ຜູ້ອຳນວຍການອົງການ UNICEF ປະຈຳພາກພື້ນ ຮຽກຮ້ອງໃຫ້ມີການລົງທຶນຢ່າງຍືນຍົງ ເພື່ອເດັກນ້ອຍ ໃນຂະນະທີ່ ສປປ ລາວ ກຳລັງກ້າວເຂົ້າສູ່ການຫຼຸດພົ້ນອອກຈາກສະຖານະພາບ ປະເທດດ້ອຍພັດທະນາ (LDC)

26 ສີງຫາ 2026
Mr. Wijesekera witnessed health support to children and mothers in a local hospital.
UNICEF Laos/2026/admin Mr. Wijesekera witnessed health support to children and mothers in a local hospital.

ທີ່ ນະຄອນຫຼວງວຽງຈັນ - ວັນທີ 26 ສິງຫາ 2026, - ທ່ານ. ຊັນເຈ ວິເຈເຊເກຣາ (Sanjay Wijesekera), ຜູ້ອຳນວຍການອົງການ UNICEF ປະຈຳພາກພື້ນອາຊີ ແລະ ປາຊີຟິກ, ໄດ້ພົບປະກັບບັນດາຜູ້ນຳຂັ້ນສູງຂອງລັດຖະບານ ແຫ່ງ ສປປ ລາວ ທີ່ ນະຄອນຫຼວງວຽງຈັນ, ໂດຍໄດ້ຮຽກຮ້ອງໃຫ້ມີການລົງທຶນຢ່າງຍືນຍົງ ເຂົ້າໃນວຽກງານເດັກນ້ອຍ ໃນຂະນະທີ່ ປະເທດກຳລັງກຽມພ້ອມທີ່ຈະຫຼຸດພົ້ນອອກຈາກສະຖານະພາບ ປະເທດດ້ອຍພັດທະນາ (LDC) ໃນເດືອນພະຈິກທີ່ຈະມາເຖິງ.

ການຢ້ຽມຢາມໃນຄັ້ງນີ້ ໄດ້ຢືນຢັນຄືນເຖິງ ສາຍພົວພັນຮ່ວມມືທີ່ໝັ້ນຄົງ ເປັນເວລາຫຼາຍກວ່າ 5 ທົດສະວັດ ລະຫວ່າງ ອົງການ UNICEF ແລະ ສປປ ລາວ, ໂດຍການຢ້ຽມຢາມຄັ້ງນີ້ໄດ້ເນັ້ນໃສ່ ການປົກປ້ອງຜົນປະໂຫຍດໃຫ້ແກ່ເດັກ ແລະ ຮັບປະກັນໃຫ້ເຂົາເຈົ້າ ສືບຕໍ່ໄດ້ຮັບຜົນປະໂຫຍດ ຈາກຄວາມກ້າວໜ້າຂອງການພັດທະນາປະເທດ.

Mr Wijesekera paid a courtesy call on H.E. Mrs Aly Vongnobountham, President of the Lao Women's Union and Standing Vice-Chairperson of the National Commission for the Advancement of Women, Mothers and Children.
UNICEF Laos/2026/admin Mr Wijesekera paid a courtesy call on H.E. Mrs Aly Vongnobountham, President of the Lao Women's Union and Standing Vice-Chairperson of the National Commission for the Advancement of Women, Mothers and Children.

ທ່ານ. ຊັນເຈ ວິເຈເຊເກຣາ ໄດ້ເຂົ້າຢ້ຽມຄຳນັບ ທ່ານ. ນາງ. ອາລີ ວົງໜໍ່ບຸນທຳ, ປະທານສູນກາງສະຫະພັນແມ່ຍິງລາວ ແລະ ຮອງປະທານປະຈຳການ ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ. ການພົບປະຂອງທັງສອງທ່ານ ໄດ້ເນັ້ນໃສ່ ການເຂົ້າເຖິງຊຸມຊົນໃນທົ່ວ ສປປ ລາວ ຂອງສະຫະພັນແມ່ຍິງ ແລະ ບົດບາດຂອງສະຫະພັນ ໃນແຜນງານປະເທດ ໄລຍະໃໝ່ (2027–2031) — ເຊິ່ງລວມມີ ວຽກງານການສົ່ງເສີມການສ້າງຄວາມຕ້ອງການຂອງຊຸມຊົນໃນການເຂົ້າເຖິງວັກຊີນກັນພະຍາດ, ການສະໜັບສະໜູນການພັດທະນາເດັກກ່ອນໄວຮຽນ, ແລະ ການເຜີຍແຜ່ກ່ຽວກັບການພັດທະນາໄວໜຸ່ມ — ພ້ອມທັງ ຄວາມມຸ່ງໝັ້ນຮ່ວມກັນ ໃນການສົ່ງເສີມສິດທິຂອງແມ່ຍິງ ແລະ ເດັກນ້ອຍ ໃນ ສປປ ລາວ.

ແຜນງານປະເທດ ໄລຍະໃໝ່ ປີ 2027–2031ທີ່ກຳລັງຈະມາເຖິງ ໄດ້ສອດຄ່ອງກັບ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ 10 ຂອງລັດຖະບານ ແລະ ສຸມໃສ່ 4 ຂົງເຂດຕົ້ນຕໍ ຄື: ໄລຍະ 1,000 ວັນທຳອິດຂອງຊີວິດ; ການຮຽນຮູ້ ແລະ ທັກສະ; ການເສີມສ້າງສັກກະຍະພາບ ແລະ ການມີສ່ວນຮ່ວມຂອງໄວໜຸ່ມ; ພ້ອມທັງ ສະພາບແວດລ້ອມທີ່ປອດໄພ ແລະ ສະອາດ ສຳລັບເດັກນ້ອຍ.

ນອກຈາກນີ້, ທ່ານ. ຊັນເຈ ວິເຈເຊເກຣາ, ຜູ້ອຳນວຍການອົງການ UNICEF ປະຈຳພາກພື້ນອາຊີ ແລະ ປາຊີຟິກ ຍັງໄດ້ເຂົ້າພົບປະກັບ ທ່ານ. ອະນຸພາບ ວົງໂນແກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ. ການພົບປະຂອງທັງສອງທ່ານ ໄດ້ເວົ້າເຖິງ ການຮ່ວມມືເພື່ອການພັດທະນາທີ່ຍືນຍົງ ຂອງອົງການສະຫະປະຊາຊາດ ໄລຍະ 2027–2031 ທີ່ກຳລັງຈະມາເຖິງ ແລະ ການມີສ່ວນຮ່ວມຂອງ ສປປ ລາວ ໃນຄະນະບໍລິຫານງານ ອົງການ UNICEF ເຊິ່ງປະຈຸບັນ ສປປ ລາວ ເປັນສະມາຊິກ.

Mr. Sanjay Wijesekera, UNICEF Regional Director for East Asia and the Pacific, also paid a courtesy call on H.E. Anouparb Vongnorkeo, Deputy Minister of Foreign Affairs, in Vientiane, Lao PDR.
UNICEF Laos/2026/admin Mr. Sanjay Wijesekera, UNICEF Regional Director for East Asia and the Pacific, also paid a courtesy call on H.E. Anouparb Vongnorkeo, Deputy Minister of Foreign Affairs, in Vientiane, Lao PDR.

ທີ່ ກະຊວງການເງິນ, ທ່ານ. ຊັນເຈ ວິເຈເຊເກຣາ ໄດ້ເຂົ້າພົບປະກັບ ທ່ານ. ສຸລິວັດ ສຸວັນນະຈູມຄຳ, ຮອງລັດຖະມົນຕີກະຊວງການເງິນ, ກ່ຽວກັບ ການຮັກສາຄວາມຕໍ່ເນື່ອງຂອງການລົງທຶນຂອງລັດ ເຂົ້າໃນວຽກງານເດັກນ້ອຍ ໃນຂະນະທີ່ ປະເທດກຳລັງກຽມພ້ອມຫຼຸດພົ້ນອອກຈາກສະຖານະພາບ (LDC). ສປປ ລາວ ສາມາດຫຼຸດຜ່ອນອັດຕາຄວາມທຸກຍາກໃນທົ່ວປະເທດ ລົງຈາກ 18.3% ໃນປີ 2019 ມາເປັນ 15% ໃນປີ 2025, ແຕ່ຄວາມທຸກຍາກ ຍັງຄົງສົ່ງຜົນກະທົບຕໍ່ເດັກນ້ອຍໃນອັດຕາສ່ວນທີ່ສູງ ໂດຍມີເດັກນ້ອຍອາຍຸຕ່ຳກວ່າ 5 ປີ ເຖິງ 22.9% ທີ່ອາໄສຢູ່ໃນຄົວເຮືອນທີ່ທຸກຍາກຕາມມາດຕະຖານແຫ່ງຊາດ.

Mr. Wijesekera met H.E. Mr. Soulivath Souvannachoumkham, Deputy Minister of Finance at the Ministry of Finance.
UNICEF Laos/2026/admin Mr. Wijesekera met H.E. Mr. Soulivath Souvannachoumkham, Deputy Minister of Finance at the Ministry of Finance.

“ສປປ ລາວ ສາມາດບັນລຸຄວາມຄືບໜ້າຢ່າງແທ້ຈິງ ໃນການຫຼຸດຜ່ອນຄວາມທຸກຍາກ, ແລະ ສິ່ງທີ່ສຳຄັນໃນຕອນນີ້ ແມ່ນການຮັບປະກັນໃຫ້ເດັກນ້ອຍທຸກຄົນ ໄດ້ຮັບຜົນປະໂຫຍດຈາກຄວາມຄືບໜ້ານີ້, ລວມທັງເດັກນ້ອຍໃນໄວຮຽນ” ກ່າວໂດຍ ທ່ານ. ຊັນເຈ ວິເຈເຊເກຣາ (Mr. Sanjay Wijesekera), ຜູ້ອຳນວຍການອົງການ UNICEF ປະຈຳພາກພື້ນອາຊີ ແລະ ປາຊີຟິກ. ການລົງທຶນຢ່າງຍືນຍົງ ເຂົ້າໃນວຽກງານເດັກນ້ອຍ, ຜ່ານໄລຍະການຫັນປ່ຽນ ແລະ ໃນຕໍ່ໜ້າ , ແມ່ນສິ່ງທີ່ຈຳເປັນຢ່າງຍິ່ງໃນປະຈຸບັນ. ອົງການ UNICEF ຈະສືບຕໍ່ສະໜັບສະໜູນ ລັດຖະບານ ເພື່ອຊ່ວຍປົກປ້ອງ ຕໍ່ຍອດຜົນສຳເລັດທີ່ໄດ້ບັນລຸມາເພື່ອເດັກທຸກໆຄົນ.

ໃນລະຫວ່າງການຢ້ຽມຢາມ, ທ່ານ ຊັນເຈ ວິເຈເຊເກຣາ ຍັງໄດ້ພົບປະກັບ ບັນດາໄວໜຸ່ມຈາກເຄືອຂ່າຍເຄື່ອນໄຫວເພື່ອເດັກ ແລະ ໄວໜຸ່ມ (Youth Advocate Network)ຂອງອົງການ UNICEF, ເຊິ່ງຜົນງານຂອງພວກເຂົາກວມເອົາຮອບດ້ານ ເປັນຕົ້ນແມ່ນ ການປ້ອງກັນການແຕ່ງງານກ່ອນໄວອັນຄວນ, ການຮັບມືກັບການປ່ຽນແປງສະພາບອາກາດ, ແລະ ການພັດທະນາທັກສະດ້ານດິຈິຕອນ, ພ້ອມທັງ ໄດ້ເບິ່ງຂະບວນການສະໜັບສະໜູນດ້ານສຸຂະພາບ ໃຫ້ແກ່ເດັກນ້ອຍ ແລະ ຜູ້ເປັນແມ່ ຢູ່ໂຮງໝໍເມືອງ.

Mr. Wijesekera also met young people from UNICEF's Youth Advocate Network
UNICEF Laos/2026/admin Mr. Wijesekera also met young people from UNICEF's Youth Advocate Network

ຕິດຕໍ່ຜູ້ຮັບຜິດຊອບຂ່າວ

Simon Nazer
Chief of Communication
UNICEF Lao PDR
ໂທລະສັບ: +856 2055519681
ອີເມວ: [email protected]

ກ່ຽວກັບອົງການຢູນິເຊັບ

ອົງການຢູນິເຊັບ ເຮັດວຽກໃນບາງບ່ອນ​ທີ່ຫຍຸ້ງຍາກ​ທີ່ສຸດ ເພື່ອເຂົ້າເຖິງເດັກທີ່ດ້ອຍໂອກາດທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດແຄວ້ນ​, ພວກເຮົາເຮັດວຽກເພື່ອເດັກ​ທຸກຄົນ ແລະ ໃນທຸກແຫ່ງຫົນ​ ເພື່ອສ້າງໂລກທີ່ດີກວ່າສໍາລັບທຸກຄົນ.

ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນິເຊັບ ແລະ ວຽກງານຂອງອົງການ​ເພື່ອ​ເດັກ​ ສາມາດເຂົ້າເບິ່ງໄດ້ທີ່ www.unicef.org.

ຕິດຕາມອົງການຢູນິເຊັບ​ໃນ  Twitter and Facebook