ເອົາຊະນະອຸປະສັກຕໍ່ການໃຫ້ວັກຊີນກັນພະຍາດ

ຜັນຂະຫຍາຍວຽກງານການສ້ກຢາວັກຊີນກັນພະຍາດທົ່ວ ສປປ ລາວ ໂດຍການສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ

ອົງການຢູນິເຊັບ ປະຈຳ ສປປ ລາວ
Mai Ther, 21, with her 3 month old baby Pa Yao Wang. "I make sure she is always vaccinated," she says in Nabua village, Vientiane Province, Lao PDR. A 10-day polio vaccination campaign in 13 provinces in Lao PDR was undertaken in March 2018 to vaccinate about 460,000 at-risk children aged 0 months to 5 years of age. This is in response to a polio outbreak in 2015 and 2016.   More than 7,200 volunteers and 1,400 health workers ensured that all children within the 0 to 5 age group in the selected provinces an
UNICEF/UN0198111/SNazer
30 ເມສາ 2025

ໃນຊຸມປີທີ່ຜ່ານມາ ສປປ ລາວ ໄດ້ສ້າງຄວາມຄືບໜ້າຢ່າງຫຼວງຫຼາຍໃນວຽກງານສາທາລະນະສຸກ, ໂດຍສະເພາະ ໃນການສັກຢາວັກຊີນກັນພະຍາດ ເຊິ່ງປະຈຸບັນ ສປປ ລາວ ມີອັດຕາການສັກວັກຊີນປ້ອງກັນພະຍາດມະເຮັງປາກມົດລູກ (HPV) ແລະ ໂຄວິດ-19 ສູງກວ່າຄ່າສະເລ່ຍໃນພາກພື້ນ — ມີອັດຕາການສັກວັກຊີນກັນພະຍາດມະເຮັງປາກມົດລູກ ສູງເຖິງ 95% ທຽບກັບຄ່າສະເລ່ຍຂອງພາກພື້ນ ເຊິ່ງຕົກຢູ່ທີ 22.5%.  ເຖິງຢ່າງໃດກໍ່ຕາມ, ຜົນການຄົ້ນຄ້ວາໃໝ່ຈາກ ອົງການຢູນິເຊັບ ໄດ້ໃຫ້ຄໍາແນະນໍາວ່າ ຖ້າຈະຮັກສາຄວາມຄືບໜ້ານີ້ເອົາໄວ້ ຕ້ອງມີການສົ່ງເສີມການສັກວັກຊີນກັນພະຍາດຕ່າງໆໄປພ້ອມໆກັນກັບ ການສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ.

ຜົນການຄົ້ນຄ້ວາໃໝ່ດັ່ງກ່າວມີຊື່ວ່າ “ການວິເຄາະບົດບາດຍິງ-ຊາຍ ໃນແຜນງານການສັກຢາວັກຊີນປ້ອງກັນພະຍາດຮອບປົກກະຕິ, ວັກຊີນປ້ອງກັນພະຍາດມະເຮັງປາກມົດລູກ ແລະ ໂຄວິດ-19 ໃນ ສປປ ລາວ” ເຊິ່ງໄດ້ສະແດງໃຫ້ເຫັນວ່າ ຄວາມເຊື່ອຕ່າງໆທາງສັງຄົມ ແລະ ວັດທະນະທຳ, ຄວາມກົດດັນດ້ານເສດຖະກິດ ແລະ ຊ່ອງຫວ່າງໃນການເຂົ້າເຖິງຂໍ້ມູນ ແລະ ການບໍລິການສຸຂະພາບນັ້ນ ເປັນອຸປະສັກຕໍ່ການເຂົ້າເຖິງວັກຊີນ, ໂດຍສະເພາະ ສຳລັບແມ່ຍິງ, ເດັກຍິງ ແລະ ຊຸມຊົນຊົນເຜົ່າ.

ແມ່ຍິງມັກຈະຖືກແຕ່ງຕັ້ງເປັນຜູ້ດູແລຫຼັກໃນຄອບຄົວ. ເຖີງຢ່າງໃດກໍ່ຕາມ, ແມ່ຍິງ, ໂດຍສະເພາະແມ່ນ ໄວໜຸ່ມ ຫຼື ຜູ້ທີ່ມາຈາກຊຸມຊົນຊົນເຜົ່າ, ມີແນວໂນ້ມທີ່ຈະມີອຳນາດໃນການຕັດສິນໃຈ, ຄວາມຮູ້, ຊັບພະຍາກອນ, ເວລາ ແລະ ຂໍ້ຈຳກັດໃນການເຄື່ອນໄຫວ ເຊິ່ງສົ່ງຜົນຕໍ່ຄວາມສາມາດ ແລະ ໂອກາດຂອງພວກເຂົາເອງ ແລະ ລູກຂອງພວກເຂົາ ໃນການຮັບວັກຊີນ. ສິ່ງກີດຂວາງເຫຼົ່ານີ້ ຍັງມີຜົນຕໍ່ວຽກງານສັກວັກຊີນທຸກແບບອີກເຊັ່ນດຽວກັນ, ລວມທັງ ວັກຊີນກັນພະຍາດຮອບປົກກະຕິ, ວັກຊີນກັນພະຍາດມະເຮັງປາກມົດລູກ ແລະ ໂຄວິດ-19. ຊຸມຊົນຊົນເຜົ່າ, ໂດຍສະເພາະ ຜູ້ທີ່ຢູ່ໃນເຂດຫ່າງໄກສອກຫຼີກ, ຍັງຕ້ອງປະເຊີນກັບສິ່ງທ້າທາຍທາງດ້ານພາສາ ແລະ ການເຄື່ອນໄຫວເພີ່ມຕື່ມ ຕໍ່ການເຂົ້າເຖິງການບໍລິການດ້ານສຸຂະພາບ.

"ຜົນການຄົ້ນຄ້ວາໃໝ່ນີ້ ແມ່ນມີຄວາມສໍາຄັນຫຼາຍ ແລະ ຈະຊ່ວຍກໍານົດແຜນທີ່ເສັ້ນທາງໃນການຮັບປະກັນວ່າ ຈະບໍ່ມີໃຜຖືກປະຖິ້ມໄວ້ຂ້າງຫລັງໃນການສັກຢາວັກຊີນກັນພະຍາດ," ກ່າວໂດຍ ທ່ານ ນາງ ດຣ. ພອນປະເສີດ ໄຊຍະມົງຄຸນ, ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ. "ການເອົາຊະນະອຸປະສັກກີດຂວາງທີ່ຖືກລະບຸໄວ້ໃນຜົນການຄົ້ນຄ້ວາດັ່ງກ່າວ ແມ່ນບູລິມະສິດໃນວຽກງານສາທາລະນະສຸກຂອງ ສປປ ລາວ ແລະ ມີຄວາມສຳຄັນທີ່ສຸດໃນການຮັບປະກັນ ການເຂົ້າເຖີງວັກຊີນສຳລັບທຸກຄົນ."

 

ສິດທີໃນການຕັດສິນໃຈຂອງແມ່ຍິງ

ຢູ່ຕະຫຼາດທີ່ມີບັນຍາກາດຄຶກຄັກໃນ ນະຄອນຫຼວງວຽງຈັນ ຫຼື ບ້ານຫ່າງໄກສອກຫຼີກ, ເຊັ່ນ ຢູ່ທີ່ ແຂວງຜົ້ງສາລີ, ມັກຈະພົບເຫັນແມ່ຄື ນາງ ຄໍາສີ, ອາຍຸພຽງ 28 ປີ, ແບກຫາບພາລະທັງໃນການເຮັດວຽກ ພ້ອມທັງ ການລ້ຽງລູກ. ນາງ ຄໍາສີ ໄດ້ເວົ້າວ່າ: "ລູກສາວຂ້ອຍໄດ້ພາດການສັກຢາວັກຊີນກັນພະຍາດໝາກແດງໃຫຍ່ ເພາະວ່າສຸກສາລາຢູ່ໄກເກີນໄປ ແລະ ຜົວຂອງຂ້ອຍບອກວ່າ ພວກເຮົາບໍ່ມີເງິນທີ່ຈະເດີນທາງໄປສຸກສາລາ."

ເລື່ອງລາວຂອງ ນາງ ຄຳສີ ເປັນເລື່ອງລາວທີ່ມັກຈະພົບເຫັນໃນເຂດຊົນນະບົດ ແລະ ສະທ້ອນໃຫ້ເຫັນເຖິງສະຖິຕິຈາກຜົນການຄົ້ນຄ້ວາໃໝ່: 60 ເປີເຊັນຂອງ ແມ່ຍິງ ທີ່ຖືກສໍາພາດສໍາລັບການຄົ້ນຄ້ວານັ້ນໄດ້ລາຍງານວ່າ ຕົນເອງຂາດຄວາມໝັ້ນໃຈໃນການຕັດສິນໃຈ ກ່ຽວກັບການສັກວັກຊີນ ແລະ ເພິ່ງພາອາໄສການຕັດສິນໃຈຂອງຜົວ ຫຼື ຜູ້ເຖົ້າໃນຄອບຄົວແທນ. ໃນບາງກໍລະນີ ແມ່ຍິງເປັນຜູ້ຕັດສິນໃຈຫຼັກ ກ່ຽວກັບການສັກວັກຊີນ, ໂດຍສະເພາະ ສໍາລັບວັກຊີນຮອບປົກກະຕິ ແລະ ວັກຊີນກັນພະຍາດມະເຮັງປາກມົດລູກ ສໍາລັບເດັກຍິງ, ແຕ່ຜູ້ຊາຍໃນຄອບຄົວ ມັກຈະຖືອໍານາດຕັດສິນສຸດທ້າຍ ແລະ ຍັງມີອິດທິພົນຫຼາຍກວ່າແມ່ໃນການຕັດສິນໃຈ ກ່ຽວກັບການສັກວັກຊີນສຳລັບເດັກຊາຍໃນຄອບຄົວ. ບໍ່ວ່າໃຜເປັນຜູ້ມີອິດທິພົນຫຼາຍກ່ວາກັນ, ຜົນຈາກການຄົ້ນຄ້ວາດັ່ງກ່າວ ກໍ່ໄດ້ຍົກໃຫ້ເຫັນວ່າ ໂດຍທົ່ວໄປແລ້ວ ເດັກ ຫຼື ໄວໜຸ່ມ ມີສິດໃນການຕັດສິນໃຈກ່ຽວກັບການຮັບວັກຊີນທີ່ຈໍາກັດ ໂດຍພໍ່ແມ່ເປັນຜູ້ຕັດສິນໃຈໃຫ້ແທນ ເຊິ່ງບາງທີ່ ການຕັດສິນໃຈຂອງພໍ່ແມ່ນນັ້ນ ຍັງອີງໃສຂໍ້ມູນທີ່ບໍ່ຖືກຕ້ອງ.

ນອກນັ້ນ, ບາງຊຸມຊົນຊົນເຜົ່າ ກໍ່ມີຄວາມເຊື່ອທາງວັດທະນະທໍາ ທີ່ອາດສ້າງຂໍ້ຈໍາກັດໃນການເຂົ້າເຖິງການດູແລສຸຂະພາບ ສໍາລັບ ແມ່ຍິງເຊັ່ນດຽວກັນ. ຕົວຢ່າງ, 50 ເປີເຊັນ ຂອງເດັກຍິງຊົນເຜົ່າ ແມ່ນແຕ່ງງານກ່ອນ ອາຍຸ 18 ປີ, ເຊິ່ງສາມາດຈຳກັດການເຂົ້າເຖິງໂອກາດໃນການສຶກສາຂອງພວກເຂົາ ພ້ອມໂອກາດໃນການໄດ້ຮັບວັກຊີນປ້ອງກັນພະຍາດມະເຮັງປາກມົດລູກ. ຄຽງ​ຄູ່​ກັນ​ນັ້ນ, ​ບາງຊຸມ​ຊົນຊົນເຜົ່າໃນເຂດ​ຊົນ​ນະ​ບົດ ກໍ່ຍັງຕ້ອງປະ​ເຊີນ​ໜ້າ​ກັບ​ອຸ​ປະ​ສັກ​ອື່ນໆ. ຊຸມຊົນເຫຼົ່ານີ້ ມີແນວໂນ້ມທີ່ຈະຢູ່ເຂດທີ່ຫ່າງໄກຈາກສຸກສາລາ ແລະ ພໍ່ແມ່ຜູ້ປົກຄອງຫຼາຍຄົນທີ່ອາໄສຢູ່ນັ້ນ ມັກຈະເດີນທາງໄປເຮັດວຽກທີ່ສວນ ໃນລະຫວ່າງໄລຍະການຈັດຕັ້ງຂະບວນການສັກຢາປ້ອງກັນພະຍາດ ເຮັດໃຫ້ມີຊ່ອງຫວ່າງໃນການຮັບຢາວັກຊີນໃນຊູມຊົນ. ຕົວຢ່າງນິ້ ສາມາດເຫັນໄດ້ຈາກຄວາມແຕກຕ່າງ ຂອງອັດຕາການສັກຢາກັນພະຍາດລະຫວ່າງ ເຂດຕົວເມືອງ ແລະ ຊົນນະບົດ, ໂດຍ ແຂວງຜົ້ງສາລີ ມີອັດຕາການສັກຢາປ້ອງກັນພະຍາດຮອບປົກກະຕິພຽງ 62 ເປີເຊັນ ທຽບກັບ 85 ເປີເຊັນ ໃນເຂດຕົວເມືອງ.

ຍິ່ງໄປກວ່ານັ້ນ, ຊ່ອງຫວ່າງທາງດ້ານລະບົບສາທາລະນະສຸກຍັງເປັນອີກອຸປະສັກໜື່ງ ເຊິ່ງລວມໄປເຖິງ: ການຂາດເປົ້າໝາຍແຍກເພດໃນນະໂຍບາຍການສັກຢາວັກຊີນ, ລາຍໄດ້ທີ່ພຽງພໍສໍາລັບພະນັກງານສາທາລະນະສຸກຍິງ (ເຊິ່ງກວມເອົາຈໍານວນ 71 ເປີເຊັນ ຂອງກໍາລັງແຮງງານສາທາລະນະສຸກທັງໝົດ) ແລະ ການຂາດຂໍ້ມູນແຍກເພດໃນວຽກງານສາທາລະນະສຸກ.

 

ເສັ້ນທາງຂ້າງໜ້າ

ທ່ານ ບິລາລ ດູຣານິ, ຜູ້ຕາງໜ້າ ອົງການຢູນິເຊັບ ປະຈຳ ສປປ ລາວ, ໄດ້ກ່າວວ່າ: “ເຖິງວ່າແມ່ຍິງຈະເປັນຜູ້ດູແລຫຼັກໃນຄອບຄົວ ແຕ່ພວກເຂົາຍັງຂາດສິດທິໃນການຕັດສິນໃຈ ກ່ຽວກັບການສັກຢາວັກຊີນ. ສະນັ້ນ, ເສັ້ນທາງຂ້າງໜ້າຂອງພວກເຮົາແມ່ນຈະແຈ້ງ ກໍ່ຄື ຈະຕ້ອງມີການສົ່ງເສີມສິດທີໃນການຕັດສິນໃຈຂອງແມ່ຍິງ, ສະໜອງຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ແກ້ໄຂສິ່ງທ້າທາຍໃນລະບົບສາທາລະນະສຸກຂອງພວກເຮົາ ເພື່ອຮັບປະກັນ ການເຂົ້າເຖິງວັກຊີນຢ່າງເທົ່າທຽມສໍາລັບທຸກຄົນ."

ສິ່ງສໍາຄັນແມ່ນ ການສ້າງຄວາມເຂັ້ມແຂງໃຫ້ກັບບັນດາແມ່ຍິງ ຄືກັບ ນາງ ຄຳສີ ທີ່ໄດ້ກ່າວມາກ່ອນໜ້ານີ້ ຜ່ານການສ້າງສະພາບແວດລ້ອມທີ່ເອື້ອອໍານວຍ, ລວມທັງ ການປັງປຸງການເຂົ້າເຖິງການບໍລິການ ແລະ ຂໍ້ມູນຂ່າວສານດ້ານສຸຂະພາບ, ແລະ ການປ່ຽນແປງພຶດຕິກຳ ແລະ ຄວາມເຊື່ອດ້ານສັງຄົມ ກ່ຽວກັບບົດບາດຍິງ-ຊາຍ ທີ່ຈໍາກັດການຕັດສິນໃຈຂອງແມ່ຍິງ ກ່ຽວກັບສຸຂະພາບ ແລະ ຄອບຄົວຂອງພວກເຂົາ. ນອກຈາກນັ້ນ, ການສົ່ງເສີມການມີສ່ວນຮ່ວມຂອງຜູ້ຊາຍ ແລະ ບັນດາພໍ່ ໃນການເບິ່ງແຍງດູແລເດັກ ແລະ ແບ່ງປັນໜ້າທີ່ການຕັດສິນໃຈໃນຄອບຄົວ, ພ້ອມການແກ້ໄຂອຸປະສັກໃນການສື່ສານ ໂດຍການຮັບປະກັນການເຂົ້າເຖິງຂໍ້ມູນກ່ຽວກັບວັກຊີນທີ່ເປັນພາສາຊົນເຜົ່າ ຄວນໄດ້ຮັບບຸລິມະສິດຕື່ມອີກເຊັ່ນກັນ. ການຮ່ວມມືກັບນາຍບ້ານ ແລະ ຜູ້ນໍາທາງດ້ານສາດສະໜາ, ເຊິ່ງເປັນຜູ້ທີ່ມີອິດທິພົນຕໍ່ການຕັດສິນໃຈຂອງ 80 ເປີເຊັນ ຂອງຄອບຄົວທີ່ມີຄວາມລັງເລໃນການຮັບວັກຊີນ, ກໍ່ມີຄວາມສໍາຄັນ.

ບັນດາອຸປະສັກເຫຼົ່ານີ້ ຄວນໄດ້ຮັບການແກ້ໄຂຢ່າງຮິບດ່ວນ ເພື່ອຮັບປະກັນການເຂົ້າເຖິງວັກຊີນສຳລັບທຸກໆຄົນ ໃນ ສປປ ລາວ.