ປະຕູໄຊຍ້ອມໄຟສີຟ້າ ເພື່ອສະແດງເຖິງຄວາມມຸ່ງໝັ້ນຂອງ ສປປ ລາວ ໃນການສົ່ງເສີມສິດທິເດັກທຸກຄົນ ກ່ອນການຫຼຸດພົ້ນຈາກສະຖານະພາບປະເທດດ້ອຍພັດທະນາ
ງານສະເຫຼີມສະຫຼອງວັນເດັກໂລກໃນປີນີ້ ຍັງເປັນການລະນຶກເຖິງວັນຄົບຮອບ 80 ປີ ຂອງອົງການຢູນິເຊັບ ແລະ ແຜນງານການຮ່ວມມື 5 ປີ ສະບັບໃໝ່ ເພື່ອເດັກທຸກຄົນ.
- English
- ລາວ
ນະຄອນຫຼວງວຽງຈັນ, ວັນທີ 20 ພະຈິກ 2026 — ປະຕູໄຊໄດ້ຖືກຍ້ອມໄຟສີຟ້າໃນຕອນຄຳ່ຂອງມື້ນີ້ ເພື່ອເປັນສັນຍະລັກແຫ່ງການສະເຫຼີມສະຫຼອງວັນເດັກໂລກ ໂດຍມີລັດຖະບານ ສປປ ລາວ, ເດັກ ແລະ ບັນດາຄູ່ຮ່ວມພັດທະນາເຂົ້າຮ່ວມ ເນື່ອງໃນໂອກາດຄົບຮອບ 35 ປີ ທີ່ ສປປ ລາວ ໄດ້ເຂົ້າເປັນພາຄີຂອງສົນທິສັນຍາວ່າດ້ວຍສິດທິເດັກ.
ງານສະຫຼອງດັ່ງກ່າວ ຈັດຂຶ້ນທີ່ສວນປະຕູໄຊ ໂດຍ ຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ຮ່ວມກັບອົງການຢູນິເຊັບ ໂດຍມີຜູ້ເຂົ້າຮ່ວມປະມານ 600 ຄົນ, ໃນນັ້ນມີຜູ້ຕາງໜ້າເດັກ 120 ຄົນ, ບັນດາການນຳພາກລັດ, ທ່ານທູດ, ຜູ້ຕາງໜ້າຈາກອົງການສະຫະປະຊາຊາດ, ບັນດາຄູ່ຮ່ວມພັດທະນາ ແລະ ປະຊາຊົນ ເຂົ້າຮ່ວມ.
“ວາລະ ແລະ ແຜນການໃນຕໍ່ໜ້າ ຕາມຄໍາຂວັນ “ວັນຂອງຂ້ອຍ. ສິດທິຂອງຂ້ອຍ. ອະນາຄົດຂອງຂ້ອຍ” ໃນປີ 2026 ນີ້, ພວກເຮົາຈະສືບຕໍ່ຊຸກຍູູ້ສົົ່ງເສີມວຽກສິດທິເດັກໃຫ້ໄດ້ຮັບການຈັດຕັັ້ງປະຕິບັດຢ່າງເປັນຮູບ ປະທໍາຫຼາຍຂຶ້ນ, ເພີີ່ມທະວີຕາໜ່າງປົກປ້ອງສັງຄົມ ແລະ ສ້າງສະພາບແວດລ້ອມທີີ່ປອດໄພ ໃຫ້ແກ່ເດັກ,” ກ່າວໂດຍ ພະນະທ່ານ ຮສ. ປອ. ທອງສະລິດ ມັງໜໍ່ເມກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ ແລະ ປະທານ ຄຊກມດ.
ການສະຫຼອງວັນເດັກໂລກໃນປີນີ້ ຖືເປັນໂອກາດສຳຄັນ ເນື່ອງຈາກ ສປປ ລາວ ກຳລັງຈະຫຼຸດພົ້ນຈາກສະຖານະພາບປະເທດດ້ອຍພັດທະນາ ໃນວັນທີ 24 ພະຈິກນີ້ ແລະ ອົງການຢູນິເຊັບກໍກຳລັງຈະສະຫຼອງວາລະຄົບຮອບ 80 ປີ ນັບແຕ່ປີ 1946 ແຫ່ງການສ້າງຕັ້ງອົງການ ໃນເດືອນທັນວານີ້ ເພື່ອຊ່ວຍເຫຼືອເດັກທີ່ຕ້ອງການຄວາມຊ່ວຍເຫຼືອ.
“ຕະຫຼອດໄລຍະ 80 ປີຜ່ານມາ, ອົງການຢູນິເຊັບ ໄດ້ຢືນຄຽງຂ້າງເດັກທຸກຄົນ ບໍ່ວ່າພວກເຂົາຈະຢູ່ໃສກໍຕາມ. ສຳລັບ ສປປ ລາວ, ຄວາມກ້າວໜ້າທີ່ບັນລຸໄດ້ໃນໄລຍະຫຼາຍກວ່າ 5 ທົດສະວັດຜ່ານມາ ໄດ້ສະແດງໃຫ້ເຫັນເຖິງຜົນສຳເລັດທີ່ສາມາດເກີດຂຶ້ນໄດ້ ເມື່ອປະເທດໃຫ້ຄວາມສຳຄັນກັບເດັກເປັນຫຼັກໃນແຜນພັດທະນາ,” ທ່ານ. ບິລາລ ອູແຣັງ ເຊັບ ດູຣານິ, ຜູ້ຕາງໜ້າອົງການຢູນິເຊັບ ປະຈຳ ສປປ ລາວ ໄດ້ກ່າວ. “ໃນຂະນະທີ່ ສປປ ລາວ ກຳລັງເຂົ້າສູ່ບາດກ້າວໃໝ່ຂອງການພັດທະນາ, ການລົງທຶນໃສ່ເດັກແມ່ນການລົງທຶນທີ່ໝັ້ນຄົງທີ່ສຸດສຳລັບອະນາຄົດຂອງຊາດ. ຜ່ານແຜນງານການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການຢູນີເຊັບ ສະບັບໃໝ່, ພວກເຮົາຍັງຄົງສືບຕໍ່ຢືນຄຽງຂ້າງລັດຖະບານ ແລະ ປະຊາຊົນລາວ ເພື່ອໃຫ້ເດັກທຸກຄົນມີອະນາຄົດທີ່ສົດໃສ.”
ແຜນງານການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ ຢູນິເຊັບ ສະບັບໃໝ່ ໄລຍະປີ 2027–2031 ແມ່ນແນໃສ່ສະໜັບສະໜູນບັນດາບູລິມະສິດດ້ານການພັດທະນາແຫ່ງຊາດຂອງລັດຖະບານ. ແຜນງານດັ່ງກ່າວ ສຸມໃສ່ການລົງທຶນເພື່ອເດັກ ໃນໄລຍະທີ່ປະເທດກຳລັງກ້າວຜ່ານການປ່ຽນແປງທີ່ສຳຄັນ ໂດຍເນັ້ນໃສ່ 4 ຂົງເຂດຫຼັກ ຄື: ການສົ່ງເສີມໃຫ້ເດັກມີສຸຂະພາບທີ່ດີຕັ້ງແຕ່ໄລຍະເລີ່ມຕົ້ນຂອງຊີວິດ, ການຮຽນຮູ້ ແລະ ການພັດທະນາທັກສະ, ການພັດທະນາໄວໜຸ່ມ ແລະ ການສ້າງສະພາບແວດລ້ອມທີ່ປອດໄພ ແລະ ສະອາດ.
ກ່ຽວກັບວັນເດັກໂລກ
ວັນເດັກໂລກ ແມ່ນຈັດຂຶ້ນໃນວັນທີ 20 ພະຈິກ ຂອງທຸກໆປີ ເຊິ່ງເປັນວັນທີ່ສະມັດຊາໃຫຍ່ແຫ່ງອົງການສະຫະປະຊາຊາດ ໄດ້ຮັບຮອງເອົາສົນທິສັນຍາວ່າດ້ວຍສິດທິເດັກ ໃນປີ 1989, ສປປ ລາວ ໄດ້ເຂົ້າເປັນລັດພາຄີຂອງສົນທິສັນຍາດັ່ງກ່າວ ໃນປີ 1991.
ກ່ຽວກັບ ຄຊກມດ
ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ແມ່ນອົງການຈັດຕັ້ງໜຶ່ງຂອງ ລັດຖະບານ ສປປ ລາວ ທີ່ມີບົດບາດສົ່ງເສີມວຽກງານສິດທິ ແລະ ຜົນປະໂຫຍດອັນຊອບທຳຂອງແມ່ ແລະ ເດັກ. ຄຊກມດ ມີທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ເປັນປະທານ ແລະ ປະກອບດ້ວຍບັນດາກະຊວງ ແລະ ອົງການຂອງລັດຖະບານ. ຄຊກມດ ສ້າງນະໂຍບາຍ, ຍຸດທະສາດ, ນິຕິກຳ ແລະ ແຜນດຳເນີນງານແຫ່ງຊາດ ກ່ຽວກັບສິດທິຂອງແມ່ຍິງ ແລະ ເດັກ. ພ້ອມນັ້ນ ກໍປະສານງານການຈັດຕັ້ງປະຕິບັດ ແລະ ການລາຍງານ ສົນທິສັນຍາວ່າດ້ວຍສິດທິເດັກ ແລະ ສົນທິສັນຍາວ່າດ້ວຍການລຶບລ້າງທຸກຮູບແບບຂອງການຈຳແນກຕໍ່ແມ່ຍິງ ຂອງ ສປປ ລາວ. ຄຊກມດ ສ້າງຕັ້ງຂຶ້ນໂດຍການໂຮມ ຄະນະກຳມາທິການເພື່ອແມ່ ແລະ ເດັກ ແຫ່ງຊາດ (ສ້າງຕັ້ງໃນປີ 1992) ແລະ ຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແຫ່ງຊາດ ເຂົ້າກັນ.
ຕິດຕໍ່ຜູ້ຮັບຜິດຊອບຂ່າວ
ກ່ຽວກັບອົງການຢູນິເຊັບ
ອົງການຢູນິເຊັບ ເຮັດວຽກໃນບາງບ່ອນທີ່ຫຍຸ້ງຍາກທີ່ສຸດ ເພື່ອເຂົ້າເຖິງເດັກທີ່ດ້ອຍໂອກາດທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດແຄວ້ນ, ພວກເຮົາເຮັດວຽກເພື່ອເດັກທຸກຄົນ ແລະ ໃນທຸກແຫ່ງຫົນ ເພື່ອສ້າງໂລກທີ່ດີກວ່າສໍາລັບທຸກຄົນ.
ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນິເຊັບ ແລະ ວຽກງານຂອງອົງການເພື່ອເດັກ ຈົ່ງເຂົ້າເບິ່ງ www.unicef.org.
ຕິດຕາມອົງການຢູນິເຊັບໃນ Twitter and Facebook