ໜຶ່ງປີຕໍ່ມາ
ຄົບຮອບນຶ່ງປີ ທີ່ ສປປ ລາວ ໄດ້ນໍາໜ້າ ອາຊຽນ ໃນການຫ້າມການລົງໂທດທາງຮ່າງກາຍດ້ວຍການຂ້ຽນຕີ
- English
- ລາວ
ເປັນເວລາຄົບຮອບໜຶ່ງປີ ເນື່ອງໃນ ວັນສາກົນເພື່ອຢຸດຕິການລົງໂທດທາງຮ່າງກາຍດ້ວຍການຂ້ຽນຕີຕໍ່ເດັກ ທີ່ ກະຊວງຍຸຕິທໍາ ໄດ້ຈັດພິທີປະກາດຜົນສໍາເລັດຂອງ ສປປ ລາວ ໃນການຫ້າມການລົງໂທດທາງຮ່າງກາຍດ້ວຍການຂ້ຽນຕີ, ເຊິ່ງໄດ້ເຮັດໃຫ້ ສປປ ລາວ ກາຍເປັນປະເທດທີ 66 ຂອງໂລກ ແລະ ເປັນປະເທດທໍາອິດໃນອາຊຽນ ທີ່ມີນິຕິກໍາປົກປ້ອງເດັກຈາກ ການລົງໂທດທາງຮ່າງ ກາຍດ້ວຍການຂ້ຽນຕີໃນທຸກສະຖານທີ ເຊັ່່ນ: ຢູ່ເຮືອນ, ໃນໂຮງຮຽນ, ໃນສະຖານທີ່ເບິ່ງແຍງລ້ຽງດູເດັກ ແລະ ໃນລະບົບ ຍຸດຕິທໍາ.
ການປະກາດຜົນສໍາເລັດຄັ້ງສໍາຄັນນີ້ ເກີດຂຶ້ນພາຍຫຼັງຈາກ ການປະກາດໃຊ້ກົດໝາຍສະບັບປັບປຸງ ກ່ຽວກັບການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ (ທັນວາ 2023). ກົດໝາຍສະບັບປັບປຸງນີ້ ໄດ້ຫ້າມຢ່າງຊັດເຈນ ບໍ່ໃຫ້ພໍ່ແມ່, ຜູ້ປົກຄອງ, ພະນັກງານລັດ ຫຼື ບຸກຄົນອື່ນໆ ລົງໂທດທາງຮ່າງກາຍດ້ວຍການຂ້ຽນຕີຕໍ່ເດັກ ແລະ ຍັງມີຄວາມສອດຄ່ອງກັບ ສົນທິສັນຍາ ວ່າດ້ວຍສິດທິເດັກ ແລະ ເປົ້າໝາຍການພັດທະນາແບບຍືນຍົງ.
ໃນໄລຍະ 12 ເດືອນ ທີ່ຜ່ານມາ, ບັນດາກະຊວງຕ່າງໆ ໂດຍຜ່ານການສະໜັບສະໜູນຈາກ ອົງການຢູນິເຊັບ ກໍ່ໄດ້ນໍາກົດໝາຍສະບັບນີ້ໄປຈັດຕັ້ງປະຕິບັດ ໃຫ້ປະກົດຜົນເປັນຈິງໃນຊີວິດປະຈໍາວັນ ເຊັ່ນ:
- ການໂຄສະນາປູກຈິດສໍານຶກໃຫ້ແກ່ສາທາລະນະ: ວິດີໂອສັ້ນກ່ຽວກັບຜົນຮ້າຍຂອງການລົງໂທດທາງຮ່າງກາຍດ້ວຍການຂ້ຽນຕີ, ຜະລິດໂດຍ ກະຊວງຍຸດຕິທໍາ ໂດຍການສະໜັບສະໜູນຈາກ ອົງການຢູນິເຊັບ, ໄດ້ອອກອາກາດໃນລາຍການ "ເພື່ອສັງຄົມຍຸດຕິທໍາ" ແລະ ເຜີຍແຜ່ໃນ ເຟສບຸກ ແລະ ຢູທູບ. ພ້ອມນັ້ນ ຍັງມີການຜະລິດ ແຜ່ນພັບສັງລວມບົດບັນຍັດສໍາຄັນຂອງ ກົດໝາຍສະບັບປັບປຸງກ່ຽວກັບ ການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ເຊີ່ງຈະແຈກຢາຍໄປທົ່ວປະເທດ.
- ການລ້ຽງດູລູກແບບສ້າງສັນ: ຂໍ້ຄວາມກ່ຽວກັບ ການລ້ຽງດູລູກໂດຍບໍ່ໃຊ້ຄວາມຮຸນແຮງ ໄດ້ຖືກລວມເຂົ້າໃນຊຸດ ເຄື່ອງມືຝຶກອົບຮົມ ພາຍໃຕ້ໂຄງການ "ຮັກລູກໃຫ້ໃສ່ໃຈ", ທີ່ກໍາລັງຖືກຈັດຕັ້ງປະຕິບັດຢູ່ຫຼາຍໆແຂວງ ໃນທົ່ວປະເທດ.
- ການສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນສັງຄົມສົງເຄາະ: ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກໍາລັງຈັດຕັ້ງປະຕິບັດຍຸດທະສາດແຫ່ງຊາດດ້ານການພັດທະນາບຸກຄະລາກອນສັງຄົມສົງເຄາະ ເພື່ອສົ່ງເສີມນັກສັງຄົມສົງເຄາະທີ່ເປັນອາຊີບ ແລະ ເຄິ່ງມືອາຊີບ ລວມທັງພະນັກງານທີ່ເຮັດວຽກຕົວຈິງໃນແຖວໜ້າ ໃນຂະແໜງສາທາລະນະສຸກ, ການສຶກສາ ແລະ ຍຸດຕິທໍາ ເພື່ອໃຫ້ເຂົາເຈົ້າສາມາດລະບຸ, ປ້ອງກັນ ແລະ ຕອບໂຕ້ ຕໍ່ບັນຫາການໃຊ້ຄວາມຮຸນແຮງຕໍ່ເດັກ.
- ລະບົບຍຸດຕິທໍາທີ່ເປັນມິດຕໍ່ເດັກ: ພະນັກງານສານ, ໄອຍະການ ແລະ ເຈົ້າໜ້າທີ່ຕໍາຫຼວດ ໄດ້ຮັບການຝຶກອົບຮົມ ສະເພາະກ່ຽວກັບ ສິດທິເດັກ ແລະ ຂັ້ນຕອນວິທີການເຮັດວຽກທີ່ເອົາໃຈໃສ່ເດັກ ເພື່ອຮັບປະກັນວ່າ ລະບົບຍຸດຕິທໍາ ຈະປົກປ້ອງເດັກ, ຈະບໍ່ໃຫ້ເດັກໄດ້ຮັບອັນຕະລາຍ ສໍາລັບເດັກທຸກຄົນ ທີ່ເຂົ້າມາກ່ຽວຂ້ອງກັບລະບົບຍຸດຕິທໍາ.
ຮຽກຮ້ອງໃຫ້ມີການດໍາເນີນການຈັດຕັ້ງປະຕິບັດ
ຫຼັກຖານຕ່າງໆໄດ້ສະແດງໃຫ້ເຫັນວ່າ ການລົງໂທດທາງຮ່າງກາຍດ້ວຍການຂ້ຽນຕີ ເປັນວິທີການທີ່ບໍ່ມີປະສິດທິຜົນ ແລະ ອາດເຮັດໃຫ້ເກີດອັນຕະລາຍທາງຮ່າງກາຍ ແລະ ຈິດໃຈໃນໄລຍະຍາວ. ຢ່າງໃດກໍ່ຕາມ, ຍັງມີພໍ່ແມ່ ຫຼື ຜູ້ດູແລເດັກ ໃນ ສປປ ລາວ ຈໍານວນໜຶ່ງ (23%) ຍັງເຊື່ອວ່າມັນຈໍາເປັນສໍາລັບການລ້ຽງດູເດັກ.
ນອກຈາກນີ້, ເຖິງວ່າຈະມີຄວາມກ້າວໜ້າ, ແຕ່ການລົງໂທດເດັກທີ່ໃຊ້ຄວາມຮຸນແຮງຍັງຄົງແຜ່ຫຼາຍຢູ່. ອີງຕາມຜົນຈາກ ການສໍາຫຼວດດັດສະນີໝາຍສັງຄົມລາວ ຄັ້ງທີ III ໃນປີ 2023, ປະມານ 62 ເປີເຊັນ ຂອງເດັກ ອາຍຸ 1-14 ປີ ເຄີຍຖືກປະຕິບັດລະບຽບວິໄນທີ່ໃຊ້ຄວາມຮຸນແຮງດ້ວຍວິທີໃດໜຶ່ງ. ເຖິງແມ່ນວ່າ ໄດ້ມີການຫຼຸດຜ່ອນອັດຕາການລົງໂທດທາງດ້ານຮ່າງກາຍຕໍ່ເດັກ ຈາກ 34 ເປີເຊັນ ໃນປີ 2017 ເປັນ 31 ເປີເຊັນ, ແຕ່ສະພາບການກໍ່ຍັງຄົງໜ້າເປັນຫ່ວງ. ໃນກຸ່ມເດັກອາຍຸນ້ອຍທີ່ສຸດ, ມີ 30 ເປີເຊັນຂອງ ເດັກອາຍຸ 1-2 ປີ ແລະ 43 ເປີເຊັນ ຂອງເດັກອາຍຸ 2-3 ປີ ທີ່ຍັງຖືກລົງໂທດທາງດ້ານຮ່າງກາຍ.
ເພື່ອຮັບປະກັນໃຫ້ເດັກທຸກຄົນໃນ ສປປ ລາວ ເຕີບໂຕຂຶ້ນໂດຍປາສະຈາກການໃຊ້ຄວາມຮຸນແຮງ ຈໍາເປັນຕ້ອງມີການຮ່ວມມືຈາກ ທຸກພາກສ່ວນຂອງສັງຄົມ ເຊັ່ນ:
- ພໍ່ແມ່ ແລະ ຜູ້ເບິ່ງແຍງດູແລເດັກ ສາມາດນໍາໃຊ້ວິທີການລ້ຽງດູລູກແບບສ້າງສັນ ແລະ ບໍ່ໃຊ້ຄວາມຮຸນແຮງ.
- ຄູ ແລະ ຜູ້ຊີ້ນໍາໃນສະຖາບັນການສຶກສາ ສາມາດສ້າງແບບຢ່າງຂອງສະພາບແວດລ້ອມການຮຽນຮູ້ທີ່ປອດໄພ ແລະ ເດັກໄດ້ຮັບການສະໜັບສະໜູນ.
- ຜູ້ນໍາຊຸມຊົນ ແລະ ຜູ້ນໍາທາງສາດສະໜາ ສາມາດທັກທ້ວງ/ຕ້ານຄວາມເຊື່ອ ແລະ ບັນທັດຖານສັງຄົມ ທີ່ເປັນອັນຕະລາຍ.
- ກະຊວງຕ່າງໆ ແລະ ຄູ່ຮ່ວມພັດທະນາ ສາມາດສືບຕໍ່ລົງທຶນໃນການປ້ອງກັນ, ການຕອບໂຕ້ແກ້ໄຂ ແລະ ສຶກສາອົບຮົມໃຫ້ແກ່ສາທາລະນະ.
ອົງການຢູນິເຊັບ ພ້ອມທີ່ຈະສືບຕໍ່ ການເປັນຄູ່ຮ່ວມງານກັບລັດຖະບານ, ອົງການຈັດຕັ້ງສັງຄົມ ແລະ ຂະແໜງການເອກະຊົນ ເພື່ອຮ່ວມກັນເຮັດໃຫ້ການລົງໂທດທາງຮ່າງກາຍດ້ວຍການຂ້ຽນຕີ ກາຍເປັນເລື່ອງໃນອະດີດເທົ່ານັ້ນ ແລະ ຮັບປະກັນ ໃຫ້ເດັກທຸກຄົນມີຄວາມປອດໄພ, ເຕີບໂຕຢ່າງມີຄຸນນະພາບ ຕາມທີ່ເຂົາເຈົ້້າສົມຄວນໄດ້ຮັບ.