ຄູ່ມືການພັດທະນາທັກສະຊີວິດສໍາລັບເດັກ ແລະ ໄວໜຸ່ມ
ຄູ່ມືສໍາລັບ ຄູ ແລະ ອາສາສະໜັກໄວໜຸ່ມ
- English
- ລາວ
ຈຸດສຳຄັນ
ຄູ່ມືນີ້ໄດ້ຖືກພັດທະນາຂຶ້ນເພື່ອເປັນແນວທາງໃຫ້ຝຶກອົບຮົມພາກປະຕິບັດຕົວຈິງສຳລັບຄູຝຶກ ແລະ ອາສາສະໝັກຊາວໜຸ່ມ. ເປັນທັງແຫຼ່ງຂໍ້ມູນສຳລັບການຮຽນຮູ້ທີ່ມີໂຄງສ້າງ ແລະ ເປັນເອກະສານອ້າງອີງສຳລັບການຈັດຕັ້ງປະຕິບັດກິດຈະກຳຕ່າງໆ ທີ່ສ້າງຄວາມເຂັ້ມແຂງໃຫ້ຊາວໜຸ່ມໃນການແບ່ງປັນຄວາມຮູ້ພາຍໃນຊຸມຊົນ.
ຄູ່ມືພັດທະນາທັກສະຊີວິດສໍາລັບເດັກ ແລະ ໄວໜຸ່ມ ປະກອບມີ 09 ບົດຮຽນຫຼັກ ໂດຍມີຈຸດປະສົງເພືີ່ອຍົກລະດັບ ການສຶກສາໃຫ້ກັບເດັກ ແລະ ໄວໜຸ່ມຄູ່ມືສະບັບນີັ້, ເພື່ອຊ່ວຍເສີມສ້າງຄວາມເຂັ້ມແຂງ, ການປັບໂຕ ແລະ ທັກສະຊີວິດໃຫ້ແກ່ເດັກເພື່ອໄປນໍາໃຊ້ໃນຊີວິຈິງ, ພ້ອມຍັງເຊືີ່ອມສານ ແລະ ເຂົັ້າເຖິງການບໍລິການອືີ່ນໆທີີ່ມີຢູ່ແລ້ວ ເຊັ່ນ: ສຸຂະພາບຈະເລີນພັນ, ສຸຂະພາບທາງເພດ, ສາຍດ່ວນໃຫ້ຄໍາປຶກສາ, ຊ່ອງທາງການຂໍຄວາມຊຸ່ວຍເຫຼືອ ແລະ ການຮັບຂໍ້ມູນຂ່າວສານອື່ນໆ.
ໃນບົດຮຽນນີ້ໄວໜຸ່ມຈະໄດ້ຽນຮູ້ກ່ຽວກັບສິດທິເດັກ, ຄວາມສະເໝີພາບລະຫວ່າງຍິງຊາຍ, ແລະ ມາດຕະການປົກປ້ອງໃນໄວໜຸ່ມ, ເຊິ່ງຊ່ວຍໃຫ້ເຂົາເຈົ້າສາມາດປ້ອງກັນຄວາມສ່ຽງ ແລະ ສົ່ງເສີມສະຫວັດດີພາບໃນບັນດາໝູ່ເພື່ອນ. ສຸດທ້າຍ, ຄູ່ມືສະບັບນີ້ແມ່ນການລົງທຶນໃນສິດທິມະນຸດ ແລະ ເປັນການປະກອບສ່ວນເຂົ້າໃນການພັດທະນາຊາດແບບຍືນຍົງ.