ລັດຖະບານ ແລະ ຢູນິເຊັບ ຢືນຢັນຄຳໝັ້ນສັນຍາ ໃຫ້ເດັກທຸກຄົນໃນ ສປປ ລາວ ມີການເລີ່ມຕົ້ນຊີວິດທີ່ມີສຸຂະພາບດີ
ການລົງຢ້ຽມຢາມຮ່ວມກັນລະດັບສູງທີ່ແຂວງສະຫວັນນະເຂດ ສະແດງໃຫ້ເຫັນວ່າ ການລົງທຶນຂອງພາກລັດດ້ານສຸຂະພາບ ແລະ ໂພຊະນາການ ເຂົ້າເຖິງຄອບຄົວ ແລະ ຊຸມຊົນແນວໃດ
- English
- ລາວ
ສະຫວັນນະເຂດ, 21 ຕຸລາ 2026 – ລັດຖະບານ ສປປ ລາວ ແລະ ອົງການ ຢູນິເຊັບ ໄດ້ຢືນຢັນຄືນໃໝ່ເຖິງຄຳໝັ້ນສັນຍາຮ່ວມກັນ ໃນການໃຫ້ເດັກນ້ອຍທຸກຄົນໃນທົ່ວປະເທດ ມີການເລີ່ມຕົ້ນຊີວິດທີ່ມີສຸຂະພາບດີ ພາຍຫຼັງການລົງຢ້ຽມຢາມລະດັບສູງເປັນເວລາ 3 ວັນ ທີ່ແຂວງສະຫວັນນະເຂດ ແຕ່ວັນທີ 20 ຫາ 21 ຕຸລາ.
ການລົງຢ້ຽມຢາມຄັ້ງນີ້ ນຳໂດຍ ທ່ານ ສຸລີວັດ ສຸວັນນະຈຸມຄຳ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ນາງ ມາກາລີ ໂຣມເດນ ຮອງຜູ້ຕາງໜ້າອົງການຢູນິເຊັບ ປະຈຳ ສປປ ລາວ. ຄະນະຜູ້ແທນຍັງປະກອບມີພະນັກງານຂັ້ນສູງຈາກບັນດາກະຊວງ, ສະຫະພັນແມ່ຍິງລາວ ແລະ ອຳນາດການປົກຄອງແຂວງສະຫວັນນະເຂດ ແລະ ເມືອງ.
"ການເລີ່ມຕົ້ນຊີວິດທີ່ມີສຸຂະພາບດີຂອງລູກຫຼານພວກເຮົາ ແມ່ນການລົງທຶນເພື່ອອະນາຄົດຂອງ ສປປ ລາວ" ທ່ານ ສຸລີວັດ ສຸວັນນະຈຸມຄຳ ກ່າວ. "ພວກເຮົາຕ້ອງການຮັບປະກັນໃຫ້ຊັບພະຍາກອນຂອງລັດ ໄດ້ຮັບການວາງແຜນ, ຈັດສັນ ແລະ ນຳໃຊ້ຢ່າງມີປະສິດທິຜົນ ເພື່ອສ້າງຜົນໄດ້ຮັບໃຫ້ແກ່ເດັກນ້ອຍ. ການລົງຢ້ຽມຢາມຄັ້ງນີ້ ເຮັດໃຫ້ພວກເຮົາໄດ້ເຫັນກັບຕາວ່າ ການຕັດສິນໃຈດ້ານນະໂຍບາຍ ແລະ ງົບປະມານ ກາຍເປັນການບໍລິການສຳລັບຄອບຄົວໃນບ້ານຂອງພວກເຂົາແນວໃດ."
ເຫດຜົນຂອງການລົງມືແຕ່ເນີ່ນໆ ແມ່ນຈະແຈ້ງ. ໄລຍະນັບແຕ່ການຖືພາຈົນເຖິງເດັກອາຍຸຄົບ 2 ປີ ທີ່ເອີ້ນວ່າ 1,000 ວັນທຳອິດ ແມ່ນໄລຍະທີ່ໂພຊະນາການ, ການເບິ່ງແຍງ ແລະ ການບໍລິການສຸຂະພາບ ມີອິດທິພົນຫຼາຍທີ່ສຸດຕໍ່ການເຕີບໂຕ ແລະ ການຮຽນຮູ້ຂອງເດັກ. ຜົນກະທົບນັ້ນ ຈະຕິດຕົວໄປຈົນເຖິງໄວຜູ້ໃຫຍ່. ໃນທົ່ວໂລກ, ໂພຊະນາການໃນໄວເດັກ ຖືກຖືວ່າເປັນໜຶ່ງໃນການລົງທຶນທີ່ຄຸ້ມຄ່າທີ່ສຸດ ທີ່ປະເທດໃດໜຶ່ງສາມາດເຮັດໄດ້ເພື່ອປະຊາຊົນຂອງຕົນ.
ສ່ວນແບ່ງງົບປະມານໂພຊະນາການແຫ່ງຊາດຈາກລັດຖະບານ ເພີ່ມຂຶ້ນຫຼາຍກວ່າສອງເທົ່າ ຈາກ 7% ໃນປີ 2020 ເປັນ 17% ໃນປີ 2022. ເຖິງຢ່າງໃດກໍຕາມ, ສິ່ງທ້າທາຍຍັງຄົງມີຢູ່. ອີງຕາມການສຳຫຼວດຕົວຊີ້ວັດສັງຄົມລາວ ຄັ້ງທີ III (2023), ເດັກອາຍຸຕ່ຳກວ່າ 5 ປີ ໜຶ່ງໃນສາມຄົນ ມີພາວະເຕ້ຍ ຫຼື ລວງສູງຕ່ຳກວ່າເກນອາຍຸ ແລະ 11% ມີພາວະຜອມແຫ້ງ ຫຼື ນ້ຳໜັກໜ້ອຍກວ່າເກນເມື່ອທຽບກັບລວງສູງ.
ຄະນະຜູ້ແທນໄດ້ໃຊ້ເວລາຢູ່ກັບອາສາສະໝັກສາທາລະນະສຸກບ້ານ, ພະນັກງານສາທາລະນະສຸກ ແລະ ຄອບຄົວ ແລະ ໄດ້ເຫັນວ່າ ການກວດການເຕີບໂຕຂອງເດັກຢູ່ຊຸມຊົນ, ການປິ່ນປົວການຂາດສານອາຫານ ແລະ ໂຄງການ "ຮັກ ແລະ ເບິ່ງແຍງເດັກທຸກຄົນ" ຂອງສະຫະພັນແມ່ຍິງລາວ ເຂົ້າເຖິງແມ່ ແລະ ເດັກນ້ອຍແນວໃດ.
"ຊ່ວງປີທຳອິດຂອງຊີວິດ ກຳນົດອະນາຄົດທັງໝົດຂອງເດັກ" ທ່ານ ນາງ ມາກາລີ ໂຣມເດນ ກ່າວ. "ຢູ່ທີ່ສະຫວັນນະເຂດ ພວກເຮົາໄດ້ເຫັນຄວາມອຸທິດຕົນຂອງພະນັກງານສາທາລະນະສຸກ, ອາສາສະໝັກ ແລະ ຄອບຄົວ ພ້ອມທັງເຫັນວ່າຍັງມີວຽກອີກຫຼາຍທີ່ຕ້ອງເຮັດ. ຢູນິເຊັບ ຈະສືບຕໍ່ສະໜັບສະໜູນການນຳພາຂອງລັດຖະບານ ເພື່ອໃຫ້ທຸກກີບທີ່ລົງທຶນ ສ້າງຄວາມແຕກຕ່າງໃຫ້ແກ່ເດັກນ້ອຍ ໂດຍສະເພາະເດັກທີ່ຕ້ອງການຫຼາຍທີ່ສຸດ."
ຕໍ່ມາ, ຜູ້ນຳຂັ້ນແຂວງ, ກະຊວງການເງິນ ແລະ ຢູນິເຊັບ ໄດ້ພົບປະປຶກສາຫາລືກັນກ່ຽວກັບງົບປະມານເພື່ອການເລີ່ມຕົ້ນຊີວິດທີ່ມີສຸຂະພາບດີ ໂດຍໄດ້ພິຈາລະນາວ່າ ວຽກງານໃດຄວນໃຫ້ບູລິມະສິດ, ຈະນຳໃຊ້ຊັບພະຍາກອນທີ່ມີຢູ່ໃຫ້ເກີດປະໂຫຍດສູງສຸດແນວໃດ ແລະ ຂະແໜງສາທາລະນະສຸກ, ໂພຊະນາການ ແລະ ການບໍລິການສັງຄົມ ຈະຮ່ວມມືກັນໃຫ້ໃກ້ຊິດຍິ່ງຂຶ້ນແນວໃດ.
ການລົງຢ້ຽມຢາມຄັ້ງນີ້ ມີຂຶ້ນໃນຂະນະທີ່ລັດຖະບານ ແລະ ຢູນິເຊັບ ກຳລັງກະກຽມແຜນງານຮ່ວມມືປະເທດ 2027–2031. ການເລີ່ມຕົ້ນຊີວິດທີ່ມີສຸຂະພາບດີສຳລັບເດັກທຸກຄົນ ແມ່ນໜຶ່ງໃນສີ່ບູລິມະສິດຂອງແຜນງານ ຄຽງຄູ່ກັບ ການຮຽນຮູ້ ແລະ ທັກສະ, ການພັດທະນາໄວລຸ້ນ ແລະ ການປັບຕົວ ແລະ ຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ. ທັງສອງຝ່າຍກ່າວວ່າ ເປົ້າໝາຍແມ່ນການເຊື່ອມໂຍງນະໂຍບາຍ, ງົບປະມານ ແລະ ການບໍລິການ ຜ່ານລະບົບຂອງລັດຖະບານ ເພື່ອໃຫ້ເດັກນ້ອຍທຸກຄົນໄດ້ລອດຊີວິດ, ເຕີບໂຕ ແລະ ພັດທະນາເຕັມຕາມທ່າແຮງ.
ຕິດຕໍ່ຜູ້ຮັບຜິດຊອບຂ່າວ
ກ່ຽວກັບອົງການຢູນິເຊັບ
ອົງການຢູນິເຊັບ ເຮັດວຽກໃນບາງບ່ອນທີ່ຫຍຸ້ງຍາກທີ່ສຸດ ເພື່ອເຂົ້າເຖິງເດັກທີ່ດ້ອຍໂອກາດທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດແຄວ້ນ, ພວກເຮົາເຮັດວຽກເພື່ອເດັກທຸກຄົນ ແລະ ໃນທຸກແຫ່ງຫົນ ເພື່ອສ້າງໂລກທີ່ດີກວ່າສໍາລັບທຸກຄົນ.
ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນິເຊັບ ແລະ ວຽກງານຂອງອົງການເພື່ອເດັກ ຈົ່ງເຂົ້າເບິ່ງ www.unicef.org.
ຕິດຕາມອົງການຢູນິເຊັບໃນ Twitter and Facebook