ເລີ່ມຕົ້ນດີ

ການຊ່ວຍເຫຼືອຈາກອົງການຢູນິເຊັບ ເເລະ ສະຫະພາບເອີຣົບ ປະຈຳ ສປປ ລາວ ແລະ ກະຊວງສາທາລະນະສຸກ

UNICEF Laos
ນໍ້າໜັກ 5 ກິໂລ, ລວງສູງ 55 ຊັງຕີແມັດ ແລະ ຮອບແຂນ 11,2 ຊັງຕີແມັດ
UNICEF/2025/UNICEFLAOS
27 ມີຖຸນາ 2025

ທີ່ບ້ານນາງິ້ວ, ເມືອງ ໂພນໄຊ, ແຂວງ ຫຼວງພະບາງ, ວັນທີ 12 ເມສາ 2024 ພວກເຮົາໄດ້ພົບກັບຄອບຄົວໜຶ່ງທີ່ມີລູກນ້ອຍ ນໍ້າໜັກໄດ້ 2,5 ກິໂລ ເຊິ່ງມີພໍ່ແມ່ແມ່ນເປັນປະຊາຊົນມີອາຊີບເຮັດກະສິກໍາ ແລະ ຮັບຈ້າງທົ່ວໄປ. ນາງເຕີຍເປັນຜູ້ໜຶ່ງໃນເດັກນ້ອຍທີ່ຂາດສານອາຫານແບບຮ້າຍແຮງ (SAM) ທີ່ໄດ້ຮັບການຊ່ວຍເຫຼືອຈາກໂຄງການຂອງພວກເຮົາ. 

ຄັ້ງທໍາອິດທີ ວັນທີ 19 ກໍລະກົດ 2024 ທີມງານໂຄງການ, ພະນັກງານພະແນກສາທາລະນະສຸກແຂວງ, ພະນັກງານສາທາລະນະສຸກເມືອງ ແລະ ພະນັກງານສຸກສາລາ ໄດ້ລົງຕິດຕາມ ເພື່ອຊຸກຍູ້ວຽກງານປ້ອງກັນໂພຊະນາການຢູ່ 10 ບ້ານເປົ້າໝາຍຂອງເມືອງ ໂພນໄຊ ໂດຍໄດ້ເຮັດການປະເມີນໂພຊະນາການໃຫ້ເດັກນ້ອຍອາຍຸລຸ່ມ 2 ປີ, ໄດ້ພົບວ່າເດັກນ້ອຍມີ ອາຍຸໄດ້ 3 ເດືອນ ນໍ້າໜັກ 4 ກິໂລ, ລວງສູງ 50 ຊັງຕີ ເດັກມີອາການໂຕເຫຼືອງ, ດູດນົມບໍ່ຄ່ອຍດີປານໃດ ຍ້ອນຜູ້ເປັນແມ່ຄະລໍາອາຫານ ເຮັດໃຫ້ບໍ່ມີນໍ້ານົມພຽງພໍ່ຕໍ່ການຈະເລີນເຕີບໂຕ ແລະ ພັດທະນາການຂອງເດັກ. ສະນັ້ນ, ທາງທີມງານໂພຊະນາການໄດ້ໃຫ້ສຸຂະສຶກສາໃຫ້ແກ່ຜູ້ປົກຄອງກ່ຽວກັບໂພຊະນາການແມ່ ແລະ ການລ້ຽງດູເດັກນ້ອຍ-ເດັກອ່ອນ ພ້ອມດຽວມອບເງິນສົດຈໍານວນ 625,000 ກີບ ໄດ້ຊ່ວຍຄ່າເດີນທາງ ເພື່ອນໍາເອົາເດັກນ້ອຍໄປຮັບການປິ່ນປົວຢູ່ທີ່ໂຮງໝໍເພື່ອນລາວສໍາລັບເດັກ ແລະ ມອບໃຫ້ພະນັກງານສຸກສາລາ, ອສບ ແລະ ຄະນະບ້ານສຶບຕໍ່ຕິດຕາມ-ຊຸກຍູ້ຊ່ວຍເຫຼືອ ໃຫ້ພໍ່ແມ່ຜູ້ປົກຄອງນໍາເອົາເດັກໄປກວດສຸຂະພາບ ແລະ ປະເມີນໂພຊະນາການຕາມການນັດໝາຍຂອງແພດ.

ອາຍຸໄດ້ 3 ເດືອນ ນໍ້າໜັກ 4 ກິໂລ
UNICEF/2025/UNICEFLAOS

ຄັ້ງທີສອງ ວັນທີ 16 ພະຈິກ 2024 ພະນັກງານໂຄງການ, ພະນັກງານສາທາລະນະສຸກເມືອງ ແລະ ພະນັກງານສຸກສາລາ ໄດ້ລົງຕິດຕາມວຽກງານປ້ອງກັນໂພຊະນາການ ແລະ ເຮັດການປະເມີນໂພຊະນາການເດັກນ້ອຍລຸ່ມ 5 ປີ ຢູ່ 10 ບ້ານເປົ້າໝາຍ ໂດຍພົບວ່ານາງ ເຕີຍ ອາຍຸໄດ້ 7 ເດືອນ ນໍ້າໝັກ 4,5 ກິໂລ, ລວງສູງ 53 ຊັງຕີແມັດ ແລະ ຮອບແຂນ 10,5 ຊັງຕີແມັດ  ເຫັນວ່າເດັກຍັງມີບໍ່ມີພັດທະນາການທີ່ດີຂື້ນ, ມີອາການໂຕເຫຼືອງ ແລະ ໄຫ້ເລື່ອຍ. ສະນັ້ນ, ທາງທີມງານໂພຊະນາການຈັ່ງໄດ້ອະທິບາຍກ່ຽວກັບອາການຂອງເດັກ ໃຫ້ພໍ່ແມ່ຜູ້ປົກຄອງຮັບຟັງໃຫ້ເຂົ້າໃຈເຖິງບັນຫາຂອງເດັກທີ່ຂາດສານອາຫານ, ຜົນກະທົບທີ່ຈະຕາມມາ ແລະ ໃຫ້ຜູ້ປົກຄອງເດັກນໍາເອົາເດັກໄປຮັບການປິ່ນປົວຢູ່ໂຮງໝໍຢ່າງຮີບດ່ວນ ໂດຍສະໜອງງົບປະມານເປັນເງິນສົດຈໍານວນ 1,006,000 ກີບ ຊ່ວຍຄ່າເດິນທາງຈາກບ້ານໄປຍັງໂຮງໝໍເພື່ອນລາວສໍາລັບເດັກເພື່ອຮັບການປິ່ນປົວ.

ຄັ້ງທີສາມວັນທີ 25 ທັນວາ 2024 ພະນັກງານໂຄງການ ແລະ ພະນັກງານສາທາລະນະສຸກເມືອງໄດ້ລົງເກັບກໍາຂໍ້ມູນ ແລະ ສໍາພາດຜູ້ປົກຄອງຂອງເດັກ.  ທີມງານໂພຊະນາການ, ໄດ້ເຮັດການປະເມີນພົບວ່າເດັກອາຍຸ 8 ເດືອນ ນໍ້າໜັກ 5 ກິໂລ, ລວງສູງ 55 ຊັງຕີແມັດ ແລະ ຮອບແຂນ 11,2 ຊັງຕີແມັດ ເຊິ່ງເດັກມີພັດທະນາການທີ່ດີຂື້ນ ແລະ ກິນນົມກະໄດ້ດີຫຼາຍກວ່າເກົ່າ.

ນໍ້າໜັກ 5 ກິໂລ, ລວງສູງ 55 ຊັງຕີແມັດ ແລະ ຮອບແຂນ 11,2 ຊັງຕີແມັດ
UNICEF/2025/UNICEFLAOS

ຜ່ານການໄດ້ຮັບການຊ່ວຍເຫຼືອຈາກໂຄງການຜູ້ປົກຄອງຂອງເດັກມີຄວາມເຂົ້າໃຈຕໍ່ກັບສະພາບບັນຫາຂອງເດັກນ້ອຍທີ່ຂາດສານອາຫານ ເຊິ່ງມີຜົນກະທົບຕໍ່ກັບການຈະເລີນເຕີບ ແລະ ສຸຂະພາບຂອງເດັກ ແລະ ມີຄວາມດີໃຈຫຼາຍທີ່ທາງໂຄງການໄດ້ມີນະໂຍບາຍໃນການຊ່ວຍຄ່າເດິນທາງໃນການອໍານວຍຄວາມສະດວກໃນການເຂົ້າເຖິງການບໍລິການທາງດ້ານສຸຂະພາບ ແລະ ຊາບຊຶ່ງ-ຮູ້ບຸນຄຸນມາຍັງພະນັກງານແພດໝໍໄດ້ເອົາໃຈໃສ່ໃນການປິ່ນປົວລູກຂອງກະເຈົ້າເປັນຢ່າງດີຕະຫຼອດມາ

ຜ່ານການຕິດຕາມ-ຊຸກຍູ້ຊ່ວຍເຫຼືອຂອງພະນັກງານສຸກສາລາ ແລະ ອສບ ໄດ້ຊ່ວຍອະທິບາຍກ່ຽວກັບຜົນກະທົບຈາກສະພາວະຂາດສາອາຫານຕໍ່ເດັກທີ່ຈະຕາມມາ ແລະ ລະດົມໃຫ້ພໍ່ແມ່ຜູ້ປົກຄອງເດັກນໍາພາເດັກໄປກວດສຸຂະພາບແລ້ວກໍ່ຕາມ ແຕ່ບັນຫາສິ່ງທ້າທ້າຍແມ່ນປະຊາຊົນສ່ວນໃຫຍ່ຍັງບໍ່ທັນໄດ້ຮັບຂໍ້ມູນຂ່າວສານທີ່ຖືກຕ້ອງຕາມຫຼັກການແພດ ແລະ ຂາດຄວາມຮູ້ກ່ຽວກັບໂພຊະນາຂອງທັງລູກ ແລະ ແມ່. 

ການໃຫ້ສຸຂະສຶກສາກ່ຽວກັບໂພຊະນາການແມ່ ແລະ ການລ້ຽງດູເດັກນ້ອຍ-ເດັກອ່ອນໃຫ້ແກ່ຜູ້ປົກຄອງເດັກ ພ້ອມກັບສະໜອງອາຫານທາງການແພດ ຫຼື RUTF ໃຫ້ແກ່ເດັກ ເຊິ່ງໄດ້ຮັບການຊ່ວຍເຫຼືອຈາກອົງການຢູນິເຊັບ ເເລະ ສະຫະພາບເອີຣົບ ປະຈຳ ສປປ ລາວ ແລະ ກະຊວງສາທາລະນະສຸກສະໜັບສະໜູນ ດ້ານງົບປະມານຄ່າເດີນທາງເພື່ອອໍານວຍຄວາມສະດວກໃຫ້ແກ່ຜູ້ປົກຄອງນໍາເອົາເດັກໄປກວດສຸຂະພາບ ແລະ ປະເມີນໂພຊະນາການ ຢູ່ສະຖານທີ່ໃຫ້ບໍລິການສຸຂະພາບຕາມການນັດໝາຍຂອງແພດ.

RUTF ໃຫ້ແກ່ເດັກ
UNICEF/2025/UNICEFLAOS