ສປປ ລາວ ປະສົບຜົນສໍາເລັດໃນການຫ້າມການລົງໂທດທາງຮ່າງກາຍດ້ວຍການຂ້ຽນຕີ ຄັ້ງປະຫວັດສາດ
- English
- ລາວ
ນະຄອນຫຼວງວຽງຈັນ, ວັນທີ 30 ເມສາ 2024. ເນື່ອງໃນໂອກາດ ວັນສາກົນເພື່ອຢຸດຕິການລົງໂທດທາງຮ່າງກາຍດ້ວຍການຂ້ຽນຕີ ວັນທີ 30 ເມສານີ້, ກະຊວງຍຸຕິທຳ ໄດ້ຈັດພິທີສະຫຼອງການປະກາດຜົນສໍາເລັດຂອງ ສປປ ລາວ ກ່ຽວກັບການຫ້າມການລົງໂທດທາງຮ່າງກາຍດ້ວຍການຂ້ຽນຕີ ຄັ້ງປະຫວັດສາດ. ສປປ ລາວ ກາຍເປັນປະເທດທີ 66 ຂອງໂລກ ແລະ ເປັນປະເທດທຳອິດໃນອາຊຽນ ທີ່ມີກົດໝາຍປົກປ້ອງເດັກຈາກການລົງໂທດດ້ວຍຄວາມຮຸນແຮງທຸກຮູບແບບ.
ສປປ ລາວ ໄດ້ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ເດັກ ໂດຍຜ່ານການເພີ່ມທະວີການປະສານງານ ແລະ ມາດຕະການປ້ອງກັນ ແລະ ການຕອບໂຕ້ການໃຊ້ຄວາມຮຸນແຮງຕໍ່ເດັກຢູ່ໃນເຮືອນ, ໂຮງຮຽນ, ສະຖານທີ່ທາງອອນໄລນ໌ ແລະ ໃນຊຸມຊົນ. ການສໍາຫຼວດດັດສະນີໝາຍສັງຄົມຄັ້ງທີ 3 (LSIS III) ຂອງ ສປປ ລາວໃນປີ 2023 ຊີ້ໃຫ້ເຫັນເຖິງການຫຼຸດລົງຂອງການປະຕິບັດວິໄນເດັກທີ່ໃຊ້ຮຸນແຮງ, ໂດຍອັດຕາສ່ວນຂອງເດັກອາຍຸ 1 ຫາ 14 ປີ ທີ່ໄດ້ຮັບການລົງໂທດທາງຮ່າງກາຍຫຼຸດລົງຈາກ 77% ເປັນ 62%.
ນອກຈາກນີ້, ການປະກາດໃຊ້ກົດໝາຍວ່າດ້ວຍການປົກປ້ອງສິດ ແລະຜົນປະໂຫຍດຂອງເດັກສະບັບປັບປຸງ ໃນເດືອນ ສິງຫາ ປີ 2023 ແລະ ມີຜົນບັງຄັບໃຂ້ໃນເດືອນ ທັນວາ 2023, ເຊິ່ງໄດ້ຮັບການສະໜັບສະໜູນຈາກອົງການຢູນິເຊັບ ປະຈໍາ ສປປ ລາວ, ຍັງເປັນການສະແດງເຖິງຄວາມມຸ່ງໝັ້ນຂອງ ສປປ ລາວ ທີ່ຈະດໍາເນີນການເພື່ອໃຫ້ສອດຄ່ອງກັບແຜນດໍາເນີນງານຂອງພາກພື້ນອາຊຽນ ໃນການລົບລ້າງການໃຊ້ຄວາມຮຸນແຮງຕໍ່ເດັກ 2016-2025.
ທ່ານ ກົງຈີ ຢ່າງຈື່ ຮອງລັດຖະມົນຕີ ກະຊວງຍຸຕິທໍາ ທັງເປັນຫົວໜ້າຄະນະປັບປຸງກົດໝາຍວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ໄດ້ກ່າວວ່າ “ການປັບປຸງກົດໝາຍວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ແມ່ນໜຶ່ງໃນການຈັດຕັ້ງປະຕິບັດຕົວຈິງຂອງລັດຖະບານ ສປປ ລາວ ໃນການຈັດຕັ້ງປະຕິບັດຂໍ້ສະເໜີແນະຂອງຄະນະກໍາມະການສິດທິເດັກ ຂອງສະຫະປະຊາຊາດ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການປົກປ້ອງເດັກຂອງ ສປປ ລາວ.” ທ່ານ ຮອງລັດຖະມົນຕີ ກະຊວງຍຸຕິທໍາ ຍັງກ່າວວ່າ“ມັນເປັນສັນຍານທີ່ຊັດເຈນເຖິງການທຸ້ມເທຂອງພວກເຮົາໃນການປັບປຸງການບັງຄັບໃຊ້ກົດຫມາຍ ແລະ ໃນການປົກປ້ອງສິດທິຂອງເດັກທຸກຄົນ"
ການເປີດ ຂະບວນການໂຄສະນາປູກຈິດສໍານຶກກ່ຽວກັບການຢຸດຕິການໃຊ້ຄວາມຮຸນແຮງຕໍ່ເດັກທົ່ວໂລກຂອງອົງການຢູນີເຊັບ (#ENDviolence against children) ໃນປີ 2014 ໄດ້ເນັ້ນໃຫ້ເຫັນເຖິງຍຸດທະສາດທີ່ມີປະສິດທິຜົນ ແລະ ຜົນສຳເລັດທີ່ອີງໃສ່ຫຼັກຖານໃນການປ້ອງກັນ ແລະ ຕອບໂຕ້ຕໍ່ຄວາມຮຸນແຮງໃນລະດັບຊາດ. ການປັບປຸງກົດໝາຍເມື່ອບໍ່ດົນມານີ້, ຖືເປັນຈຸດສູງສຸດຂອງຂະບວນການທົບທວນກົດໝາຍໃນໄລຍະເວລາ 2 ປີ ທີ່ເລີ່ມແຕ່ປີ 2022 ເຊິ່ງໄດ້ມີການປຶກສາຫາລືຢ່າງກ້ວາງຂວາງກັບເດັກ ແລະ ໄວໜຸ່ມຢູ່ 6 ແຂວງ ແລະ ນະຄອນຫຼວງວຽງຈັນ. ໃນຂະບວນການນີ້, ໄດ້ມີການປະສານສົມທົບກັບຫຼາຍກະຊວງ ແລະ ຫຼາຍພາກສ່ວນກ່ຽວຂ້ອງ, ເຊິ່ງຊີ້ໃຫ້ເຫັນເຖິງຄວາມຕັ້ງໃຈຂອງລັດຖະບານ ສປປ ລາວ ໃນການຜັນຂະຫຍາຍສິດທິເດັກເຂົ້າໃສ່ໃນກອບນິຕິກໍາຂອງປະເທດ.
ທ່ານ ກົງຈີ ຢ່າງຈື່ ຮອງລັດຖະມົນຕີ ກະຊວງຍຸຕິທໍາ ຍັງໄດ້ກ່າວວ່າ “ລັດຖະບານ ສປປ ລາວ ໃຫ້ຄວາມສຳຄັນຕໍ່ວຽກງານການປົກປ້ອງເດັກ ໂດຍໄດ້ມອບໝາຍໃຫ້ກະຊວງຍຸຕິທໍາ ປັບປຸງກົດໝາຍວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ເພື່ອຮັບປະກັນວ່າເດັກນ້ອຍລາວໄດ້ຮັບການປົກປ້ອງ, ໂດຍສະເພາແມ່ນການປົກປ້ອງເດັກຈາກທຸກຮູບແບບຂອງການໃຊ້ຄວາມຮຸນແຮງ.”
ການຫ້າມການລົງໂທດທາງຮ່າງກາຍດ້ວຍການຂ້ຽນຕີ ເປັນສ່ວນໜຶ່ງຂອງຍຸດທະສາດຮອບດ້ານ ເພື່ອແນໃສ່ຊຸກຍູ້ສົ່ງເສີມການປົກປ້ອງເດັກ ແລະ ແກ້ໄຂຄວາມຮຸນແຮງຕໍ່ເດັກ ໃນທຸກສະພາບແວດລ້ອມ, ລວມທັງຢູ່ໃນເຮືອນ, ໂຮງຮຽນ ແລະ ສະຖານທີ່ທາງອອນໄລນ໌. ການລິເລີ່ມນີ້ ແມ່ນສອດຄ່ອງກັບແຜນດຳເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ 05 ປີ ຄັ້ງທີ II (2021 – 2025), ເຊິ່ງສຸມໃສ່ການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບ ແລະ ການສ້າງຄວາມສາມາດໃນການປ້ອງກັນ ແລະ ຕອບໂຕ້ຕໍ່ການໃຊ້ຄວາມຮຸນແຮງ.
ທ່ານ ອາຕູໂຣ ຣົມໂບລິ ຮອງຜູ້ຕາງໜ້າອົງການ ຢູນິເຊັບ ປະຈໍາ ສປປ ລາວ ໄດ້ຊົມເຊີຍການປັບປຸງກົດໝາຍດັ່ງກ່າວ, ໂດຍກ່າວວ່າ, “ພວກເຮົາສະແດງຄວາມຊົມເຊີຍລັດຖະບານ ແຫ່ງ ສປປ ລາວ ສໍາລັບຄວາມພະຍາຍາມໃນການສົ່ງເສີມສິດທິເດັກ ໂດຍຜ່ານນິຕິກໍາອັນສໍາຄັນນີ້. ກົດໝາຍສະບັບນີ້ເປັນບາດກ້າວອັນສຳຄັນໃນການສ້າງສະພາບແວດລ້ອມທີ່ປອດໄພ ເຊິ່ງເດັກທຸກຄົນຈະໄດ້ຮັບການປົກປ້ອງຈາກອັນຕະລາຍ. ພວກເຮົາຂໍສະແດງຄວາມຍິນດີກັບ ສປປ ລາວ ທີ່ໄດ້ເປັນແບບຢ່າງໃຫ້ແກ່ບັນດາປະເທດສະມາຊິກອາຊຽນ ແລະ ພວກເຮົາຈະຍັງຄົງສືບຕໍ່ສະໜັບສະໜູນລັດຖະບານ ແລະ ຄູ່ຮ່ວມງານໃນການປົກປ້ອງເດັກຈາກຄວາມຮຸນແຮງໃນທຸກສະພາບແວດລ້ອມ."
ການປັບປຸງກົດໝາຍ ວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ສະບັບນີ້ ແມ່ນໄດ້ຮັບທຶນຊ່ວຍເຫຼືອຈາກ ລັດຖະບານປະເທດອົດສະຕຣາລີ ໂດຍຜ່ານອົງການ ຢູນິເຊັບ ປະຈໍາປະເທດອົດສະຕຣາລີ.
ຕິດຕໍ່ຜູ້ຮັບຜິດຊອບຂ່າວ
ກ່ຽວກັບອົງການຢູນິເຊັບ
ອົງການຢູນິເຊັບ ເຮັດວຽກໃນບາງບ່ອນທີ່ຫຍຸ້ງຍາກທີ່ສຸດ ເພື່ອເຂົ້າເຖິງເດັກທີ່ດ້ອຍໂອກາດທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດແຄວ້ນ, ພວກເຮົາເຮັດວຽກເພື່ອເດັກທຸກຄົນ ແລະ ໃນທຸກແຫ່ງຫົນ ເພື່ອສ້າງໂລກທີ່ດີກວ່າສໍາລັບທຸກຄົນ.
ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນິເຊັບ ແລະ ວຽກງານຂອງອົງການເພື່ອເດັກ ຈົ່ງເຂົ້າເບິ່ງ www.unicef.org.
ຕິດຕາມອົງການຢູນິເຊັບໃນ Twitter and Facebook