ວຽກງານສັກວັກຊີນຂອງເດັກໃນທົ່ວໂລກຍັງຄົງທີ່, ແຕ່ຍັງມີເດັກນ້ອຍເກີດໃໝ່ຫຼາຍກວ່າ 14 ລ້ານຄົນທີ່ບໍ່ໄດ້ຮັບວັກຊີນ - ອົງການອະນາໄມໂລກ, ອົງການຢູນິເຊັບ
- English
- ລາວ
ເຈນີວາ/ນະຄອນນິວຢອກ, ວັນທີ 15 ກໍ່ລະກົດ ປີ 2025 - ໃນປີ 2024, ມີເດັກເກີດໃໝ່ທົ່ວໂລກ 89% ຫຼື ປະມານ 115 ລ້ານຄົນໄດ້ຮັບວັກຊີນປ້ອງກັນ ພະຍາດຄໍຕີບ (diphtheria), ບາດທະຍັກ (tetanus) ແລະ ໄອກຸນ (pertussis) (DTP) ຢ່າງໜ້ອຍ 1 ໂດສ ແລະ 85% ຫຼື ປະມານ 109 ລ້ານຄົນໄດ້ຮັບວັກຊີນຄົບທັງ 3 ໂດສ, ອີງຕາມຂໍ້ມູນການອັດຕາການສັກວັກຊີນໃນລະດັບຊາດທີ່ີ່້ຖືກເຜີຍແຜ່ໃນມື້ນີ້ ໂດຍອົງການ ອະນາໄມໂລກ (WHO) ແລະ ອົງການຢູນິເຊັບ (UNICEF).
ເມື່ອທຽບກັບປີ 2023 ມີເດັກປະມານ 171,000 ຄົນ ທີ່ໄດ້ຮັບວັກຊີນຢ່າງໜ້ອຍ 1 ໂດສເພີ່ມຂຶ້ນ ແລະ ມີເດັກອີກປະມານ 1 ລ້ານຄົນທີ່ໄດ້ຮັບວັກຊີນຄົບທັງ 3 ໂດສຂອງວັກຊີນລວມ DTP. ເຖິງແມ່ນວ່າຕົວເລກທີ່ເພີ່ມຂຶ້ນຈະບໍ່ຫຼາຍ, ແຕ່ມັນກໍ່່ສະແດງໃຫ້ເຫັນເຖິງຄວາມກ້າວໜ້າຢ່າງຕໍ່້ເນື່ອງຂອງປະເທດຕ່າງໆ ໃນການເຮັດວຽກເພື່ອປົກປ້ອງສຸຂະພາບຂອງເດັກ ເຖິງຈະຕ້ອງປະເຊີນໜ້າກັບສິ່ງທ້າທາຍທີ່ເພີ່ມຂຶ້ນກໍ່ຕາມ.
ແນວໃດກໍ່ຕາມ, ໃນປີທີ່ຜ່ານມາມີເດັກເກີດໃໝ່ເກືອບ 20 ລ້ານຄົນທີ່ຍັງບໍ່ໄດ້ຮັບວັກຊີນ DTP ຢ່າງໜ້ອຍ 1 ໂດສ ເຊິ່ງ ລວມເຖິງເດັກທີ່ ບໍ່ໄດ້ຮັບວັກຊີນເລີຍ (“Zero-Dose”) ຈໍານວນ 14.3 ລ້ານຄົນ. ເດັກທີ່ບໍ່ໄດ້ຮັບວັກຊີນເລີຍແມ່ນມີຈຳນວນສູງກວ່າເປົ້າໝາຍໃນປີ 2024 ທີ່ກຳນົດໄວ້ໃນວາລະການສ້າງພູມຄຸ້ມກັນໃນປີ 2030 ເຖິງ 4 ລ້ານຄົນ ແລະ ເພີ່ມຂຶ້ນ 1.4 ລ້ານຄົນ ເມື່ອທຽບກັບປີ 2019 ເຊິ່ງເປັນປີບັນທັດຖານໃນການວັດແທກຄວາມກ້າວໜ້າ.
ວັກຊີນຊ່ວຍຊີວິດ, ຊ່ວຍໃຫ້ບຸກຄົນ, ຄອບຄົວ, ຊຸມຊົນ, ເສດຖະກິດ ແລະ ປະເທດຊາດຈະເລີນກ້າວໜ້າ” ກ່າວໂດຍ ທ່ານ ດຣ. Tedros Adhanom Ghebreyesus, ຜູ້ອຳນວຍການໃຫຍ່ຂອງອົງການອະນາໄມໂລກ. “ເປັນເລື່ອງທີ່ໜ້າຍິນດີທີ່ໄດ້ເຫັນເດັກໄດ້ຮັບວັກຊີນເພີ່ມຂຶ້ນຢ່າງຕໍ່ເນື່ອງ. ເຖິງຢ່າງໃດກໍຕາມກໍຍັງມີວຽກງານອີກຫຼາຍຢ່າງທີ່ຕ້ອງປະຕິບັດ. ການຖືກຕັດງົບປະມານຊ່ວຍເຫຼືອຢ່າງໜັກໜ່ວງ ພ້ອມທັງບັນຫາການເຜີຍແຜ່ຂໍ້ມູນທີ່ບິດເບືອນຄວາມເປັນຈິງ ກ່ຽວກັບຄວາມປອດໄພຂອງວັກຊີນ ກຳລັງຄຸກຄາມຄວາມກ້າວໜ້າໃນຫຼາຍທົດສະວັດທີ່ຜ່ານມາ. ອົງການອະນາໄມໂລກ ຍັງຄົງມຸ່ງໝັ້ນໃນການເຮັດວຽກຮ່ວມກັບຄູ່ຮ່ວມພັດທະນາເພື່ອສະໜັບສະໜູນປະເທດຕ່າງໆ ໃນການພັດທະນາວິທີແກ້ໄຂບັນຫາໃນລະດັບທ້ອງຖິ່ນ ແລະ ເພີ່ມການລົງທຶນພາຍໃນປະເທດ ເພື່ອໃຫ້ເດັກທຸກໆຄົນໄດ້ຮັບການປົກປ້ອງດ້ວຍພະລັງຂອງວັກຊີນ.”
ສາເຫດທີ່ເດັກຫຼາຍຄົນຍັງບໍ່ໄດ້ຮັບວັກຊີນ ຫຼື ໄດ້ຮັບວັກຊີນບໍ່ທັນຄົບຕາມຈຳນວນ ເເມ່ນຍ້ອນປັດໄຈຫຼາຍປະການຮ່ວມກັນ ທັງໃນດ້ານການເຂົ້າເຖິງການບໍລິການສາທາລະນະສຸກ, ບັນຫາການຂາດແຄນວັກຊີນ, ຄວາມຂັດແຍ່ງ ແລະ ຄວາມບໍ່ໝັ້ນຄົງ ລວມເຖິງຂໍ້ມູນທີ່ຄາດເຄື່ອນ ກ່ຽວກັບວັກຊີນ.
ການເຂົ້າເຖິງວັກຊີນຍັງຄົງບໍ່ເທົ່າທຽມກັນ
ຕັ້ງແຕ່ປີ 2019, ຂໍ້ມູນຈາກ 195 ປະເທດສະແດງໃຫ້ເຫັນວ່າ ໃນ 131 ປະເທດສາມາດໃຫ້ວັກຊີນ DTP ໂດສທໍາອິດແກ່ເດັກຢ່າງນ້ອຍ 90% ໄດ້, ແຕ່ບໍ່ມີຄວາມຄືບໜ້າຢ່າງຫຼວງຫຼາຍໃນການສະໜອງວັກຊີນໃນກຸ່ມນີ້ເພີ່ມຕື່ມ. ໃນບັນດາປະເທດທີ່ໃຫ້ວັກຊີນໜ້ອຍກວ່າ 90% ໃນປີ 2019, ມີພຽງ 17 ປະເທດທີ່ສາມາດເພີ່ມອັດຕາການສັກວັກຊີນໄດ້ໃນຊ່ວງ 5 ປີທີ່ຜ່ານມາ. ໃນຂະນະທີ່ອີກ 47 ປະເທດມີການຢຸດສະງັກ ແລະ ຫຼຸດໜ້ອຍຖອຍລົງ. ໃນນີ້ລວມມີ 22 ປະເທດທີ່ເຄີຍບັນລຸເກີນເປົ້າໝາຍ 90% ໃນປີ 2019 ແຕ່ຫຼັງຈາກນັ້ນອັດຕາການສັກວັກຊີນກໍ່ຫຼຸດລົງ.
ຈາກຂໍ້ມູນສະແດງໃຫ້ເຫັນວ່າ ຄວາມຂັດແຍ່ງ ສາມາດຫຼຸດທອນຄວາມກ້າວໜ້າໃນວຽກງານສັກວັກຊີນຢ່າງວ່ອງໄວ. ເດັກໜຶ່ງສ່ວນສີ່ຂອງໂລກເເມ່ນອາໄສຢູ່ໃນ 26 ປະເທດທີ່ປະເຊີ່ນໜ້າກັບຄວາມຂັດແຍ່ງ ຫຼື ບັນຫາມະນຸດສະທຳ ເເຕ່ເດັກຈຳນວນເຄີ່ງໜື່ງຂອງທົ່ວໂລກທີ່ບໍ່ໄດ້ຮັບການສັກວັກຊີນເເມ່ນພົບເຫັນໄດ້ໃນກຸ່ມເດັກດັ່ງກ່າວ. ໃນເຄິ່ງໜຶ່ງຂອງບັນດາປະເທດເຫຼົ່ານີ້ ມີຈຳນວນເດັກທີ່ບໍ່ໄດ້ຮັບວັກຊີນເພີ່ມຂຶ້ນຢ່າງວ່ອງໄວຈາກ 3.6 ລ້ານ ຄົນ ໃນປີ 2019 ເປັນ 5.4 ລ້ານ ຄົນ ໃນປີ 2024, ເຊິ່ງໄດສະແດງໃຫ້ເຫັນເຖິງ ຄວາມຈຳເປັນຂອງການປະກອບວຽກງານສັກຢາກັນພະຍາດເຂົ້າໃນການຕອບສະໜອງດ້ານມະນຸດສະທຳຕ່າງໆ.
ອັດຕາການສັກວັກຊີນໃນ 57 ປະເທດທີ່ ໄດ້ຮັບການສະໜັບສະໜູນຈາກ ອົງການ ກາວີ ເເລະ ຂຶ້ນຊື່ວ່າເປັນປະເທດທີ່ມີລາຍໄດ້ຕ່ຳ ກໍໄດ້ມີການປັບປູງຂຶ້ນໃນຊ່ວງທີ່ຜ່ານມາ ໂດຍມີຈຳນວນເດັກທີ່ບໍ່ໄດ້ຮັບວັກຊີນ ຫຼື ໄດ້ຮັບວັກຊີນຍັງບໍ່ຄົບຫຼຸດລົງປະມານ 600,000 ຄົນ. ເຖິງແມ່ນວ່າ, ປະເທດເຫຼົ່ານີ້ທີ່ໄດ້ຮັບການສະໜັບສະໜູນຈາກ ອົງການ ກາວີ ຈະໄດ້ມີການປົກປ້ອງເດັກຈາກພະຍາດຕ່າງໆໄດ້ຫຼາຍກວ່າເກົ່າ ແຕ່ຄວາມທ້າທາຍຍັງຄົງມີຢູ່ ເນື່ອງຈາກມີຄວາມຂັດແຍ່ງ ແລະ ການຂະຫຍາຍຕົວຂອງປະຊາກອນ. ໃນຂະນະດຽວກັນ, ປະເທດທີ່ມີລາຍໄດ້ລະດັບປານກາງ ແລະ ລະດັບສູງທີ່ເຄີຍຮັກສາອັດຕາການສັກວັກຊີນໄວ້ຢ່າງໜ້້ອຍ 90% ກໍ່ເລີ່ມມີສັນຍານຂອງການສັກວັກຊີນການຫຼຸດລົງເລັກໜ້້ອຍ ເຊິ່ງກໍ່ໃຫ້ເກີດມີຄວາມສ່ຽງຂອງການແຜ່ລະບາດຂອງພະຍາດຫຼາຍຂຶ້ນ ແລະ ສ້າງພາລະເພີ່ມໃຫ້ກັບລະບົບສາທາລະນະສຸກທີ່ກຳລັງຮັບມືກັບຄວາມກົດດັນຢູ່ແລ້ວ.
“ຂ່າວດີກໍ່ຄື ພວກເຮົາສາມາດໃຫ້ວັກຊີນຊ່ວຍຊີວິດເດັກໄດ້ຫຼາຍຂຶ້ນກວ່າເກົ່າ ແຕ່ຍັງມີເດັກອີກຫຼາຍລ້ານຄົນທີ່ຍັງບໍ່ໄດ້ຮັບການປົກປ້ອງຈາກພະຍາດທີ່ສາມາດປ້ອງກັນໄດ້ດ້ວຍວັກຊີນ ແລະ ນີ້ຄືເລື່ອງທີ່ໜ້າເປັນຫ່ວງສຳລັບພວກເຮົາທຸກຄົນ” ກ່າວໂດຍ ທ່ານ ນາງ Catherine Russell, ຜູ້ອຳນວຍການໃຫຍ່ ອົງການຢູນິເຊັບ. “ພວກເຮົາຕ້ອງລົງມືປະຕິບັດທັນທີດ້ວຍຄວາມມຸ່ງໝັ້ນ ເພື່ອກຳຈັດອຸປະສັກຕ່າງໆ ບໍ່ວ່າຈະເປັນງົບປະມານສຳລັບວຽກງານດ້ານສູຂະພາບທີ່ຫຼຸດລົງ, ລະບົບສາທາລະນະສຸກທີ່ບອບບາງ ລວມເຖິງການເຜີຍເເຜ່ຂໍ້ມູນທີ່ບໍ່ຖືກຕ້ອງ ແລະ ບັນຫາການເຂົ້າເຖິງບໍລິຫານທີ່ມາຈາກຄວາມຂັດແຍ່ງ. ເດັກບໍ່ຄວນເສຍຊີວິດຈາກພະຍາດທີ່ພວກເຮົາຮູ້ວິທີປ້ອງກັນ.”
ຜັນຂະຫຍາຍການປ້ອງກັນຈາກພະຍາດທີ່ສາມາດປ້ອງກັນໄດ້ດ້ວຍວັກຊີນ
ເຖິງແມ່ນວ່າຈະມີຄວາມທ້າທາຍເຫຼົ່ານີ້, ໃນຫຼາຍປະເທດ - ໂດຍສະເພາະປະເທດທີ່ໄດ້ຮັບການສະໜັບສະໜູນຈາກ ອົງການ ກາວີ - ຍັງຄົງນຳໃຊ້ວັກຊີນ ແລະ ຜັນຂະຫຍາຍການໃຫ້ບໍລິການວັກຊີນຕ່າງໆເຊັ່ນ: ວັກຊີນປ້ອງກັນພະຍາດມະເຮັງປາກມົດລູກ (HPV) , ພະຍາດເຍື່ອຫຸ້ມສະໝອງອັກເສບ, ພະຍາດໂປລີໂອ ແລະ ໂຣຕາໄວຣັສ.
ຕົວຢ່າງ, ການຂະຫຍາຍໂຄງການສັກວັກຊີນ HPV ໃນລະດັບຊາດ ແລະ ການຟື້ນຟູຄວາມພະຍາຍາມໃນປະເທດທີ່ເຄີຍນຳວັກຊີນມາໃຊ້ແລ້ວຊ່ວຍເພີ່ມອັດຕາການຄວບຄຸມທົ່ວໂລກ 4% ໃນປີ 2024 ທີ່ຜ່ານມາ. ເດັກຍິງໄວໜຸ່ມທີ່ໄດ້ຮັບວັກຊີນ HPV ຢ່າງນ້ອຍ 1 ໂດສທົ່ວໂລກຢູ່ທີ່ 31% ໂດຍສ່ວນໃຫຍ່ເປັນການສັກວັກຊີນໃນປະເທດທີ່ໃຊ້ແຜນການສັກພຽງຄັ້ງດຽວ. ເຖິງແມ່ນວ່າຕົວເລກນີ້ຈະຍັງຫ່າງໄກຈາກເປົ້າໝາຍ 90% ພາຍໃນປີ 2030, ແຕ່ກໍ່ຖືເປັນການເພີ່ມຂຶ້ນຢ່າງມີໄນຍະສຳຄັນຈາກປີ 2019 ທີ່ມີອັດຕາການຄວບຄຸມພຽງ 17%.
“ໃນປິ 2024, ປະເທດທີ່ມີລາຍໄດ້ຕ່ຳສາມາດປົກປ້ອງເດັກໄດ້ຫຼາຍກວ່າທີ່ເຄີຍເປັນມາ ໂດຍອັດຕາການຄວບຄຸມຂອງວັກຊີນທັງໝົດທີ່ອົງການ ກາວີ ໃຫ້ການສະໜັບສະໜູນເພີ່ມສູງຂຶ້ນ,” ກ່າວໂດຍ ທ່ານ ດຣ. Sania Nishtar, ປະທານຂອງ ອົງການ ກາວີ. “ແຕ່ການຂະຫຍາຍຕົວຂອງປະຊາກອນ, ຄວາມບອບບາງ ແລະ ຄວາມຂັດແຍ່ງຍັງຄົງເປັນອຸປະສັກທີ່ກີດຂວາງຕໍ່ຄວາມເທົ່າທຽມທາງການແພດເຮັດໃຫ້ເດັກ ແລະ ຊຸມຊົນທີ່ອ່ອນແອທີ່ສຸດຍັງຄົງຢູ່ໃນພາວະສ່ຽງໄພ. ການສືບຕໍ່ສະໜັບສະໜູນຢ່າງຕໍ່ເນື່ອງຈາກລັດຖະບານ ແລະ ຄູ່ຮ່ວມພາຄີຕ່າງໆຈະກາຍເປັນປັດໄຈສຳຄັນໃນການຊ່ວຍຊີວິດ ແລະ ປົກປ້ອງໂລກຈາກໄພຄຸກຄາມຂອງພະຍາດຕິດຕໍ່.”
ອັດຕາກັນສັກວັກຊີນປ້ອງກັນພະຍາດໝາກແດງໃຫຍ່, ໝາກແດງນ້ອຍ ກໍໄດ້ມີຄວາມຄືບໜ້າ ໂດຍມີອັດຕາການຂອງເດັກທີ່ໄດ້ຮັບໂດສທຳອິດເພີ່ມຂຶ້ນເປັນ 84% ແລະ ໂດສທີສອງ 76% ເຊິ່ງສູງຂຶ້ນເລັກນ້ອຍຈາກປີກ່ອນໜ້ານີ້. ໃນປີ 2024, ມີເດັກປະມານ 2 ລ້ານຄົນທີ່ໄດ້ຮັບວັກຊີນເພີ່ມຂຶ້ນ ແຕ່ອັດຕາການເພີ່ມຂຶ້ນນີ້ຍັງຫ່າງໄກຈາກ 95% ທີ່ຈຳເປັນໃນທຸກຊຸມຊົນ ເພື່ອປ້ອງກັນການລະບາດຂອງພະຍາດ.
ໃນຂະນະນີ້ຍັງມີເດັກອີກກວ່າ 30 ລ້ານຄົນ ທີ່ຍັງບໍ່ໄດ້ຮັບການປົກປ້ອງຢ່າງພຽງພໍ ເຊິ່ງສົ່ງຜົນໃຫ້ຈຳນວນປະເທດທີ່ປະເຊີນໜ້າກັບການລະບາດຂອງພະຍາດໝາກແດງນ້ອຍ ແລະ ໝາກແດງໃຫຍ່ໃນວົງເພີ່ມສູງຂຶ້ນໃນ 60 ປະເທດ ເພີ່ມຂຶ້ນເກືອບ 2 ເທົ່າຈາກ 33 ປະເທດ ໃນປີ 2022.
ຄຳໝັ້ນສັນຍາໃນການປົກປ້ອງເດັກທຸກຄົນທີ່ກຳລັງຢູ່ໃນຄວາມສ່ຽງໄພ
ເຖິງແມ່ນວ່າ ຄວາມຕ້ອງການຂອງຊຸມຊົນໃນການສັກວັກຊີນສຳລັບເດັກຈະຍັງສູງ ແລະ ການປ້ອງກັນພະຍາດຂະຫຍາຍກວ້າງອອກ ແຕ່ການປະເມີນຫຼ້າສຸດ ຊີ້ໃຫ້ເຫັນເຖິງແນວໂນ້ມທີ່ໜ້າກັງວົນເຊັ່ນ: ການຂາດແຄນເງິນທຶນທັງໃນລະດັບປະເທດ ແລະ ໃນລະດັບໂລກ, ຄວາມບໍ່ໝັ້ນຄົງທີ່ເພີ່ມຂຶ້ນໃນທົ່ວໂລກ ແລະ ຂໍ້ມູນທີ່ບໍ່ຖືກຕ້ອງ ກ່ຽວກັບວັກຊີນທີ່ແຜ່ກະຈາຍຫຼາຍຂຶ້ນ. ເຊິ່ງທັງໝົດນີ້, ລ້ວນເປັນໄພຄຸກຄາມທີ່ອາດເຮັດໃຫ້ຄວາມກ້າວໜ້າຢຸດສະງັກ ຫຼື ຍ້ອນກັບໄດ້ ເຊິ່ງຈະເພີ່ມຄວາມສ່ຽງຂອງການເກີດພະຍາດທີ່ຮຸນແຮງ ແລະ ການເສຍຊີວິດຈາກພະຍາດທີ່ສາມາດປ້ອງກັນໄດ້ດ້ວຍວັກຊີນ.
ອົງການອະນາໄມໂລກ ແລະ ອົງການຢູນິເຊັບ ຮຽກຮ້ອງໃຫ້ລັດຖະບານ ແລະ ຄູ່ຮ່ວມພາຄີທີ່ກ່ຽວຂ້ອງດຳເນີນການດັ່ງຕໍ່ໄປນີ້:
- ປິດຊ່ອງຫວ່າງດ້ານເງິນທຶນສຳລັບຍຸດທະສາດຮອບໃໝ່ຂອງ ອົງການ ກາວີ ປີ (2026-2030) ເພື່ອປົກປ້ອງເດັກຫຼາຍລ້ານຄົນໃນປະເທດທີ່ມີລາຍໄດ້ຕ່ຳ ແລະ ຄວາມໝັ້ນຄົງທາງດ້ານສຸຂະພາບໃນລະດັບໂລກ;
- ເສີມສ້າງການສ້າງພູມຄຸ້ມກັນໃນພື້ນທີ່ທີ່ມີຄວາມຂັດແຍ່ງ ແລະ ຄວາມບອບບາງ ເພື່ອໃຫ້ເດັກທີ່ບໍ່ເຄີຍໄດ້ຮັບວັກຊີນເລີຍໃຫ້ໄດ້ຮັບການຄຸ້ມຄອງ ແລະ ການປ້ອງກັນການແຜ່ລະບາດຂອງພະຍາດທີ່ເປັນອັນຕະລາຍ;
- ໃຫ້ຄວາມສຳຄັນກັບຍຸດທະສາດທີ່ນຳໂດຍຊຸມຊົນ ແລະ ການລົງທຶນພາຍໃນປະເທດ ໂດຍບັນຈຸການສ້າງພູມຄຸ້ມກັນໄວ້ໃນລະບົບການດູແລສຸຂະພາບຂັ້ນພື້ນຖານ ເພື່ອຜ່ອນຫຼຸດຄວາມບໍ່ເທົ່າທຽມ;
- ຕອບໂຕ້ຂໍ້ມູນທີ່ຜິດ ແລະ ສົ່ງເສີມການຮັບວັກຊີນເພີ່ມເຕີມຜ່ານແນວທາງການອ້າງອີງຫຼັກຖານ;
- ລົງທຶນໃນລະບົບຂໍ້ມູນ ແລະ ການເຝົ້່າລະວັງພະຍາດທີ່ແຂງແຮງຂຶ້ນ ເພື່ອການດຳເນີນໂຄງການສ້າງພູມຄຸ້ມກັນທີ່ມີປະສິດທິພາບສູງຂຶ້ນ.
#####
ໝາຍເຫດເຖິງຜູ້ແກ້ໄຂ:
ກະລຸນາຮັບຮູ້ວ່າບາງລິ້ງຈະຍັງບໍ່ສາມາດເຂົ້າເຖິງໄດ້ຈົນກວ່າຈະສິ້ນສຸດໄລຍະເວລາ embargo.
ຊຸດຂໍ້ມູນຂອງອົງການອະນາໄມໂລກ (ຂໍ້ມູນຈະຖືຶກອັບເດດເພື່ອສະທ້ອນການເປີດຕົວຂອງ WUENIC ໃໝ່ເມື່ອໝົດໄລຍະຂອງ release embargo): Global dashboardcountry profiles, ແລະ additional resources
ຊຸດຂໍ້ມູນຂອງອົງການຢູນິເຊັບ (ມູນຈະຖືຶກອັບເດດເພື່ອສະທ້ອນການເປີດຕົວຂອງ WUENIC ໃໝ່ເມື່ອໝົດໄລຍະຂອງrelease embargo): Overview page, Full datasets, Data visualisation, Regional data visualisation, Country profiles
ດາວໂຫຼດເນື້ອຫາໄດ້ທີ່: https://weshare.unicef.org/Package/2AM4085D429Q
ຈາກຂໍ້ມູນທີ່ລາຍງານໂດຍປະເທດຕ່າງໆຂອງການປະເມີນຄວາມຄວບຄຸມການສ້າງພູມຄຸ້ມກັນແຫ່ງຊາດ (WUENIC) ໂດຍອົງການອະນາໄມໂລກ ແລະ ອົງການຢູນິເຊັບເປັນຊຸດຂໍ້ມູນທີ່ໃຫຍ່ ແລະ ຄອບຄຸມທີ່ສຸດໃນໂລກ ກ່ຽວກັບ ແນວໂນ້ມການສ້າງພູມຄຸ້ມກັນພະຍາດສຳລັບວັກຊີນ 14 ຊະນິດທີ່ໃຫ້ບໍລິການຜ່ານລະບົບສຸຂະພາບປົກກະຕິ - ບໍ່ວ່າຈະເປັນຄລີນີກ, ສູນຊຸມຊົນ, ການບໍລິການນອກສະຖານທີ່ ຫຼື ການຢ້ຽມຢາມບ້ານຂອງທີມແພດສາທາລະນະສຸກ. ໃນປີ 2024, ມີຂໍ້ມູນຈາກ 189 ປະເທດ.
ອົງການອະນາໄມໂລກ ແລະ ອົງການຢູນິເຊັບ ໄດ້ເຮັດວຽກຮ່ວມກັບ Gavi, the Vaccine Alliance ແລະ ຄູ່ຮ່ວມມືອື່ນໆ ເພື່ອຂັບເຄື່ອນແຜນງານການສ້າງພູມຄຸ້ມກັນໂລກ 2030 ເຊິ່ງເປັນຍຸດທະສາດສຳລັບທຸກປະເທດ ແລະ ຄູ່ຮ່ວມມືໃນທົ່ວໂລກ ເພື່ອບັນລຸເປົ້າໝາຍໃນການປ້ອງກັນພະຍາດຜ່ານການສ້າງພູມຄຸ້ມກັນ ແລະ ການຈັດຫາວັກຊີນໃຫ້ທຸກໆຄົນ, ທຸກໆບ່ອນ, ທຸກໆເກນອາຍຸ.
ຕິດຕໍ່ຜູ້ຮັບຜິດຊອບຂ່າວ
ກ່ຽວກັບອົງການຢູນິເຊັບ
ອົງການຢູນິເຊັບ ເຮັດວຽກໃນບາງບ່ອນທີ່ຫຍຸ້ງຍາກທີ່ສຸດ ເພື່ອເຂົ້າເຖິງເດັກທີ່ດ້ອຍໂອກາດທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດແຄວ້ນ, ພວກເຮົາເຮັດວຽກເພື່ອເດັກທຸກຄົນ ແລະ ໃນທຸກແຫ່ງຫົນ ເພື່ອສ້າງໂລກທີ່ດີກວ່າສໍາລັບທຸກຄົນ.
ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນິເຊັບ ແລະ ວຽກງານຂອງອົງການເພື່ອເດັກ ຈົ່ງເຂົ້າເບິ່ງ www.unicef.org.
ຕິດຕາມອົງການຢູນິເຊັບໃນ Twitter and Facebook