ສະຫະລາຊະອານາຈັກອັງກິດ (UK) ໃຫ້ການຊ່ວຍເຫຼືອ ອາຫານເສີມທາງການແພດ ເພື່ອປິ່ນປົວເດັກຂາດສານອາຫານ ຈຳນວນ 3,500 ຄົນ
- English
- ລາວ
ທີ່ ແຂວງ ສະຫວັນນະເຂດ, ສປປ ລາວ ໃນວັນທີ 2 ພະຈິກ 2026 - ໃນມື້ນີ້, ລັດຖະບານແຫ່ງສະຫະລາຊະອານາຈັກອັງກິດ (UK), ພ້ອມດ້ວຍອົງການສະຫະປະຊາຊາດ ກອງທຶນສຳລັບເດັກ (UNICEF) ໄດ້ມອບອາຫານເສີມທາງການແພດ ຈໍານວນ 3,500 ແກ໋ດ ໃຫ້ແກ່ລັດຖະບານລາວ, ຕາງໜ້າຮັບໂດຍກະຊວງສາທາລະນະສຸກ ແລະ ຄະນະກໍາມະການປົກຄອງແຂວງ ສະຫວັນນະເຂດ. ການມອບ-ຮັບ ດັ່ງກ່າວນີ້ ແມ່ນເປັນສ່ວນໜຶ່ງຂອງການຊ່ວຍເຫຼືອລ້າ ຈາກສະຫະລາຊະອານາຈັກອັງກິດ ລວມມູນຄ່າ 200,000 ປອນ (ຫຼື ປະມານ 268,097 ໂດຣາສະຫະລັດ), ເຊິ່ງຈະຊ່ວຍປິ່ນປົວເດັກນ້ອຍອາຍຸຕໍ່າກວ່າ 5ປີ ຈຳນວນ 3,500 ຄົນ ທີ່ມີພາວະຂາດສານອາຫານກະທັນຫັນຮ້າຍແຮງ. ແຂວງສະຫວັນນະເຂດ ແມ່ນໜຶ່ງໃນ 3 ແຂວງ ທີ່ໄດ້ຮັບການຊ່ວຍເຫຼືອ ອາຫານເສີມທາງການແພດ ຈາກສະຫະລາຊະອານາຈັກອັງກິດ ໃນປີ 2026 ນີ້, ຄຽງຄູ່ກັບ ແຂວງ ສາລະວັນ ແລະ ເຊກອງ.
"ພາວະຂາດສານອາຫານກະທັນຫັນຮ້າຍແຮງ ແມ່ນສາມາດປິ່ນປົວໃຫ້ຫາຍດີໄດ້, ເຊິ່ງການຊ່ວຍເຫຼືອເດັກທີ່ຂາດສານອາຫານໃຫ້ໄດ້ຮັບການປິ່ນປົວຢ່າງທັນເວລາ ແມ່ນຫຼຸດຜ່ອນຄວາມສ່ຽງຕໍ່ການເສຍຊີວິດຂອງເດັກນ້ອຍ. ໃນນາມກະຊວງສາທາລະນະສຸກ, ພວກເຮົາຈະສືບຕໍ່ເຮັດວຽກຮ່ວມກັບຄູ່ຮ່ວມພັດທະນາເພື່ອຮັບປະກັນການບໍລິການທີ່ສາມາດເຂົ້າເຖິງເດັກທີ່ຕ້ອງການຄວາມຊ່ວຍເຫຼືອຢ່າງທົ່ວເຖິງ” ກ່າວໂດຍ: ທ່ານ. ປ.ອ. ວັນນະໄຊ ຊາດຕະກູນ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ.
“ດ້ວຍການສະໜັບສະໜູນຈາກສະຫະລາຊະອານາຈັກອັງກິດ ແລະ ອົງການສະຫະປະຊາຊາດກອງທຶນສຳລັບເດັກໃນຄັ້ງນີ້ແມ່ນທ່ວງທັນກັບເວລາ, ແຂວງສະຫວັນນະເຂດເປັນແຂວງທີ່ມີຈໍານວນພົນລະເມືອງສູງກວ່າແຂວງອື່ນໆ ເຊິ່ງກໍໝາຍເຖິງຈໍານວນເດັກນ້ອຍທີ່ກໍາລັງຢູ່ໃນຄວາມສ່ຽງຂາດສານອາຫານກໍມີສູງເຊັ່ນກັນ, ເຮັດໃຫ້ພະນັກງານສາທາລະນະສຸກຂອງພວກເຮົາ ໃນແຂວງສະຫວັນນະເຂດສາມາດເຂົ້າເຖິງເດັກນ້ອຍໄດ້ຫຼາຍຂຶ້ນດ້ວຍ ການບໍລິການປິ່ນປົວທີ່ຊ່ວຍຊີວິດເດັກ ທີ່ຢູ່ໃກ້ບ້ານພວກເຂົາ” ກ່າວໂດຍ: ທ່ານ. ທອງໃສ ໄຊຍະວົງຄຳດີ, ຮອງປະທານຄະນະກຳມະການປົກຄອງແຂວງ, ປະທານ ຄະນະກໍາມະການໂພຊະນາການແຂວງສະຫວັນນະເຂດ.
ອາຫານເສີມທາງການແພດ ແມ່ນໃຫ້ພະລັງງານສູງ, ອຸດົມໄປດ້ວຍວິຕາມິນ ແລະ ແຮ່ທາດທີ່ເຂັ້ມຂຸ້ນ ຈຳເປັນຕໍ່ການຟື້ນຟູກາຍຂອງເດັກນ້ອຍທີ່ກໍາລັງມີພາວະຂາດສານອາຫານກະທັນຫັນຮ້າຍແຮງ (ຈ່ອຍຜອມ). ເຊິ່ງສ່ວນຫຼາຍ ຈະມັກເອີ້ນກັນວ່າ “ອາຫານມະຫັດສະຈັນ” ເພາະບໍ່ຈຳເປັນຕ້ອງປຸງເເຕ່ງຫຍັງ ຫຼື ປະສົມກັບນໍ້າ, ສາມາດກິນໄດ້ເລີຍຈາກຊອງ. ນີ້ໝາຍຄວາມວ່າ ເດັກນ້ອຍສ່ວນໃຫຍ່ທີ່ຂາດສານອາຫານໂດຍບໍ່ມີອາການສົນຕ່າງໆ ສາມາດປິ່ນປົວຢູ່ເຮືອນ ເຮັດໃຫ້ພວກເຂົາຄ່ອຍໆພັກຟື້ນຢູ່ກັບຄອບຄົວຂອງພວກເຂົາ ພາຍໃຕ້ການຕິດຕາມດູແລຂອງພະນັກງານສາທາລະນະສຸກ ທີ່ໄດ້ຮັບການເຝິກອົບຮົມ ແທນທີ່ຈະນອນປິ່ນປົວຢູ່ໃນໂຮງໝໍ.
“ການປິ່ນປົວພາວະຂາດສານອາຫານກະທັນຫັນຮ້າຍແຮງ ສາມາດຊ່ວຍຊີວິດເດັກໄດ້ ແລະ ນີ້ແມ່ນໜຶ່ງໃນການລົງທຶນທີ່ມີປະສິດທິພາບສູງທີ່ສຸດ ຕໍ່ກັບການສ້າງອະນາຄົດຂອງເດັກນ້ອຍ. ສະຫະລາຊະອານາຈັກອັງກິດ (UK) ມີຄວາມພາກພູມໃຈ ເປັນຢ່າງຍິ່ງທີ່ໄດ້ຮ່ວມກັບ ອົງການສະຫະປະຊາຊາດ ກອງທຶນສຳລັບເດັກ(UNICEF) ໃຫ້ການຊ່ວຍເຫຼືອລັດຖະບານແຫ່ງ ສປປ ລາວ, ກໍຄືພະນັກງານສາທາລະນະສຸກທຸກທ່ານ ໃນການເອົາໃຈໃສ່ດູແລຮັກສາເດັກນ້ອຍທີ່ມີພາວະຂາດສານອາຫານຢູ່ແຂວງສະຫວັນນະເຂດ” ກ່າວໂດຍ: ທ່ານ ນ. ເຈິມາຍມາ ກໍດັນ-ດັຟ, ເອກອັກຄະລັດຖະທູດ ແຫ່ງສະຫະລາຊະອານາຈັກອັງກິດ ປະຈຳ ສປປ ລາວ.
ອັດຕາການຂາດສານອາຫານກະທັນຫັນ (ຈ່ອຍຜອມ) ໃນກຸ່ມເດັກນ້ອຍທີ່ມີອາຍຸຕໍ່າກວ່າ 5ປີ ໃນສປປ ລາວ ໄດ້ເພີ່ມຂຶ້ນຈາກ 5.9 ສ່ວນຮ້ອຍ ໃນປີ 2011-12 ມາເປັນ 10.7 ສ່ວນຮ້ອຍ ໃນປີ 2023 ເຊິ່ງຈັດຢູ່ໃນອັນດັບ “ສູງ” ຕາມມາດຕະຖານອົງການອະນາໄມໂລກ. ສະຖານະການຢູ່ແຂວງສະຫວັນນະເຂດ ແມ່ນຍິ່ງຮ້າຍແຮງ, ເດັກນ້ອຍມີອາຍຸຕ່ຳກວ່າ 5 ປີ ມີພາວະຂາດສານອາຫານກະທັນຫັນກວມອັດຕາ 16.4 ສ່ວນຮ້ອຍ ແລະ 4.3 ສ່ວນຮ້ອຍ ແມ່ນມີພາວະຂາດສານອາຫານກະທັນຫັນຮ້າຍແຮງ (LSIS-III, 2023).
ໃນລະດັບຊາດ, ຄາດວ່າຈະມີເດັກນ້ອຍປະມານ 55,000 ຄົນ ທີ່ປະສົບກັບພາວະຂາດສານອາຫານຢ່າງຮຸນແຮງ ໃນແຕ່ລະປີ, ແຕ່ມີໜ້ອຍກວ່າ 12 ສ່ວນຮ້ອຍ ທີ່ໄດ້ຮັບການປິ່ນປົວ. ນີ້ແມ່ນຊ່ອງຫວ່າງທີ່ສຳຄັນ ເນື່ອງຈາກວ່າ ເດັກນ້ອຍທີ່ມີພາວະຂາດ ສານອາຫານກະທັນຫັນຮ້າຍແຮງ ມີຄວາມສ່ຽງທີ່ຈະເສຍຊີວິດສູງກວ່າເດັກນ້ອຍທີ່ມີສຸຂະພາບແຂງແຮງປະມານ 12 ເທົ່າ.
“ພວກເຮົາຮູ້ສຶກຂອບໃຈເປັນຢ່າງຍິ່ງ ມາຍັງສະຫະລາຊະອານາຈັກອັງກິດ (UK) ສຳລັບການສະໜັບສະໜູນໃນຄັ້ງນີ້. ເປົ້າໝາຍຮ່ວມກັນຂອງພວກເຮົາແມ່ນ ເພື່ອໃຫ້ເດັກນ້ອຍທຸກຄົນໃນ ສປປ ລາວ ທີ່ມີພາວະຂາດສານອາຫານກະທັນຫັນຮ້າຍແຮງ ໄດ້ຮັບການປິ່ນປົວ ແລະ ເບິ່ງແຍງດູແລທີ່ເໝາະສົມ ໂດຍມີການສະໜັບສະໜູນລະບົບການເງິນແຫ່ງຊາດທີ່ຍືນຍົງ.” ກ່າວໂດຍ ທ່ານ. ບີລາລ ອູແຣັງ ເຊັບ ດູຣານິ, ຜູ້ຕາງໜ້າອົງການສະຫະປະຊາຊາດ ກອງທຶນສຳລັບເດັກ ປະຈຳ ສປປ ລາວ.
ອົງການສະຫະປະຊາຊາດ ກອງທຶນສຳລັບເດັກ (UNICEF) ເປັນຜູ້ຊ່ວຍເຫຼືອລັດຖະບານໃນການຄຸ້ມຄອງບໍລິຫານລະບົບ ສະໜອງອາຫານເສີມທາງການແພດໃນປະເທດ. ຖ້າຫາກການຈັດສົ່ງຂາດຊ່ວງພຽງເລັກນ້ອຍເດັກນ້ອຍກໍຈະຕົກ ຢູ່ໃນຄວາມສ່ຽງ ແລະ ຖ້າຫາກບໍ່ມີອາຫານເສີມທາງການແພດນີ້, ພະນັກງານສາທາລະນະສຸກ ຕ້ອງໄດ້ຊອກຫາທາງເລືອກອື່ນທີ່ບໍ່ໄດ້ຖືກອອກແບບມາເພື່ອປິ່ນປົວພາວະຂາດສານອາຫານກະທັນຫັນຮ້າຍແຮງທີ່ມີປະສິດທິພາບຫຼຸດລົງ. ສິ່ງເຫຼົ່ານີ້ອາດຈະເພີ່ມຄວາມສ່ຽງເຮັດໃຫ້ອາການສົນຂອງເດັກຊຸດໂຊມລົງ ອາດຈະໄດ້ຮັບການປິ່ນປົວຢູ່ໂຮງໝໍ ຫຼື ເຖິງຂັ້ນເປັນອັນຕະລາຍຕໍ່ຊີວິດ.
ພາຍຫຼັງ ພິທີມອບ-ຮັບ ໃນຄັ້ງນີ້, ຄະນະຜູ້ແທນກໍຍັງໄດ້ເດີນທາງໄປຢ້ຽມຢາມເມືອງອາດສະພານທອງ, ເຊິ່ງເປັນໜຶ່ງໃນເມືອງທີ່ໄດ້ຈັດຕັ້ງປະຕິບັດການຄຸ້ມຄອງກໍລະນີເດັກທີ່ມີພາວະຂາດສານອາຫານກະທັນຫັນຮ້າຍແຮງໃນຊຸມຊົນ.
ຕິດຕໍ່ຜູ້ຮັບຜິດຊອບຂ່າວ
ກ່ຽວກັບອົງການຢູນິເຊັບ
ອົງການຢູນິເຊັບ ເຮັດວຽກໃນບາງບ່ອນທີ່ຫຍຸ້ງຍາກທີ່ສຸດ ເພື່ອເຂົ້າເຖິງເດັກທີ່ດ້ອຍໂອກາດທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດແຄວ້ນ, ພວກເຮົາເຮັດວຽກເພື່ອເດັກທຸກຄົນ ແລະ ໃນທຸກແຫ່ງຫົນ ເພື່ອສ້າງໂລກທີ່ດີກວ່າສໍາລັບທຸກຄົນ.
ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນິເຊັບ ແລະ ວຽກງານຂອງອົງການເພື່ອເດັກ ຈົ່ງເຂົ້າເບິ່ງ www.unicef.org.
ຕິດຕາມອົງການຢູນິເຊັບໃນ Twitter and Facebook