ການສຳຫຼວດດັດສະນີໝາຍສັງຄົມລາວ ຄັ້ງທີ III (LSIS III) - ບົດສະຫຸບຫຍໍ້ (ເເຂວງ)

LSIS III ສະໜອງຂໍ້ມູນ ເເລະ ສະຖິຕິ ທີ່ສຳຄັນກ່ຽວກັບສະຫວັດດີການຂອງເດັກ ແລະ ແມ່ຍິງໃນທົ່ວ ສປປ ລາວ.

ຈຸດສຳຄັນ

ການສຳຫຼວດດັດສະນີໝາຍສັງຄົມລາວ ຄັ້ງທີ III ຫຼື LSIS III ເເມ່ນຜົນການສໍາຫຼວດລ່າສຸດຢູ່ໃນ ສປປ ລາວ ເເລະ  ສະໜອງຂໍ້ມູນທີ່ມີມູນທີ່ສຳຄັນກ່ຽວກັບສະຫວັດດີການຂອງເດັກ, ໄວໜຸ່ມ, ແມ່ຍິງ ເເລະ ຄົວເຮືອນໃນທົ່ວປະເທດ.

ການສຳລວດ LSIS III ໄດ້ຖືກຈັດຕັ້ງປະຕິບັດຂຶ້ນລະຫວ່າງ ເດືອນມີນາ ຫາ ເດືອນກັນຍາ ປີ 2023 ໂດຍ ສູນສະຖິຕິເເຫ່ງຊາດ ຮ່ວມກັບ ກະຊວງສາທາລະນະສຸກ ເເລະ ກະຊວງສຶກສາທິການ, ເເລະ ໄດ້ຮັບທຶນການສະໜັບສະໜູນຈາກ ລັດຖະບານເຫ່ງ ສປປ ລາວ, ອົງການຢູນີເຊັບ, ສະຫະພາບເອີຣົບ, ລັດຖະບານອົດສະຕຣາລີ, ລັດຖະບານລຸກຊຳບວກ ແລະ ອົງການ UNFPA ພ້ອມ ການສະໜັບສະໜູນດ້ານວິຊາການຈາກທີມງານ MICS ລະດັບໂລກ ຂອງ ອົງການນີເຊັບ.

ທ່ານສາມາດເຂົ້າເບິ່ງຂໍ້ມູນບົດສະຫຸບຫຍໍ້ໃນລະດັບເເຂວງໄດ້ເພີ່ມເຕີມຜ່ານໜ້າເວັບນີ້.

LSIS III Provincial Snapshots LAO
ວັນເດືອນປິຈັດພິມ
ພາສາ
ອັງກິດ