ໂຄງການອົບຮົມທັກສະສຳລັບອະນາຄົດໃຫ້ກັບຊາວໜຸ່ມຫຼາຍກວ່າ 1,000 ຄົນ
ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຮ່ວມກັບ ອົງການຢູນິເຊັບ, ໄດ້ຈັດຕັ້ງປະຕິບັດ ໂຄງການສິນໄຊ ເພື່ອເສີມສ້າງທັກສະຂອງຊາວໜຸ່ມ ເຊີ່ງໃນໄລຍະເວລາພຽງແຕ່ 1 ປີ ໄດ້ມີຊາວໜຸ່ມຫຼາຍກວ່າ 1,000 ຄົນ ເຂົ້າຮ່ວມເເລ້ວ.
- English
- ລາວ
ນະຄອນຫຼວງວຽງຈັນ, ສປປ ລາວ, ວັນທີ 29 ກັນຍາ ປີ 2025 - ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຮ່ວມກັບ ອົງການຢູນິເຊັບ, ໄດ້ຈັດຕັ້ງປະຕິບັດ ໂຄງການສິນໄຊ ທີ່ນະຄອນຫຼວງວຽງຈັນ, ແຂວງ ສະຫວັນນະເຂດ, ຫຼວງພະບາງ ແລະ ຊຽງຂວາງ. ໃນໄລຍະເວລາພຽງແຕ່ 1 ປີ ເຊີ່ງມີ ຊາວໜຸ່ມຫຼາຍກວ່າ 1,000 ຄົນ ເຂົ້າຮ່ວມ ຮຽນຮູ້ທັກສະທາງດ້ານນະວັດຕະກຳ, ຜູ້ປະກອບການ, ເຄື່ອງມືດິຈິຕອລ ລວມທັງປັນຍາປະດິດ (AI), ທັກສະການເປັນຜູ້ນຳ ແລະ ການສື່ສານໂຄສະນາຂໍ້ມູນ ແລະ ໄດ້ລິເລີ່ມຈັດຕັ້ງໂຄງການຕ່າງໆຂອງຕົນ ໃນລະດັບຊຸມຊົນ ກ່ຽວກັບ ການຫຼຸດຜ່ອນການຖິ້ມຂີ້ເຫຍື້ອ, ນໍ້າສະອາດ, ການເຂົ້າເຖິງການຮຽນ ແລະ ສຸຂະພາບຈິດ.
ທ່ານ ທອງລີ ສີສຸລິດ, ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ກ່າວ: "ຊາວໜຸ່ມລາວ ມີຄວາມຮູ້, ຄວາມສາມາດ ແລະ ມີຫົວຄິດປະດິດສ້າງ. ຜ່ານໂຄງການສິນໄຊ, ພວກເຮົາໄດ້ເປີດໃຫ້ໂອກາດພວກເຂົາໄດ້ມີທັກສະ, ຮັບຄຳປຶກສາ ແລະ ສະໜອງງົບປະມານ ເພື່ອໃຫ້ເຂົາເຈົ້າສາມາດແກ້ໄຂບັນຫາທີ່ເກີດຂື້ນໃນຊຸມຊົນຂອງເຂົາເຈົ້າ. ໃນອາຄົດພວກເຮົາຈະຜັນຂະຫຍາຍວຽກງານດັ່ງກ່າວນີ້ ອອກໄປສູ່ບັນດາແຂວງອື່ນໆ ເພື່ອເຮັດໃຫ້ຊາວໜຸ່ມສາມາດຮຽນຮູ້ໄດ້ຫຼາຍຂຶ້ນ, ຫາລ້ຽງຊີບຕົນເອງ ແລະ ເປັນຜູ້ນຳພາໄດ້."
ບົດບາດ ຂອງໂຄງການສິນໄຊ ແມ່ນ ໂຄງການ UPSHIFT - ເຊີ່ງເປັນໂຄງການດ້ານນະວັດຕະກຳທາງສັງຄົມຂອງ ອົງການຢູນິເຊັບ ຮ່ວມກັບ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ທີ່ດຳເນີນການດ້ວຍການສະໜັບສະໜູນດ້ານງົບປະມານຈາກ ບໍລິສັດເຕັກໂນໂລຊີ Arm ຈາກ ສະຫະລາຊະອານາຈັກອັງກິດ. ໂຄງການດັ່ງກ່າວໄດ້ສະໜອງການຝຶກອົບຮົມທີ່ເຂົ້າໃຈງ່າຍ ເເລະ ສຸມໃສ່ການປະຕິບັດຕົວຈິງ, ການໄດ້ຮັບຄຳແນະນຳຈາກຜູ້ຊ່ຽວຊານ ແລະ ການສະໜອງງົບປະມານຂະໜາດນ້ອຍເພື່ອໃຫ້ຊາວໜຸ່ມສາມາດທົດສອບແນວຄິດ ແລະ ສະເໜີແນວທາງແກ້ໄຂທີ່ເປັນຈິງໄດ້.
ນອກຈາກນີ້, ຍັງມີ ໂຄງການສິນໄຊ: Youth Champions ເຊີ່ງເນັ້ນໃສ່ການພັດທະນາໃຫ້ໄວຊາວໜຸ່ມມີຄວາມໝັ້ນໃຈ ແລະ ມີທັກສະຂອງການເປັນຜູ້ນຳໄວໜຸ່ມໃນການໂຄສະນາເຜີຍເເຜ່ຂໍ້ມູນ ຫຼື ປູກຈິດສໍານຶກກ່ຽວກັບ ເເລະ ປະກອບສ່ວນເເກ້ໄຂ ບັນຫາທີ່ສຳຄັນສຳລັບຊີວິດພວກເຂົາ - ບໍ່ວ່າຈະເປັນບັນຫາການແຕ່ງດອງໃນໄວເດັກ ຈົນເຖິງການໂຄສະນາເຜີຍເເຜ່ກ່ຽວກັບສະພາບເເວດລ້ອມຂອງໂຮງຮຽນທີ່ປອດໄພ ເເລະ ມີສ່ວນຮ່ວມຫຼາຍຂຶ້ນ, ແລະ ສະພາບແວດລ້ອມທີ່ມີສີຂຽວ ເເລະ ສະອາດຂຶ້ນ.
ໂຄງການຍ່ອຍທັ້ງສອງພາຍໃຕ້ ໂຄງການສິນໄຊ ນັ້ນໄດ້ຊ່ວຍໃຫ້ຊາວໜຸ່ມບໍ່ພຽງແຕ່ສາມາດສ້າງແນວທາງການແກ້ໄຂບັນຫາ ແຕ່ຍັງສາມາດມີອິດທິພົນໃນການສ້າງການຂັບເຄື່ອນການປ່ຽນແປງທີ່ສ້າງສັນ ເເລະ ບວກ ຮ່ວມກັບອຳນາດປົກຄອງທ້ອງຖິ່ນ ແລະ ຜູ້ມີອຳນາດໃນການຕັດສິນໃຈອີກດ້ວຍ.
“ເມື່ອຊາວໜຸ່ມໄດ້ຮັບທັກສະການແກ້ໄຂບັນຫາ, ທັກສະດິຈິຕອລ ແລະ ສາມາດການລິເລີ່ມໂຄງກາຍຂະໜາດນ້ອຍ, ພວກເຂົາສາມາດສ້າງມູນຄ່າໃຫ້ແກ່ຊຸມຊົນ ແລະ ເສດຖະກິດຂອງຊາດ. ອົງການຢູນິເຊັບ ຈະສືບຕໍ່ສະໜັບສະໜູນ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເພື່ອຜັນຂະຫຍາຍໂອກາດໃຫ້ຊາວໜຸ່ມໃນທົ່ວປະເທດ," ກ່າວໂດຍ ທ່ານ ບິລາລ ອູແຣັງ ເຊັບ ດູຣານິ, ຜູ້ຕາງໜ້າອົງການຢູນິເຊັບ ປະຈຳ ສປປ ລາວ.
ໄຕມາດທີສອງຂອງ ໂຄງການສິນໄຊ ເເມ່ນຈະເລີ່ມຕົ້ນໃນເວລາອັນໃກ້ນີ້ ທີ່ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ ແລະ ສະຫວັນນະເຂດ, ພ້ອມທັງຈະຂະຫຍາຍອອກໄປຍັງສະຖານທີ່ອື່ນໆຕື່ມອີກ ໂດຍຈະໃຫ້ຄວາມສຳຄັນເປັນພິເສດໃນການນຳໃຊ້ເຕັກໂນໂລຊີປັນຍາປະດິດ (AI) ເປັນເຄື່ອງມື ເພື່ອຊອກຫາແນວທາງແກ້ໄຂການບັນຫາການປ່ຽນແປງສະພາບດິນຟ້າອາກາດ ເເລະ ດ້ານຊີວະນາໆພັນ, ສົ່ງເສີມທຸລະກິດໄວໜຸ່ມ ແລະ ສ້າງຜົນໄດ້ຮັບທີ່ຊັດເຈນໃນຊຸມຊົນ.
ຕິດຕໍ່ຜູ້ຮັບຜິດຊອບຂ່າວ
ກ່ຽວກັບອົງການຢູນິເຊັບ
ອົງການຢູນິເຊັບ ເຮັດວຽກໃນບາງບ່ອນທີ່ຫຍຸ້ງຍາກທີ່ສຸດ ເພື່ອເຂົ້າເຖິງເດັກທີ່ດ້ອຍໂອກາດທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດແຄວ້ນ, ພວກເຮົາເຮັດວຽກເພື່ອເດັກທຸກຄົນ ແລະ ໃນທຸກແຫ່ງຫົນ ເພື່ອສ້າງໂລກທີ່ດີກວ່າສໍາລັບທຸກຄົນ.
ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນິເຊັບ ແລະ ວຽກງານຂອງອົງການເພື່ອເດັກ ຈົ່ງເຂົ້າເບິ່ງ www.unicef.org.
ຕິດຕາມອົງການຢູນິເຊັບໃນ Twitter and Facebook