ການສຳຫຼວດດັດສະນີໝາຍສັງຄົມລາວ ຄັ້ງທີ III (LSIS III)
LSIS III ສະໜອງຂໍ້ມູນ ເເລະ ສະຖິຕິ ທີ່ສຳຄັນກ່ຽວກັບສະຫວັດດີການຂອງເດັກ ແລະ ແມ່ຍິງໃນທົ່ວ ສປປ ລາວ.
- English
- ລາວ
ຈຸດສຳຄັນ
ການສຳຫຼວດດັດສະນີໝາຍສັງຄົມລາວ ຄັ້ງທີ III ຫຼື LSIS III ເເມ່ນຜົນການສໍາຫຼວດລ່າສຸດຢູ່ໃນ ສປປ ລາວ ເເລະ ສະໜອງຂໍ້ມູນທີ່ມີມູນທີ່ສຳຄັນກ່ຽວກັບສະຫວັດດີການຂອງເດັກ, ໄວໜຸ່ມ, ແມ່ຍິງ ເເລະ ຄົວເຮືອນໃນທົ່ວປະເທດ.
ການສຳລວດ LSIS III ໄດ້ຖືກຈັດຂຶ້ຕັ້ງປະຕິບັດຂຶ້ນລະຫວ່າງ ເດືອນມີນາ ຫາເ ດືອນກັນຍາ ປີ 2023 ໂດຍ ສູນສະຖິຕິເເຫ່ງຊາດ ຮ່ວມກັບ ກະຊວງສາທາລະນະສຸກ ເເລະ ກະຊວງສຶກສາທິການ, ເເລະ ໄດ້ຮັບທຶນການສະໜັບສະໜູນຈາກ ລັດຖະບານເຫ່ງ ສປປ ລາວ, ອົງການນີເຊັບ, ສະຫະພາບເອີຣົບ, ລັດຖະບານອົດສະຕຣາລີ, ລັດຖະບານລຸກຊຳບວກ ແລະ ອົງການ UNFPA ພ້ອມ ການສະໜັບສະໜູນດ້ານວິຊາການຈາກທີມງານ MICS ລະດັບໂລກ ຂອງ ອົງການນີເຊັບ.
ທ່ານສາມາດເຂົ້າເບີ່ງ ບົດສະຫຸບຫຍໍ້ LSIS III ໄດ້ຜ່ານ ລິ້ງ ນີ້.
ນອກນັ້ນທ່ານຍັງສາມາດສຶກສາເພີ່ມເຕີມກ່ຽວກັບສິ່ງທີ່ຂໍ້ມູນຈາກ LSIS III ໄດ້ບົ່ງບອກພວກເຮົາກ່ຽວກັບສະຖານະການຂອງເດັກນ້ອຍ ແລະ ແມ່ຍິງໃນ ສປປ ລາວ ຜ່ານ ລິ້ງ ນີ້.
