ສປປ ລາວ ເປີດໂຕຂະບວນການໃຫ້ວັກຊີນປ້ອງກັນພະຍາດໂປລິໂອແຫ່ງຊາດ ເພື່ອປົກປ້ອງເດັກນ້ອຍເຖິງ 786,000 ກວ່າຄົນ

ສປປ ລາວ ເປີດໂຕຂະບວນການໃຫ້ວັກຊີນປ້ອງກັນພະຍາດໂປລິໂອແຫ່ງຊາດ ເພື່ອປົກປ້ອງເດັກນ້ອຍເຖິງ 786,000 ກວ່າຄົນ

03 ມີນາ 2026
Bilal, UNICEF Laos Rep with CHildren and government for SIA Polio Launch Campaign
UNICEF Laos/2026/Bart

ນະຄອນຫຼວງວຽງຈັນ, 3 ມີນາ 2026 - ກະຊວງສາທາລະນະສຸກ, ດ້ວຍການຮ່ວມມືລະຫວ່າງອົງການຢູນີເຊັບ ແລະ ອົງການອະນາໄມໂລກ ມື້ນີ້ ພວກເຮົາໄດ້ເປີດຂະບວນການໃຫ້ວັກຊີນກັນພະຍາດໂປລິໂອໃນທົ່ວປະເທດ ທີ່ນະຄອນຫຼວງວຽງຈັນ ເພື່ອເນັ້ນຢໍ້າບູລິມະສິດຂອງປະເທດລາວ ໃນການປົກປ້ອງເດັກທຸກໆຄົນໃຫ້ພົ້ນຈາກພະຍາດໂປລິໂອ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານວັກຊີນກັນພະຍາດແຫ່ງຊາດ. 

ຂະບວນການໃຫ້ວັກຊີນທົ່ວປະເທດໄດ້ລະດົມບຸກຄະລາກອນການແພດ ແລະ ອາສາສະໝັກໃຫ້ເຂົ້າເຖິງເດັກນ້ອຍຫຼາຍກວ່າ 786,000 ຄົນທົ່ວປະເທດດ້ວຍວັກຊີນ, ລວມທັງເດັກນ້ອຍໃນຊຸມຊົນຫ່າງໄກສອກຫຼີກ ແລະ ຊຸມຊົນທີ່ຍັງບໍ່ທັນເຂົ້າເຖິງການບໍລິການ.

ການນຳຂັ້ນສູງຈາກພາກລັດຖະບານ, ຄູ່ຮ່ວມພັດທະນາ, ຊ່ຽວຊານດ້ານສາທາລະນະສຸກ ແລະ ຜູ້ຕາງໜ້າຈາກບັນດາອົງການຈັດຕັ້ງມະຫາຊົນ ເພື່ອຮ່ວມກັນສະເຫຼີມສະຫຼອງງານພິທີການເປີດຂະບວນການໃຫ້ວັກຊີນປ້ອງກັນພະຍາດໂປລິໂອແຫ່ງຊາດຢ່າງເປັນທາງການ

ໃນພິທີເປີດງານ ພະນະທ່ານນາງ ໃບຄຳ ຂັດທິຍະ, ລັດຖະມົນຕີ ກະຊວງສາທາລະນະສຸກ ກ່າວເນັ້ນຢໍ້າເຖິງບູລິມະສິດຂອງລັດຖະບານໃນການດູແລເດັກ: “ລັດຖະບານແຫ່ງ ສປປ ລາວ ໃຫ້ຄວາມສໍາຄັນຕໍ່ການຮັບປະກັນວ່າເດັກນ້ອຍທຸກໆ ທຸກຄົນ, ບໍ່ວ່າຈະຢູ່ໃສ ຫຼື ມີພື້ນຖານແບບໃດກໍ່ຕາມ, ສາມາດເຂົ້າເຖິງວັກຊີນທີ່ຈຳເປັນໄດ້. ຂະບວນການໃຫ້ວັກຊີນກັນພະຍາດໂປລິໂອໃນທົ່ວປະເທດນີ້ສະທ້ອນໃຫ້ເຫັນເຖິງຄວາມຕໍ່ເນື່ອງຂອງພວກເຮົາໃນການປ້ອງກັນການລະບາດ ແລະ ເພື່ອເສີມສ້າງການບໍລິການສັກຢາປ້ອງກັນພະຍາດໃນທົ່ວປະເທດ.”  

ໂປລິໂອ ເປັນໄວຣັດທີ່ຕິດຕໍ່ໄດ້ງ່າຍ ສາມາດເຮັດໃຫ້ເປັນອຳມະພາດ ບໍ່ສາມາດປິ່ນປົວໄດ້ ແລະ ໃນກໍລະນີຮ້າຍແຮງອາດສົ່ງຜົນເຮັດໃຫ້ເສຍຊີວິດໄດ້. ຕາບໃດທີ່ໂປລິໂອຍັງມີຢູ່ທຸກບ່ອນ, ເດັກນ້ອຍຫຼາຍຄົນກໍຈະຍັງມີຄວາມສ່ຽງ ດັ່ງນັ້ນ ການສັກຢາວັກຊີນຢ່າງຕໍ່ເນື່ອງຈຶ່ງມີຄວາມຈໍາເປັນ.

ຂະບວນການໃຫ້ວັກຊິນກັນພະຍາດໂປລີໂອນີ້ ໄດ້ຮັບການສະໜັບສະໜຸນໂດຍຄູ່ຮ່ວມພັດທະນາ Global Polio Eradication Initiative (GPEI), ອົງການ ກາວີ, Vaccine Alliance ແລະ ທຶນຊ່ວຍເຫຼືອຈາກ ຣາຊະອານາຈັກ ຊາອຸດິດ ອາຣັບບີ ຜ່ານໂຄງການ KSrelief. 

ອົງການຢູນິເຊັບ ແລະ ອົງການອານາໄມໂລກ ໄດ້ເຮັດວຽກຮ່ວມກັບກະຊວງສາທາລະນະສຸກຢ່າງໃກ້ຊິດ ເພື່ອສະໜັບສະໜູນວຽກງານການຂົນສົ່ງວັກຊີນ ແລະ ການຮັກສາອຸນຫະພູມວັກຊີນ, ການເຝິກອົບຮົມ ແລະ ການຕິດຕາມ, ການສື່ສານຄວາມສ່ຽງ ແລະ ການມີສ່ວນຮ່ວມຂອງຊຸມຊົນ, ແລະ ການຕິດຕາມປະເມີນຜົນຕະຫຼອດຂະບວນການ. 

ທ່ານ ບິລາລ ອູແຣງ ເຊັບ ດູຣານີ, ຜູ້ຕາງໜ້າອົງການຢູນິເຊັບ ປະຈໍາ ສປປ ລາວ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການມີສ່ວນຮ່ວມຂອງຊຸມຊົນ ແລະ ແນວໜ້າບຸກຄະລາກອນການແພດ ວ່າ “ວັກຊີນສາມາດຊ່ວຍຊີວິດຄົນໄດ້. ແຕ່ຄວາມສື່ສັດຕໍ່ໜ້າທີ່ຂອງບຸກຄະລາກອນການແພດ ແລະ ຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ການສັກສາປ້ອງກັນພະຍາດນ້ັນ ເຮັດໃຫ້ພວກເຮົາສາມາດປະສົບຜົນສໍາເລັດໄດ້. ອົງການຢູນີເຊັບ ມີຄວາມພາກພູມໃຈໃນການສະໜັບສະໜູນ ສປປ ລາວ ໃນການເຂົ້າເຖິງເດັກນ້ອຍທຸກໆ ຄົນ ໂດຍສະເພາະເດັກນ້ອຍທີ່ຢູ່ຫ່າງໄກຊອກຫຼີກ ແລະ ມີຄວາມສ່ຽງທີ່ສຸດ”

ໃນໄວໆ ນີ້ ໜ່ວຍງານແພດ ແລະ ອາສາສະໝັກຫຼາຍກວ່າພັນຄົນ ຈະມີການເດີນທາງໄປບັນດາບ້ານ, ໂຮງຮຽນ ແລະ ຊຸມຊົນຕ່າງໆ ທົ່ວປະເທດເພື່ອການຮັບປະກັນວ່າເດັກທຸກໆ ຄົນໄດ້ຮັບວັກຊີນກັນພະຍາດໂປລິໂອ. 

 

ຕິດຕໍ່ຂໍ້ມູນເພີ່ມເຕີມໄດ້ກັບ

ກະຊວງສາທາລະນະສຸກ ສປປ ລາວ

ອົງການຢູນີເຊັບ ປະຈໍາ ສປປ ລາວ 

ຕິດຕໍ່ຜູ້ຮັບຜິດຊອບຂ່າວ

Simon Nazer
Chief of Communication
UNICEF Lao PDR
ໂທລະສັບ: +856 2055519681
ອີເມວ: [email protected]

ກ່ຽວກັບອົງການຢູນິເຊັບ

ອົງການຢູນິເຊັບ ເຮັດວຽກໃນບາງບ່ອນ​ທີ່ຫຍຸ້ງຍາກ​ທີ່ສຸດ ເພື່ອເຂົ້າເຖິງເດັກທີ່ດ້ອຍໂອກາດທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດແຄວ້ນ​, ພວກເຮົາເຮັດວຽກເພື່ອເດັກ​ທຸກຄົນ ແລະ ໃນທຸກແຫ່ງຫົນ​ ເພື່ອສ້າງໂລກທີ່ດີກວ່າສໍາລັບທຸກຄົນ.

ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນິເຊັບ ແລະ ວຽກງານຂອງອົງການ​ເພື່ອ​ເດັກ​ ຈົ່ງ​ເຂົ້າເບິ່ງ www.unicef.org.

ຕິດຕາມອົງການຢູນິເຊັບ​ໃນ  Twitter and Facebook