ການປົກປ້ອງເດັກຈາກການຖືກລ່ວງລະເມີດທາງເພດ
ທ່ານສາມາດເຮັດຫຍັງໄດ້ແດ່ເພື່ອຊ່ວຍປົກປ້ອງເດັກຈາກການຖືກລ່ວງລະເມີດທາງເພດ?
- English
- ລາວ
ທ່ານສາມາດເຮັດຫຍັງໄດ້ແດ່ຖ້າພົບເຫັນກໍລະນີເດັກນ້ອຍທີ່ຖືກຂູດຮີດທາງເພດ?
ການເຜີຍແຜ່ ຫຼື ສົ່ງຕໍ່ ເນື້ອຫາ, ພາບ ຫຼື ວິດີໂອ ທີ່ກ່ຽວຂ້ອງກັບການຂູດຮີດເດັກນ້ອຍ ຜ່ານສື່ອອນໄລນ໌ຕ່າງໆນັ້ນ ອາດເຮັດໃຫ້ເດັກຜູ້ໄດ້ຮັບຜົນກະທົບມີຄວາມອັບອາຍຈົນເຖິງຂັ້ນເປັນປົມດ້ອຍ, ເຖິງແມ່ນວ່າ ຜູ້ສົ່ງຕໍ່ເນື້ອຫາເຫຼົ່ານັ້ນ ຈະມີຄວາມຕັ້ງໃຈທີ່ດີ.
ເມື່ອທ່ານພົບເຫັນເນື້ອຫາດັ່ງກ່າວຜ່ານສື່ອອນໄລນ໌ຕ່າງໆ, ໂດຍສະເພາະ ກໍລະນີການຂູດຮີດທາງເພດຂອງເດັກນ້ອຍ, ທ່ານສາມາດເຮັດຫຍັງໄດ້ແດ່?
- ຫຼີກລ່ຽງການສົ່ງຕໍ່ເນື້ອຫາດັ່ງກ່າວ: ຢ່າສົ່ງຕໍ່ ຫຼື ເຜີຍແຜ່ ຮູບພາບ ຫຼື ວິດີໂອ ເຫຼົ່ານັ້ນທາງສື່ສັງຄົມ ເພາະມັນອາດນຳພາໄປສູ່ຜົນຮ້າຍ ຫຼາຍກ່ວາ ດີໄດ້ ແລະ ສາມາດສົ່ງຜົນຕໍ່ສະພາບຈິດໃຈຂອງເດັກ.
- ລາຍງານເນື້ອຫາເຫຼົ່ານັ້ນໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ: ລາຍງານເນື້ອຫາ ຫຼື ແຫຼ່ງເຜີຍແຜ່ເນື້ອຫານັ້ນ ໃຫ້ກັບເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເພື່ອຊ່ວຍປ້ອງກັນການເຜີຍແຜ່ເນື້້ອຫາເຫຼົ່ານັ້ນຕື່ມ ແລະ ປົກປ້ອງເດັກນ້ອຍຈາກການຂົ່ມເຫັງທາງອອນໄລນ໌.
ໃນ ສປປ ລາວ, ທ່ານສາມາດລາຍງານ ກໍລະນີການຂູດຮີດ ຫຼື ລ່ວງລະເມີດເດັກນ້ອຍ ໃຫ້ກັບອຳນາດການປົກຄອງທ້ອງຖິ່ນ ແລະ ປະເທດ, ຫຼື ຜ່ານສາຍດ່ວນໃຫ້ຄຳປຶກສາ ຂອງ ສະຫະພັນແມ່ຍິງລາວ ຜ່ານເບີ 1362.
ການຂູດຮີດທາງເພດແມ່ນຫຍັງ?
ການຂູດຮີດທາງເພດ ແມ່ນການນຳໃຊ້ຄວາມແຕກຕ່າງໃນອຳນາດ ຫຼື ການລໍ້ລວງ ຕໍ່ບຸກຄົນໃດໜື່ງ ເພື່ອຈຸດປະສົງທາງເພດ ຈົນເຮັດໃຫ້ເຫຍື່ອຮູ້ສຶກບໍ່ມີຄຸນຄ່າ, ເຊິ່ງມັກຈະຖືກກະທຳໂດຍຜູ້ມີອຳນາດ ເຊັ່ນ: ພະນັກງານ ອົງກອນຊ່ວຍເຫຼືອ (aid workers) ຕໍ່ເດັກນ້ອຍ ແລະ ຄອບຄົວທີ່ເຂົາເຈົ້າຄວນຮັບໃຊ້. ການຂູດຮີດນີ້ ກວມເອົາການລ່ວງລະເມີດທາງຮ່າງກາຍຕົວຈິງ ຫຼື ຖືກຂົ່ມຂູ່ຕໍ່ລັກສະນະທາງເພດ, ບໍ່ວ່າຈະເປັນການບັງຄັບ ຫຼື ບັງຄັບແບບມີເງື່ອນໄຂ.
ເມື່ອເຫດການດັ່ງກ່າວເກີດຂຶຶ້ນ ແລະ ກະທຳໂດຍບຸກຄົນອື່ນທີ່ບໍ່ແມ່ນ ພະນັກງານ ອົງກອນຊ່ວຍເຫຼືອ ມັນຈະຖືກກຳນົດວ່າ ເປັນ ຄວາມຮຸ່ນແຮງທາງເພດ, ເຊິ່ງເກີດຂຶ້ນທົ່ວໂລກ ແລະ ສົ່ງຜົນກະທົບຕໍ່ທຸກພາກສ່ວນຂອງສັງຄົມ. ແມ່ຍິງ ແລະ ເດັກນ້ອຍຢູ່ໃນສະຖານທີ່ສຸກເສີນ ແມ່ນມີຄວາມສ່ຽງເປັນພິເສດຕໍ່ ການຂູດຮີດທາງເພດ ແລະ ການລ່ວງລະເມີດທາງເພດ.
ອົງການ ຢູນີເຊັບ ຂໍກ່າວປະນາມການລ່ວງລະເມີດຕໍ່ເດັກທຸກຮູບແບບ. ເດັກທຸກໆຄົນ ມີສິດທີ່ຈະໄດ້ຮັບຄວາມປອດໄພ ແລະ ໄດ້ຮັບການປົກປ້ອງພາຍໃຕ້ ສົນທິສັນຍາສະຫະປະຊາຊາດວ່າດ້ວຍສິດທິເດັກ. ການລ່ວງລະເມີດຕໍ່ເດັກທຸກຮູບແບບ ແມ່ນອາຊະຍາກຳ ແລະ ເປັນການລະເມີດສິດທິມະນຸດຢ່າງຮ້າຍແຮງ.
ສາມາດຮູ້ໄດ້ແນວໃດວ່າເຫດການໃດໜຶ່ງແມ່ນກໍລະນີການລ່ວງລະເມີດທາງເພດ?
- ເດັກເປັນຜູ້ບອກ ຫຼື ແຈ້ງເອງ;
- ຄົນໃນຄອບຄົວ ຫຼື ຄົນໃກ້ຄຽງອາດລາຍງານຄວາມສົງໄສ ຫຼື ຢັ້ງຢືນເຖິງກໍລະນີລໍ້ລວງລ່ວງລະເມີດເດັກ ອີງຕາມການເລົ່າເລື່ອງເຫດການຂອງເດັກ;
- ເດັກອາດມີອາການບາດເຈັບທາງຮ່າງກາຍ ເຊິ່ງເບິ່ງຄືວ່າບໍ່ມີຄໍາອະທິບາຍທີ່ໜ້າເຊື່ອຖືໄດ້;
- ພຶດຕິກຳຂອງເດັກອາດຈະຊີ້ບອກໃຫ້ຮູ້ວ່າ ມັນເປັນໄປໄດ້ທີ່ເດັກຖືກທາລຸນ;
- ພາກສ່ວນທີ່ສາມ ລາຍງານເຫດການ ຫຼື ຄວາມສົງໄສ ກ່ຽວກັບການລະເມີດເດັກທີ່ເກີດຂຶ້ນ;
- ສັງເກດເຫັນບາງພຶດຕິກໍາຂອງເດັກຕໍ່ກັບພໍ່ແມ່ ຫຼື ຜູ້ເບິ່ງແຍງດູແລເດັກ, ເຊິ່ງເຕືອນໃຫ້ຮູ້ ຫຼື ເຮັດໃຫ້ຮູ້ສຶກວ່າມີຄວາມຜິດປົກກະຕິ.
ສິ່ງສຳຄັນທີ່ສຸດສຳລັບບຸກຄົນຜູ້ທີ່ພົບເຫັນເຫດການຂອງການລ່ວງລະເມີດເດັກ ແມ່ນການບັນທຶກລາຍລະອຽດຂອງສະຖານະການ, ລວມທັງສະຖານທີ່ ແລະ ສະຖານະການ. ໃນຂະນະດຽວກັນ, ກໍ່ຕ້ອງພະຍາຍາມຮັກສາຄວາມປອດໄພ ແລະ ຄວາມເປັນສ່ວນຕົວຂອງຜູ້ຖືກເຄາະຮ້າຍ.
ແຫຼ່ງຂໍ້ມູນທີ່ກ່ຽວຂ້ອງ: