍາເບຍ (Columbia) ມະຫາວິທະຍາໄລທີ່ທ່ານໄດ້ຮັບປະລິນຍາເອກດ້ານຈິດຕະວິທະຍາດ້ານການພັດທະນາ. ໃນຂະນະທີ່ຢູ່ມະຫາວິທະຍາໄລເຢວ, ທ່ານໄດ້ສຸ່ມໃສ່ການຄົ້ນຄວ້າຫົວຂໍ້ກ່ຽວກັບຄວາມເຂົ້າໃຈການບໍລິຫານຄວບຄຸມ ແລະ ການເງິນຂອງລະບົບສັງຄົມທີ່ໃຫ້ບໍລິການສໍາລັບເດັກນ້ອຍ ແລະ ຄອບຄົວໃນ ສປປ ລາວ.
ທ່ານນາງ ປອ ເພຍ ເລເບວໂລ ບຼີໂຕ ໄດ້ຮັບລາງວັນລະດັບຊາດ ແລະ ສາກົນ ຫລາຍລາງວັນ ແລະ ເປັນທີ່ຮູ້ກັນຢ່າງກ້ວາງຂວາງ ໃນສື່ມວນຊົນກ່ຽວກັບຜົນງານຂອງທ່ານ. ທ່ານຍັງໄດ້ພີມເຜີຍແຜ່ ບົດຄວາມ ແລະ ບົດລາຍງານຢ່າງກວ້າງຂວາງ.
