ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການຢູນີເຊັບ ສະເຫຼີມສະຫຼອງຜົນສຳເລັດການຮ່ວມມື ໃນປີ 2025 ພ້ອມທັງປຶກສາຫາລືກ່ຽວກັບ ແຜນງານການຮ່ວມມືເພື່ອເດັກ 5 ປີ ສົກປີ 2027-2031.
- English
- ລາວ
ນະຄອນຫຼວງວຽງຈັນ, ສປປ ລາວ – 18 ກຸມພາ 2026 – ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ອົງການຢູນິເຊັບ (UNICEF) ໄດ້ເປີດກອງປະຊຸມປຶກສາຫາລືລະດັບແຜນງານ ເພື່ອວາງທິດທາງການຮ່ວມມືໃນສົກປີ 2027-2031, ພ້ອມກັບທົບທວນບັນດາຜົນສໍາເລັດຂອງການຈັດຕັ້ງປະຕິບັດວຽກງານໃນປີ 2025 ທີ່ຜ່ານມາ.
ເຂົ້າຮ່ວມໂດຍ ຜູ້ຕາງໜ້າບັນດາກະຊວງຕ່າງໆ ເຊັ່ນ ກະຊວງການເງິນ, ກະຊວງສາທາລະນະສຸກ, ກະຊວງສຶກສາທິການ ແລະ ກິລາ, ກະຊວງຍຸດຕິທໍາ, ກະຊວງການຕ່າງປະເທດ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ພ້ອມດ້ວຍ ອົງການໄອຍະການປະຊາຊົນ, ສານປະຊາຊົນສູງສຸດ, ຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ), ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ຄະນະໂຄສະນາອົບຮົມສູນກາງພັກ, ສູນສະຖິຕິແຫ່ງຊາດ, ສູນກາງແນວລາວສ້າງຊາດ, ສູນກາງສະຫະພັນແມ່ຍິງ ແລະ ສູນກາງຊາວໜຸ່ມ.
“ສປປ ລາວ ໃຫ້ບຸລິມະສິດແກ່ການລົງທຶນໃສ່ກໍາລັງແຮງງານຢ່າງມີປະສິດທິຜົນ, ການປະສານງານທີ່ດີ, ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການບໍລິການຕ່າງໆ ເພື່ອໃຫ້ບັນລຸຜົນຢ່າງແທ້ຈິງ,” ທ່ານ ສຸລິວັດ ສຸວັນນະຈຸມຄໍາ, ຮອງລັດຖະມົນຕີ ກະຊວງການເງິນ ກ່າວ. “ການຮ່ວມມືອັນຍາວນານຂອງພວກເຮົາກັບ ອົງການຢູນີເຊັບ ແມ່ນໄດ້ສະໜອງຄວາມຕ້ອງການໃນການຊ່ວຍເຫຼືອດ້ານເຕັກນິກ ແລະ ວຽກງານສາກົນ, ເຊິ່ງການ ແລະ ການປຶກສາຫາລືນີ້ຮັບປະກັນວ່າການຮ່ວມມືຂອງພວກເຮົາຍັງຄົງສອດຄ່ອງກັບບຸລິມະສິດແຫ່ງຊາດຢ່າງໃກ້ຊິດ ແລະ ສຸມໃສ່ການຈັດຕັ້ງປະຕິບັດຕົວຈິງ.”
ໃນປີ 2025, ລັດຖະບານໄດ້ຮັບຮອງເອົາຍຸດທະສາດການສັກວັກຊີນປ້ອງກັນພະຍາດແຫ່ງຊາດ ສໍາລັບປີ 2025-2030 ທີ່ມີການຄິດໄລ່ຕົ້ນທຶນຢ່າງລະອຽດ. ຜ່ານຄວາມພະຍາຍາມໃນການຕອບໂຕ້ການລະບາດຂອງພະຍາດ, ພວກເຮົາສາມາດສັກຢາວັກຊີນໃຫ້ເດັກນ້ອຍໄດ້ເກືອບ 36,000 ຄົນ ໃນ 10 ແຂວງ, ພ້ອມທັງໄດ້ລະດົມວັກຊີນປ້ອງກັນພະຍາດໂປລິໂອ ຈຳນວນ 1.5 ລ້ານໂດສ ໃນປີ 2026.
ນອກຈາກນີ້, ອົງການຢູນິເຊັບ ຍັງໄດ້ຊ່ວຍຂະຫຍາຍລະບົບດີຈີຕອນແຫ່ງຊາດ ທີ່ຊ່ວຍໃຫ້ພະນັກງານສາທາລະນະສຸກສາມາດລົງທະບຽນເດັກເກີດໃໝ່ ແລະ ຕິດຕາມການສັກຢາວັກຊີນໄດ້ໃນທຸກແຂວງ ແລະ ທຸກເມືອງທົ່ວປະເທດ. ໃນເດືອນພະຈິກ 2025, ເກືອບ 90 ສ່ວນຮ້ອຍ ຂອງເດັກເກີດໃໝ່ແມ່ນໄດ້ຖືກບັນທຶກເຂົ້າໃນລະບົບ, ຊ່ວຍໃຫ້ການຕິດຕາມມີຄວາມຕໍ່ເນື່ອງ ແລະ ຮັບປະກັນໃຫ້ການສັກຢາປ້ອງກັນພະຍາດຕາມປົກກະຕິເປັນໄປຕາມແຜນທີ່ວາງໄວ້.
ໃນດ້ານໂພຊະນາການ, ວຽກງານໃນປີ 2025 ໄດ້ສຸມໃສ່ການບໍລິການແບບຄວບຄູ່ກັບການຊ່ວຍເຫຼືອຄອບຄົວໃນການລ້ຽງດູເດັກນ້ອຍ. ໃນໄລຍະທີ່ມີຄວາມຂາດແຄນ (Lean season), ສອງສ່ວນສາມຂອງເດັກນ້ອຍອາຍຸ 6-23 ເດືອນ ແມ່ນໄດ້ຮັບອາຫານທີ່ມີຄວາມຫຼາກຫຼາຍຂຶ້ນ ເຊິ່ງເພີ່ມຂຶ້ນຈາກປະມານໜຶ່ງສ່ວນສາມເມື່ອທຽບກັບປີຜ່ານມາ. ນອກຈາກນີ້, ອັດຕາການລ້ຽງລູກດ້ວຍນົມແມ່ ໄດ້ເພີ່ມຂຶ້ນເປັນ 57 ສ່ວນຮ້ອຍ.
ວຽກງານການປົກປ້ອງເດັກ ແລະ ການບໍລິການສັງຄົມກໍ່ມີຄວາມຄືບໜ້າຢ່າງຫຼວງຫຼາຍ. ໃນປີ 2025, ກົດໝາຍວ່າດ້ວຍວຽກງານສັງຄົມສົງເຄາະໄດ້ຖືກປະກາດໃຊ້ ເຊິ່ງເປັນພື້ນຖານທາງດ້ານກົດໝາຍໃຫ້ແກ່ການສ້າງວິຊາຊີບພະນັກງານສັງຄົມສົງເຄາະ, ພ້ອມທັງໄດ້ໃຫ້ການຊ່ວຍເຫຼືອດ້ານຄວາມຍຸຕິທໍາ ແລະ ບໍລິການສັງຄົມແກ່ເດັກນ້ອຍຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງ ຈຳນວນ 1,650 ຄົນ.
ທາງດ້ານການສຶກສາ, ການສະໜັບສະໜູນຈາກອົງການຢູນິເຊັບ ໄດ້ຊ່ວຍຊຸກຍູ້ແນວທາງການສ້າງຄວາມສະເໝີພາບເຂົ້າໃນແຜນພັດທະນາຂະແໜງການສຶກສາ ແລະ ກິລາ ຄັ້ງທີ 10 (10th ESSDP) ເຊິ່ງມາດຕະຖານດ້ານຄຸນນະພາບຄາດວ່າຈະສ້າງຜົນປະໂຫຍດໃຫ້ແກ່ສູນລ້ຽງເດັກ-ອະນຸບານ ເກືອບ 3,400 ແຫ່ງ ແລະ ໂຮງຮຽນປະຖົມສຶກສາ ຫຼາຍກວ່າ 8,600 ແຫ່ງ. ແຜນງານການກຽມຄວາມພ້ອມເຂົ້າຮຽນໂດຍອີງໃສ່ຊຸມຊົນ 81 ແຫ່ງ ໄດ້ສ້າງຜົນປະໂຫຍດໃຫ້ແກ່ເດັກນ້ອຍ 1,500 ຄົນ, ເຊິ່ງສ່ວນໃຫຍ່ແມ່ນມາຈາກເຂດຫ່າງໄກສອກຫຼີກ ແລະ ກຸ່ມທີ່ບໍ່ໄດ້ເວົ້າພາສາລາວເປັນຫຼັກ. ຄັງປັນຍາລາວ (Khang Panya Lao) ເຊິ່ງເປັນລະບົບການຮຽນ-ການສອນແບບດິຈິຕອນ ມີຜູ້ໃຊ້ງານເກືອບ 160,000 ຄົນ. ໃນຂະນະດຽວກັນ,ໂຄງການສິນໄຊ (Project Sinxay) ໄດ້ສ້າງໂອກາດໃຫ້ໄວໜຸ່ມຫຼາຍກວ່າ 1,000 ຄົນ ເຂົ້າຮ່ວມໃນການພັດທະນາທັກສະທັກສະ, ສ້າງນະວັດຕະກໍາ ແລະ ການເປັນກະບອກສຽງໃຫ້ກັບປະຊາຊົນ.
ໂຄງການຮັກລູກໃຫ້ໃສ່ໃຈ (Love and Care for Every Child) ໄດ້ມີການຂະຫຍາຍຕົວຂຶ້ນ ເຮັດໃຫ້ເຂົ້າເຖິງພໍ່ແມ່ ຜູ້ປົກຄອງ 69,600 ຄົນ, ໂດຍໄດ້ຮັບຄໍາປຶກສາຈາກອາສາທີ່ຜ່ານການຝຶກອົບຮົມກວ່າ 2,000 ຄົນ.
ທ່ານ ບີລາລ ອູເຣັງ ເຊັບ ດູຣານີ, ຕາງໜ້າອົງການຢູນີເຊັບ ປະຈໍາ ສປປ ລາວ, ກ່າວເຖິງ ແຜນງານໃນຕໍ່ໜ້າທີ່ຈະສຸມໃສ່ການຮັກສາບັນດາຜົນສໍາເລັດທີ່ບັນລຸໄວ້ ພ້ອມທັງແກ້ໄຂບັນຫາຄວາມບໍ່ສະເໝີພາບທີ່ຍັງຄົງຄ້າງ. “ໃນທ່າມກາງສະພາບແວດລ້ອມທີ່ມີຂໍ້ຈໍາກັດ, ພວກເຮົາຈໍາເປັນຕ້ອງໄດ້ຈັດລໍາດັບບູລິມະສິດໃນວຽກງານທີ່ສ້າງຜົນສູງສຸດໃຫ້ແກ່ເດັກນ້ອຍ, ໂດຍສະເພາະກຸ່ມທີ່ມີຄວາມສ່ຽງທີ່ສຸດ,” ທ່ານກ່າວ. “ການປຶກສາຫາລືໃນຄັ້ງນີ້ ແມ່ນສະແດງໃຫ້ເຫັນເຖິງການເປັນເຈົ້າການຂອງລັດຖະບານ ແລະ ການຮ່ວມມືກັນ, ໂດຍອົງການຢູນິເຊັບ ຈະເປັນຜູ້ປະກອບສ່ວນໃນດ້ານເຕັກນິກ, ຂໍ້ມູນ ແລະ ແນວທາງການປະຕິບັດທີ່ຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບແຫ່ງຊາດ.”
ການປຶກສາຫາລືໃນຄັ້ງນີ້ ຍັງໄດ້ແນໃສ່ການກຳນົດທິດທາງຂອງແຜນງານການຮ່ວມມືລະຫວ່າງ ຢູນີເຊັບ ແລະ ລັດຖະບານ ສປປ ລາວ ໃນ ສົກປີ 2027-2031. ເປັນການຍຶດໝັ້ນເຖິງສາຍພົວພັນຂອງການຮ່ວມມືອັນຍາວນານກວ່າ 53 ປີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການຢູນີເຊັບ. ບັນດາຜູ້ເຂົ້າຮ່ວມໄດ້ທົບທວນຄືນບຸລິມະສິດທີ່ໄດ້ສະເໜີສຳລັບຊຸມປີຕໍ່ໄປ ແລະ ປຶກສາຫາລືກ່ຽວກັບແນວທາງຂອງອົງການຢູນີເຊັບ ເພື່ອສືບຕໍ່ສະໜັບສະໜູນການເປັນເຈົ້າການຂອງລັດຖະບານ ໂດຍຜ່ານການຊ່ວຍເຫຼືອດ້ານວິຊາການທີ່ເຈາະຈົງ, ການນຳໃຊ້ຂໍ້ມູນຫຼັກຖານ ແລະ ນະວັດຕະກຳ, ເຊິ່ງສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ 10 ແລະ ຍຸດທະສາດຂອງຂະແໜງການຕ່າງໆ ໃນລະດັບຊາດ.
ຕິດຕໍ່ຜູ້ຮັບຜິດຊອບຂ່າວ
ກ່ຽວກັບອົງການຢູນິເຊັບ
ອົງການຢູນິເຊັບ ເຮັດວຽກໃນບາງບ່ອນທີ່ຫຍຸ້ງຍາກທີ່ສຸດ ເພື່ອເຂົ້າເຖິງເດັກທີ່ດ້ອຍໂອກາດທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດແຄວ້ນ, ພວກເຮົາເຮັດວຽກເພື່ອເດັກທຸກຄົນ ແລະ ໃນທຸກແຫ່ງຫົນ ເພື່ອສ້າງໂລກທີ່ດີກວ່າສໍາລັບທຸກຄົນ.
ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນິເຊັບ ແລະ ວຽກງານຂອງອົງການເພື່ອເດັກ ຈົ່ງເຂົ້າເບິ່ງ www.unicef.org.
ຕິດຕາມອົງການຢູນິເຊັບໃນ Twitter and Facebook