Igniting the Spark

Empowering adolescent girls in Lao PDR with the skills needed to thrive in the 21st century knowledge-economy.

Siliphot Sihaphom
A group of girl in the STEM for Girl frame
Ssilichamphone
09 ຕຸລາ 2024

ໃນຍຸກໂລກາພິວັດ ແລະ ການຫັນເປັນດິຈິຕອລຢ່າງໄວວາໃນທຸກມື້ນີ້, ເດັກນ້ອຍ ແລະ ໄວໜຸ່ມຕ່າງຕ້ອງການທັກສະໃຫ້ທັນກັບຄວາມຕ້ອງການຂອງ ສະຕະວັດທີ 21 ໂດຍສະເພາະສໍາລັບໄວໜຸ່ມທີ່ຈະມີສ່ວນຮ່ວມໃນຄວາມຮູ້-ເສດຖະກິດ ການເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບວິຊາໃນວິທະຍາສາດ, ເຕັກໂນໂລຢີ, ວິສະວະກໍາ ແລະ ຄະນິດສາດ (STEM). ເຖິງຢ່າງໃດກໍ່ຕາມ, ໃນ ສປປ ລາວ, STEM ຍັງເປັນຂົງເຂດທີ່ບໍ່ທັນມີແຜນການຮຽນ-ການສອນ ສໍາລັບທັງຄູອາຈານ ແລະ ນັກຮຽນ ໂດຍສະເພາະເດັກຍິງ.

ກົງກັນຂ້າມກັບສະພາບການນີ້, ນະເມືອງຫຼວງເກົ່າແກ່ ຂອງ ສປປ ລາວ. ເມືອງຫຼວງພຣະບາງ, ເຊິ່ງເປັນບ່ອນທີ່ປະສົມປະສານລະຫວ່າງປະເພນີດັ້ງເດີມ ແລະ ຄວາມທັນສະໄໝ, ໄວໜຸ່ມຍິງກຳລັງຄົ້ນຄິດຈິນຕະນາການວ່າ ການຮຽນຮູ້ສຳລັບພວກເຂົານັ້ນ ໝາຍເຖິງຫຍັງກັນແທ້. ສໍາລັບນັກຮຽນຊັ້ນມັດທະຍົມປີທີ 5, ນາງ ອິນທິຣາ ຣາສີ, ການຮຽນຮູ້ສໍາລັບ ອິນທິຣາ ບໍ່ແມ່ນພຽງແຕ່ສິ່ງທີ່ໄດ້ເຮັດຢູ່ໃນຫ້ອງຮຽນ ແຕ່ແມ່ນການຄົ້ນຄິດ ແລະ ການໄຝ່ຮູ້ໃນສິ່ງທີ່ຕົນເອງກຳລັງສົງໄສ.

ເຖິງວ່າຍັງເຫຼືອອີກພຽງ 2 ປີ ກ່ອນທີ່ຈະຮຽນຈົບຊັ້ນມັດທະຍົມປາຍ, ອິນທິຣາ ກໍາລັງເລີ່ມຊອກຫາການເດີນທາງຂອງຊີວິດ ຫຼັງຈາກຮຽນຈົບ. ອິນທິຣາມີຄວາມສົນໃຈໃນດ້ານວິສະວະກໍາ, ໂດຍເຫັນວ່າການເຮັດວຽກກ່ຽວກັບວິສະວະກຳເປັນອາຊີບທີ່ໜ້າ ປະທັບໃຈ ແລະ ມີຄວາມສະລັບສັບຊ້ອນ, ການເຮັດວຽກຢູ່ເບື້ອງຫລັງຄວາມປະທັບໃຈທີ່ສຸດຂອງມະນຸດ. ຈາກສິ່ງປະດິດທີ່ສາມາດປ່ຽນໂລກໄດ້, ບໍ່ວ່າຈະເປັນສິ່ງທີ່ໃຫ້ພະລັງງານ ເພື່ອນຳໃຊ້ພະລັງງານໃນເຮືອນຂອງພວກເຮົາ ຫຼື ສິ່ງທີ່ເຮັດໃຫ້ພວກເຮົາສາມາດສົນທະນາກັບຄົນອື່ນຈາກອີກຊີກໂລກໜຶ່ງເຖິງອີກຊີກໂລກໜຶ່ງ ນີ້ຄືສະຖາປັດຕະຍະກໍາທີ່ມະຫັດສະຈັນຍິ່ງໃຫຍ່ທີ່ສຸດໃນໂລກ. ແທ້ຈິງແລ້ວ, ອິນທິຣາ ກ່າວເຖິງ Zaha Hadid, ນັກສະຖາປະນິກທີ່ມີຊື່ສຽງຂອງໂລກ, ເຊິ່ງເປັນຕົວແບບຂອງອິນທິຣາໃນທົ່ວທຸກຂົງເຂດຂອງ STEM.

A girl immersed in patient learning
Ssilichamphone

“ການຮຽນຮູ້ ກ່ຽວກັບ ວິສະວະກຳສະແດງໃຫ້ນ້ອງເຫັນເຖິງ ຄວາມສົນໃຈໃນລາຍລະອຽດທີ່ຕ້ອງການສ້າງສິ່ງ ທີ່ຍິ່ງໃຫຍ່ທີ່ສຸດຂອງມະນຸດ. ນີ້ຈຶ່ງເປັນເຫດຜົນທີ່ນ້ອງ ມີຄວາມສົນໃຈໃນ ວິສະວະກຳ” ອິນທິຣາ ຣາສີ

 

ໃນຕອນທຳອິດ, ອິນທິຣາ ຜູ້ທີ່ມີຄວາມຮູ້ດ້ານນີ້ບໍ່ຫຼາຍປານໃດ ກໍ່ຍັງຄິດສົງໄສບໍ່ເຊົາ ວ່າວິສະວະກຳ ແມ່ນຫຍັງກັນແທ້ . ແຕ່ຫຼັງຈາກທີ່ໄດ້ເຂົ້າຮ່ວມໂຄງການຄ້າຍປັນຍາ ເປັນເວລາທັງໝົດ 2 ມື້ ທີ່ໄດ້ເນັ້ນໃສ່ການສ້າງຄວາມຮູ້ ແລະ ທັກສະກ່ຽວກັບ STEM ຂອງເດັກ ລາວ ໂດຍສະເພາະເດັກຍິງ , ອິນທິຣາໄດ້ຮັບຮູ້ເຖິງປະຕູບານໃໝ່ທີ່ລໍຖ້າການເດີນທາງຂອງລາວຢູ່, ລວມທັງໄດ້ຮຽນຮູ້ສາຂາຕ່າງໆທີ່ກ່ຽວຂ້ອງກັບວິສະວະກໍາທີ່ລາວສາມາດຮຽນໄດ້.

ໃນບັນດາສາຂາເຫຼົ່ານີ້, ອິນທິຣາ ຄົ້ນພົບວ່າວິສະວະກໍາສະຖາປັດຕະຍະກໍາ ໜ້າສົນໃຈຫຼາຍທີ່ສຸດ ແລະ ຫວັງວ່າຈະໄດ້ສືບຕໍ່ການຮຽນໃນຂົງເຂດນີ້ຢູ່ຕ່າງປະເທດໃນມື້ໜຶ່ງ.

“ຖ້າຫາກມີກິດຈະກຳແບບນີ້ເລື້ອຍໆ ຫຼື ເປັນປະຈຳ, ນ້ອງຄິດວ່າມັນສາມາດຊ່ວຍໄວໜຸ່ມລາວອີກຫຼາຍໆຄົນໄດ້ເປີດກວ້າງຂີດ ຈຳກັດຂອງພວກເຮົາ, ໂດຍສະເພາະໃນຊ່ວງເວລາທີ່ພວກເຮົາກຳລັງຊອກຫາຕົວເອງ ແລະ  ເພື່ອພັດທະນາທັກສະ ທີ່ຈຳເປັນໃນການປະກອບອາຊີບໃນອະນາຄົດຂອງພວກເຮົາ.” ອິນທິຣາ ກ່າວ.

A girl quietly absorbing knowledge
Ssilichamphone

“ໂຄງການຄ້າຍປັນຍາມ່ວນຫຼາຍ, ນ້ອງໄດ້ເຮັດຫຼາຍກິດຈະກໍາ ແລະ ໄດ້ຮຽນຮູ້ສິ່ງໃໝ່ໆ ກ່ຽວກັບ STEM ແລະ ຫຼາຍຢ່າງທີ່ນ້ອງ ບໍ່ເຄີຍຮູ້ມາກ່ອນ” - ອິນທິຣາ ຣາສີ

“ໂຄງການຄ້າຍປັນຍາ” ທີ່ໄດ້ຈັດຂຶ້ນທີ່ ແຂວງຫຼວງພະບາງ ໂດຍກະຊວງສຶກສາທິການ ແລະກິລາ, ອົງການ ຢູນີເຊັບ ປະຈຳລາວ ແລະ XMT ຜ່ານການສະໜັບສະໜູນຈາກ WeMade ໄດ້ສົ່ງເສີມໃຫ້ ນັກຮຽນໄດ້ມີສ່ວນຮ່ວມ ໂດຍຜ່ານການເຮັດກິດຈະກໍາທີ່ຫຼາກຫຼາຍ, ບໍ່ວ່າຈະເປັນການທົດລອງທາງວິທະຍາສາດ ລວມເຖິງການສົນທະນາກ່ຽວກັບ ຫົວຂໍ້ STEM, ເປັນແຮງບັນດານໃຈໃຫ້ພວກເຂົາກາຍເປັນນັກວິທະຍາສາດ ແລະ ນັກປະດິດໃນອະນາຄົດຂ້າງໜ້າ. ນອກເໜືອໄປຈາກວິຊາ STEM, ຜູ້ເຂົ້າຮ່ວມທັງໝົດຍັງໄດ້ຮຽນຮູ້ ກ່ຽວກັບ ການຮູ້ເທົ່າທັນສື່ທາງດິຈິຕອລ ເພື່ອຊ່ວຍເຂົາເຈົ້ານຳໃຊ້ດິຈິຕອລໄດ້ຢ່າງປອດໄພ ແລະ ຄວາມຮັບຜິດຊອບ, ການມີສ່ວນຮ່ວມຢ່າງມີຄວາມຮັບຜິດຊອບ ແລະ ວິທີການຮັບຮູ້ຂໍ້ມູນທີ່ຖືກຕ້ອງກ່ຽວກັບການນຳໃຊ້ສື່ອອນໄລນ໌.

“ໂຄງການຄ້າຍປັນຍາ” ໄດ້ຈັດຂຶ້ນເປັນຄັ້ງທຳອດຢູ່ທີ່ແຂວງຫຼວງພະບາງ ແລະ ເປັນສ່ວນໜຶ່ງຂອງແຜນໂຄງການຄ້າຍປັນຍາ ໃນ ສປປ ລາວ. ໂຄງການດັ່ງກ່າວ, ຈະຈັດຂຶ້ນຄັ້ງຕໍ່ໄປທີ່ແຂວງສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ