ຄະນະຜູ້ແທນຂັ້ນສູງຢ້ຽມຢາມແຂວງສະຫວັນນະເຂດ ເພື່ອຕິດຕາມຄວາມຄືບໜ້າຂອງວຽກງານການບໍລິການດ້ານສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ ໃນ ສປປ ລາວ

ຄະນະຜູ້ແທນຂັ້ນສູງຢ້ຽມຢາມແຂວງສະຫວັນນະເຂດ ເພື່ອຕິດຕາມຄວາມຄືບໜ້າຂອງວຽກງານການບໍລິການດ້ານສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ ໃນ ສປປ ລາວ

29 ມັງກອນ 2026
High level delegates observe RMNCAHS service
UNICEF Lao PDR/2026/KPhiennachit

ນະຄອນຫຼວງວຽງຈັນ, ສປປ ລາວ ວັນທີ 30 ມັງກອນ ປີ 2026 - ການນໍາຂັ້ນສູງຈາກກະຊວງສາທາລະນະສຸກ ແລະ ສະຖານທູດຣາຊະອານາຈັກ ລຸກຊຳບວກ, ພ້ອມດ້ວຍບັນດາຄູ່ຮ່ວມງານຈາກອົງການສະຫະປະຊາຊາດ (UNFPA, UNICEF, ແລະ WHO), ໄດ້ລົງຢ້ຽມຢາມແຂວງສະຫວັນນະເຂດ ໃນຊ່ວງວັນທີ 27-29 ມັງກອນ 2026 ເພື່ອຕິດຕາມການຈັດຕັ້ງປະຕິບັດແຜນງານຮ່ວມຂອງອົງການສະຫະປະຊາຊາດ, ປະເມີນຄຸນນະພາບ ແລະ ຄວາມພ້ອມໃນການສະໜອງການບໍລິການສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ (RMNCAH).

ໃນລະຫວ່າງການຢ້ຽມຢາມ, ຄະນະຜູ້ແທນໄດ້ພົບປະກັບການນຳຂະແໜງສາທາລະນະສຸກຂັ້ນແຂວງ ແລະ ທີມງານແພດໃນຂັ້ນທ້ອງຖິ່ນ, ພ້ອມທັງໄດ້ຕິດຕາມເບິ່ງການບໍລິການຕົວຈິງຢູ່ບັນດາໂຮງໝໍ ແລະ ສຸກສາລາ, ເຊິ່ງລວມມີການເບິ່ງແຍງຮັກສາສຸຂະພາບແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ການບໍລິການທີ່ເປັນມິດສຳລັບໄວໜຸ່ມ.

ການລົງຢ້ຽມຢາມໃນຄັ້ງນີ້ແມ່ນເປັນສ່ວນໜຶ່ງຂອງແຜນງານຮ່ວມຂອງອົງການສະຫະປະຊາຊາດ (UNJP) ໃນວຽກ ງານສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ, ເຊິ່ງນຳພາໂດຍກະຊວງສາທາລະນະສຸກ ໂດຍໄດ້ຮັບທຶນສະໜັບສະໜູນຈາກຣາຊະອານາຈັກລຸກຊໍາບວກ ແລະ ຈັດຕັ້ງປະຕິບັດຮ່ວມກັບອົງການ UNFPA, UNICEF ແລະ WHO. ເຊິ່ງມາຮອດປັດຈຸບັນ, ແຜນງານດັ່ງກ່າວໄດ້ຊ່ວຍສະໜັບສະໜູນປະກອບສ່ວນໃນການຫຼຸດຜ່ອນອັດຕາການເສຍຊີວິດຂອງແມ່ໄດ້ເຖິງ 82% ໃນໄລຍະສອງທົດສະວັດທີ່ຜ່ານມາ.

“ການສ້າງຄວາມເຂັ້ມແຂງໃຫ້ແກ່ການບໍລິການສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ ທີ່ມີຄຸນນະພາບ ແມ່ນສິ່ງສຳຄັນໃນການຮັບປະກັນວ່າ ແມ່ຍິງ, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມທຸກຄົນ ສາມາດເຂົ້າເຖິງການບໍລິການສຸຂະພາບຢ່າງທ່ວງທັນ ແລະ ໄດ້ຮັບການດູແລດ້ວຍຄວາມນັບຖືໃນເຂດໃກ້ບ້ານຂອງພວກເຂົາ,” ກ່າວໂດຍ ພະນະທ່ານ ດຣ. ໄພວັນ ແກ້ວປະເສີດ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ. “ການຢ້ຽມຢາມຮ່ວມກັນໃນຄັ້ງນີ້ ແມ່ນເປັນໂອກາດໜຶ່ງເພື່ອຖອດຖອນບົດຮຽນໂດຍກົງຈາກທີມງານສາທາລະນະສຸກຂັ້ນແຂວງ, ຂັ້ນເມືອງ ແລະ ຊຸມຊົນ, ເພື່ອຊອກຫາຂໍ້ຄົງຄ້າງຕົວຈິງ ແລະ ເລັ່ງປັບປຸງການບໍລິການໃນທຸກລະດັບຂອງລະບົບສາທາລະນະສຸກ.”

ປັດຈຸບັນ, ແຜນງານຮ່ວມນີ້ (UNJP) ໄດ້ກ້າວເຂົ້າສູ່ປີທີ 15 ເຊິ່ງໄດ້ຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກ ໂດຍການສະໜອງອຸປະກອນໃຫ້ແກ່ສະຖານທີ່ບໍລິການສາທາລະນະສຸກ, ການຝຶກອົບຮົມບຸກຄະລາກອນການແພດ ແລະ ອາສາສະໝັກສາທາລະນະສຸກຂັ້ນບ້ານ, ພ້ອມທັງສະໜັບສະໜູນຊຸດການບໍລິການສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ, ແລະ ໄວໜຸ່ມ ແບບເຊື່ອມສານ (RMNCAH) ເພື່ອປັບປຸງການເຂົ້າເຖິງ ແລະ ຄຸນນະພາບຂອງການບໍລິການໃນທົ່ວ ສປປ ລາວ.

“ລຸກຊຳບວກ ມີຄວາມພາກພູມໃຈທີ່ໄດ້ສະໜັບສະໜູນຄວາມພະຍາຍາມຂອງ ສປປ ລາວ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ການບໍລິການສາທາລະນະສຸກ, ໂດຍສະເພາະແມ່ນສຳລັບແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ,” ກ່າວໂດຍ ທ່ານ ໂທມັສ ລາມມາ (Mr. Thomas Lammar), ອຸປະທູດລຸກຊຳບວກ ປະຈຳ ສປປ ລາວ. “ຜ່ານການຮ່ວມມືກັບກະຊວງສາທາລະນະສຸກ ແລະ ຄູ່ຮ່ວມງານຈາກອົງການສະຫະປະຊາຊາດ, ພວກເຮົາມີເປົ້າໝາຍທີ່ຈະຊ່ວຍສ້າງຜົນສຳເລັດທີ່ຍືນຍົງ - ເປັນຕົ້ນແມ່ນ ລະບົບທີ່ເຂັ້ມແຂງຂຶ້ນ, ຄຸນນະພາບຂອງການບໍລິການທີ່ດີຂຶ້ນ, ແລະ ການເຂົ້າເຖິງການບໍລິການສຸຂະພາບທີ່ສະເໝີພາບຫຼາຍຂຶ້ນສຳລັບຄອບຄົວຕ່າງໆ, ລວມທັງຜູ້ທີ່ອາໄສຢູ່ໃນເຂດຫ່າງໄກສອກຫຼີກ.”

ຄູ່ຮ່ວມງານຈາກອົງການສະຫະປະຊາຊາດໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການປະສານງານເພື່ອຊ່ວຍເຫຼືອໃນການ ສ້າງຄວາມເຂັ້ມແຂງໃຫ້ແກ່ການບໍລິການ ໃນສະຖານທີ່ບໍລິການສາທາລະນະສຸກ ແລະ ໃນຂັ້ນຊຸມຊົນ.

“ຍ້ອນການສະໜັບສະໜູນທີ່ຍາວນານຈາກ ລັດຖະບານ ລຸກຊໍາບວກ ແລະ ການຮ່ວມມືຢ່າງໃກ້ຊິດກັບ ລັດຖະບານ ສປປ ລາວ, ແຜນງານຮ່ວມນີ້ແມ່ນກຳລັງຫັນປ່ຽນການລົງທຶນ ໃຫ້ກາຍເປັນການປັບປຸງຕົວຈິງ ສຳລັບສຸຂະພາບ ຂອງຄອບຄົວຕ່າງໆ ຢູ່ໃນ ສປປ ລາວ,” ກ່າວໂດຍ ທ່ານ ບິລາລ ອູແຣັງ ເຊັບ ດູຣານີ (Mr. Bilal Aurang Zeb Durrani), ຜູ້ຕາງໜ້າອົງການ ຢູນິເຊັບ ປະຈຳ ສປປ ລາວ.

“ສິ່ງທີ່ພວກເຮົາໄດ້ເຫັນຢູ່ ແຂວງສະຫວັນນະເຂດ ແມ່ນສະທ້ອນໃຫ້ເຫັນເຖິງຄວາມເຂັ້ມແຂງຂອງການລົງທຶນ ແບບມີການປະສານງານໃນໄລຍະຍາວ ເຂົ້າໃນລະບົບສາທາລະນະສຸກ,” ກ່າວໂດຍ ທ່ານ ດຣ. ບາກທີອໍ ຄາດິຣົຟ (Dr. Bakhtiyor Kadirov), ຜູ້ຕາງໜ້າອົງການ UNFPA ປະຈໍາ ສປປ ລາວ. “ໂດຍການສ້າງຄວາມເຂັ້ມແຂງ ດ້ານທັກສະໃຫ້ແກ່ບຸກຄະລາກອນການແພດ, ການປັບປຸງຄວາມພ້ອມຂອງສະຖານທີ່ບໍລິການ ແລະ ການເຊື່ອມຕໍ່ຂອງການບໍລິການສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ (RMNCAH) ແຕ່ລະດັບຊຸມຊົນ ຈົນເຖິງລະດັບສົ່ງຕໍ່, ແຜນງານຮ່ວມນີ້ແມ່ນກຳລັງຊ່ວຍສ້າງລະບົບທີ່ສາມາດສະໜອງການບໍລິການ ທີ່ມີຄຸນນະພາບໃຫ້ແກ່ ແມ່ຍິງ, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມທຸກຄົນ — ທັງໃນມື້ນີ້ ແລະ ໃນປີຕໍ່ໆ ໄປ.”

“ໂດຍຜ່ານແຜນງານຮ່ວມຂອງອົງການສະຫະປະຊາຊາດ, ອົງການອະນາໄມໂລກ (WHO) ມີຄວາມພາກພູມໃຈທີ່ໄດ້ ສະໜັບສະໜູນຄວາມຄືບໜ້າທີ່ໂດດເດັ່ນຂອງ ສປປ ລາວ ໃນວຽກງານສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ, ເຊິ່ງລວມມີ ການຫຼຸດຜ່ອນອັດຕາການເສຍຊີວິດຂອງແມ່ລົງເຖິງ 82% ໃນໄລຍະສອງທົດສະວັດທີ່ຜ່ານມາ,” ກ່າວໂດຍ ທ່ານ ດຣ. ຄຣິສໂຕເຟີ ຟິສແພັດທຣິກ (Dr. Christopher Fitzpatrick), ຮອງຜູ້ຕາງໜ້າອົງການ WHO ປະຈໍາ ສປປ ລາວ. “ໃນຂະນະທີ່ພວກເຮົາກ້າວເຂົ້າສູ່ໄລຍະທີ 4, ຈຸດສຸມຂອງພວກເຮົາແມ່ນການດໍາເນີນງານໃນໄລຍະສຸດທ້າຍ ເພື່ອຮັບປະກັນໃຫ້ການບໍລິການສຸຂະພາບ ຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ (RMNCAH) ມີຄວາມຕໍ່ເນື່ອງ, ສະເໝີພາບ ແລະ ມີຄຸນນະພາບສູງ ສາມາດຕອບສະໜອງຕໍ່ຄວາມຕ້ອງການຂອງແມ່ຍິງ, ເດັກເກີດໃໝ່ ແລະ ເດັກນ້ອຍ ຢູ່ໃນ ສປປ ລາວ. ດ້ວຍການຮ່ວມມືຢ່າງຕໍ່ເນື່ອງກັບ ລັດຖະບານລຸກຊຳບວກ, ພວກເຮົາມີຄວາມມຸ່ງໝັ້ນທີ່ຈະຊຸກຍູ້ຜົນສຳເລັດນີ້ ໃຫ້ມີຄວາມຍືນຍົງ.”

ການຢ້ຽມຢາມໄດ້ສິ້ນສຸດລົງດ້ວຍການເຂົ້າພົບກັບການນໍາຂັ້ນແຂວງ ແລະ ທົບທວນຄືນຜົນຂອງການ ຢ້ຽມຢາມຮ່ວມກັນ ເພື່ອເປັນຂໍ້ມູນໃຫ້ແກ່ຂັ້ນຕອນຕໍ່ໄປ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກ.

-- ສິ້ນສຸດບົດຂ່າວ –

ຮຽນຮູ້ເພີ່ມເຕີມກ່ຽວກັບແຜນງານ: https://youtu.be/82UptghvKME?si=guB9q7w9QlINc1bt 

ຕິດຕໍ່

ໄຊມອນ ນາເຊີ, ຫົວໜ້າພະແນກສື່ສານ, ອົງການ ຢູນິເຊັບ ປະຈໍາ ສປປ ລາວ, ເບີໂທ 2055519681

ອີເມວ: [email protected] 

ຕິດຕໍ່ຜູ້ຮັບຜິດຊອບຂ່າວ

Simon Nazer
Chief of Communication
UNICEF Lao PDR
ໂທລະສັບ: +856 2055519681
ອີເມວ: [email protected]

ກ່ຽວກັບອົງການຢູນິເຊັບ

ອົງການຢູນິເຊັບ ເຮັດວຽກໃນບາງບ່ອນ​ທີ່ຫຍຸ້ງຍາກ​ທີ່ສຸດ ເພື່ອເຂົ້າເຖິງເດັກທີ່ດ້ອຍໂອກາດທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດແຄວ້ນ​, ພວກເຮົາເຮັດວຽກເພື່ອເດັກ​ທຸກຄົນ ແລະ ໃນທຸກແຫ່ງຫົນ​ ເພື່ອສ້າງໂລກທີ່ດີກວ່າສໍາລັບທຸກຄົນ.

ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນິເຊັບ ແລະ ວຽກງານຂອງອົງການ​ເພື່ອ​ເດັກ​ ຈົ່ງ​ເຂົ້າເບິ່ງ www.unicef.org.

ຕິດຕາມອົງການຢູນິເຊັບ​ໃນ  Twitter and Facebook