ການນຳໃຊ້ Deepfake ປອມແປງຮູບພາບໃນທາງທີ່ຜິດ ແມ່ນການລ່ວງລະເມີດ
ຖະແຫຼງການຂອງ ອົງການ ຢູນິເຊບ ກ່ຽວກັບ ຮູບພາບທີ່ມີລັກສະນະທາງເພດຂອງເດັກນ້ອຍ ທີ່ສ້າງຂຶ້ນໂດຍ AI
- English
- ລາວ
ນິວຢອກ, ວັນທີ 4 ກຸມພາ 2026 – ອົງການຢູນິເຊັບ (UNICEF) ມີຄວາມກັງວົນຢ່າງຍິ່ງຕໍ່ລາຍງານທີ່ໄດ້ຮັບ ເຊິ່ງລະບຸວ່າ ມີການເພີ່ມຂຶ້ນການເຜີຍແຜ່ຂອງສື່ຮູບພາບທີ່ມີລັກສະນະລັກສະນະທາງເພດ ທີ່ສ້າງຂຶ້ນດ້ວຍລະບົບປັນຍາປະດິດ (AI), ເຊິ່ງລວມມີກໍລະນີທີ່ຮູບພາບຂອງເດັກນ້ອຍຖືກດັດແປງ ແລະ ເຮັດໃຫ້ເປັນສື່ລາມົກທີ່ແຜ່ຫຼາຍຢ່າງວ່ອງໄວ.
“ດີບເຟກ (Deepfakes) — ບໍ່ວ່າຈະເປັນຮູບພາບ, ວິດີໂອ ຫຼື ສຽງ ທີ່ຖືກສ້າງຂຶ້ນ ຫຼື ດັດແປງດ້ວຍ AI ເພື່ອໃຫ້ເບິ່ງຄືກັບຕົວຈິງ — ແມ່ນກຳລັງຖືກນຳໃຊ້ຫຼາຍຂຶ້ນເພື່ອເອົາໄປຜະລິດເປັນສື່ລາມົກອະນາຈານທີ່ກ່ຽວຂ້ອງກັບເດັກ ລວມໄປເຖິງ ການປະເປືອຍ ຫຼື ການໃຊ້ເຄື່ອງມື AI ເພື່ອຖອດ ຫຼື ປ່ຽນເຄື່ອງນຸ່ງໃນຮູບພາບ ເພື່ອສ້າງເປັນພາບເປືອຍກາຍ ຫຼື ປອມແປງໃຫ້ເປັນພາບລາມົກຂຶ້ນມາ.”
“ອີງໃສ່ຫຼັກຖານໃໝ່ ໃນປີຜ່ານມາໄດ້ສະແດງເຖິງຂະໜາດຂອງໄພຄຸກຄາມທີ່ພວມຂະຫຍາຍຕົວຢ່າງວ່ອງໄວ: ອີງຕາມຜົນການຄົ້ນຄວ້າ* ຂອງ ອົງການຢູນິເຊັບ (UNICEF), ອົງການ ECPAT ແລະ ອົງການຕຳຫຼວດສາກົນ (INTERPOL) ໃນ 11 ປະເທດ, ພົບວ່າ ມີເດັກນ້ອຍຢ່າງໜ້ອຍ 1.2 ລ້ານຄົນ ທີ່ເປີດເຜີຍວ່າຮູບພາບຂອງຕົນ ຖືກດັດແປງໃຫ້ເປັນດີບເຟກ (Deepfakes) ໃນລັກສະນະລາມົກອະນາຈານ. ໃນບາງປະເທດ, ຕົວເລກນີ້ກວມເອົາເດັກ 1 ໃນ 25 ຄົນ, ທຽບເທົ່າກັບເດັກນ້ອຍໜຶ່ງຄົນໃນຫ້ອງຮຽນຫ້ອງໜຶ່ງ.
“ຕົວເດັກນ້ອຍເອງ ກໍມີຄວາມຮັບຮູ້ຢ່າງເລິກເຊິ່ງເຖິງຄວາມສ່ຽງນີ້. ໃນບາງປະເທດ, ເດັກນ້ອຍເຖິງ 2 ໃນ 3 ກ່າວວ່າ ພວກເຂົາກັງວົນວ່າ AI ອາດຈະຖືກນຳໃຊ້ເພື່ອສ້າງຮູບພາບ ຫຼື ວິດີໂອລາມົກປອມຂຶ້ນ. ເຊິ່ງລະດັບຄວາມກັງວົນແມ່ນຕ່າງກັນໄປໃນແຕ່ລະປະເທດ, ເນັ້ນໃຫ້ເຫັນເຖິງຄວາມຈຳເປັນອັນຮີບດ່ວນໃນການປູກຈິດສຳນຶກ ພ້ອມທັງມີມາດຕະການການປ້ອງກັນ ແລະ ການປົກປ້ອງທີ່ເຂັ້ມງວດກວ່າເກົ່າ.
“ພວກເຮົາຕ້ອງມີຄວາມຊັດເຈນວ່າ: ຮູບພາບລາມົກຂອງເດັກນ້ອຍທີ່ສ້າງຂຶ້ນ ຫຼື ດັດແປງດ້ວຍເຄື່ອງມື AI ແມ່ນຖືເປັນ ສື່ກ່ຽວກັບການລ່ວງລະເມີດທາງເພດຕໍ່ເດັກ (CSAM). ການລະເມີດໂດຍການນໍາໃຊ້ດີບເຟກ ແມ່ນຄືການທຳຮ້າຍ, ແລະ ຄວາມເສຍຫາຍທີ່ມັນກໍ່ຂຶ້ນນັ້ນແມ່ນຄວາມຈິງ ບໍ່ແມ່ນເລື່ອງປອມ.
“ເມື່ອຮູບພາບ ຫຼື ອັດຕະລັກຂອງເດັກຖືກນຳໃຊ້, ເດັກຜູ້ນັ້ນໄດ້ຕົກເປັນເຫຍື່ອໂດຍກົງ, ເຖິງແມ່ນວ່າຈະບໍ່ສາມາດລະບຸຕົວຕົນຂອງເຫຍື່ອໄດ້ກໍຕາມ, ແຕ່ສື່ລາມົກເດັກທີ່ສ້າງໂດຍ AI ນີ້ ກໍໄດ້ເຮັດໃຫ້ການລ່ວງລະເມີດທາງເພດຕໍ່ເດັກກາຍເປັນເລື່ອງປົກກະຕິ, ເປັນການກະຕຸ້ນຄວາມຕ້ອງການເນື້ອຫາທີ່ຜິດສິນທຳ ແລະ ສ້າງຄວາມທ້າທາຍຢ່າງຫຼວງຫຼາຍໃຫ້ແກ່ການບັງຄັບໃຊ້ກົດໝາຍ ໃນການລະບຸຕົວຕົນ ແລະ ປົກປ້ອງເດັກນ້ອຍທີ່ຕ້ອງການຄວາມຊ່ວຍເຫຼືອ.
“ອົງການ ຢູນິເຊບ ເຫັນດີ ຕໍ່ກັບຄວາມພະຍາຍາມຂອງນັກພັດທະນາ AI ທີ່ກຳລັງວາງມາດຕະການ 'ການອອກແບບເພື່ອຄວາມປອດໄພ' (Safety-by-design) ແລະ ມີມາດຕະການປ້ອງກັນທີ່ຮັດກຸມ ເພື່ອສະກັດກັ້ນການນຳໃຊ້ລະບົບໃນທາງທີ່ຜິດ. ເຖິງຢ່າງໃດກໍ່ຕາມ, ສະຖານະການຍັງມີການເຄື່ອນໄຫວເລື້ອຍໆ ແລະ ຍັງມີໂມເດລ AI ອີກຫຼາຍ ທີ່ຍັງບໍ່ໄດ້ຖືກພັດທະນາດ້ວຍມາດຕະການປ້ອງກັນທີ່ພຽງພໍ. ຄວາມສ່ຽງເຫຼົ່ານີ້ອາດຈະຮຸນແຮງຂຶ້ນ ເມື່ອເຄື່ອງມື AI ຖືກເຊື່ອມຕໍ່ໂດຍກົງເຂົ້າໃນສື່ສັງຄົມອອນລາຍ ເຊິ່ງເຮັດໃຫ້ຮູບພາບທີ່ຖືກດັດແປງແຜ່ກະຈາຍໄປຢ່າງຫຼວງຫຼາຍ.”
"ອົງການ ຢູນິເຊັບ ຮຽກຮ້ອງໃຫ້ມີການດຳເນີນການຢ່າງຮີບດ່ວນ ເພື່ອຮັບມືກັບໄພຂົ່ມຂູ່ທີ່ເພີ່ມຂຶ້ນຈາກການກໍ່ໃຫ້ເກີດການລ່ວງລະເມີດທາງເພດຂອງເດັກໂດຍນໍາໃຊ້ AI ດັ່ງນີ້:
- ລັດຖະບານທັງໝົດຂອງແຕ່ລະປະເທດ: ຕ້ອງຂະຫຍາຍຂອບເຂດຄຳນິຍາມຂອງ "ສື່ກ່ຽວກັບການລ່ວງລະເມີດທາງເພດຕໍ່ເດັກ" (CSAM) ໃຫ້ກວມເອົາເນື້ອຫາທີ່ສ້າງຂຶ້ນດ້ວຍ AI, ພ້ອມທັງກຳນົດໃຫ້ການສ້າງ, ການຈັດຫາ, ການຄອບຄອງ ແລະ ການເຜີຍແຜ່ສື່ດັ່ງກ່າວເປັນການກະທຳທີ່ຜິດກົດໝາຍ.
- ນັກພັດທະນາ AI: ຕ້ອງນຳໃຊ້ແນວຄິດ "ການອອກແບບເພື່ອຄວາມປອດໄພ" (Safety-by-design) ແລະ ມາດຕະການປ້ອງກັນທີ່ຮັດກຸມ ເພື່ອສະກັດກັ້ນບໍ່ໃຫ້ມີການນຳໃຊ້ລະບົບ AI ໃນທາງທີ່ຜິດ.
- ບໍລິສັດເຕັກໂນໂລຊີດິຈິຕອນ: ຕ້ອງມີມາດຕະການປ້ອງກັນບໍ່ໃຫ້ສື່ລາມົກອະນາຈານເດັກທີ່ສ້າງດ້ວຍ AI ຖືກເຜີຍແຜ່, ບໍ່ແມ່ນພຽງແຕ່ລຶບອອກຫຼັງຈາກມີການລະເມີດເກີດຂຶ້ນແລ້ວ; ນອກຈາກນີ້ ຕ້ອງເພີ່ມທະວີການກວດສອບເນື້ອຫາໂດຍການລົງທຶນໃນເຕັກໂນໂລຊີການກວດຈັບ ເພື່ອໃຫ້ສາມາດລຶບສື່ດັ່ງກ່າວໄດ້ທັນທີ ບໍ່ມີການປ່ອຍໄວ້ຫຼາຍມື້ຫຼັງຈາກໄດ້ຮັບການລາຍງານຈາກເຫຍື່ອ ຫຼື ຜູ້ຕາງໜ້າແຈ້ງແທນ.
“ຜົນກະທົບຈາກການລະເມີດດ້ວຍດີບເຟກ (Deepfake) ແມ່ນຄວາມເສຍຫາຍທີ່ເກີດຂຶ້ນຈິງ ແລະ ເປັນເລື່ອງຮີບດ່ວນ. ເດັກນ້ອຍບໍ່ສາມາດລໍຖ້າໃຫ້ກົດໝາຍໄລ່ຕາມເຕັກໂນໂລຊີໃຫ້ທັນໄດ້ອີກຕໍ່ໄປ.”
# # # # #
ໝາຍເຫດ:
ອ່ານບົດສະຫຼຸບສະບັບຫຼ້າສຸດຂອງ ອົງການຢູນິເຊັບ ກ່ຽວກັບ AI ແລະ ການລ່ວງລະເມີດທາງເພດ ແລະ ການຂູດຮີດເດັກໄດ້ທີ່ນີ້ Guidance on AI and children | Office of Strategy and Evidence Innocenti. ຖະແຫຼງການສະບັບນີ້ ແມ່ນສະແດງໃຫ້ເຫັນເຖິງຈຸດຢືນທີ່ໄດ້ລະບຸໄວ້ໃນ ຄຳແນະນຳຂອງຢູນິເຊັບ ກ່ຽວກັບ AI ແລະ ເດັກນ້ອຍ ສະບັບ 3.0 (ເດືອນທັນວາ 2025).
*ຂໍ້ມູນໃໝ່ນີ້ ແມ່ນສ່ວນໜຶ່ງຂອງໂຄງການ ຍຸຕິການສ້າງຄວາມເສຍຫາຍ ໄລຍະທີ 2 (Disrupting Harm Phase 2), ເຊິ່ງເປັນໄລຍະທີສອງຂອງໂຄງການວິໄຈທີ່ນຳພາໂດຍ ໜ່ວຍງານວາງແຜນຍຸດທະສາດ ແລະ ຫຼັກຖານຂອງອົງການຢູນິເຊັບ – Innocenti, ອົງການ ECPAT International ແລະ ອົງການຕຳຫຼວດສາກົນ (INTERPOL), ໂດຍໄດ້ຮັບທຶນສະໜັບສະໜູນຈາກ Safe Online. ໂຄງການນີ້ໄດ້ສຶກສາວິໄຈກ່ຽວກັບວິທີການທີ່ເຕັກໂນໂລຊີດິຈິຕອນ ເອື້ອອຳນວຍໃຫ້ເກີດການຂູດຮີດ ແລະ ການລ່ວງລະເມີດທາງເພດຕໍ່ເດັກ, ພ້ອມທັງສ້າງຫຼັກຖານເພື່ອຊ່ວຍເສີມສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບ, ນະໂຍບາຍ ແລະ ການຕອບໂຕ້ໃນລະດັບຊາດ.
ບົດລາຍງານລະດັບຊາດ ທີ່ມີຜົນການສຶກສາໃນແຕ່ລະປະເທດ ຈະຖືກເຜີຍແຜ່ຕະຫຼອດປີ 2026. ຕົວເລກຄາດຄະເນທີ່ນຳສະເໜີຢູ່ນີ້ ແມ່ນອີງຕາມການສຳຫຼວດຄົວເຮືອນທີ່ເປັນຕົວແທນລະດັບຊາດ ເຊິ່ງຈັດຕັ້ງປະຕິບັດໂດຍ ອົງການຢູນິເຊັບ ແລະ IPSOS ໃນ 11 ປະເທດ. ແຕ່ລະການສຳຫຼວດໄດ້ກວມເອົາເດັກນ້ອຍໜຶ່ງຄົນທີ່ມີອາຍຸລະຫວ່າງ 12–17 ປີ ແລະ ພໍ່ແມ່ ຫຼື ຜູ້ປົກຄອງໜຶ່ງຄົນ, ໂດຍນຳໃຊ້ການອອກແບບການສຸ່ມຕົວຢ່າງທີ່ແນໃສ່ໃຫ້ກວມເອົາທົ່ວປະເທດ ຫຼື ເກືອບທົ່ວປະເທດ (91–100%). ການວິໄຈດັ່ງກ່າວໄດ້ດຳເນີນໃນບັນດາປະເທດທີ່ມີຂົງເຂດສະພາບແວດລ້ອມທີ່ ຫຼາກຫຼາຍ. ທ່ານສາມາດອ່ານລາຍລະອຽດເພີ່ມເຕີມກ່ຽວກັບລະບຽບວິທີການວິໄຈໄດ້ທີ່: https://safeonline.global/dh2-research-methods_final-2/
ຕິດຕໍ່ຜູ້ຮັບຜິດຊອບຂ່າວ
ກ່ຽວກັບອົງການຢູນິເຊັບ
ອົງການຢູນິເຊັບ ເຮັດວຽກໃນບາງບ່ອນທີ່ຫຍຸ້ງຍາກທີ່ສຸດ ເພື່ອເຂົ້າເຖິງເດັກທີ່ດ້ອຍໂອກາດທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດແຄວ້ນ, ພວກເຮົາເຮັດວຽກເພື່ອເດັກທຸກຄົນ ແລະ ໃນທຸກແຫ່ງຫົນ ເພື່ອສ້າງໂລກທີ່ດີກວ່າສໍາລັບທຸກຄົນ.
ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນິເຊັບ ແລະ ວຽກງານຂອງອົງການເພື່ອເດັກ ຈົ່ງເຂົ້າເບິ່ງ www.unicef.org.
ຕິດຕາມອົງການຢູນິເຊັບໃນ Twitter and Facebook