ໜື່ງປີຕໍ່ມາ ລະບົບຕິດຕາມການສັກຢາວັກຊີນອີເລັກໂທຣນິກ ກວມເອົາ 99 ເປີເຊັນ ຂອງ ເດັກນ້ອຍ ໃນ ສປປ ລາວ

05 ພຶດສະພາ 2025
Ms. Soummani Xayalath, Nurse in Mother and Child Care at Namuang Health Center, uses a tablet during a health consultation and nutrition education session at the Naxoom Governing Office. The tablet is used to accurately register vaccination data as newborns receive  vaccines.
UNICEF/UNI786355/Verweij

ນະຄອນຫຼວງວຽງຈັນ, ວັນທີ 5 ພຶດສະພາ 2025 – ສປປ ລາວ ໄດ້ສະເຫຼີມສະຫຼອງຄົບຮອບໜຶ່ງປີຂອງການເປີດຕົວ ລະບົບລົງທະບຽນການສັກຢາວັກຊີນແບບອີເລັກໂທຣນິກ (Electronic Immunization Registration ຫຼື EIR)  ໃນທົ່ວປະເທດ. ລະບົບ EIR ດັ່ງກ່າວ ເເມ່ນພັດທະນາຂຶ້ນໂດຍ ກະຊວງສາທາລະນະສຸກ ຜ່ານການສະໜັບສະໜຸນຈາກ ລັດຖະບານຍີ່ປຸ່ນ, ອົງການ ກາວີ (Gavi), ອົງການຢູນິເຊັບ ແລະ ອົງການອະນາໄມໂລກ. ໃນປະຈຸບັນເເມ່ນມີ ເດັກນ້ອຍເກີດໃໝ່ຫຼາຍກວ່າ 152,000 ຄົນ ທີ່ໄດ້ລົງທະບຽນຢູ່ໃນລະບົບເເລ້ວ ໃນປີ 2024, ເຊີ່ງໄດ້ຊ່ວຍສະໜອງຂໍ້ມູນຢ່າງທັນເວລາໃຫ້ເເກ່ພະນັກສາທາລະນະສຸກ ເພື່ອຮັບປະກັນວ່າເດັກນ້ອຍທຸກຄົນຈະໄດ້ຮັບວັກຊີນຕາມກໍານົດເວລາ ແລະ ຈະບໍ່ມີໃຜພາດໂອກາດໃນການຮັບວັກຊີນ.

ທ່ານ ສຈ. ປອ. ດຣ ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ, ໄດ້ກ່າວ: "ລະບົບໃໝ່ນີ້ ເປັນຈຸດໝາຍອັນສຳຄັນໃນຄວາມພະຍາຍາມຂອງປະເທດເພື່ອເສີມສ້າງຄວາມເຂັ້ມເເຂງຂອງລະບົບສາທາລະນະສຸກ ແລະ ຮັບປະກັນໃຫ້ເດັກທຸກຄົນໄດ້ຮັບວັກຊີນ." ນອກນັ້ນ, ທ່ານ ລັດຖະມົນຕີກະຊວງສາທາລະນະສຸກ ຍັງໄດ້ສະເເດງຄວາມຂອບໃຈຕໍ່ບັນດາຄູ່ຮ່ວມພັດທະນາສຳລັບການຊ່ວຍເຫຼືອ ໂດຍເນັ້ນໜັກເຖີງຄວາມສຳຄັນຂອງການຮ່ວມມືໃນຜົນສຳເລັດຂອງຄັ້ງນີ້.

ທ່ານ ໂຄອິຊຶມິ ຊຶໂຕະມຸ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ, ກໍໄດ້ກ່າວເຖິງການສະໜັບສະໜູນ ສປປ ລາວ ເພື່ອເສີມຂະຫຍາຍລະບົບສາທາລະນະສຸກ ຜ່ານການຮ່ວມມືທີ່ມີຢູ່ກັບ ອົງການຢູນິເຊັບ: "ການຜັນຂະຫຍາຍ ລະບົບ EIR ຈະຊ່ວຍສະໜັບສະໜຸນການຈັດສົ່ງວັກຊີນຫຼາຍໆປະເພດ ແລະ ໃນປະລິມານທີ່ຖືກຕ້ອງໄປຫາທຸກເຂດທີ່ຕ້ອງການ ເເລະ ຍັງຈະຊ່ວຍປະກອບສ່ວນເຂົ້າຕໍ່ຄວາມພະຍາຍາມຮ່ວມທີ່ມີຢູ່ລະຫວ່າງ ລັດຖະບານຍີ່ປຸ່ນ ເເລະ ອົງການຢູນິເຊັບ ໃນການປັບປຸງລະບົບເຢັນເພື່ອຂົນສົ່ງວັກຊີນ ໃນ ສປປ ລາວ ໃຫ້ມີປະສິດທິພາບ 100%."

ລະບົບ EIR ໄດ້ເລີ່ມປະຕິບັດນຳໃຊ້ຄັ້ງທຳອິດໃນໄລຍະການລະບາດຂອງພະຍາດ ໂຄວິດ-19 ດ້ວຍລະບົບທຳອິດເເມ່ນພັດທະນາຂຶ້ນຜ່ານການສະໜັບສະໜູນຂອງ ອົງການອະນາໄມໂລກ ໃນ ປີ 2021 ເພື່ອຕິດຕາມການສັກວັກຊີນປ້ອງກັນພະຍາດ ໂຄວິດ-19. ໄດ້ມີການທົດລອງນຳໃຊ້ລະບົບດັ່ງກ່າວທີ່ ນະຄອນຫຼວງວຽງຈັນ ແລ້ວ ຫຼັງຈາກນັ້ນໄດ້ຜັນຂະຫຍາຍການນຳໃຊ້ໄປທົ່ວປະເທດ, ພ້ອມຍັງໄດ້ມີການຈັດການຝຶກອົບຮົມສຳລັບພະນັກງານສາທາລະນະສຸກໃນການນຳໃຊ້ລະບົບອີກເຊັ່ນດຽວກັນ. ໃນທ້າຍປີ 2023 ໄດ້ມີພະນັກງານສາທາລະນະສຸກກວ່າ 3,000 ຄົນ ທີ່ໄດ້ຮັບການຝຶກອົບຮົມໃນການໃຊ້ແທັບເລັດ ແລະ ຄອມພິວເຕີ້ແລັບທັອບ ເພື່ອບັນທຶກຂໍ້ມູນການສັກຢາວັກຊີນ. ປັດຈຸບັນ, 99% ຂອງສະຖານທີ່ບໍລິການສາທາລະນະສຸກໃນ ສປປ ລາວ ກຳລັງນຳໃຊ້ ລະບົບ EIR ໂດຍມີເດັກເກີດໃໝ່ຫຼາຍກວ່າ 152,000 ຄົນໃນປີ 2024 ທີ່ໄດ້ລົງທະບຽນໃນລະບົບແລ້ວ.

Mrs. Suaheu (26) with her daughter, Yuanli (4 months), and two of her young sons from Nasom village, Vangvieng district, Vientiane province, speaks with  Ms Chandavone Xayavong, Deputy head of Namuang Health Center, as Ms. Chandavone reviews the new green vaccination certificate book for vaccination record updates. Tablets are now also being used to register vaccination data. During the health consultation and nutrition education session, will receive OPV2, Penta2 and PCV2 vaccines.– NOVEMBER 5 - Mrs. Suahe
UNICEF/UNI786357/Verweij A mother registers her daughter for vaccination with a nurse who uses a tablet to log vaccination data.

ທ່ານ ນາງ ນາເດຍ ລາສຣິ, ຜູ້ຈັດການອາວຸໂສລະດັບປະເທດ ແລະ ຜູ້ປະສານງານສະໜັບສະໜູນຈາກ ອົງການ ກາວີ ປະຈຳ ສປປ ລາວ, ກ່າວ: “ຜົນສຳເລັດໃນເບື້ອງຕົ້ນຂອງລະບົບ EIR ໃນ ສປປ ລາວ ຊີ້ໃຫ້ເຫັນເຖິງຄວາມສຳຄັນຂອງການລົງທຶນໃນການຫັນປ່ຽນເເຜນງານສັກຢາປ້ອງກັນພະຍາດໄປສູ່ການນຳໃຊ້ລະບົບແບບດິຈິຕອລ. ມັນເປັນສິ່ງສໍາຄັນທີ່ ອົງການ ກາວີ ໄດ້ສືບຕໍ່ຮັບທຶນຢ່າງເຕັມທີ່ສໍາລັບໄລຍະເວລາ 5 ປີ ຕໍ່ໜ້າເພື່ອຮັບປະກັນວ່າພວກເຮົາຈະສາມາດສືບຕໍ່ໃຫ້ການສະຫນັບສະຫນູນເເກ່ບັນດາປະເທດເຊັ່ນ ສປປ ລາວ ເເລະ ຄູ່ຮ່ວມພັດທະນາເຊັ່ນ ອົງການຢູນິເຊັບ ແລະ ອົງການອະນາໄມໂລກ ໃນການປະຕິບັດນຳໃຂ້ລະບົບໃໝ່ໆທີ່ມີນະວັດຕະກຳເຊັ່ນ ລະບົບ EIR."

ທ່ານ ບິລາລ ດູຣານິ, ຜູ້ຕາງໜ້າ ອົງການຢູນິເຊັບ ປະຈຳ ສປປ ລາວ, ກ່າວ: "ໂອກາດຄັ້ງນີ້ເປັນການສະເຫຼີມສະຫຼອງສິ່ງທີ່ພວກເຮົາສາມາດບັນລຸໄດ້ຜ່ານການຮ່ວມມືກັນ. ໂດຍການນຳໃຊ້ ລະບົບ EIR ບັນດາພໍ່ແມ່ສາມາດໄວ້ວາງໃຈໄດ້ວ່າການສັກຢາວັກຊີນທຸກຄັ້ງເເມ່ນຖືກບັນທຶກໄວ້ ແລະ ລູກຂອງຕົນໄດ້ຮັບການປົກປ້ອງຈາກພະຍາດ. ອົງການຢູນິເຊັບ ແລະ ຄູ່ຮ່ວມພັດທະນາຂອງພວກເຮົາຍັງຄົງມຸ່ງໝັ້ນທີ່ຈະຊ່ວຍສະໜັບສະໜຸນການປັບປຸງ ແລະ ຜັນຂະຫຍາຍ ລະບົບ EIR ເພື່ອໃຫ້ເດັກອີກຫຼາຍພັນຄົນໃນ ສປປ ລາວ ໄດ້ຮັບການປົກປ້ອງຈາກພະຍາດຕ່າງໆ."

ທ່ານ ດຣ ທິິມໂມຕີ ອາມສະຕຣອງ, ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ, ຍັງໄດ້ເນັ້ນໜັກເຖີງຄວາມສຳຄັນຂອງ ລະບົບ EIR: "ລະບົບ EIR ເປັນເຄື່ອງມືດິຈິຕອລທີ່ມີປະສິດທິພາບເພື່ອຊ່ວຍພວກເຮົາບັນລຸເປົ້າໝາຍການສັກວັກຊີນໃຫ້ທຸກຄົນໃນທົ່ວ ສປປ ລາວ. ອົງການອະນາໄມໂລກ ມີຄວາມພູມໃຈທີ່ໄດ້ຊ່ວຍພັດທະນາລະບົບດັ່ງກ່າວນັບຕັ້ງແຕ່ການສ້າງຕັ້ງລະບົບຂຶ້ນໃນ ປີ 2021, ແລະ ມີຄວາມດີໃຈທີ່ໄດ້ເຫັນລະບົບ EIR ຊ່ວຍປະກອບສ່ວນເຂົ້າຕໍ່ການປັບປຸງປະສິດທິພາບຂອງວຽກງານສັກວັກຊີນ, ຊ່ວຍປິດຊ່ອງຫວ່າງໃນການຮັບວັກຊີນ ແລະ ຮັບປະກັນສຸຂະພາບທີ່ດີສໍາລັບທຸກຄົນ.”

ລະບົບ EIR ຍັງໄດ້ເປີດໂອກາດໃໝ່ສຳລັບນະວັດຕະກຳ ແລະ ການນຳໃຊ້ລະບົບຂໍ້ມູນ, ລວມທັງ ລະບົບເເຈັ້ງເຕືອນການຮັບວັກຊີນຜ່ານມື່ຖືສຳລັບພໍ່ເເມ່ ທີ່ໄດ້ທົດລອງນຳໃຊ້ເມື່ອບໍ່ດົນມານີ້, ເຊີ່ງນໍາພາໂດຍ ກະຊວງສາທາລະນະສຸກ ໂດຍໄດ້ຮັບການສະຫນັບສະຫນູນຈາກ ອົງການອະນາໄມໂລກ, ອົງການ ກາວີ ແລະ ອົງການຢູນິເຊັບ.

One year anniversary celebration of EIR rollout in Lao PDR.
UNICEF Lao PDR/2025/KPhiennachit Celebration of the first anniversary of the EIR system between the Ministry of Health, the Government of Japan, Gavi, UNICEF and WHO.

ຕິດຕໍ່ຜູ້ຮັບຜິດຊອບຂ່າວ

Simon Nazer
Chief of Communication
UNICEF Lao PDR
ໂທລະສັບ: +856 2055519681
ອີເມວ: [email protected]
Saykoson Sanoubane
Communication Officer
UNICEF Lao PDR
ໂທລະສັບ: +856 20 54005000
ອີເມວ: [email protected]

ກ່ຽວກັບອົງການຢູນິເຊັບ

ອົງການຢູນິເຊັບ ເຮັດວຽກໃນບາງບ່ອນ​ທີ່ຫຍຸ້ງຍາກ​ທີ່ສຸດ ເພື່ອເຂົ້າເຖິງເດັກທີ່ດ້ອຍໂອກາດທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດແຄວ້ນ​, ພວກເຮົາເຮັດວຽກເພື່ອເດັກ​ທຸກຄົນ ແລະ ໃນທຸກແຫ່ງຫົນ​ ເພື່ອສ້າງໂລກທີ່ດີກວ່າສໍາລັບທຸກຄົນ.

ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນິເຊັບ ແລະ ວຽກງານຂອງອົງການ​ເພື່ອ​ເດັກ​ ຈົ່ງ​ເຂົ້າເບິ່ງ www.unicef.org.

ຕິດຕາມອົງການຢູນິເຊັບ​ໃນ  Twitter and Facebook