ລັດຖະບານ ສປປ ລາວ, ລັດຖະບານລຸກຊຳບວກ ພ້ອມດ້ວຍ ອົງການສະຫະປະຊາຊາດ (UNFPA, UNICEF ແລະ WHO) ຈັດພິທີເປີດໂຕແຜນງານຮ່ວມມື ໄລຍະໃໝ່ ເພື່ອປັບປຸງການບໍລິການສຸຂະພາບ ຢູ່ໃນ ສປປ ລາວ

21 ກັນຍາ 2026
MoH and UN partners
UNICEF Lao PDR/2026 ກະຊວງສາທາລະນະສຸກ ແຫ່ງ ສປປ ລາວ, ລັດຖະບານລຸກຊຳບວກ, ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA), ອົງການສະຫະປະຊາຊາດ ກອງທຶນສຳລັບເດັກ (UNICEF) ແລະ ອົງການອະນາໄມໂລກ (WHO) ໄດ້ຮ່ວມກັນເປີດໂຕແຜນງານຮ່ວມມື ອົງການສະຫະປະຊາຊາດ ໄລຍະທີ IV ວ່າດ້ວຍສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ (RMNCAH).

ນະຄອນຫຼວງວຽງຈັນ, ສປປ ລາວ, ວັນທີ 17 ກັນຍາ 2026 — ກະຊວງສາທາລະນະສຸກ ແຫ່ງ ສປປ ລາວ, ລັດຖະບານລຸກຊຳບວກ, ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA), ອົງການສະຫະປະຊາຊາດ ກອງທຶນສຳລັບເດັກ (UNICEF) ແລະ ອົງການອະນາໄມໂລກ (WHO) ໄດ້ຮ່ວມກັນເປີດໂຕແຜນງານຮ່ວມມື ອົງການສະຫະປະຊາຊາດ ໄລຍະທີ IV ວ່າດ້ວຍສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ (RMNCAH). ແຜນງານຮ່ວມມືໄລຍະ IV ນີ້ທີ່ໄດ້ຮັບທຶນສະໜັບສະໜູນ ຈາກລັດຖະບານລຸກຊຳບວກ ຈະຊ່ວຍ ສະໜັບສະໜູນ ການຈັດຕັ້ງປະຕິບັດ ຍຸດທະສາດ ແລະ ແຜນປະຕິບັດງານສໍາລັບການບໍລິການເຊື່ອມສານສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ 2026–2030 ຂອງກະຊວງສາທາລະນະສຸກ ທີ່ໄດ້ມີການເຜີຍແຜ່ໃນວັນທີ 16 ກັນຍາ 2026 , ເຊິ່ງໄດ້ມີການລົງນາມ ໃຫ້ຄໍາໝັ້ນສັນຍາ ໂດຍຄະນະນໍາພະແນກສາທາລະນະສຸກແຂວງ 17 ແຂວງ ແລະ 1 ນະຄອນຫຼວງ ໃນທົ່ວປະເທດ.

“ການເຜີຍແຜ່ຍຸດທະສາດດ້ານສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະໄວໜຸ່ມ (RMNCAH) ສະບັບໃໝ່ ພ້ອມທັງຄໍາໝັ້ນສັນຍາທີ່ທຸກແຂວງໄດ້ໃຫ້ໄວ້ນັ້ນ ໄດ້ເຮັດໃຫ້ແຜນງານຮ່ວມມືນີ້ມີທິດທາງທີ່ຈະແຈ້ງ. ການສະໜັບສະໜູນ ຈາກລັດຖະບານລຸກຊໍາບວກ ຈະຊ່ວຍຮັບປະກັນວ່າ ຜົນສຳເລັດຕ່າງໆ ທີ່ໄດ້ຮັບຕະຫຼອດໄລຍະ 15 ປີທີ່ຜ່ານມາ ຈະສືບຕໍ່ເສີມສ້າງໃຫ້ໝັ້ນຄົງ ແລະ ຂະຫຍາຍຜົນໄປສູ່ບັນດາຄອບຄົວທີ່ເພິ່ງພາອາໄສການບໍລິການເຫຼົ່ານີ້,” ກ່າວໂດຍ ພະນະທ່ານ ດຣ. ວັນນະໄຊ ຊາດຕະກຸນ, ຮອງລັດຖະມົນຕີ, ກະຊວງສາທາລະນະສຸກ.

ແຜນງານຮ່ວມມືດັ່ງກ່າວ ໄດ້ໃຫ້ການສະໜັບສະໜູນແກ່ການບໍລິການ ແລະ ລະບົບສາທາລະນະສຸກ ຢູ່ແຂວງສະຫວັນນະເຂດ, ບໍລິຄໍາໄຊ ແລະ ບໍ່ແກ້ວ ນັບແຕ່ປີ 2011 ເປັນຕົ້ນມາ. ໃນໄລຍະດັ່ງກ່າວ, ສປປ ລາວ ໄດ້ບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDG) ດ້ານອັດຕາການເສຍຊີວິດຂອງເດັກເກີດໃໝ່, ໃນຂະນະທີ່ອັດຕາການເສຍຊີວິດຂອງເດັກອາຍຸຕໍ່າກວ່າ 5 ປີ ໄດ້ຫຼຸດລົງຢ່າງຫຼວງຫຼາຍ ພ້ອມທັງການເກີດລູກໂດຍມີພະນັກງານທີ່ມີທັກສະຊ່ວຍເກີດ ແລະ ການດູແລຫຼັງເກີດລູກ ໄດ້ຂະຫຍາຍຕົວອອກໄປ. ອັດຕາການເສຍຊີວິດຂອງແມ່ ກໍ່ໄດ້ຫຼຸດລົງເຖິງ 82 ສ່ວນຮ້ອຍ ໃນລະຫວ່າງປີ 2000 ຫາ 2023, ອີງຕາມການປະເມີນຂອງອົງການສະຫະປະຊາຊາດ.

“ລັດຖະບານລຸກຊຳບວກມີຄວາມພາກພູມໃຈທີ່ໄດ້ສະໜັບສະໜູນແຜນງານຮ່ວມມືນີ້ ເຊິ່ງຊ່ວຍໃຫ້ອົງການສະຫະປະຊາ ຊາດ ສາມາດ ‘ປະຕິບັດງານເປັນໜຶ່ງດຽວ’ (Deliver as one). ແຜນງານຮ່ວມມືນີ້ໄດ້ເນັ້ນໃສ່ການພັດທະນາມະນຸດ ທີ່ເປັນພື້ນຖານ ສໍາຄັນທີ່ສຸດ: ເພື່ອຮັບປະກັນໃຫ້ແມ່ຍິງຖືພາທຸກຄົນສາມາດເກີດລູກໄດ້ຢ່າງປອດໄພ, ເດັກນ້ອຍ ທຸກຄົນມີ ໂອກາດທີ່ຈະ ມີຊີວິດລອດ ແລະ ຈະເລີນເຕີບໂຕ, ແລະ ໄວໜຸ່ມທຸກຄົນສາມາດເຂົ້າເຖິງການບໍລິການ ແລະ ຂໍ້ມູນຂ່າວສານທີ່ຈຳເປັນ ເພື່ອດໍາລົງຊີວິດຢ່າງມີສຸຂະພາບດີ,” ກ່າວໂດຍ ທ່ານ ໂທມັສ ລາມມາ (Thomas Lammar), ອຸປະທູດ ແຫ່ງລາຊະອາ ນາຈັກ ລຸກຊຳບວກ ປະຈໍາ ສປປ ລາວ.

ແຜນງານຮ່ວມມືໄລຍະທີ IV ຈະສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານການບໍລິການ ແລະ ລະບົບສາທາລະນະສຸກ, ພ້ອມທັງແກ້ໄຂ ສິ່ງທ້າທາຍທີ່ຍັງຄົງຄ້າງ ໃນດ້ານການເຊື່ອມສານການບໍລິການ, ຄຸນນະພາບຂອງການດູແລຮັກສາ ແລະ ການເຂົ້າເຖິງການບໍລິການຢ່າງສະເໝີພາບ ແລະ ເປັນທໍາ. ແຜນງານຮ່ວມມືນີ້ຈະສືບຕໍ່ຈັດຕັ້ງປະຕິບັດ ຢູ່ແຂວງ ສະຫວັນນະເຂດ, ບໍລິຄຳໄຊ ແລະ ບໍ່ແກ້ວ, ພ້ອມທັງ ຂະຫຍາຍການສະໜັບສະໜູນດ້ານວິຊາການ ໄປສູ່ແຂວງຄຳມ່ວນ.

“ພວກເຮົາມາຮອດໄລຍະນີ້ດ້ວຍຈຸດປະສົງຮ່ວມກັນໜຶ່ງດຽວ: ເພື່ອສະໜັບສະໜູນກະຊວງສາທາລະນະສຸກ ແລະ ພະແນກ ສາທາລະນະສຸກແຂວງ ໃນການເຮັດໃຫ້ການດູແລຮັກສາທີ່ມີຄຸນນະພາບ ມີຄວາມໜ້າເຊື່ອຖືຫຼາຍຂຶ້ນ ສຳລັບຄອບຄົວ ຕ່າງໆ. ມາດຕະຖານການວັດແທກຄວາມສໍາເລັດຂອງພວກເຮົາ ບໍ່ໄດ້ຢູ່ພຽງແຕ່ສິ່ງທີ່ໄດ້ຮັບ ການປັບປຸງໃຫ້ດີຂຶ້ນໃນ ລະຫວ່າງການຈັດຕັ້ງ ປະຕິບັດແຜນງານຮ່ວມມືນີ້ເທົ່ານັ້ນ, ແຕ່ຍັງລວມເຖິງສິ່ງທີ່ຈະດຳເນີນຕໍ່ໄປ ຫຼັງຈາກນັ້ນດ້ວຍ: ພະນັກງານ ສາທາລະນະສຸກ ທີ່ມີຄວາມສາມາດ, ການຕິດຕາມກວດກາເປັນປະຈຳ ແລະ ມາດຕະຖານການບໍລິການທີ່ແມ່່ຍິງ, ເດັກນ້ອຍ ແລະ ໄວໜຸ່ມ ສາມາດເພິ່ງພາອາໃສໄດ້,” ກ່າວໂດຍ ທ່ານ ບິລາລ ອູແຣັງ ເຊັບ ດູຣານິ, ຜູ້ຕາງໜ້າອົງການສະຫະປະຊາຊາດ ກອງທຶນສຳລັບເດັກ (UNICEF) ປະຈຳ ສປປ ລາວ, ທີ່ກ່າວຕາງໜ້າໃຫ້ແກ່ອົງການສະຫະປະຊາຊາດ ກອງທຶນສຳລັບ ປະຊາກອນ (UNFPA), ອົງການສະຫະປະຊາຊາດ ກອງທຶນສຳລັບເດັກ (UNICEF) ແລະ ອົງການອະນາໄມໂລກ (WHO).

ຕິດຕໍ່ຜູ້ຮັບຜິດຊອບຂ່າວ

ທ່ານ ໄຊມ້ອນ ນາເຊີ
ຫົວໜ້າພະແນກສື່ສານ
ອົງການຢູນີເຊັບ ປະຈໍາ ສປປ ລາວ
ໂທລະສັບ: +856 2055519681
ອີເມວ: [email protected]

ກ່ຽວກັບອົງການຢູນິເຊັບ

ອົງການຢູນິເຊັບ ເຮັດວຽກໃນບາງບ່ອນ​ທີ່ຫຍຸ້ງຍາກ​ທີ່ສຸດ ເພື່ອເຂົ້າເຖິງເດັກທີ່ດ້ອຍໂອກາດທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດແຄວ້ນ​, ພວກເຮົາເຮັດວຽກເພື່ອເດັກ​ທຸກຄົນ ແລະ ໃນທຸກແຫ່ງຫົນ​ ເພື່ອສ້າງໂລກທີ່ດີກວ່າສໍາລັບທຸກຄົນ.

ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນິເຊັບ ແລະ ວຽກງານຂອງອົງການ​ເພື່ອ​ເດັກ​ ຈົ່ງ​ເຂົ້າເບິ່ງ www.unicef.org.

ຕິດຕາມອົງການຢູນິເຊັບ​ໃນ  Twitter and Facebook