ສະພາແຫ່ງຊາດ ປຶກສາຫາລືການແກ້ໄຂບັນຫາການແຕ່ງດອງໃນໄວເດັກ ເເລະ ການພັດທະນາໄວໜຸ່ມ
- English
- ລາວ
ທ່າລາດ, ແຂວງວຽງຈັນ, ວັນທີ 1 ກັນຍາ 2025 – ໃນມື້ນີ້ ກໍາມາທິການວັດທະນະທຳສັງຄົມ, ສະພາແຫ່ງຊາດ, ໄດ້ເປີດກອງປະຊຸມ ເພື່ອຄົ້ນຄວ້າ, ວິເຄາະ ແລະ ເສີມສ້າງຄວາມອາດສາມາດ ໃນການສົ່ງເສີມສິດທິເດັກຊຶ່ງເປັນບັນຫາສຳຄັນ ແລະ ການຂັບເຄື່ອນບູລິມະສິດການພັດທະນາເເຫ່ງຊາດ ໃຫ້ແກ່ສະມາຊິກສະພາແຫ່ງຊາດ ທີ່ເປັນກໍາມະການສັງກັດກໍາມາທິການວັດທະນະທໍາ-ສັງຄົມ ເປັນເວລາ 03 ວັນ ໂດຍການສະໜັບສະໜູນດ້ານງົບປະມານ ແລະ ວິຊາການ ຈາກ ອົງການ UNICEF, UNFPA ແລະ HPA.
ກອງປະຊຸມຄັ້ງນີ້ ເປັນການທົບທວນກ່ຽວກັບບັນຫາທີ່ສົ່ງຜົນກະທົບຕໍ່ເດັກ, ການພັດທະນາເດັກ ແລະ ໄວໝຸ່ມ ຢູ່ ສປປ ລາວ ທີ່ເປັນບັນຫາຮີບດ່ວນ - ລວມເຖິງບັນຫາດ້ານການສຶກສາ, ສາທາລະນະສຸກ, ການປົກປ້ອງເດັກ, ການປົກປ້ອງທາງສັງຄົມ ແລະ ການພັດທະນາໄວໜຸ່ມ - ໂດຍສຸມໃສ່ເປົ້າໝາຍການຢຸດຕິການແຕ່ງດອງໃນເດັກ ແລະ ຜົນກະທົບຂອງມັນຕໍ່ການພັດທະນາດ້ານຕ່າງໆ ຂອງເດັກ. ໃນ ສປປ ລາວ, ເດັກຍິງ 1 ໃນ 3 ຄົນ ເເມ່ນແຕ່ງງານກ່ອນອາຍຸ 18 ປີ, ເຊິ່ງການແຕ່ງດອງໃນໄວເດັກ ກໍ່ຍັງສາມາດເພີ່ມຄວາມສ່ຽງຂອງການເສຍຊີວິດຂອງເດັກທີ່ເກີດຈາກແມ່ທີ່ຍັງອາຍຸນ້ອຍ, ການປະລະການຮຽນຂອງເດັກ ເເລະ ບັນຫາຄວາມທຸກຍາກ ທີ່ສືບທອດກັນມາເປັນຮຸ່ນ. ການແກ້ໄຂບັນຫາດັ່ງກ່າວນັ້ນ ສາມາດເປັນການຊ່ວຍ ສປປ ລາວ ຫຼຸດຜ່ອນການໃຊ້ຈ່າຍງົບປະມານໄປຫຼາຍກ່ວາ 41 ລ້ານ ໂດລາສະຫະລັດ ໃນແຕ່ລະປີ ໂດຍການຊ່ວຍຫຼຸດຜ່ອນອັດຕາການເສຍຊີວິດຂອງເດັກ, ການປະລະການຮຽນ ແລະ ບັນຫາດ້ານໂພຊະນາການ.
“ນີ້ແມ່ນໂອກາດອັນດີສຳລັບບັນດາສະມາຊິກສະພາ ໃນການຜັນຂະຫຍາຍຄວາມເຂົ້າໃຈຂອງພວກເຮົາ ກ່ຽວກັບສິ່ງທ້າທາຍຕ່າງໆ ທີ່ເດັກກໍາລັງປະເຊີນພົບ. ພວກເຮົາຕ້ອງສຸມຄວາມພະຍາຍາມຕໍ່ການຢຸດຕິພຶດຕິກໍາທີ່ເປັນອັນຕະລາຍຕໍ່ເດັກ, ເຊັ່ນ ການແຕ່ງດອງໃນໄວເດັກ, ພ້ອມທັງ ສົ່ງເສີມການຜັນຂະຫຍາຍການສຶກສາ ແລະ ການບໍລິການດ້ານສຸຂະພາບ, ແລະ ລົງທຶນໃນການພັດທະນາໄວໜຸ່ມ ເພື່ອຮັບປະກັນອະນາຄົດທີ່ສົດໃສຂອງປະເທດຊາດພວກເຮົາ,” ກ່າວໂດຍ ພະນະທ່ານ ຄຳໃບ ດຳລັດ, ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ຜູ້ຊີ້ນໍາວຽກງານໃນຂົງເຂດວັດທະນະທໍາ-ສັງຄົມ.
ໃນໄລຍະສາມວັນ ຂອງກອງປະຊຸມຄັ້ງນີ້, ສະມາຊິກສະພາແຫ່ງຊາດ ຈະໄດ້ປຶກສາຫາລືກັບ ກະຊວງສຶກສາທິການ ແລະ ກິລາ, ກະຊວງສາທາລະນະສຸກ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ສູນກາງສະຫະຍພັນແມ່ຍິງລາວ ແລະ ບັນດາຄູ່ຮ່ວມພັດທະນາ ເພື່ອທົບທວນ ຂໍ້ມູນຫຼັກຖານຕ່າງໆ, ແລກປ່ຽນຍຸດທະສາດ ແລະ ກຳນົດວຽກງານບູລີມະສິດທີ່ຕ້ອງດຳເນີນການ.
“ການລົງທຶນໃນການສຶກສາຂອງເດັກຍິງ, ການປົກປ້ອງໄວໜຸ່ມຈາກການແຕ່ງດອງໃນໄວເດັກ ແລະ ການລົງທຶນໃນການເສີມສ້າງທັກສະຂອງພວກເຂົາ ກໍ່ຄືການລົງທຶນໃນອະນາຄົດຂອງ ສປປ ລາວ,” ກ່າວໂດຍ ທ່ານ ບິລາລ ດູຣານິ, ຜູ້ຕາງໜ້າ ອົງການຢູນິເຊັບ ປະຈໍາ ສປປ ລາວ. ທ່ານຍັງໄດ້ກ່າວຕື່ມອີກວ່າ: “ອົງການຢູນິເຊັບ ພ້ອມທີ່ຈະຮ່ວມມືກັບສະພາແຫ່ງຊາດ ແລະ ລັດຖະບານ ເເຫ່ງ ສປປ ລາວ ເພື່ອສ້າງຄວາມເຂັ້ມແຂງໃຫ້ເເກ່ ເດັກຍິງ ແລະ ຊຸມຊົນ ເພື່ອຂັບເຄື່ອນການພັດທະນາະເເບບກວມລວມ.”
ຜົນຈາກກອງປະຊຸມຄັ້ງນີ້ ຄາດວ່າຈະຊ່ວຍເສີມສ້າງການນໍາພາຂອງ ສະພາແຫ່ງຊາດ ໃນການສົ່ງເສີມການບັງຄັບໃຊ້ກົດໝາຍ, ການຕິດຕາມກວດກາງົບປະມານ ແລະ ການມີສ່ວນຮ່ວມຂອງຊຸມຊົນ ແລະ ພາກສ່ວນຕ່າງໆ ເພື່ອປ້ອງກັນສິດທິເດັກ ແລະ ພັດທະນາຄວາມສາມາດຂອງຄົນລາວຮຸ່ນຕໍ່ໄປ ໃນການນໍາພາ ສປປ ລາວ ໄປສູ່ອະນາຄົດທີ່ມີຄວາມຈະເລີນຮຸ່ງເຮືອງ ແລະ ຍືນຍົງຫຼາຍຂຶ້ນ.
ຕິດຕໍ່ຜູ້ຮັບຜິດຊອບຂ່າວ
ກ່ຽວກັບອົງການຢູນິເຊັບ
ອົງການຢູນິເຊັບ ເຮັດວຽກໃນບາງບ່ອນທີ່ຫຍຸ້ງຍາກທີ່ສຸດ ເພື່ອເຂົ້າເຖິງເດັກທີ່ດ້ອຍໂອກາດທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດແຄວ້ນ, ພວກເຮົາເຮັດວຽກເພື່ອເດັກທຸກຄົນ ແລະ ໃນທຸກແຫ່ງຫົນ ເພື່ອສ້າງໂລກທີ່ດີກວ່າສໍາລັບທຸກຄົນ.
ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນິເຊັບ ແລະ ວຽກງານຂອງອົງການເພື່ອເດັກ ຈົ່ງເຂົ້າເບິ່ງ www.unicef.org.
ຕິດຕາມອົງການຢູນິເຊັບໃນ Twitter and Facebook