ປິວ ແລະ ການຊ່ວຍເຫຼືອທີ່ໄດ້ຮັບ
ການຊ່ວຍເຫຼືອທີ່ໄດ້ຮັບຈາກໂຄງການອາຫານທາງການແພດ (RUTF)
ນາງ ປິວ ເກີດເມື່ອວັນທີ 22 ເມສາ 2023 ເປັນໝຶ່ງໃນຈໍານວນເດັກນ້ອຍຂາດສານອາຫານທີຮ້າຍແຮງ ຫຼື SAM ທີ່ທາງໂຄງການໄດ້ໃຫ້ການຊ່ວຍເຫຼືອ ແລະ ຄຸ້ມຄອງ ເຊິ່ງນາງເກີດຢູ່ໃນຄວາມຄອບຄົບຊົນຊັ້ນປານກາງ ພໍ່ ແລະ ແມ່ຂອງລາວມີລູກນໍາກັນ 4 ຄົນຄື: ເອື້ອຍ 3 ຄົນ ແລະ ລາວເປັນລູກສາວຫຼ້າ ອາໄສຢູ່ທີ່ບ້ານ ສົບຫູດ, ເມືອງ ໂພນໄຊ, ແຂວງ ຫຼວງພະບາງ
ພວກເຮົາໄດ້ພົບ ນາງ ປິວ ໃນວັນທີ 22 ກໍລະກົດ 2024, ໃນຄະນະທີ່ທີມງານໂຄງການ, ພະນັກງານພະແນກສາທາລະນະສຸກແຂວງ ພ້ອມກັບພະນັກງານສາທາລະນະສຸກເມືອງໂພນໄຊ ໄດ້ລົງລົງຕິດຕາມ-ຊຸກຍູ້ ວຽກງານປ້ອງກັນໂພຊະນາການ ໂດຍໃຫ້ສຸຂະສຶກສາແກ່ປະຊາຊົນ, ໄດ້ເຮັດການປະເມີນໂພຊະນາການ ແລະ ກັ່ນກອງຊອກຫາເດັກນ້ອງຂາດສານອາຫານເດັກນ້ອຍລຸ່ມ 2 ປີ ແລະ ພົບວ່ານາງ ປິວ ອາຍຸໄດ້ 1 ປີ 3 ເດືອນ ນໍ້າໜັກ 6,9 ກິໂລ, ລວງສູງ 69 ຊັງຕີແມັດ, ຮອບແຂນ 11,2 ຊັງຕີແມັດ.
ສາເຫດແມ່ນເກີດມາຈາກການບໍ່ໄດ້ຮັບສານອາຫານທີ່ພຽງພໍຕໍ່ຄວາມຕ້ອງການຂອງຮ່າງກາຍ ແລະ ມີການການຖອກທ້ອງເປັນປະຈໍາ ເຮັດໃຫ້ເດັກບໍ່ຢາກກິນອາຫານ. ສະນັ້ນ, ທີມງານດ້ານໂພຊະນາການໄດ້ໃຫ້ສຸຂະສຶກສາກ່ຽວກັນການລ້ຽງດຸເດັກອ່ອນ-ເດັກນ້ອຍ ພ້ອມກັບໃຫ້ອາຫານທາງການແພດ (RUTF) ແລະ ຄໍາແນະນໍາວິທີການທີຈະໃຫ້ເດັກນ້ອຍຮັບປະທານ ໃຫ້ແກ່ຜູ້ດູແລເດັກ/ຜູ້ປົກຄອງເດັກ. ພ້ອມກັນນັ້ນ, ກໍ່ຍັງມອບໃຫ້ ອາສາສະໝັກສາທາລະນະສຸກ, ໂພຊະນາການຂັ້ນບ້ານ ແລະ ພະນັກງານສຸກສາລາດອນຄໍາ ສືບຕໍ່ໃນການຕິດຕາມ ແລະ ຊຸກຍູ້ຊ່ວຍເຫຼືອໃຫ້ຜູ້ປົກຄອງນໍາເອົາເດັກມາຮັບການບໍລິການຢູ່ທີ່ສຸກສາລາຕາມການນັດໝາຍຂອງແພດ.
ໃນຄັ້ງທີສອງຂອງການໄດ້ເຂົ້າສຸກສາລາເພື່ອການຕິດຕາມ ແມ່ນວັນທີ 18 ພະຈິກ 2024, ພະນັກງານໂຄງການປະຈໍາເມືອງ ໂພນໄຊ ແລະ ພະນັກງານຫ້ອງການສາທາລະນະສຸກເມືອງ ໄດ້ລົງຕິດຕາມ ແລະ ຊູກຍູ້ວຽກງານປ້ອງກັນໂພຊະນາການ ເຊິ່ງໃນຄັ້ງນີ້ແມ່ນທີມງານໄດ້ເຮັດການປະເມີນໂພຊະນາການ ແລະ ຊອກຫາເດັກນ້ອຍທີ່ຂາດສານອາຫານ. ການສຳຫຼວດດັ່ງກ່າວ, ໄດ້ພົບວ່າເດັກໄດ້ມີພັດທະນາການທີ່ດີຂຶ້ນຈາກຮອບທີ່ໜຶ່ງ ແຕ່ກະຍັງບໍ່ທັນຢູ່ໃນເກນປົກກະຕິ. ພ້ອມດຽວກັນ, ທາງທີມງານໂຄງການ, ວິຊາການແພດກໍ່ໄດ້ໃຫ້ການຊ່ວຍເຫຼືອໃຫ້ສຸຂະສຶກສາ ແລະ ສະໜອງອາຫານທາງການແພດ ພ້ອມມອບເງິນສົດຊ່ວຍຄ່າເດິນທາງເປັນຈໍານວນເງິນ 87,000 ກີບ ເພື່ອມອບໃຫ້ ພະນັກງານສຸກສາລາ, ອສບ ແລະ ຄະນະບ້ານ ສຶບຕໍ່ຊ່ວຍຕິດຕາມ ແລະ ຊຸກຍູ້.
ຄັ້ງທີສາມໃນການຕິດຕາມແມ່ນ ວັນທີ 24 ທັນວາ 2024 ເຊິ່ງພະນັກງານໂຄງການ ແລະ ພະນັກງານສາທາລະນະສຸກເມືອງລົງເກັບກໍາຂໍ້ມູນ, ສໍາພາດຜູ້ປົກຄອງເດັກ ເພື່ອປະເມີນໂພຊະນາການ ເຊິ່ງພົບວ່າເດັກໄດ້ອາຍຸ 1 ປີ 8 ເດືອນ ນໍ້າໜັກ 7,1 ກິໂລ, ລວງສູງ 73 ຊັງຕີແມັດ ແລະ ຮອບແຂນ 11,2 ຊັງຕີແມັດ. ເຫັນວ່າເດັກຍັງມີການຂາດຂາດອາຫານແບບຮ້າຍແຮງ, ມີອາກາດສົນຖອກທ້ອງ ເຊິ່ງທາງທີມງານໄດ້ຕັດສີນໃຈຮ່ວມກັບຜູ້ປົກຄອງຂອງເດັກນໍາສົ່ງໄປຮັບການປິ່ນປົວຢູ່ທີ່ໂຮງໝໍເພື່ອນລາວສໍາລັບເດັກນ້ອຍ ແລະ ໄດ້ຊ່ວຍຄ່າເດີນທາງເປັນຈໍານວນເງິນ 1,000,000 ກີບ.
ຜ່ານການຊ່ວຍເຫຼືອຂອງໂຄງການ, ຜູ້ປົກຄອງຂອງເດັກໄດ້ກ່າວວ່າມີຄວາມດີໃຈຫຼາຍ ແລະ ຂໍຂອບໃຈມາຍັງທີມງານໂຄງການ ແລະ ພະນັກງານແພດ ທີ່ໄດ້ໃຫ້ຄໍາອະທິບາຍກ່ຽວບັນຫາຂອງເດັກທີ່ຂາດສານອາຫານ. ພ້ອມກັນນ້ັນ, ກໍ່ຍັງໃຫ້ຂໍ້ມູນກ່ຽວກັບສຸຂະສຶກສາການເບິ່ງແຍງ-ລ້ຽງດູລູກ ພ້ອມກັບໃຫ້ການຊ່ວຍເຫຼືອທາງດ້ານງົບປະມານໃນການເດີນທາງນໍາເອົາລູກໄປກວດຕິດຕາມສຸຂະພາບຂອງລູກ ຢູ່ທີ່ສຸກສາລາບ້ານໂພນໄຊ.
ຜ່ານການຕິດຕາມ, ຊ່ວຍເຫຼືອຂອງພະນັກງານສຸກສາລາໄດ້ມີຄໍາເຫັນຕໍ່ກັບບັນຫາ ແລະ ສິ່ງທ້າທາຍ. ໃນກໍລະນີດັ່ງກ່າວພົບວ່າ ຜູ້ປົກຄອງຍັງບໍ່ທັນມີຄວາມເຂົ້າໃຈກ່ຽວກັບບັນຫາເດັກນ້ອຍຂາດສານອາຫານມີຜົນກະທົບແນວໃດຕໍ່ກັບການຈະເລີນເຕີບໂຕ ແລະ ພັດທະນາການຂອງເດັກ. ນອກຈາກນ້ັນ, ກໍ່ຍັງຂາດຄວາມຮູ້ກ່ຽວກັບໂພຊະນາການ ໂດຍສະເພາະການລ້ຽງດູເດັກນ້ອຍ-ເດັກອ່ອນ.
ການຊ່ວຍເຫຼືອດັ່ງກ່າວໄດ້ເຮັດໃຫ້ນາງປິວໄດ້ຮູ້ເຖິງການລ້ຽງລູກໃຫ້ຖືກຕ້ອງກັບໂພຊະນາການຂອງພວກເຂົາ ໂດຍສະເພາະແມ່ນການກ່ຽວກັບສານອາຫານ ແລະ ການພັດທະນາການຂອງເດັກນ້ອຍ. ໂຄງການກ່ຽວກັບແຜນການພັດທະນາ ແລະ ທົດສອບອາຫານເສີມທາງການແພດ (RUTF) ແມ່ນຕົວຊ່ວຍໃນການປັບປຸງຄຸນນະພາບຊີວິດຂອງເດັກນ້ອຍ ເພື່ອໃຫ້ພວກເຂົາໄດ້ຮັບສານອາຫານທີ່ຄົບຖ້ວນ ແລະ ມີພັດທະນາການທີ່ດີ ເຊິ່ງໄດ້ຮັບການສະໜັບສະໜູນຈາກ ອົງການຢູນິເຊັບ ເເລະ ສະຫະພາບເອີຣົບ ປະຈຳ ສປປ ລາວ, IRD ປະຈຳພາກພື້ນອາຊີ ແລະ ກະຊວງສາທາລະນະສຸກ ໄດ້ລົງຢ້ຽມຢາມ ໂຮງງານ ໄໝສະຫວັນ. ເພື່ອການເປັນຢູ່ທີ່ດີຂອງເດັກນ້ອຍໃນ ສປປ ລາວ.