ຫ້ອງນໍ້າຂອງນ້ອຍ

ປົກປ້ອງຄົນທີ່ທ່ານຮັກດ້ວຍສຸຂະອະນາໄມທີ່ດີ

UNICEF LAOS
 Movie scenes from the short film: Mother and daughter was hugging each other
ທ້າວ ຈັນທະວົງ ຊາພິຈິດ Chanthavong Xaphichit
19 ພະຈິກ 2025
‘Noi’s Toilet’ short film poster
ທ້າວ ສຸກຖາວອນ ທະໜອມນົນ (ໂປສເຕີ) Soukthavone THANOMENON

ລາງວັນຮູບເງົາສັ້ນ

ຫ້ອງນໍ້າຂອງນ້ອຍ ແມ່ນຮູບເງົາສັ້ນທີ່ໄດ້ຮັບລາງວັນຊະນະເລີດ ອັນດັບໜຶ່ງ ໃນການແຂ່ງຂັນຜະລິດຮູບເງົາສັ້ນ ພາຍໃຕ້ຫົວຂໍ້: "ຮັກລູກໃຫ້ໃສ່ໃຈ, ຄອບຄົວຜາສຸກ ພ້ອມກັນພັດທະນາ" ​ເຊິ່ງເປັນການຊຸກຍູ້​ໃຫ້​ນັກ​ສ້າງ​ຮູບ​ເງົາ​ໄວໜຸ່ມ ໄດ້​ສ້າງສື່​ທີ່​ມີ​ຄວາມ​ໝາຍ  ​ແລະ ການ​ໃຫ້ຄວາມຮູ້. ຮູບເງົາເລື່ອງນີ້, ໄດ້ສະແດງໃຫ້ເຫັນເຖິງແນວຄວາມຄິດສ້າງສັນ ແລະ ເປັນການຊຸກຍູ້ໃຫ້ປະຊາຊົນມີສຸຂະລັກສະນະທີ່ດີ ເຊິ່ງໄດ້ຖືກຜະລິດໂດຍຜ່ານການຮ່ວມມືລະຫວ່າງງ ອົງການ ຢູນີເຊບ ລາວ ແລະ ສະຫະພັນແມ່ຍິງລາວ ໂດຍໄດ້ຮັບການສະໜັບສະໜຸນຈາກ ລັດຖະບານແຫ່ງອົດສະຕຣາລີ ຜ່ານແຜນງານ #ANCP

 

Embedded video follows
Soukthavone THANOMENONA

ກ່ຽວກັບຮູບເງົາ

ຮູບເງົາສັ້ນເລື່ອງນີ້, ໄດ້ເລົ່າຜ່ານຕົວລະຄອນ ນາງ ນ້ອຍ ທີ່ອາໄສຢູ່ກັບຄອບຄົວໃນຊົນນະບົດແຫ່ງໜຶ່ງ ເມື່ອລາວຮູ້ວ່າແມ່ຂອງລາວກໍາລັງຖືພາ. ນາງ ນ້ອຍ ໄດ້ຮຽນກ່ຽວກັບສຸຂະສຶກສາຢູ່ໂຮງຮຽນກ່ຽວກັບການຖ່າຍຊະຊາຍ ເຊິ່ງສົ່ງຜົນອັນຕະລາຍໃຫ້ເປັນພະຍາດຖອກທ້ອງ ແລະ ສາມາດສົົ່ງຜົນກະທົບໃຫ້ກັບນ້ອງຊາຍໃນທີ່ກໍາລັງຢູ່ໃນທ້ອງຂອງແມ່ນໍາ, ເພາະນາງນ້ອຍຢາກໃຫ້ນ້ອງໄດ້ເກີດມາໃນສະພາບແວດລ້ອມທີ່ສະອາດ ແລະ ດີຕໍ່ສຸຂະພາບ ລາວຈຶ່ງຢາກໃຫ້ສ້າງຫ້ອງນໍ້າຂຶ້ນມາ.

ບໍ່ວ່າຈະເກີດຄວາມເຫັນຕ່າງຍ້ອນຍຸກສະໄໝ ຫຼື ດ້ານຄວາມເຊື່ອ ນາງນ້ອຍກໍຍັງຄົງຍຶດໝັ້ນໃນຄວາມສໍາຄັນຂອງການມີສຸຂະອະນາໄມທີ່ດີ. ຮູບເງົາສັ້ນນີ້, ໄດ້ສ່ອງແສງໃຫ້ເຫັນເຖິງບັນຫາທີ່ ຍັງບໍ່ມີຫ້ອງນໍ້າໃຫ້ໃຊ້ໄດ້ທົ່ວເຖິງ ແລະ ຄວາມທ້າທາຍ ໂດຍສະເພາະໃນເຂດຊົນນະບົດປະເທດລາວ.

The filming crew captured the family talking scene
ທ້າວ ຈັນທະວົງ ຊາພິຈິດ Chanthavong Xaphichit
 Movie scenes from the short film: Filming crew from 'Noi's Toilet' was video shotting the character.
ທ້າວ ຈັນທະວົງ ຊາພິຈິດ Chanthavong Xaphichit

ເລື່ອງ ຫ້ອງນໍ້າຂອງນ້ອຍ ສະທ້ອນເຖິງສະພາບຄວາມເປັນຈິງໃນສັງຄົມລາວປັດຈຸບັນ ໃນຂະນະທີ່ສ້າງບັນດານໃຈໃຫ້ເກີດຄວາມປ່ຽນແປງທີ່ດີພາຍໃນຄອບຄົວ ແລະ ຊຸມຊົນ. ຫ້ອງນ້ ແລະ ສຸຂະອະນາໄມທີ່ດີແມ່ນມີຄວາມສຳຄັນຕໍ່ການປ້ອງກັນສຸຂະພາບຂອງນ້ອງທີ່ຍັງບໍ່ທັນເກີດຂອງ ນາງ ນ້ອຍ ແລະ ລວມໄປເຖິງຊຸມຊົນອ້ອມຂ້າງ.

ຕົວລະຄອນ ນາງ ນ້ອຍ ທີ່ມີຄວາມມຸ່ງໝັ້ນທະເຍີທະຍານທີ່ທ້າ​ທາຍ​​ຄວາມຄິດ​ ແລະ ຄວາມເຊື່ອເດີມຫຼ້າຫຼັງນັ້ນເປັນສິ່ງທີ່ໜ້າຊົມເຊີຍ ແລະ ໄດ້ສ້າງຄວາມ​ອົບ​ອຸ່ນໃຈໃຫ້ກັບຜູ້ຊົມຈໍານວນຫຼາຍ. ເລື່ອງຂອງລາວສາມາດກະຕຸ້ນໃຫ້ບັນດາໝູ່ບ້ານໃນລາວຍົກລະດັບຄຸນະພາບຊີວິດໃຫ້ລົບລ້າງການຖ່າຍຊະຊາຍໄປເທື່ອລະບາດກ້າວ

Audience gave big applause to the short film winners
UNICEF LAOS/2025

ໃນ ສປປ ລາວ, 1 ໃນ 11 ຄົນຍັງມີການຖ່າຍຊະຊາຍ ໂດຍໃຊ້ພຸ່ມໄມ້, ຢູ່ທົ່ງນາ ຫຼື ໃນປ່າ. ດັ່ງນັ້ນ, ການມີສຸຂະລັກສະນະທີ່ດີ ຈຶ່ງເປັນສິ່ງສໍາຄັນໃນການ ດູແລໃຫ້ສະຖາບັນຄອບຄົວນັ້ນມິສຸຂະພາບທີ່ດີ ແລະ ຊຸມຊົນມີຄວາມປອດໄພຈາກພະຍາດ.

ສປປ ລາວ ໄດ້ມີການຂັບເຄື່ອນດ້ານສຸຂາພິບານທັງໝົດໄດ້ຮັບການສະໜັບສະໜູນຈາກກະຊວງສາທາລະນະສຸກ, ອົງການ UNICEF, ອົງການພັດທະນາຂອງເນເທີແລນ(SNV), ລັດຖະບານອົດສະຕຣາລີ ແລະ ຄູ່ຮ່ວມພັດທະນາອື່ນໆ ຫຼຸດຜ່ອນການຂັບຖ່າຍຊະຊາຍຈາກ 61% ໃນປີ 2000 ມາເປັນ 9% ໃນປີ 2024.

ສປປ ລາວ ໄດ້ມີການເຄື່ອນໄຫວໃນການຍຸຕິການຂັບຖ່າຍຊະຊາຍ ໂດຍໄດ້ຮັບການສະໜັບສະໜູນຈາກກະຊວງສາທາລະນະສຸກ, ອົງການ ຢູນີເຊບ, ອົງການພັດທະນາຂອງເນເທີແລນ (SNV), ລັດຖະບານແຫ່ງອົດສະຕຣາລີ ແລະ ຄູ່ຮ່ວມພັດທະນາອື່ນໆ ເພື່ອຫຼຸດຜ່ອນການຂັບຖ່າຍຊະຊາຍຈາກ 61% ໃນປີ 2000 ມາເປັນ 9% ໃນປີ 2024.