ວິທີຊ່ວຍລູກຂອງທ່ານໃນຊ່ວງໄວໜຸ່ມໃຫ້ປະສົບຜົນສຳເລັດ
ວິທີຂອງຜູ້ເປັນພໍ່ແມ່ທີ່ສາມາດຊ່ວຍລູກໃຫ້ສ້າງອະນາຄົດທີ່ສົດໃສ ແລະ ບັນລຸຄວາມຝັນຂອງພວກເຂົາ
- English
- ລາວ
ເມື່ອລູກຂອງທ່ານເຕີບໃຫຍ່ຂຶ້ນ, ພວກເຂົາບໍ່ພຽງແຕ່ປ່ຽນແປງຊີວິດຂອງຕົນເອງເທົ່ານັ້ນ, ແຕ່ພວກເຂົາຍັງຍົກລະດັບຜູ້ຄົນອ້ອມຂ້າງໃຫ້ດີຂຶ້ນອີກດ້ວຍ.
ເດັກທຸກຄົນມີຄວາມອາດສາມາດທີ່ຈະບັນລຸສິ່ງໜ້າອັດຫັດສະຈັນໄດ້. ແຕ່ເມື່ອພວກເຂົາກ້າວເຂົ້າສູ່ໄວໜຸ່ມ (ຊ່ວງອາຍຸປະມານ 10 ປີຂຶ້ນໄປ), ຫຼາຍຄົນປະສົບພົບພໍ້ກັບສິ່ງທ້າທາຍທີ່ອາດຈະກີດກັ້ນພວກເຂົາໃຫ້ໄປເຖິງສິ່ງທີ່ຕັ້ງເປົ້າໝາຍໄວ້. ເປັນຕົ້ນແມ່ນ ຄວາມກົດດັນທາງສັງຄົມ, ບັນຫາສຸຂະພາບຈິດ ແລະ ຜົນກະທົບຈາກສື່ສັງຄົມອອນໄລນ໌ ຮູ້ສຶກຄືກັບວ່າເປັນເລື່ອງທີ່ລຳບາກຈິດໃຈ.
ໃນຖານະທີ່ເປັນພໍ່ແມ່, ການຮູ້ວິທີສົ່ງເສີມລູກຂອງທ່ານບໍ່ແມ່ນເລື່ອງງ່າຍສະເໝີໄປ ແລະ ແນ່ນອນ ບໍ່ມີຄູ່ມືປະຕິບັດສຳລັບເລື່ອງນີ້ໃຫ້ອ່ານ.
ຢ່າງໃດກໍ່ຕາມເພື່ອເຮັດໃຫ້ເລື່ອງນີ້ງ່າຍຂຶ້ນ, ທາງອົງການ ຢູນິເຊັບ ຂອງພວກເຮົາກໍ່ມີເຄັດລັບມາແລກປ່ຽນກັບທຸກທ່ານ ເພື່ອຊ່ວຍທ່ານສົ່ງເສີມ ການສ້າງອະນາຄົດຂອງ ລູກໆໃຫ້ໄປເຖິງຝັ່ງຝັນ.
ສ້າງຄວາມນັບຖືໃນຕົນເອງ ແລະ ການເຫັນຄຸນຄ່າໃຫ້ກັບລູກຂອງທ່ານ
ໄວໜຸ່ມສ່ວນຫຼາຍຍັງ ຄົ້ນຫາວ່າພວກເຂົາແມ່ນໃຜ ເຊິ່ງ ມັກຈະເພິ່ງພາໝູ່ເພື່ອນຫຼາຍກວ່າເມື່ອຕອນເປັນເດັກນ້ອຍ ເພື່ອສ້າງຕົວຕົນຂອງພວກເຂົາ ພ້ອມກັບຄິດວ່າໝູ່ຄູ່ແມ່ນບຸກຄົນທີ່ເຂົ້າໃຈທີ່ສຸດ ແລະ ສິ່ງນີ້ສາມາດນຳໄປສູ່ການຂາດຄວາມໝັ້ນໃຈໃນຕົນເອງໄດ້. ສື່ສັງຄົມອອນໄລນ໌ ແລະ ຄວາມກົດດັນໃນໂຮງຮຽນສາມາດເຮັດໃຫ້ພວກເຂົາຮູ້ສຶກຍັງບໍ່ດີພໍ.ທ່ານສາມາດນຳໃຊ້ວິທີນີ້ເພື່ອສ້າງຄວາມໝັ້ນໃຈໃນຕົນເອງ ແລະ ເຫັນຄຸນຄ່າໃຫ້ລູກຂອງທ່ານ:
- ສັງເກດຈຸດແຂງຂອງພວກເຂົາ: ເອົາໃຈໃສ່ໃນລັກສະນະນິໄສຫຼາຍກວ່າຜົນສຳເລັດ ຫຼື ຮູບຮ່າງໜ້າຕາ. ຍ້ອງຍໍຄວາມຢາກຮູ້ຢາກເຫັນ, ຄວາມຕະຫຼົກ, ຄວາມກ້າຫານ, ຄວາມຕັ້ງໃຈ ແລະ ຄວາມເມດຕາຂອງເຂົາເຈົ້າ. ບອກໃຫ້ລູກໆໄດ້ຮູ້ວ່າທ່ານພູມໃຈໃນໂຕພວກເຂົາຫຼາຍປານໃດ.
- ຫຼີກລ່ຽງການປຽບທຽບ: ຢ່າປຽບທຽບລູກຂອງທ່ານກັບລູກຂອງຄົນອື່ນ, ບໍ່ວ່າຈະເປັນໃນຊີວິດແທ້, ອອນໄລນ໌, ຫຼື ພາຍໃນຄອບຄົວ. ຈົ່ງໃຫ້ຄຸນຄ່າໃນສິ່ງທີ່ເຮັດໃຫ້ພວກເຂົາເປັນເອກະລັກສະເພາະໂຕ ແລະ ເປັນສິ່ງທີ່ພິເສດ.
- ຊຸກຍູ້ໃຫ້ພວກເຂົາໄດ້ເຮັດໃນສິ່ງທີ່ຕົນເອງໝັ້ນໃຈ: ສະໜັບສະໜູນພວກເຂົາໃຫ້ມີສ່ວນຮ່ວມໃນກິດຈະກຳທີ່ສາມາດປະກອບສ່ວນເຂົ້າໃນຊຸມຊົນ ແລະ ຮູ້ສຶກເຖິງການພັດທະນາຄວາມ ສາມາດ ແລະ ເປົ້າໝາຍໃນຊີວິດຂອງພວກເຂົາ.
- ຊວນໂອ້ລົມກ່ຽວກັບສື່ສັງຄົມອອນໄລນ໌ ແລະ ການປຽບທຽບທາງດ້ານວັດທະນະທຳ: ອະທິບາຍວ່າສື່ສັງຄົມອອນໄລນ໌ມັກຈະສະແດງພຽງແຕ່ຈຸດທີ່ໂດດເດັ່ນຂອງຊີວິດຄົນເຮົາເທົ່ານັ້ນ. ຍ້ຳເຕືອນ ວ່າຄຸນຄ່າຂອງຊິວິດ ບໍ່ໄດ້ຖືກກໍານົດໂດຍຈຳນວນໄລຄ໌ ຫຼື ຈຳນວນຜູ້ຕິດຕາມ.
- ຊ່ວຍພວກເຂົາໄດ້ເຮັດໃນສິ່ງທີ່ຕົນເອງຕ້ອງການ: ສອນລູກ ໃຫ້ຮູ້ກັບການຈຸດຢືນ ເພື່ອຕົນເອງກໍ່ແມ່ນການສ້າງຄວາມໝັ້ນໃຈອີກຮູບແບບໜຶ່ງ. ຊ່ວຍໃຫ້ພວກເຂົາໄດ້ຝຶກຝົນຄວາມໝັ້ນໃຈໃນທຸກໆສະຖານະການ ໃນຊີວິດປະຈໍາວັນ.
- ສະໜັບສະໜູນໃຫ້ລູກ ຕັ້ງຄໍາຖາມຢູ່ຮ້ານຄ້າ ຫຼື ຂໍຂໍ້ມູນເສັ້ນທາງຈາກຄົນແປກໜ້າ.
- ເມື່ອປະເຊີນກັບບັນຫາ, ໃຫ້ຖາມວ່າ: "ລູກຄິດວ່າພວກເຮົາຄວນເຮັດແນວໃດດີ?" ແທນທີ່ຈະແກ້ໄຂບັນຫາໃຫ້ພວກເຂົາ.
- ສອນວິທີເວົ້າປະຕິເສດຢ່າງສຸພາບແຕ່ຊັດເຈນ, ຕົວຢ່າງ: "ຂອບໃຈທີ່ຊວນເດີ, ແຕ່ຂ້ອຍຄິດ ວ່າຄືຈະໄປຮ່ວມງານບໍ່ໄດ້.
ຊ່ວຍລູກຂອງທ່ານຄົ້ນຫາສິ່ງທີ່ພວກເຂົາສົນໃຈ
ໄວໜຸ່ມແມ່ນໄວສຳລັບການສຳຫຼວດຄົ້ນຫາ, ຈົ່ງພະຍາຍາມສະໜັບສະໜູນ ລູກຂອງທ່ານໃນການຄົ້ນຫາສິ່ງທີ່ພວກເຂົາມັກເຮັດໃນ ເວລາວ່າງ ແລະ ຫຼິ້ນກິດຈະກຳທີ່ເຮັດໃຫ້ພວກເຂົາຮູ້ສຶກມ່ວນໄປກັບມັນ:
- ສະໜັບສະໜູນໃຫ້ພວກເຂົາລອງເຮັດສິ່ງທີ່ໜ້າສົນໃຈຫຼາຍໆຢ່າງດ້ວຍຄວາມອົດທົນ ແລະ ຄວາມກະຕືລືລົ້ນພ້ອມກັບທຳຄວາມເຂົ້າໃຈຖ້າພວກເຂົາປ່ຽນໃຈໄປລອງສິ່ງອື່ນ.
- ລອງແນະນຳກິດຈະກຳທີ່ພວກເຂົາບໍ່ເຄີຍເຮັດ, ເຊັ່ນ: ການເປັນອາສາສະໝັກ, ການເດີນທາງຮ່ວມກັນຜູ້ອື່ນ, ການເຂົ້າຮ່ວມທີມກິລາ ຫຼື ກຸ່ມສະແດງລະຄອນ.
- ສົ່ງເສີມຄວາມຢາກຮູ້ຢາກເຫັນຂອງພວກເຂົາໃນສິ່ງທີ່ໜ້າສົນໃຈ ໂດຍທີ່ບໍ່ແຍກປະເພດກິດຈະກຳ "ສຳລັບຜູ້ຊາຍເທົ່ານັ້ນ" ຫຼື "ສຳລັບຜູ້ຍິງເທົ່ານັ້ນ", ບໍ່ວ່າຈະເປັນການຫຼິ້ນສະເກັດບອດ, ການຂຽນໂປຣແກຣມ, ການຫຼິ້ນບານເຕະ ຫຼື ປະກອບຫຸ່ນຍົນ.
ໃຫ້ຄວາມສົນໃຈກັບກິດຈະກຳທີ່ພວກເຂົາເຮັດ ແຕ່ພະຍາຍາມຢ່າເຂົ້າໄປຂັດຂວາງ. ບາງຄັ້ງ,ໄວໜຸ່ມຈະຮູ້ສຶກຖືກກົດດັນ ເມື່ອຮູ້ສຶກວ່າຕົນເອງຖືກເບິ່ງຢ່າງໃກ້ຊິດ ເຊິ່ງສາມາດເຮັດໃຫ້ການພັດທະນາການຂອງພວກເຂົາຊ້າລົງ.
ຊຸກຢູ້ໃຫ້ລູກຂອງທ່ານຮຽນຕໍ່ໃນໂຮງຮຽນ
ບາງຄອບຄົວ, ເມື່ອປະເຊີນກັບຄວາມຂາດເຂີນທາງດ້ານການເງິນກໍ່ມັກທີ່ຈະພິຈາລະນາໃຫ້ລູກຢຸດການຮຽນ ເພື່ອຊ່ວຍວຽກໃນເຮືອນແທນ. ແຕ່ແນວໃດກໍ່ຕາມ, ສິ່ງເຫຼົ່ານີ້ສາມາດຈຳກັດໂອກາດໃນອະນາຄົດຂອງລູກໄດ້.
ການສຶກສາສາມາດມອບທັກສະທີ່ສຳຄັນ ແລະ ຄວາມໝັ້ນໃຈໃນການສ້າງຊີວິດທີ່ດີຂຶ້ນ. ການຮຽນຕໍ່ໃນໂຮງຮຽນເປັນການສ້າງ ພື້ນຖານທີ່ເຂັ້ມແຂງທີ່ສຸດຕໍ່ກັບຄວາມສຳເລັດຂອງເດັກ ເຖິງແມ່ນວ່າຈະຢູ່ໃນຊ່ວງເວລາທີ່ຍາກລຳບາກກໍຕາມ.
ລົມກັບລູກຂອງທ່ານກ່ຽວກັບບັນຫາສຸຂະພາບຈິດ ແລະ ຊ່ວຍພວກເຂົາເບິ່ງແຍງສຸຂະພາບຈິດຂອງຕົນເອງ
ຄວາມສຳເລັດບໍ່ແມ່ນພຽງແຕ່ການບັນລຸເປົ້າໝາຍເທົ່ານັ້ນ ແລະ ການມີສຸຂະພາບດ້ານຈິດທີ່ດີກໍສຳຄັນເທົ່າໆກັນ.
ໄວໜຸ່ມໃນປະຈຸບັນປະເຊີນກັບຄວາມວິຕົກກັງວົນຢ່າງຫຼວງຫຼາຍ ແລະ ພວກເຂົາກໍ່ບໍ່ຮູ້ວິທີສະແດງອອກ. ການສົ່ງເສີມຂອງທ່ານສາມາດສ້າງຄວາມແຕກຕ່າງຢ່າງຍິ່ງໃຫຍ່ລູກໆ.
- ໃຊ້ເວລາຮ່ວມກັນກັບລູກ: ສ້າງພື້ນທີ່ການສົນທະນາແບບເປີດເຜີຍ ແລະ ສະແດງໃຫ້ລູກໆເຫັນວ່າລູກສາມາດລົມກັບທ່ານໄດ້ໂດຍບໍ່ມີການຕັດສິນ.
- ສົ່ງເສີມການເຄື່ອນໄຫວທາງກາຍ: ບໍ່ວ່າຈະເປັນການຫຼິ້ນກິລາ, ການເຕັ້ນ, ການຍ່າງປະຈຳວັນ ເພື່ອສົ່ງເສີມການເຄື່ອນໄຫວທີ່ຊ່ວຍພັດທະນາດ້ານອາລົມ, ການຈົດຈໍ່ ແລະ ຄວາມໝັ້ນໃຈ.
- ເປັນແບບຢ່າງໃຫ້ກັບລູກ ໃນການໃຫ້ຄວາມສຳຄັນ ລະຫວ່າງວຽກ ແລະ ຊີວິດ: ສອນພວກເຂົາວິທີການຈັດການຄວາມທະເຍີທະຍານ ພ້ອມທັງຮູ້ຈັກເວລາພັກຜ່ອນ ແລະ ຈັດລຳດັບຄວາມສຳຄັນຂອງການພັກຜ່ອນ.
- ແບ່ງປັນວິທີການຈັດການຄວາມວິຕົກກັງວົນແບບງ່າຍໆໃຫ້ກັບລູກ: ການຂຽນບັນທຶກລະຫວ່າງວັນ, ການເຝິກ ຫາຍໃຈ ຫຼື ການຍ່າງຫຼິ້ນ ເພື່ອສ້າງນິໄສ ການຄວບຄຸມອາລົມຂອງພວກເຂົາໃຫ້ດີຂຶ້ນ.
- ແນະນຳ ກ່ຽວກັບການໃຊ້ເຄື່ອງມືດິຈິຕອລ: ສົ່ງເສີມໃຫ້ລູກນຳໃຊ້ເຄື່ອງມືດິຈິຕອລໃຫ້ໜ້ອຍລົງ ບໍ່ວ່າຈະເປັນການນຳໃຊ້ສື່ສັງຄົມອອນໄລນ໌ ແລະ ຊ່ວຍພວກເຂົາຕິດຕາມບຸກຄົນທີ່ສາມາດເປັນແຮງບັນດານໃຈໃຫ້ກັບພວກເຂົາໄດ້. ນອກຈາກນັ້ນ, ທ່ານຍັງສາມາດກຳນົດຂອບເຂດເວລາໃນການນຳໃຊ້ເຄື່ອງມືດິຈິຕອລເຊັ່ນ: ຫ້າມໃຊ້ໂທລະສັບໃນເວລາກິນເຂົ້າ ຫຼື ເວລານອນ.
ການລ້ຽງດູລູກໃນສະເພາະຊ່ວງເວລາທີ່ພວກເຂົາກຳລັງເປັນໄວໜູ່ມ ໃນໂລກປະຈຸບັນນີ້ ເປັນສິ່ງທ້າທາຍ, ໂດຍສະເພາະເມື່ອຍຸກສະໄໝທີ່ມີການປ່ຽນຈາກໂລກທີ່ພວກເຮົາເຕີບໃຫຍ່ຂຶ້ນມາ. ແຕ່ສິ່ງໜຶ່ງຍັງຄົງບໍ່ປ່ຽນແປງຄືການສະໜັບສະໜູນຂອງພໍ່ແມ່ ແມ່ນ ຂອງຂວັນທີ່ມີພະລັງທີ່ສຸດທີ່ທ່ານສາມາດມອບໃຫ້ລູກຂອງທ່ານໄດ້.
ການຊຸກຍູ້ໃຫ້ລູກໄດ້ໄປເຖິງເປົ້າໝາຍ, ປະເຊີນກັບສິ່ງທ້າທາຍ ແລະ ເຊື່ອໝັ້ນໃນຕົນເອງ ກໍ່ແມ່ນການຊ່ວຍພວກເຂົາສ້າງອະນາຄົດທີ່ບໍ່ມີຂີດຈຳກັດພ້ອມກັບສະແດງໃຫ້ພວກເຂົາຮູ້ວ່າ ພວກເຂົາບໍ່ໄດ້ຢູ່ຄົນດຽວ ແລະ ຍັງສາມາດບັນລຸເປົ້າໝາຍໃນສິ່ງທີ່ຕົນເອງມຸ່ງຫວັງໄດ້ ບໍ່ວ່າສິ່ງນັ້ນຈະແມ່ນຫຍັງກໍ່ຕາມ.