ສປ ຈີນ ຮ່ວມກັບ ສປປ ລາວ ແລະ ອົງການຢູນິເຊັບ ສະຫຼອງຜົນສໍາເລັດໃນການເສີມຂະຫຍາຍວຽກງານປົກປ້ອງເດັກ ແລະ ຄວາມເປັນຢູ່ທີ່ດີຂອງເດັກ
ສປ ຈີນ ຮ່ວມກັບ ສປປ ລາວ ແລະ ອົງການຢູນິເຊັບ ສະຫຼອງຜົນສໍາເລັດໃນການເສີມຂະຫຍາຍວຽກງານປົກປ້ອງເດັກ ແລະ ຄວາມເປັນຢູ່ທີ່ດີຂອງເດັກ
- English
- ລາວ
ນະຄອນຫຼວງວຽງຈັນ ວັນທີ 30 ມັງກອນ 2026 - ລັດຖະບານແຫ່ງ ສປປ ລາວ, ລັດຖະບານແຫ່ງ ສປ ຈີນ ແລະ ອົງການສະຫະປະຊາຊາດສໍາລັບເດັກ (UNICEF) ໄດ້ສະເຫຼີມສະຫຼອງຜົນສໍາເລັດຂອງໂຄງການເສີມຂະຫຍາຍວຽກງານຄຸ້ມຄອງເດັກ ແລະ ການໃຫ້ບໍລິການແກ່ເດັກ ເພື່ອໃຫ້ມີຄວາມເປັນຢູ່ທີ່ດີ ໃນທົ່ວປະເທດ.
ໂດຍໄດ້ຮັບການສະໜັບສະໜູນຈາກອົງການຮ່ວມມືສາກົນເພື່ອການພັດທະນາຂອງປະເທດຈີນ (CIDCA), ແນວຄິດລິເລີ່ມດັ່ງກ່າວ ຖືເປັນຫຼັກໝາຍສຳຄັນ ໃນການສະໜັບສະໜູນການຮ່ວມມືກັນລະຫວ່າງປະເທດກໍາລັງພັດທະນາ ໂດຍໄດ້ສະໜອງເຄື່ອງອຸປະກອນທີ່ສຳຄັນ ເພື່ອພັດທະນາລະບົບແຫ່ງຊາດຂອງ ສປປ ລາວ ໃນດ້ານການບໍລິການດ້ານສຸຂະພາບ, ໂພຊະນາການ ແລະ ການຄຸ້ມຄອງເດັກ ໂດຍສະເພາະເດັກທີ່ມີຄວາມສ່ຽງ.
“ຄວາມສໍາເລັດ ຕໍ່ການຈັດຕັ້ງປະຕິບັດໂຄງການນີ້ ເປັນຫຼັກຖານສະແດງເຖິງການຮ່ວມມືທີ່ຍືນຍົງລະຫວ່າງ ສປປ ລາວ, ລັດຖະບານ ສປ ຈີນ ແລະ ອົງການ UNICEF,” ພະນະທ່ານນາງ ໃບຄຳ ຂັດທິຍະ, ລັດຖະມົນຕີ ກະຊວງສາທາລະນະສຸກ ກ່າວ. “ໂດຍການສ້າງຄວາມໝັ້ນຄົງໃຫ້ແກ່ລະບົບສາທາລະນະສຸກຂອງພວກເຮົາ ຕັ້ງແຕ່ລະດັບສູນກາງຈົນເຖິງລະດັບແຂວງ, ພວກເຮົາກຳລັງສ້າງອະນາຄົດທີ່ມີຄວາມຍືນຍົງທົນທານຫຼາຍຂຶ້ນ ສຳລັບເດັກນ້ອຍລາວທຸກຄົນ.”
ໂຄງການທີ່ໄດ້ຮັບຜົນປະໂຫຍດໃນລະດັບສູງນີ້ ແມ່ນໄດ້ມອບອຸປະກອນໄອທີ ແລະ ອຸປະກອນເຄື່ອງໃຊ້ໃນຫ້ອງການ ໃຫ້ແກ່ສະຫະພັນແມ່ຍິງຂັ້ນສູນກາງ ແລະ ຂັ້ນແຂວງ ຈໍານວນ 18 ແຫ່ງ ເພື່ອໃຫ້ມີຄວາມທັນສະໄໝຂຶ້ນໃນການຄຸ້ມຄອງກໍລະນີການປົກປ້ອງເດັກ ແລະ ໂຮງໝໍ 19 ແຫ່ງ ເພື່ອຫຼຸດຜ່ອນອັດຕາການຕາຍຂອງເດັກເກີດໃໝ່ ຜ່ານການນໍາໃຊ້ອຸປະກອນການແພດທີ່ຊ່ວຍຊີວິດ - ລວມມີ ໂຕະຊ່ວຍຟື້ນຟູຊີບເດັກເກີດໃໝ່ ແລະ ເຄື່ອງ CPAP. ນອກຈາກນັ້ນ, ການປະກອບສ່ວນຂອງ ສປ ຈີນ ຍັງໄດ້ສະໜັບສະໜູນໃນການຕໍ່ສູ້ກັບການຂາດສານອາຫານແບບຮຸນແຮງ ແລະ ຍົກລະດັບມາດຕະຖານການດຳລົງຊີວິດຂອງເດັກນ້ອຍໃນ 9 ແຂວງ ລວມມີ: ການສະໜອງອາຫານເສີມທາງການແພດ (RUTF) ຈໍານວນ 7,700 ກ່ອງ ແລະ ຊຸດເຄື່ອງໃຊ້ສຸຂະອະນາໄມທີ່ຈຳເປັນ.
“ໂຄງການນີ້ສະທ້ອນໃຫ້ເຫັນເຖິງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນຍາວນານ ແລະ ການຮ່ວມມືທີ່ເປັນຮູບປະທຳ ລະຫວ່າງ ສປ ຈີນ ກັບ ສປປ ລາວ,” ທ່ານນາງ ຟັງ ຮົງ, ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ກ່າວ. “ການຈັດຕັ້ງປະຕິບັດທີ່ສອດຄ່ອງກັບບຸລິມະສິດຂອງລັດຖະບານລາວ, ພວກເຮົາກໍາລັງມີສ່ວນຮ່ວມໃນການສ້າງຄູ່ຮ່ວມຊະຕາກຳທີ່ມີອະນາຄົດຮ່ວມກັນ, ເພື່ອຮັບປະກັນວ່າ ຜົນປະໂຫຍດຂອງການພັດທະນາ ແມ່ນເຂົ້າເຖິງແມ່ຍິງ ແລະ ເດັກນ້ອຍໂດຍກົງ.”
ໂຄງການນີ້ສ້າງຂຶ້ນບົນພື້ນຖານໂຄງການຂອງອົງການ UNICEF ໃນການຕອບໂຕ້ສຸກເສີນຕໍ່ພະຍາດລະບາດ COVID-19, ໂດຍຫັນປ່ຽນຈາກການຕອບໂຕ້ສຸກເສີນໄປສູ່ລະບົບການພັດທະນາແບບໄລຍະຍາວ ເຊັ່ນ: ການຫັນປ່ຽນມາເປັນການສຸມໃສ່ສການສະໜັບສະໜູນດ້ານສຸຂະພາບຈິດ, ສະໜັບສະໜູນດ້ານຈິດຕະສັງຄົມ, ການຊ່ວຍເຫຼືອການລ່ວງລະເມີດຕໍ່ເດັກ ແລະ ການຕ້ານການໃຊ້ຄວາມຮຸນແຮງທາງເພດ (GBV), ການຮ່ວມມືດັ່ງກ່າວ ແມ່ນເປັນການການສ້າງກອບການຮ່ວມທີ່ຍືນຍົງ ໃນວຽກງານຄວາມເປັນຢູ່ທີ່ດີຂອງເດັກ.
“ການຮ່ວມມືໃນຄັ້ງນີ້ ໄດ້ສະແດງໃຫ້ເຫັນວ່າ ການຊີ້ນໍາ-ນໍາພາຂອງລັດຖະບານ ແລະ ການສະໜັບສະໜູນຂອງ ສປ ຈີນ ສາມາດສ້າງໃຫ້ເກີດໝາກຜົນທີ່ເປັນຮູບປະທຳ ແລະ ສາມາດວັດແທກໄດ້,” ທ່ານ ບິລາລ ອູແຣັງ ເຊັບ ດູຣານິ, ຜູ້ຕາງໜ້າອົງການ UNICEF ປະຈຳ ສປປ ລາວ ກ່າວ. “ບຸລິມະສິດຂອງພວກເຮົາໃນຕອນນີ້ ແມ່ນເພື່ອຮັບປະກັນວ່າ ຜົນປະໂຫຍດເຫຼົ່ານີ້ ໄດ້ເຊື່ອມສານເຂົ້າໃນລະບົບແຫ່ງຊາດ ເພື່ອໃຫ້ເດັກທຸກຄົນໃນ ສປປ ລາວ ບໍ່ວ່າເຂົາເຈົ້າຈະຢູ່ໃສກໍ່ຕາມ ສາມາດເຂົ້າເຖິງການປົກປ້ອງ ແລະ ການດູແລເບິ່ງແຍງເຂົາເຈົ້າໄດ້ຢ່າງເໝາະສົມ.”
ພິທີດັ່ງກ່າວໄດ້ສິ້ນສຸດລົງດ້ວຍການຢືນຢັນຄວາມມຸ່ງໝັ້ນຮ່ວມກັນ ລະຫວ່າງ ອົງການ UNICEF ແລະ ບັນດາອົງການຈັດຕັ້ງຂອງພາກລັດຖະບານ ເພື່ອເຮັດໃຫ້ຜົນສຳເລັດມີຄວາມຍືນຍົງ ແລະ ສືບຕໍ່ພາລະກິດໃນການຮັບປະກັນ ໃຫ້ເດັກນ້ອຍທຸກຄົນໃນ ສປປ ລາວ ມີຄວາມເປັນຢູ່ທີ່ດີຢ່າງທົ່ວເຖິງ.
-- ຈົບ ---
ຂໍ້ມູນເພີ່ມເຕີມ:
ຫຼາຍພາກສ່ວນຮ່ວມມືກັນ ເພື່ອຜົນດີຕໍ່ເດັກນ້ອຍທຸກຄົນ
ແຜນການຮ່ວມມືນີ້ໄດ້ລົງເລິກເຖິງແຜນງານອັນຮີບດ່ວນຂອງລັດຖະບານຜ່ານການລົງທຶນເພື່ອແກ້ໄຂບັນຫາໃນ 3 ແຜນງານຫຼັກໆ ຄື:
- ເສີມສ້າງຄວາມເຂັ້ມແຂງໃນວຽກງານການປົກປ້ອງເດັກ ແລະ ການໃຫ້ຄໍາປຶກສາ ເພື່ອໃຫ້ຜູ້ເຄາະຮ້າຍ ແລະ ຄອບຄົວທີ່ຄວາມສ່ຽງສູງຈາກການຖືກໃຊ້ຄວາມຮຸນແຮງ ໄດ້ຮັບການເບິ່ງແຍງດູແລ ດ້ວຍຄຸນນະພາບສູງ ເຊິ່ງໂຄງການໄດ້ສະໜອງເຄື່ອງອຸປະກອນໄອທິ ແລະ ເຟີນິເຈີໃນຫ້ອງການໃຫ້ແກ່ສູນ ແລະ ຫ້ອງການແຂວງ ຈໍານວນທັງໝົດ 18 ແຫ່ງ ເຊິ່ງລວມມີ:
- ສູູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ, ສູນກາງສະຫະພັນແມ່ຍິງລາວ
- ຫ້ອງການສະຫະພັນແມ່ຍິງແຂວງ ຈໍານວນ 17 ແຂວງ ທົ່ວປະເທດ ເພື່ອປັບປຸງວຽກງານການຄຸ້ມມຄອງກໍລະນີ ແລະ ການໃຫ້ບໍລິການສາຍດ່ວນ ທີ່ກ່ຽວກັບບັນຫາການຄ້າມະນຸດ, ການແຕ່ງງານໃນໄວເດັກ ແລະ ບັນກາອື່ນໆ
2. ການປິ່ນປົວ ແລະ ດູແລເດັກເກີດໃໝ່ ຈັດສົ່ງອຸປະກອນການແພດຈໍານວນໜຶ່ງ ໃຫ້ແກ່ໂຮງໝໍເປົ້າໝາຍ 19 ແຫ່ງ (ໂຮງໝໍສູນກາງ 2 ແຫ່ງ ແລະ ໂຮງໝໍແຂວງ 17 ແຫ່ງ) ເຊັ່ນ:
- ການດູແລເດັກເກີດໃໝ່: ໂຕະຟື້ນຟູຊີບເດັກ 18 ເຄື່ອງ, ຄວາມດັນບວກ (CPAP) 18 ເຄື່ອງ, ອຸປະກອນແທກເຫລືອງໃນເດັກເກີດໃໝ່ (Bilirubine meter) 18 ເຄື່ອງ, ອຸປະກອນສາຍລັງສີປີ່ນປົວເດັກມີອາການເຫລືອງ (Phototherapy LED) 18 ເຄື່ອງ, ເຄື່ອງປັບຢອດນໍ້າ (infusion pumps) 18 ເຄື່ອງ, ອຸປະກອນອົບຮົມຊ່ວຍຊີບເດັກເກີດໃໝ່ 39 ຊຸດ, ອຸປະກອນວັດແທກອົກຊີເຈນ (Pulse oximeter sets) 95 ຊຸດ, ແລະ ສາຍເຊັນເຊີວັດແທກຄ່າອອກຊິເຈນໃນເລືອດ ສໍາລັບເດັກເກີດໃໝ່ (Reusable SpO2 Neonatal probe sensor ) 190 ອັນ.
- ການດູແລແມ່ ແລະ ເດັກ: ຕຽງ Kangaroo Mother Care (KMC) 739 ຕຽງ ແລະ ຊຸດ KMC 5,000 ຊຸດ.
- ການສ້າງຄວາມອາດສາມາດໃຫ້ແກ່ຜູ້ບໍລິການສຸຂະພາບ: ຈັດສົ່ງຄູມືແຫ່ງຊາດໃນການຄຸ້ມຄອງເດັກເຈັບ ລວມມີ: ປື້ມຄູ່ມື ການຄຸ້ມຄອງການເຊື່ອມສານພະຍາດໃນເດັກເກີດໃໝ່ ແລະ ເດັກນ້ອຍ (IMNCI manual) 2,600 ຫົວ, ປື້ມຄູ່ມື IMNCI ສໍາລັບຄູຝຶກ (IMNCI Supervision Module) 550 ຫົວ, ປື້ມຄູ່ມືໃນໃຫ້ອົກຊີເຈນໃຫ້ແກ່ເດັກ (Oxygen Therapy Manuals) 600 ຫົວ, ຊຸດຄູ່ມືການນໍາໃຊ້ອົກຊີເຈນ (Oxygen Therapy Job Aids) 350 ຊຸດ, ປົດເຕີ້ການຄຸ້ມຄອງພະຍາດອັກເສບປອດ (Pneumonia management Posters) 106 ແຜ່ນ, ແຜ່ນພັບ ອາການອັນຕະລາຍໃນເດັກນ້ອຍ (Danger Signs) 4,200 ແຜ່ນ, ແລະ ແຜ່ນພັບການຄຸ້ມຄອງການກັນ ແລະ ຕ້ານພະຍາດຖອກທ້ອງ 4,200 ແຜ່ນ.
3. ການສະໜັບສະໜູນດ້ານໂພຊະນາການ ແລະ ສຸຂະອະນາໄມແບບປະສົມປະສານ ໂຄງການເລັ່ງໃສ່ບັນຫາການຂາດສານອາຫານ ແລະ ສຸຂະອະນາໄມໃນລະດັບຂັ້ນການຈັດຕັ້ງເຊັ່ນ:
- ຜະລິດຕະພັນອາຫານເສີມ: ອາຫານເສີມທາງການແພດ (RUTF) 7,723 ກ່ອງ, ນົມອາຫານເສີມ (F-75 and F-100) 240 ກະປ໋ອງ, ReSoMal, ແລະ ຢາອະມົກຊີລິນ 8,000 ກ່ອງ.
- ການລົງກວດກາສຸຂະພາບໃນຊຸມຊົນ: ເທັບວັດຮອບແຂນ MUAC (Mid-Upper Arm Circumference) 5,000 ອັນ ແລະ ພິມຄູ່ມື SOP ເພື່ອລະບຸພາວະຂາດສານອາຫານໃນໄລຍະຂັ້ນຕົ້ນ.
- ເຄື່ອງຮັກສາສຸຂະອະນາໄມໃນໂຮງຮຽນ: ສະໜອງເຄື່ອງສຸຂະອະນາໄມທີ່ຈຳເປັນສຳລັບເດັກນ້ອຍໃນໂຮງຮຽນກິນນອນຊົນເຜົ່າຈໍານວນ 15 ແຫ່ງ, ໂຮງຮຽນສົງ ຈໍານວນ 3 ແຫ່ງ ແລະ ໂຮງຮຽນເດັກກຳພ້າ ຈໍານວນ 1 ແຫ່ງ ໃນ 9 ແຂວງ ເພື່ອສົ່ງເສີມສະພາບແວດລ້ອມການຮຽນຮູ້ທີ່ີດີ ສໍາລັບການຮຽນ ໃຫ້ແກ່ເດັກນ້ອຍເກືອບ 8,000 ຄົນ.
ຕິດຕໍ່ຜູ້ຮັບຜິດຊອບຂ່າວ
ກ່ຽວກັບອົງການຢູນິເຊັບ
ອົງການຢູນິເຊັບ ເຮັດວຽກໃນບາງບ່ອນທີ່ຫຍຸ້ງຍາກທີ່ສຸດ ເພື່ອເຂົ້າເຖິງເດັກທີ່ດ້ອຍໂອກາດທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດແຄວ້ນ, ພວກເຮົາເຮັດວຽກເພື່ອເດັກທຸກຄົນ ແລະ ໃນທຸກແຫ່ງຫົນ ເພື່ອສ້າງໂລກທີ່ດີກວ່າສໍາລັບທຸກຄົນ.
ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນິເຊັບ ແລະ ວຽກງານຂອງອົງການເພື່ອເດັກ ຈົ່ງເຂົ້າເບິ່ງ www.unicef.org.
ຕິດຕາມອົງການຢູນິເຊັບໃນ Twitter and Facebook