ຄະນະບໍລິຫານງານ ອົງການສະຫະປະຊາຊາດ ກອງທຶນສຳລັບເດັກ (UNICEF) ອະນຸມັດ ແຜນງານການຮ່ວມມືປະຈຳປະເທດ ສະບັບໃໝ່ ສຳລັບ ສປປ ລາວ.

03 ກັນຍາ 2026
H.E. Mr Thongphane Savanphet, Ambassador and Permanent Representative of the Lao PDR to the United Nations
UNICEF Lao PDR/2026 “ສປປ ລາວ ໃຫ້ຄວາມສຳຄັນຢ່າງສູງຕໍ່ສາຍພົວພັນຮ່ວມມືທີ່ຍາວນານ ຮ່ວມກັບ ອົງການສະຫະປະຊາຊາດ ກອງທຶນສຳລັບເດັກ (UNICEF). ຕະຫຼອດໄລຍະເວລາຫຼາຍກວ່າ 5 ທົດສະວັດ ທີ່ຜ່ານມາ, ການຮ່ວມມືນີ້ ໄດ້ສ້າງຜົນງານຢ່າງເປັນຮູບປະທໍາໃຫ້ແກ່ເດັກນ້ອຍ ແລະ ຄອບຄົວ ໃນຂອບເຂດທົ່ວປະເທດ”, ກ່າວໂດຍ ທ່ານ ທອງຜ່ານ ສະຫວັນເພັດ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳ ອົງການສະຫະປະຊາຊາດ ທີ່ ນິວຢອກ.

ໃນລະຫວ່າງ ວັນທີ 02 ກັນຍາ 2026, ທີ່ ນິວຢອກ/ນະຄອນຫຼວງວຽງຈັນ - ໃນກອງປະຊຸມສະໄໝສາມັນ ຄັ້ງທີ II ຂອງຄະນະບໍລິຫານງານ ອົງການສະຫະປະຊາຊາດ ກອງທຶນສຳລັບເດັກ (UNICEF) ທີ່ ນິວຢອກ ໃນອາທິດນີ້, ຄະນະບໍລິຫານງານ ໄດ້ຮັບຮອງເອົາ ເອກະສານແຜນງານລະດັບປະເທດ (CPD) ສະບັບໃໝ່ສໍາລັບ ສປປ ລາວ, ໄລຍະ 2027-2031 ຢ່າງເປັນທາງການ. ເອກະສານດັ່ງກ່າວ ຖືເປັນຂອບການດໍາເນີນງານຫຼັກ ໃນການຮ່ວມມື ລະຫວ່າງ ອົງການ UNICEF ແລະ ລັດຖະບານ ແຫ່ງ ສປປ ລາວ.

“ສປປ ລາວ ໃຫ້ຄວາມສຳຄັນຢ່າງສູງຕໍ່ສາຍພົວພັນຮ່ວມມືທີ່ຍາວນານ ຮ່ວມກັບ ອົງການສະຫະປະຊາຊາດ ກອງທຶນສຳລັບເດັກ (UNICEF). ຕະຫຼອດໄລຍະເວລາຫຼາຍກວ່າ 5 ທົດສະວັດ ທີ່ຜ່ານມາ, ການຮ່ວມມືນີ້ ໄດ້ສ້າງຜົນງານຢ່າງເປັນຮູບປະທໍາໃຫ້ແກ່ເດັກນ້ອຍ ແລະ ຄອບຄົວ ໃນຂອບເຂດທົ່ວປະເທດ”, ກ່າວໂດຍ ທ່ານ ທອງຜ່ານ ສະຫວັນເພັດ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳ ອົງການສະຫະປະຊາຊາດ ທີ່ ນິວຢອກ. "ເອກະສານແຜນງານລະດັບປະເທດ ສໍາລັບ ສປປ ລາວ ໄລຍະ 2027-2031 ສະບັບໃໝ່ນີ້ ແມ່ນໝາກຜົນຈາກການປຶກສາຫາລື ແລະ ການມີສ່ວນຮ່ວມຢ່າງຮອບດ້ານ, ເຊິ່ງສອດຄ່ອງກັບທິດທາງບຸລິມະສິດ ຂອງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ສະບັບທີ X (2026–2030) ແລະ ຕອບສະໜອງຕໍ່ຄວາມຕ້ອງການຂອງເດັກນ້ອຍ ໃນທົ່ວປະເທດ."

ແຜນງານນີ້ ໄດ້ຮັບການພັດທະນາຮ່ວມກັບ ລັດຖະບານ ແຫ່ງ ສປປ ລາວ, ໂດຍສຸມໃສ່ 4 ຂົງເຂດບູລິມະສິດ ຕົ້ນຕໍ ຄື: ໄລຍະ 1,000 ວັນທຳອິດຂອງຊີວິດ; ການຮຽນຮູ້ ແລະ ທັກສະ; ການສົ່ງເສີມຂີດຄວາມສາມາດຂອງໄວໜຸ່ມ; ພ້ອມທັງ ການເຂົ້າເຖິງນ້ຳສະອາດ ແລະ ສະພາບແວດລ້ອມທີ່ປອດໄພ.

“ເອກະສານແຜນງານລະດັບປະເທດ ແມ່ນຄຳໝັ້ນສັນຍາ ທີ່ໃຫ້ໄວ້ກັບເດັກນ້ອຍ” ກ່າວໂດຍ ທ່ານ ບິລາລ ອູແຣັງ ເຊັບ ດູຣານີ, ຜູ້ຕາງໜ້າ ອົງການສະຫະປະຊາຊາດ ກອງທຶນສຳລັບເດັກ ປະຈຳ ສປປ ລາວ. ພ້ອມທັງ ໄດ້ກ່າວຕື່ມວ່າ “ແຜນງານນີ້ ໄດ້ຖືກອອກແບບມາ ເພື່ອຫຼຸດຜ່ອນພາລະຄວາມຫຍຸ້ງຍາກຂອງເດັກນ້ອຍທີ່ດ້ອຍໂອກາດ ກໍຄືເພື່ອສ້າງຮາກຖານທີ່ເຂັ້ມແຂງໃຫ້ເດັກນ້ອຍທຸກໆຄົນໃນ ສປປ ລາວ - ບໍ່ວ່າເຂົາເຈົ້າຈະເກີດຢູ່ເຂດໃດກໍຕາມ. ທຸກຢ່າງຈະບໍ່ສາມາດເກີດຂຶ້ນໄດ້ ຖ້າປາສະຈາກ ການລົງທຶນຂອງລັດຖະບານ, ແລະ ຄູ່ຮ່ວມພັດທະນາ ທີ່ພ້ອມຈະຄຽງບ່າຄຽງໄຫຼ່ ຈັດຕັ້ງປະຕິບັດວຽກງານ ເພື່ອເຂົ້າເຖິງກຸ່ມທີ່ບອບບາງທີ່ສຸດ.”

ນອກຈາກນີ້, ແຜນງານດັ່ງກ່າວ ຍັງໄດ້ເລີ່ມຈັດຕັ້ງປະຕິບັດ ໃນຂະນະທີ່ ສປປ ລາວ ໄດ້ສຳເລັດການຫຼຸດພົ້ນອອກຈາກ ສະຖານະພາບ ປະເທດດ້ອຍພັດທະນາ (LDC)ໃນປີນີ້, ເຊິ່ງ ອົງການ UNICEF ຊີ້ໃຫ້ເຫັນວ່າ ຈໍາເປັນຕ້ອງມີການລົງທຶນພາຍໃນປະເທດຢ່າງຍືນຍົງ ເຂົ້າໃນຂົງເຂດສາທາລະນະສຸກ, ການສຶກສາ ແລະ ການປົກປ້ອງທາງສັງຄົມ ຄຽງຄູ່ກັບການເຕີບໂຕທາງດ້ານເສດຖະກິດ.

ຕິດຕໍ່ຜູ້ຮັບຜິດຊອບຂ່າວ

ທ່ານ ໄຊມ້ອນ ນາເຊີ
ຫົວໜ້າພະແນກສື່ສານ
ອົງການຢູນີເຊັບ ປະຈໍາ ສປປ ລາວ
ໂທລະສັບ: +856 2055519681
ອີເມວ: [email protected]

ກ່ຽວກັບອົງການຢູນິເຊັບ

ອົງການຢູນິເຊັບ ເຮັດວຽກໃນບາງບ່ອນ​ທີ່ຫຍຸ້ງຍາກ​ທີ່ສຸດ ເພື່ອເຂົ້າເຖິງເດັກທີ່ດ້ອຍໂອກາດທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດແຄວ້ນ​, ພວກເຮົາເຮັດວຽກເພື່ອເດັກ​ທຸກຄົນ ແລະ ໃນທຸກແຫ່ງຫົນ​ ເພື່ອສ້າງໂລກທີ່ດີກວ່າສໍາລັບທຸກຄົນ.

ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນິເຊັບ ແລະ ວຽກງານຂອງອົງການ​ເພື່ອ​ເດັກ​ ຈົ່ງ​ເຂົ້າເບິ່ງ www.unicef.org.

ຕິດຕາມອົງການຢູນິເຊັບ​ໃນ  Twitter and Facebook