ງານວາງສະແດງ ແລະ ມະຫາກຳທັກສະໄວໜຸ່ມ ໄດ້ສົ່ງເສີມບົດບາດຂອງໄວໜຸ່ມລາວ ໃນໂອກາດທີ່ ສປປ ລາວ ກຽມຄວາມພ້ອມຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ
- English
- ລາວ
ທີ່ ນະຄອນຫຼວງວຽງຈັນ, ວັນທີ 12 ຕຸລາ 2026 - ຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຮ່ວມກັບ ອົງການ ຢູນິເຊັບ ໄດ້ຮ່ວມກັນຈັດງານວາງສະແດງ ແລະ ມະຫາກຳທັກສະໄວໜຸ່ມ ພາຍໃຕ້ຫົວຂໍ້ “ການລົງທຶນໃສ່ໄວໜຸ່ມ” (Investing in Us). ເຊິ່ງງານດັ່ງກ່າວໄດ້ນຳສະແດງທັກສະ, ຄວາມຄິດສ້າງສັນ ແລະ ຄວາມເປັນຜູ້ນຳຂອງໄວໜຸ່ມລາວ ພ້ອມທັງບົດບາດການປະກອບສ່ວນຂອງໄວໜຸ່ມຕໍ່ການພັດທະນາປະເທດຊາດ ໃນຂະນະທີ່ ສປປ ລາວ ກຳລັງກະກຽມກ້າວອອກຈາກສະຖານະປະເທດດ້ອຍພັດທະນາໃນເດືອນພະຈິກນີ້.
ງານໃນຄັ້ງນີ້, ໄດ້ຮັບກຽດເຂົ້າຮ່ວມ ແລະ ກ່າວເປີດງານໂດຍ ທ່ານ. ທອງລີ ສີສຸລິດ, ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແລະ ທ່ານ. ບິລາລ ອູແຣັງ ເຊັບ ດູຣານິ, ຜູ້ຕາງໜ້າອົງການ ຢູນິເຊັບ ປະຈຳ ສປປ ລາວ. ນອກຈາກນີ້, ຍັງມີຜູ້ຕາງໜ້າຈາກກະຊວງ, ສະຖານທູດ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ, ພາກເອກະຊົນ ແລະ ໄວໜຸ່ມຈາກທົ່ວປະເທດເຂົ້າຮ່ວມ.
ທ່ານ. ທອງລີ ສີສຸລິດ, ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ໄດ້ກ່າວວ່າ: “ຫຼາຍກວ່າເຄິ່ງໜຶ່ງຂອງພົນລະເມືອງລາວ ແມ່ນຊາວໜຸ່ມ-ໄວໜຸ່ມ. ການສ້າງໃຫ້ເຂົາເຈົ້າເປັນຜູ້ທີ່ມີຄວາມຮູ້, ຄວາມສາມາດ, ຮູ້ຄິດຮູ້ວິເຄາະ, ມີທັກສະ ແລະ ມີຄວາມເຊື່ອໝັ້ນໃນຕົນເອງນັ້ນ ບໍ່ແມ່ນພາລະຂອງພາກສ່ວນໃດໜຶ່ງ, ແຕ່ແມ່ນໜ້າທີ່ຂອງທົ່ວສັງຄົມ ທີ່ຈະຕ້ອງໄດ້ຮ່ວມແຮງຮ່ວມໃຈກັນ ເພື່ອສ້າງໃຫ້ເຂົາເຈົ້າກາຍເປັນກຳລັງແຮງຫຼັກໃນການພັດທະນາ ແລະ ສ້າງສາປະເທດຊາດໃນອະນາຄົດ.”
ງານວາງສະແດງໄດ້ນຳສະເໜີຜົນງານຂອງໂຄງການສິນໄຊ ທີ່ຈັດຕັ້ງປະຕິບັດໂດຍ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຮ່ວມກັບ ອົງການ ຢູນິເຊັບ ໂດຍໄດ້ເຂົ້າເຖິງໄວໜຸ່ມຫຼາຍກວ່າ 7,000 ຄົນ ໃນນະຄອນຫຼວງວຽງຈັນ, ແຂວງ ສະຫວັນນະເຂດ, ແຂວງ ໄຊສົມບູນ, ແຂວງ ຊຽງຂວາງ, ແຂວງ ຫົວພັນ, ແຂວງ ຫຼວງພະບາງ ແລະ ແຂວງ ອຸດົມໄຊ. ໂຄງການສິນໄຊ ໄດ້ສະໜັບສະໜູນຫຼາຍກວ່າ 30 ໂຄງການທີ່ນຳພາໂດຍໄວໜຸ່ມ ໃນດ້ານການໂຄສະນາ ແລະ ນະວັດຕະກຳ, ນັບຕັ້ງແຕ່ການພັດທະນາຜະລິດຕະພັນຈາກເຟືອງເຂົ້າໃນແຂວງສະຫວັນນະເຂດ ຈົນເຖິງການສ້າງສື່ຮູ້ເທົ່າທັນໄພອັນຕະລາຍທາງອອນລາຍ ແລະ ການປ້ອງກັນການແຕ່ງງານກ່ອນໄວອັນຄວນ.
“ການລົງທຶນໃນພວກເຮົາ ເລີ່ມຕົ້ນຈາກການຮັບຟັງສຽງຂອງພວກເຮົາ. ເມື່ອສຽງ ແລະ ແນວຄິດຂອງພວກເຮົາໄດ້ຮັບການຮັບຟັງ, ພວກເຮົາກໍຈະມີຄວາມໝັ້ນໃຈຫຼາຍຂຶ້ນ ແລະ ພ້ອມທີ່ຈະສ້າງການປ່ຽນແປງໃນທາງບວກ ແລະ ຮ່ວມສ້າງອະນາຄົດທີ່ດີກວ່າໃຫ້ແກ່ປະເທດຂອງພວກເຮົາ,” ນ. ຈັນພອນ ຊົງໃຈຍົ້ວ, 21 ປີ, ອາສາໂຄສະນາໄວໜຸ່ມ ໂຄງການສິນໄຊ, ຕົວແທນຈາກແຂວງຫົວພັນ.
“ໂຄງການສິນໄຊ ສະແດງໃຫ້ເຫັນວ່າ ໄວໜຸ່ມສາມາດສ້າງຜົນງານໄດ້ຫຼາຍພຽງໃດ ເມື່ອພວກເຂົາໄດ້ຮັບໂອກາດໃນການເປັນຜູ້ນຳພາ,” ທ່ານ ບິລາລ ອູແຣັງ ເຊັບ ດູຣານິ, ຜູ້ຕາງໜ້າອົງການ ຢູນິເຊັບ ປະຈຳ ສປປ ລາວ ກ່າວ. “ໃນຂະນະທີ່ ສປປ ລາວ ກ້າວເຂົ້າສູ່ໄລຍະໃໝ່ຂອງການພັດທະນາ, ທັກສະ ແລະ ແນວຄິດຂອງໄວໜຸ່ມລາວ ຈະເປັນໜຶ່ງໃນຊັບພະຍາກອນອັນລ້ຳຄ່າທີ່ສຸດຂອງປະເທດ. ອົງການຢູນິເຊັບ ມີຄວາມພູມໃຈທີ່ໄດ້ຮ່ວມສະໜັບສະໜູນລັດຖະບານ ແລະ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໃນວຽກງານນີ້ ແລະ ຂໍຕ້ອນຮັບຄູ່ຮ່ວມພັດທະນາທຸກພາກສ່ວນ ທີ່ປາດຖະໜາຈະຮ່ວມເປັນສ່ວນໜຶ່ງໃນການລົງທຶນໃນໄວໜຸ່ມຂອງປະເທດ.”
ງານດັ່ງກ່າວຍັງໄດ້ຈັດຂຶ້ນ ພາຍຫຼັງວັນເດັກຍິງສາກົນ ວັນທີ 11 ຕຸລາ. ການສະໜັບສະໜູນເດັກຍິງໄວໜຸ່ມໃຫ້ສາມາດສືບຕໍ່ການສຶກສາ, ການພັດທະນາທັກສະ ແລະ ບັນລຸສັກກະຍະພາບຂອງຕົນເອງຢ່າງເຕັມທີ່ ແມ່ນໜຶ່ງໃນພາລະກິດທີ່ສຳຄັນຂອງແຜນການຮ່ວມມືແຫ່ງຊາດ ສະບັບໃໝ່ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ ຢູນິເຊັບ ໃນສົກປີ 2027-2031.
ຕິດຕໍ່ຜູ້ຮັບຜິດຊອບຂ່າວ
ກ່ຽວກັບອົງການຢູນິເຊັບ
ອົງການຢູນິເຊັບ ເຮັດວຽກໃນບາງບ່ອນທີ່ຫຍຸ້ງຍາກທີ່ສຸດ ເພື່ອເຂົ້າເຖິງເດັກທີ່ດ້ອຍໂອກາດທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດແຄວ້ນ, ພວກເຮົາເຮັດວຽກເພື່ອເດັກທຸກຄົນ ແລະ ໃນທຸກແຫ່ງຫົນ ເພື່ອສ້າງໂລກທີ່ດີກວ່າສໍາລັບທຸກຄົນ.
ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນິເຊັບ ແລະ ວຽກງານຂອງອົງການເພື່ອເດັກ ຈົ່ງເຂົ້າເບິ່ງ www.unicef.org.
ຕິດຕາມອົງການຢູນິເຊັບໃນ Twitter and Facebook