ລັດຖະບານ, ອົງການຈັດຕັ້ງມະຫາຊົນ ແລະ ອົງການຢູນິເຊັບ ຮ່ວມມືກັນເສີມສ້າງວຽກງານການຮ່ວມມືເພື່ອສຸຂະພາບເດັກທີ່ດີ ໃນ ສປປ ລາວ

18 ມີນາ 2026
Group pictures of government, UNICEF staff, provincial representative and mass organization at the Immunisation workshop
UNICEF Lao PDR/2026/KPhiennachit

ນະຄອນຫຼວງວຽງຈັນ, ວັນທີ 18 ມີນາ 2026 – ຜູ້ນຳລັດຖະບານ, ອົງການຈັດຕັ້ງມະຫາຊົນ, ຕົວແທນຈາກແຂວງ, ອົງການຢູນິເຊັບ ແລະ ຄູ່ຮ່ວມພັດທະນາ ໄດ້ເຂົ້າຮ່ວມກອງປະຊຸມອົບຮົມລະດັບຊາດ ທີ່ນະຄອນຫຼວງວຽງຈັນ ເພື່ອແນໃສ່ເພີ່ມທະວີການຮ່ວມມືດ້ານສຸຂະພາບເດັກ ແລະ ການປ້ອງກັນພະຍາດ ໃນ ສປປ ລາວ.

ກອງປະຊຸມອົບຮົມ ຈັດຂຶ້ນພາຍໃຕ້ຫົວຂໍ້ “ການສົ່ງເສີມສຸຂະພາບເດັກໃນ ສປປ ລາວ ຜ່ານການໃຫ້ວັກຊີນກັນພະຍາດ ແລະ ການເສີມສ້າງການມີສ່ວນຮ່ວມຂອງສື່ມວນຊົນ ແລະ ຄົນໃນຊຸມຊົນ” ໂດຍການເຂົ້າຮ່ວມຈາກ ສູນກາງແນວລາວສ້າງຊາດ, ຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ, ກະຊວງສາທາລະນະສຸກ, ສະຫະພັນແມ່ຍິງ, ອົງການຢູນີເຊັບ ແລະ ຄູ່ຮ່ວມງານພາກສ່ວນອື່ນໆ. ການສົນທະນາໄດ້ສຸມໃສ່ຄວາມສໍາຄັນຂອງການສື່ສານ, ການລະດົມຊຸມຊົນ, ແລະ ການຮ່ວມມືລະຫວ່າງພາກສ່ວນໃນການປັບປຸງຜົນໄດ້ຮັບສຸຂະພາບເດັກໃນທົ່ວປະເທດ.

ທ່ານ. ດຣ. ກິແກ້ວ ໄຂຄຳພິທູນ, ປະທານສູນກາງແນວລາວສ້າງຊາດ, ໄດ້ເນັ້ນໃຫ້ເຫັນເຖິງຄວາມສໍາຄັນຂອງການຮ່ວມມືກັນຂອງທຸກພາກສ່ວນ ລວມເຖິງຊຸມຊົນ ເພື່ອປົກປ້ອງສຸຂະພາບຂອງເດັກ.

“ການປົກປ້ອງສຸຂະພາບເດັກ ຮຽກຮ້ອງໃຫ້ມີການຮ່ວມມືຈາກທຸກຂະແໜງການ ແລະ ທຸກລະດັບຂອງສັງຄົມ,” ທ່ານ ດຣ. ກິແກ້ວ ໄຂຄຳພິທູນ, ປະທານສູນກາງແນວລາວສ້າງຊາດ ກ່າວ. “ຜ່ານເຄືອຂ່າຍຂອງ ສູນກາງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ, ຜູ້ນຳຊຸມຊົນ ສາມາດມີບາດບາດສໍາຄັນໃນການປຸກລະດົມຄອບຄົວ, ແກ້ໄຂຂໍ້ມູນທີ່ບໍ່ຖືກຕ້ອງ ແລະ ເສີມສ້າງຄວາມໝັ້ນໃຈໃນການບໍລິການສຸຂະພາບ ເພື່ອໃຫ້ເດັກທຸກໆ ຄົນໄດ້ຮັບວັກຊີນປ້ອງກັນຊີວິດ.”

ຜູ້ຮ່ວມກອງປະຊຸມອົບຮົມ ໄດ້ທົບທວນຄືນຂໍ້ມູນກ່ຽວກັບ ສຸຂະພາບ ແລະ ການປ້ອງກັນພະຍາດຂອງເດັກ ໃນ ສ.ປ.ປ. ລາວ, ການສົນທະນາຍັງໄດ້ຊອກຫາວິທີເພື່ອແກ້ໄຂຂ່າວທີ່ບໍ່ຖືກຕ້ອງ, ແລະ ຄົ້ນຄວ້າເບິ່ງວ່າຜູ້ນຳຊຸມຊົນ ແລະ ອົງການຈັດຕັ້ງມະຫາຊົນ ສາມາດຊ່ວຍເພີ່ມຄວາມເຊື່ອໝັ້ນໃນບໍລິການສຸຂະພາບ ແລະ ວັກຊີນ ໄດ້ແນວໃດ.

“ການໃຫ້ວັກຊີນ ແມ່ນວິທີທາງໃນການປົກປ້ອງເດັກທີ່ມີປະສິດທິພາບທີ່ສຸດຈາກພະຍາດທີ່ອັນຕະລາຍຕໍ່ຊີວິດ” ກ່າວໂດຍທ່ານ ດຣ ໄພວັນ ແກ້ວປຣະເສີດ, ຮອງລັດຖະມົນຕີກະຊວງສາທາລະນະສຸກ. “ກະຊວງສາທາລະນະສຸກ ໃຫ້ຄວາມສໍາຄັນຕໍ່ການສ້າງຄວາມເຂັ້ມແຂງດ້ານການບໍລິການສັກຢາກວັກຊີນ ແລະ ເພື່ອຮັບປະກັນວ່າເດັກນ້ອຍໃນລາວທຸກໆ ຄົນໃນ ສປປ ລາວ, ລວມທັງໃນເຂດຫ່າງໄກຊອກຫຼີກ ໄດ້ຮັບວັກຊີນຊ່ວຍຊີວິດ”

ກອງປະຊຸມອົບຮົມຍັງໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງການມີສ່ວນຮ່ວມຂອງຊຸມຊົນ ໃນການສົ່ງເສີມໂຄສະນາ ການໃຫ້ວັກຊີນໂປລິໂອໃນລະດັບຊາດ ພາຍຫຼັງທີ່ໄດ້ດຳເນີນຮອບທຳອິດ ແລະ ໄດ້ຮັບຜົນສຳເລັດໃນຕົ້ນປີນີ້.

“ການປົກປ້ອງສຸຂະພາບຂອງເດັກທີ່ດີ ແມ່ນຕ້ອງອາໄສຂໍ້ມູນທີ່ນ້າເຊື່ອຖື ແລະ ການມີສ່ວນຮ່ວມຂອງຊຸມຊົນ” ທ່ານ ສາຄອນ ພົມມະລາດ, ຮອງ ຄະນະໂຄສະນາອົບຮົມສູນກາງພັກ. “ຜ່ານການປະສານງານ ແລະ ລະດົມກໍາລັງຮ່່ວມກັນ, ພວກເຮົາຈະສາມາດຊ່ວຍໃຫ້ຄອບຄົວມີຄວາມເຂົ້າໃຈຕໍ່ຄວາມສໍາຄັນຂອງການຮັກສາສຸຂະພາບ ແລະ ໄດ້ຮັບວັກຊີນຢ່າງຄົບຖ້ວນ”

ຂະບວນການໂຄສະນາດັ່ງກ່າວ ໄດ້ຖືກຈັດຕັ້ງປະຕິບັດໂດຍ ລັດຖະບານແຫ່ງ ສ.ປ.ປ. ລາວ, ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການອະນາໄມໂລກ, ອົງການ Gavi, the Vaccine Alliance, the Global Polio Eradication Initiative, KSrelief ແລະ ອົງການ ຢູນິເຊັບ.

“ອົງການຢູນີເຊັບ ພູມໃຈທີ່ໄດ້ຮ່ວມມືກັບລັດຖະບານແຫ່ງ ສປປ ລາວ ເພື່ອສຸຂະພາບທີ່ດີຂຶ້ນຂອງເດັກນ້ອຍ ແລະ ສະໜັບສະໜູນໃນວຽກງານແຜນພັດທະນາປະເທດຊາດ” ກ່າວໂດຍ ກ່າວໂດຍທ່ານ ບິລາລ ອູແຣັງ ເຊັບ ດູຣານີ, ຜູ້ຕາງຫນ້າອົງການຢູນີເຊັບປະຈໍາ ສປປ ລາວ. “ວັກຊີນຄືວິທີທີ່ມີປະສິດທິພາບທີ່ສຸດໃນການປົກປ້ອງຊີວິດເດັກນ້ອຍ ແລະ ການຮ່ວມມືຢ່າງຕໍ່ເນື່ອງນັ້ນມີຄວາມສໍາຄັນໃນການຮັບປະກັນວ່າເຮົາຈະສາມາດເຂົ້າເຖິງເດັກທຸກໆ ຄົນໄດ້”

ກອງປະຊຸມອົບຮົມໄດ້ສິ້ນສຸດລົງດ້ວຍຄຳໝັ້ນສັນຍາຈາກບັນດາແຂວງໃນການເພີ່ມທະວີການພົວພັນຮ່ວມມືຂອງຊຸມຊົນ, ຊ່ອງທາງສື່ສານ ແລະ ກົນໄກປະສານງານໃນການສະໜັບສະໜູນວຽກງານປ້ອງກັນພະຍາດ ແລະ ຄວາມພະຍາຍາມດ້ານສຸຂະພາບຂອງເດັກໃຫ້ກວ້າງຂວາງ.

ຕິດຕໍ່ຜູ້ຮັບຜິດຊອບຂ່າວ

Simon Nazer
Chief of Communication
UNICEF Lao PDR
ໂທລະສັບ: +856 2055519681
ອີເມວ: [email protected]

ກ່ຽວກັບອົງການຢູນິເຊັບ

ອົງການຢູນິເຊັບ ເຮັດວຽກໃນບາງບ່ອນ​ທີ່ຫຍຸ້ງຍາກ​ທີ່ສຸດ ເພື່ອເຂົ້າເຖິງເດັກທີ່ດ້ອຍໂອກາດທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດແຄວ້ນ​, ພວກເຮົາເຮັດວຽກເພື່ອເດັກ​ທຸກຄົນ ແລະ ໃນທຸກແຫ່ງຫົນ​ ເພື່ອສ້າງໂລກທີ່ດີກວ່າສໍາລັບທຸກຄົນ.

ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນິເຊັບ ແລະ ວຽກງານຂອງອົງການ​ເພື່ອ​ເດັກ​ ຈົ່ງ​ເຂົ້າເບິ່ງ www.unicef.org.

ຕິດຕາມອົງການຢູນິເຊັບ​ໃນ  Twitter and Facebook