ຊຸມຊົນໃນແຂວງຄຳມ່ວນຮ່ວມກຳນົດອະນາຄົດດ້ານໂພຊະນາການເດັກ

ພະນັກງານສາທາລະນະສຸກ ແລະ ຜູ້ນຳທ້ອງຖິ່ນໃນ 4 ເມືອງ ໄດ້ຮ່ວມກັນອອກແບບແນວທາງແກ້ໄຂດ້ານໂພຊະນາການ ໂດຍອີງໃສ່ສຽງສະທ້ອນ ແລະ ການສະເໜີຄວາມຕ້ອງການຈາກຄອບຄົວ.

Khangneun Oudomphone
Health workers and local leaders designed nutrition solutions for communities
UNICEF Laos/2026/admin
24 ມີຖຸນາ 2026

ເດັກນ້ອຍອາຍຸລຸ່ມ 5 ປີ, 1 ໃນ 3 ຄົນ ໃນ ສປປ ລາວ ມີພາວະຂາດສານອາຫານ ຫຼື ມີລວງສູງຕ່ຳກວ່າເກນມາດຕະຖານເມື່ອທຽບກັບອາຍຸ, ເຊິ່ງເປັນສັນຍານຂອງພາວະຂາດສານອາຫານຊໍາເຮື້ອ ທີ່ເລີ່ມຕົ້ນຕັ້ງແຕ່ເດັກຍັງຢູ່ໃນທ້ອງ ແລະ ສົ່ງຜົນຕໍ່ການຈະເລີນເຕີບໂຕ ແລະ ຊີວິດຂອງເດັກຕະຫຼອດໄປ. ໂດຍສະເພາະຢູ່ເຂດຫ່າງໄກສອກຫຼີກຂອງແຂວງຄໍາມ່ວນ, ຕົວເລກເດັກທີ່ຂາດສານອາຫານດັ່ງກ່າວຍິ່ງສູງກວ່ານັ້ນ. ຄອບຄົວທີ່ຢູ່ເບື້ອງຫຼັງຕົວເລກເຫຼົ່ານັ້ນບໍ່ແມ່ນເປັນພຽງສະຖິຕິເທົ່ານັ້ນ ແມ່ຮູ້ດີວ່າລູກຕ້ອງການຫຍັງ, ແຕ່ຄວາມຈິງຄືພວກເຂົາກໍາລັງປະເຊີນກັບອຸປະສັກຫຼາຍຢ່າງ ເຊັ່ນ: ການເຂົ້າເຖິງຄວາມຫຼາກຫຼາຍຂອງອາຫານຍັງມີຂໍ້ຈຳກັດ, ໄລຍະທາງໄປໂຮງໝໍ ຫຼື ສຸກສາລາຢູ່ຫ່າງໄກ, ແລະ ຍັງຂາດຄວາມຮູ້ກ່ຽວກັບວິທີການດູແລເດັກໃນໄລຍະ 1,000 ວັນທໍາອິດຂອງຊີວິດ.

ໃນເດືອນມິຖຸນາ 2026, ພະນັກງານສາທາລະນະສຸກ, ຜູ້ນໍາຊຸມຊົນ ແລະ ພະນັກງານລັດຈາກຂະແໜງການອື່ນໆລວມ 36 ຄົນ ເປັນຍິງ 16 ຄົນ, ໄດ້ມາເຕົ້າໂຮມກັນເປັນເວລາ 3 ວັນ ຢູ່ເມືອງມະຫາໄຊ ເພື່ອປຶກສາຫາລືວິທີການແກ້ໄຂສິ່ງທ້າທາຍເຫຼົ່ານີ້. ຜູ້ແທນຈາກ 4 ເມືອງເປົ້າໝາຍ ຄື: ມະຫາໄຊ, ບົວລະພາ, ນາກາຍ ແລະ ຍົມມະລາດ ທີ່ມາຈາກໂຮງໝໍ, ສຸກສາລາ, ຫ້ອງການກະສິກຳ ແລະ ທີມງານຈາກພະແນກສາທາລະນະສຸກແຂວງ ບໍ່ໄດ້ມານັ່ງຟັງການບັນຍາຍໃນຫ້ອງປະຊຸມ, ແຕ່ພວກເຂົາໄດ້ລົງໄປພົບປະກັບຊຸມຊົນ, ຮັບຟັງສຽງສະທ້ອນຈາກເຂົາເຈົ້າ, ແລ້ວຮ່ວມກັນອອກແບບແນວທາງແກ້ໄຂບັນຫາ.

A father holds his baby close during a community parenting session in Lao PDR.
UNICEF Laos/2026/admin A father holds his baby close during a community parenting session in Lao PDR.

ອອກແບບຮ່ວມກັບຊຸມຊົນ, ບໍ່ແມ່ນອອກແບບແທນຊຸມຊົນ

ກ່ອນທີ່ຈະຕົກລົງໃນແນວທາງໃດໜຶ່ງ, ຄະນະຜູ້ເຂົ້າຮ່ວມໄດ້ລົງຢ້ຽມຢາມ 02 ບ້ານເປົ້າໝາຍ. ບັນດາແມ່ໄດ້ແບ່ງປັນປັດໄຈຕ່າງໆທີ່ເປັນອຸປະສັກຕໍ່ການໃຫ້ນົມແມ່. ຂະນະທີ່ພະນັກງານສາທາລະນະສຸກໄດ້ອະທິບາຍເຖິງເຫດຜົນທີ່ບາງຄອບຄົວຍັງລໍຖ້າກ່ອນຈະພາລູກໄປຮັບການປິ່ນປົວ ຫຼື ຂໍຄຳປຶກສາດ້ານສຸຂະພາບ. ການສົນທະນາເຫຼົ່ານັ້ນບໍ່ໄດ້ເປັນພຽງຂໍ້ມູນປະກອບການຈັດກອງປະຊຸມເທົ່ານັ້ນ ແຕ່ໄດ້ກາຍເປັນພື້ນຖານສຳຄັນທີ່ຊ່ວຍກຳນົດຂໍ້ສະຫຼຸບ ແລະ ແນວທາງແກ້ໄຂທີ່ຖືກພັດທະນາຂຶ້ນຮ່ວມກັນ.

ຜູ້ເຂົ້າຮ່ວມໄດ້ເຫັນດີເອກະພາບ 3 ເປົ້າໝາຍບູລິມະສິດຫຼັກ ທີ່ອີງໃສ່ຫຼັກຖານ ແລະ ຂໍ້ມູນທາງວິຊາການ ຄື:

  • ສົ່ງເສີມການໃຫ້ນົມແມ່ຢ່າງດຽວຕັ້ງແຕ່ເກີດຈົນຮອດອາຍຸ 6 ເດືອນ ໂດຍບໍ່ໃຫ້ນ້ຳ ຫຼື ອາຫານທົດແທນອື່ນໆ
  • ໃຫ້ເດັກໄດ້ຮັບອາຫານເສີມທີ່ມີຄຸນຄ່າທາງໂພຊະນາການເໝາະສົມ ເລີ່ມແຕ່ອາຍຸ 6 ເດືອນ ພ້ອມກັບສືບຕໍ່ໃຫ້ນົມແມ່ຈົນຮອດອາຍຸ 2 ປີ.
  • ຕິດຕາມການເຕີບໂຕຂອງເດັກທຸກຄົນຢ່າງສະໝ່ຳສະເໝີ ແລະ ສາມາດເຂົ້າເຖິງການປິ່ນປົວໄດ້ຢ່າງທັນເວລາ ເມື່ອພົບພາວະຂາດສານອາຫານແບບຮຸນແຮງ.

ກິດຈະກຳດັ່ງກ່າວໄດ້ຮັບການນຳພາໂດຍຄະນະວິຊາການຈາກກະຊວງສາທາລະນະສຸກ, ສູນໂພຊະນາການ, ສູນສະຖິຕິ ແລະ ຂໍ້ມູນຂ່າວສານສາທາລະນະສຸກ, ຂະແໜງນ້ຳສະອາດ ແລະ ສຸຂາພິບານ (WASH) ແລະ ອົງການຢູນິເຊັບ ໂດຍໄດ້ຮັບການສະໜັບສະໜູນຈາກ ກອງທຶນໂພຊະນາການເດັກ (Child Nutrition Fund - CNF) ແລະ ທະນາຄານພັດທະນາອາຊີ (ADB).

Health workers guide a mother and her young child through a nutrition education booklet during a community parenting session in Lao PDR.
UNICEF Laos/2026/admin Health workers guide a mother and her young child through a nutrition education booklet during a community parenting session in Lao PDR.

ຈາກແຜນການສູ່ການປະຕິບັດ

ກອງທຶນໂພຊະນາການເດັກ (Child Nutrition Fund - CNF) ແມ່ນຄວາມຮ່ວມມືໃນລະດັບໂລກ ທີ່ມຸ່ງເລັ່ງຄວາມກ້າວໜ້າໃນການແກ້ໄຂບັນຫາພາວະຂາດສານອາຫານໃນເດັກ ໂດຍສະເພາະໃນປະເທດທີ່ຄວາມຄືບໜ້າຍັງຊ້າ. ໃນ ສປປ ລາວ, ການສະໜັບສະໜູນຈາກ CNF ກຳລັງຊ່ວຍໃຫ້ວຽກງານນີ້ກ້າວໄປໄກກວ່າການຈັດກິດຈະກຳພຽງຄັ້ງດຽວ ໂດຍສ້າງພື້ນຖານ ແລະ ເງື່ອນໄຂທີ່ຈຳເປັນ ເພື່ອໃຫ້ແນວທາງການເຮັດວຽກນີ້ສາມາດຂະຫຍາຍຜົນໄປສູ່ຊຸມຊົນ ແລະ ເມືອງອື່ນໆ ໄດ້ຢ່າງກວ້າງຂວາງ.

ແຕ່ລະເມືອງໃນຈຳນວນ 4 ເມືອງ ໄດ້ກັບຄືນພ້ອມດ້ວຍແຜນການປະຕິບັດທີ່ຊັດເຈນ, ການກຳນົດບົດບາດ ແລະ ໜ້າທີ່ຮ່ວມກັນລະຫວ່າງຂະແໜງສາທາລະນະສຸກ, ກະສິກຳ ແລະ ການເງິນ ພ້ອມທັງຂໍ້ຄວາມສື່ສານທີ່ຖືກພັດທະນາຂຶ້ນຈາກສຽງສະທ້ອນ ແລະ ປະສົບການຂອງຊຸມຊົນເອງ.

ພະນັກງານສາທາລະນະສຸກຈະນຳຂໍ້ຄວາມເຫຼົ່ານີ້ໄປສື່ສານກັບຄອບຄົວຕ່າງໆ ຜ່ານການຢ້ຽມຢາມຕາມບ້ານ, ການໃຫ້ບໍລິການຢູ່ສູນສຸຂະພາບ ແລະ ກິດຈະກຳລວມກຸ່ມໃນຊຸມຊົນ. ເປົ້າໝາຍແມ່ນຊັດເຈນ ເພື່ອໃຫ້ເດັກນ້ອຍໃນແຂວງຄຳມ່ວນເຕີບໃຫຍ່ແຂງແຮງມີໂພຊະນາການທີ່ດີກວ່າ, ໄດ້ຮັບການຕິດຕາມການຈະເລີນເຕີບໂຕ ແລະ ໄດ້ຮັບການເອົາໃຈໃສ່ດີຂື້ນກວ່າເກົ່າ.

ໃນປະເທດທີ່ເດັກນ້ອຍຈຳນວນໜຶ່ງຍັງປະສົບກັບພາວະຂາດສານອາຫານແບບຮຸນແຮງ ເຊິ່ງການຊ່ວຍໃຫ້ເດັກເຂົ້າເຖິງການປິ່ນປົວໄວຍັງເປັນສິ່ງທ້າທາຍ, ການຕັດສິນໃຈໃນລະດັບຄອບຄົວ ກ່ຽວກັບວ່າຈະປ້ອນອາຫານໃຫ້ເດັກເມື່ອໃດ ແລະ ປ້ອນແນວໃດ, ຫຼື ເມື່ອໃດຄວນພາເດັກໄປຮັບການຮັກສາເມື່ອຈຳເປັນ ລ້ວນມີຜົນກະທົບຕໍ່ສຸຂະພາບ ແລະ ອະນາຄົດຂອງເດັກໄປຕະຫຼອດຊີວິດ.