ການສຶກສາເດັກ Zero-Dose ໃນ ສ.ປ.ປ. ລາວ: ຜົນການຄົ້ນຄວ້າດ້ວຍວິທີປະສົມປະສານ

22 ກັນຍາ 2025
How Lao youth are leading the way towards a greener environment.
UNICEF/2025/UNICEFLAOS

ເດັກ “Zero-dose” ແມ່ນເດັກທີ່ບໍ່ເຄີຍໄດ້ຮັບວັກຊີນ Pentavalent ຄັ້ງທຳອິດກ່ອນອາຍຸຄົບ 1 ປີ. ການມີຢູ່ຂອງເດັກກຸ່ມນີ້ ຖືເປັນສິ່ງທ້າທາຍສຳຄັນຕໍ່ການບັນລຸເປົ້າໝາຍການຄຸ້ມຄອງວັກຊີນຢ່າງທົ່ວໜ້າໃນ ສ.ປ.ປ. ລາວ. ເຖິງແມ່ນວ່າອັດຕາການຮັບວັກຊີນໂດຍລວມເພີ່ມຂຶ້ນໃນຊ່ວງຫຼາຍປີຜ່ານມາ, ແຕ່ກໍ່ຍັງມີຄວາມແຕກໂຕນໃນການເຂົ້າເຖິງ, ໂດຍສະເພາະໃນຊຸມຊົນທີ່ຫ່າງໄກ, ຊົນເຜົ່າສ່ວນນ້ອຍ ແລະ ຄອບຄົວທີ່ທຸກຍາກ. ຄວາມທ້າທາຍນີ້ອາດສົ່ງຜົນກະທົບຕໍ່ເປົ້າໝາຍການຄຸ້ມຄອງວັກຊີນ 95% ຂອງຊາດ ແລະ ເປົ້າໝາຍລະດັບໂລກຕາມ Immunization Agenda 2030 (IA2030).

ຄວາມເປັນມາຂອງໂຄງການ

ການສຶກສາຄັ້ງນີ້ໄດ້ຖືກດຳເນີນໂດຍ ຄະນະສາທາລະນະສຸກສາດ, ມະຫາວິທະຍາໄລວິທະຍາສາດສຸຂະພາບ (ນຳໂດຍ ຮອງສາດສະດາຈານ ດຣ. ວັນພະນອມ ສີຈະເຣີນ ແລະ ທີມງານຄົ້ນຄວ້າ), ດ້ວຍການສະໜັບສະໜູນຈາກ UNICEF ແລະ Gavi, the Vaccine Alliance. ການສຶກສາໄດ້ໃຊ້ວິທີການຜະສົມຜະສານ (Mixed-Methods), ປະກອບດ້ວຍການສຳຫຼວດທາງດ້ານປະລິມານ ໃນຜູ້ປົກຄອງເດັກ ຈຳນວນ 571 ຄົນ ໃນເມືອງໄຊທານີ (ນະຄອນຫຼວງ), ເມືອງດັກຈຶງ (ເຊກອງ), ແລະ ເມືອງຮຸນ (ອຸດົມໄຊ), ສົມທົບກັບການສຶກສາແບບຄຸນນະພາບ ທີ່ໃຊ້ວິທີສຳພາດລົງເລິກ, ສົນທະນາກຸ່ມ, ແລະ ການສຳພາດບຸກຄົນສຳຄັນ. ເປົ້າໝາຍແມ່ນການປະເມີນຄວາມຊຸມຂອງເດັກທີ່ຢູ່ໃນສະຖານະ Zero-dose ແລະ ການວິເຄາະປັດໃຈທາງສັງຄົມ-ເສດຖະກິດ ແລະ ລະບົບການບໍລິການສຸຂະພາບ ທີ່ມີຜົນກະທົບຕໍ່ການເຂົ້າເຖິງວັກຊີນ.

How Lao youth are leading the way towards a greener environment.
UNICEF/2025/UNICEFLAOS

ຜົນການສຶກສາທີ່ພົ້ນເດັ່ນ

  • ຄວາມຊຸກຊຸມ: ປະມານ 15% ຂອງເດັກທີ່ສຳຫຼວດ ແມ່ນຢູ່ໃນສະຖານະ Zero-dose, ເຊິ່ງມີອັດຕາສູງສຸດໃນ ແຂວງອຸດົມໄຊ.
  • ອຸປະສັກຂອງຊຸມຊົນ: ຄອບຄົວຊົນເຜົ່າ ແລະ ບ້ານທີ່ຫ່າງໄກປະສົບຄວາມຫຍຸ້ງຍາກໃນການເຂົ້າເຖິງເນື່ອງຈາກຖະໜົນບໍ່ດີ, ພາລະໃນວຽກກະສິກຳ, ຄວາມເຊື່ອທາງດ້ານວັດທະນະທຳ ແລະ ຄວາມກັງວົນເລື່ອງຜົນຂ້າງເຄີຍຂອງວັກຊີນ.
  • ອຸປະສັກໃນລະບົບການບໍລິການສຸຂະພາບ: ຂາດເຄື່ອງມື ແລະ ວັກຊີນ, ການລົງບໍລິການເຄື່ອນທີ່ບໍ່ສະໝ່ຳສະເໝີ, ຂາດການປະສານງານ ແລະ ຂາດບຸກຄະລາກອນສາທາລະນະສຸກ.
  • ປັດໃຈກຳນົດ: ແມ່ຜູ້ດູແລທີ່ມີການສຶກສາສູງ, ມີການສະໜັບສະໜູນຈາກຄອບຄົວ ແລະ ໄວ້ວາງໃຈໃນພະນັກງານສາທາລະນະສຸກ ມັກຈະພາເດັກໄປຮັບວັກຊີນ. ໃນທາງກົງກັນຂ້າມ, ຄວາມບໍ່ໝັ້ນໃຈ ແລະ ຂໍ້ມູນຜິດພາດ ຈະເພີ່ມຄວາມລັງເລຕໍ່ການສັກວັກຊີນ.
  • ຄວາມໄວ້ວາງໃຈ: ພະນັກງານສາທາລະນະສຸກເປັນແຫຼ່ງຂໍ້ມູນທີ່ໄດ້ຮັບຄວາມໄວ້ວາງໃຈຫຼາຍທີ່ສຸດ, ແຕ່ການມີສ່ວນຮ່ວມຂອງນາຍບ້ານ ແລະ ອາສາສະໝັກສາທາລະນະສຸກແມ່ນມີຄວາມຈຳເປັນໃນການເສີມສ້າງຄວາມໄວ້ວາງໃຈໃນຊຸມຊົນ.

ຂໍ້ແນະນຳ

  • ເສີມຂະຫຍາຍການລົງບໍລິການເຄື່ອນທີ່ໃນຊຸມຊົນທີ່ຫ່າງໄກ ແລະ ຊົນເຜົ່າສ່ວນນ້ອຍ ໂດຍກຳນົດຕາຕະລາງວັກຊີນທີ່ສະໝໍ່າສະເໝີ ແລະ ຍືດຫຍຸ່ນ.
  • ຮັບປະກັນການສະໜອງວັກຊີນທີ່ຕໍ່ເນື່ອງ ແລະ ຫຼຸດຜ່ອນການພາດໂອກາດ.
  • ເພີ່ມຄວາມໄວ້ວາງໃຈຂອງຜູ້ປົກຄອງເດັກ ໂດຍການພັດທະນາທັກສະການສື່ສານຂອງພະນັກງານສາທາລະນະສຸກ, ຕອບສະໜອງດ້ວຍຄວາມເຂົ້າໃຈ ແລະ ຄວາມເຫັນອົກເຫັນໃຈ.
  • ສະໜັບສະໜູນອຳນາດການປົກຄອງບ້ານ ແລະ ອາສາສະໝັກສາທາລະນະສຸກ ດ້ວຍຄວາມຮູ້ ແລະ ການເສີມສ້າງການຮັບຮອງວັກຊີນໃນຊຸມຊົນ.
  • ສົ່ງເສີມການມີສ່ວນຮ່ວມຂອງຄອບຄົວ ແລະ ເຄືອຂ່າຍຊຸມຊົນ ລວມທັງພໍ່, ຜູ້ເຖົ້າ ແລະ ຜູ້ນຳສາສະໜາ.
  • ນຳໃຊ້ກົນລະຍຸດທີ່ເນັ້ນຄວາມເທົ່າທຽມ ເພື່ອໃຫ້ບູລິມະສິດຜູ້ດ້ອຍໂອກາດ ເພື່ອໃຫ້ສອດຄ່ອງກັບ IA2030 ແລະ ເປົ້າໝາຍການສັກວັກຊີນແຫ່ງຊາດ.

ຕິດຕໍ່ຜູ້ຮັບຜິດຊອບຂ່າວ

ທ່ານ ໄຊມ້ອນ ນາເຊີ
ຫົວໜ້າພະແນກສື່ສານ
ອົງການຢູນີເຊັບ ປະຈໍາ ສປປ ລາວ
ໂທລະສັບ: +856 2055519681
ອີເມວ: [email protected]
ທ່ານ ໄຊໂກສົນ ຊານຸບານ
ວິຊາການພະແນກສື່ສານມວນຊົນ
ອົງການ ຢູນິເຊັບ ປະຈໍາ ສປປ ລາວ.
ໂທລະສັບ: +856 20 54005000
ອີເມວ: [email protected]

ກ່ຽວກັບອົງການຢູນິເຊັບ

ອົງການຢູນິເຊັບ ເຮັດວຽກໃນບາງບ່ອນ​ທີ່ຫຍຸ້ງຍາກ​ທີ່ສຸດ ເພື່ອເຂົ້າເຖິງເດັກທີ່ດ້ອຍໂອກາດທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດແຄວ້ນ​, ພວກເຮົາເຮັດວຽກເພື່ອເດັກ​ທຸກຄົນ ແລະ ໃນທຸກແຫ່ງຫົນ​ ເພື່ອສ້າງໂລກທີ່ດີກວ່າສໍາລັບທຸກຄົນ.

ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນິເຊັບ ແລະ ວຽກງານຂອງອົງການ​ເພື່ອ​ເດັກ​ ຈົ່ງ​ເຂົ້າເບິ່ງ www.unicef.org.

ຕິດຕາມອົງການຢູນິເຊັບ​ໃນ  Twitter and Facebook