ໂພຊະນາການ
ໂພຊະນາການທີ່ດີແມ່ນພື້ນຖານຂອງການຢູ່ລອດຂອງເດັກ, ສຸຂະພາບ ແລະ ການພັດທະນາ.

- ສາມາດມີໃນ:
- English
- ລາວ
ສິ່ງທ້າທາຍ
ການຂາດໂພຊະນາການ ແມ່ນກ່ຽວພັນກັບການຕາຍຂອງເດັກນ້ອຍອາຍຸຕໍ່າກວ່າ 5 ປີ ເກືອບເຄິ່ງໜຶ່ງຂອງຈໍານວນເດັກເສຍຊີວິດທັງໝົດ.
ການເສຍຊີວິດຂອງເດັກສ່ວນຫຼາຍແມ່ນສາມາດປ້ອງກັນ ຫຼື ປິ່ນປົວໄດ້ ດ້ວຍການບໍລິການສຸຂະພາບທີ່ໄດ້ຜົນສູງ ແລະ ຕົ້ນທຶນຕໍ່າ ເຊັ່ນ: ການສັກຢາກັນພະຍາດ, ໂພຊະນາການ ແລະ ການບໍລິການສຸຂະພາບເດັກ. ຜົນກະທົບດ້ານສຸຂະພາບຂອງເດັກ ມີລະດັບແຕກຕ່າງກັນໜ້ອຍ ຫຼື ຫຼາຍ ແມ່ນຂຶ້ນກັບລະດັບເສດຖະກິດ-ສັງຄົມ, ຊົນເຜົ່າ, ທີ່ຕັ້ງພູມສັນຖານ ແລະ ລະດັບການສຶກສາຂອງພໍ່ແມ່ຂອງພວກເຂົາ.
ການຂາດສານອາຫານຊໍາເຮື້ອ (ເຕັ້ຍ) ແມ່ນການຂ້ຽນຕີເດັກໃນທົ່ວ ສປປ ລາວ ຢ່າງງຽບໆ, ມັນສົ່ງຜົນກະທົບໃຫ້ແກ່ເດັກປະມານ 33% ທີ່ມີອາຍຸຕໍ່າກວ່າ 5 ປີກາຍເປັນເດັກເຕັ້ຍ, ອີງຕາມຂໍ້ມູນຂອງການສຳຫຼວດຕົວຊີ້ວັດສັງຄົມລາວ ຄັ້ງທີ II.
ການເຕີບໃຫຍ່ຊ້າເຮັດໃຫ້ສະໝອງ ແລະ ຮ່າງກາຍບໍ່ພັດທະນາ, ຖ້າເດັກບໍ່ໄດ້ຮັບໝວດສານອາຫານ ຫຼື ປະລິມານສານອາຫານທີ່ຖືກຕ້ອງ ໃນໄລຍະ 1,000 ວັນທໍາອິດທີ່ສໍາຄັນທີ່ສຸດຂອງຊີວິດ.
ແຜນງານໂພຊະນາການຂອງພວກເຮົາເຮັດວຽກຢູ່ໃນລະດັບຊາດ ແລະ ທ້ອງຖິ່ນເພື່ອຮັບປະກັນໃຫ້ມີນະໂຍບາຍທີ່ມີປະສິດທິຜົນສູງ ເພື່ອເພີ່ມທະວີການຢູ່ລອດຂອງເດັກ ແລະ ຊ່ວຍເຮັດໃຫ້ເດັກ ແລະ ຄອບຄົວຂອງພວກເຂົາມີສຸຂະພາບແຂງແຮງ, ໂດຍສະເພາະແມ່ນຜູ້ທີ່ມີຄວາມສ່ຽງ ແລະ ດ້ອຍໂອກາດທີ່ສຸດ.

ວິທີແກ້ໄຂ
ການສະໜັບສະໜູນຂອງ ອົງການຢູນິເຊັບ ສຸມໃສ່ການຂະຫຍາຍການບໍລິການດ້ານໂພຊະນາການ ເຊັ່ນ: ການລ້ຽງລູກດ້ວຍນົມແມ່ພຽງຢ່າງດຽວ, ການໃຫ້ອາຫານເສີມ, ຮັບປະກັນການເຂົ້າເຖິງວິຕາມິນ ແລະ ແຮ່ທາດທີ່ຈຳເປັນ (ວິຕາມິນ ອາ, ທາດເຫຼັກ ແລະ ອາຊິດໂຟລິກ, ຝຸ່ນຈຸນລະສານອາຫານຫຼາຍຊະນິດ, ເກືອປະສົມໄອໂອດິນ), ຢາຂ້າແມ່ທ້ອງ, ແລະ ການຄຸ້ມຄອງກໍລະນີຂາດສານອາຫານກະທັນຫັນ.
ອົງການຢູນິເຊັບ ສະໜັບສະໜູນ ການປະຕິບັດກິດຈະກໍາໂພຊະນາການທາງອ້ອມ ທີ່ກ່ຽວຂ້ອງກັບ ນໍ້າ, ສຸຂາພິບານ ແລະ ສຸຂະອານາໄມ.
ອົງການຢູນິເຊັບ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ການປົກຄອງ ດ້ວຍການໃຫ້ຄໍາແນະນຳດ້ານນະໂຍບາຍ ແລະ ແຜນງານທີ່ອອກແບບ ໂດຍອີງໃສ່ປະສົບການຫຼັກຖານທີ່ສອດຄ່ອງຈາກທົ່ວໂລກ ແລະ ທົ່ວປະເທດ ແລະ ນໍາໃຊ້ວິທີການເຮັດວຽກຮ່ວມກັນຫຼາຍຂະແໜງການ.
ໃນປີ 2015, ກະຊວງສາທາລະນະສຸກ ໄດ້ເຜີຍແຜ່ແຜນຍຸດທະສາດ ແລະ ແຜນປະຕິບັດງານດ້ານໂພຊະນາການແຫ່ງຊາດສະບັບປັບປຸງ ເພື່ອໃຫ້ບໍລິການແບບເຊື່ອມສຸຂະພາບຂອງແມ່, ເດັກເກີດໃໝ່ ແລະ ເດັກ ເຊິ່ງປະກອບມີການປະຕິບັດທີ່ໄດ້ຮັບການແນະນຳຈາກສາກົນ ເພື່ອຫລຸດຜ່ອນການຂາດໂພຊະນາການທຸກຮູບແບບ.