ສປ ຈີນ ແລະ ອົງການຢູນິເຊັບ ຮ່ວມມືກັນເພື່ອສົ່ງເສີມສຸຂະພາບທີ່ດີຂອງ ແມ່ ແລະ ເດັກ

ຄະນະຜູ້ແທນຂັ້ນສູງ ນຳພາໂດຍ ກະຊວງສາທາລະນະສຸກ ແຫ່ງ ສປປ ລາວ, ລັດຖະບານແຫ່ງ ສປ ຈີນ ແລະ ອົງການຢູນິເຊັບ ໄດ້ເດີນທາງໄປຢ້ຽມຢາມ ແຂວງສະຫວັນນະເຂດ ເພື່ອຕິດຕາມຜົນໄດ້ຮັບຈາກການຮ່ວມມືທາງດ້ານສຸຂະພາບຂອງແມ່ ແລະ ເດັກ ແລະ ດ້ານໂພຊະນາການ ໃນ ສປປ ລາວ.

17 ກຸມພາ 2025
MOH, China and UNICEF visit to SVK.
UNICEF Laos/2025/KPhiennachit

ແຂວງ ສະຫວັນນະເຂດ, ວັນທີ 17 ກຸມພາ 2025 - ເພື່ອສະແດງໃຫ້ເຫັນເຖິງການຮ່ວມມືອັນພົ້ນເດັ່ນລະຫວ່າງປະເທດ, ຄະນະຜູ້ແທນຂັ້ນສູງ ນຳພາໂດຍ ກະຊວງສາທາລະນະສຸກ ແຫ່ງ ສປປ ລາວ, ລັດຖະບານແຫ່ງ ສປ ຈີນ ແລະ ອົງການຢູນິເຊັບ ໄດ້ເດີນທາງໄປຢ້ຽມຢາມ ແຂວງສະຫວັນນະເຂດ ເພື່ອຕິດຕາມຜົນໄດ້ຮັບຈາກການຮ່ວມມືທາງດ້ານສຸຂະພາບຂອງແມ່ ແລະ ເດັກ ແລະ ດ້ານໂພຊະນາການ ໃນ ສປປ ລາວ.

ການຢ້ຽມຢາມໃນຄັ້ງນີ້ ນຳພາໂດຍ ທ່ານ ດຣ. ໄພວັນ ແກ້ວປະເສີດ, ຮອງລັດຖະມົນຕີ ກະຊວງ ສາທາລະນະສຸກ, ທ່ານ ນາງ ຟາງຫົງ, ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ແລະ ທ່ານ ບິລາລ ອູແຣັງ ເຊັບ ດູຣານິ, ຜູ້ຕາງໜ້າ ອົງການຢູນິເຊັບ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມຈຸດບໍລິການດ້ານສາທາລະນະສຸກຫຼາຍແຫ່ງ ຢູ່ທີ່ ແຂວງສະຫວັນນະເຂດ ລວມມີສຸກສາລາ ດົງນາໄຊ, ໂຮງໝໍເມືອງ ອາດສະພັງທອງ ແລະ ໂຮງໝໍແຂວງ ສະຫວັນນະເຂດ.

ທ່ານ ໂພໄຊ ໄຂຄຳພິທູນ, ຮອງເຈົ້າແຂວງ ແຂວງ ສະຫວັນນະເຂດ, ໄດ້ໃຫ້ກຽດຕ້ອນຮັບຄະນະ ແລະ ທ່ານກໍ່ໄດ້ສະແດງຄວາມຂອບໃຈມາຍັງທີມງານ ອົງການຢູນິເຊັບ ແລະ ລັດຖະບານ ສປ ຈີນ: “ພວກເຮົາຂໍສະແດງຄວາມຂອບໃຈມາຍັງ ອົງການຢູນິເຊັບ ແລະລັດຖະບານ ສປ ຈີນ ທີ່ໄດ້ໃຫ້ການສະໜັບສະໜູນ ການຈັດຕັ້ງປະຕິບັດ ໂຄງການສົ່ງເສີມສຸຂະພາບແມ່ ແລະ ເດັກ ໃນ 5 ເມືອງເປົ້າໝາຍ.”

ໂຄງການດັ່ງກ່າວ ​ແມ່ນໄດ້ຮັບການສະ​ໜັບສະໜູນຈາກ ​ກະ​ຊວງ​ ການ​ຄ້າ​ ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ຊົນ​ຈີນ (MOFCOM) ແລະ ໄດ້ດຳເນີນການນັບຕັ້ງແຕ່ເດືອນ ຕຸລາ ປີ 2022 ຫາ ເດືອນ ກັນຍາ ປີ 2024. ໃນໄລຍະເບື້ອງຕົນຂອງໂຄງການ ແມ່ນໄດ້ສຸມໃສ່ການສ້າງຄວາມເຂັ້ມແຂງໃນລະດັບຊາດ ແລະ ທ້ອງຖິ່ນ ໃນການປ້ອງກັນ, ການບົ່ງມະຕິໃນໄລຍະເລີ່ມຕົ້ນ ແລະ ການບົ່ງຊີ້ເດັກທີ່ມີພາວະຂາດສານອາຫານ ພ້ອມການປັບປຸງການຄຸ້ມຄອງລະບົບຂົນສົ່ງອຸປະກອນດ້ານໂພຊະນາການ ແລະ ຢາ ໃຫ້ມີປະສິດທິພາບຫຼາຍຂຶ້ນ.

ບົນພື້ນຖານຂອງການ​ຮ່ວມ​ມືດັ່ງກ່າວ ກໍ​່ໄດ້​ເລີ່​ມດຳ​ເນີນ​ການ​ຮ່ວມ​ມື​ໃໝ່​ໃນ​ເດືອນ 12 ປີ 2024 ທີ່ຜ່ານມາກັບ ອົງການ CIDCA, ດ້ວຍ​ຈຳນວນ​ເງິນ​ລົງທຶນ 1,48 ລ້ານໂດລາສະຫະລັດ ເພື່ອ​ແນ​ໃສ່​ການແກ້​ໄຂ​ບັນຫາ​ການຂາດ​ສານ​ອາຫານ, ປັບປຸງ​ສຸຂະພາບ​ຂອງ​ເດັກນ້ອຍ ແລະ ສ້າງຄວາມເຂັ້ມແຂງດ້ານການ​ບໍລິການ ໃນການປົກປ້ອງເດັກນ້ອຍ ໃນ​ທົ່ວ​ປະ​ເທດ, ເຊິ່ງມີເດັກນ້ອຍຫຼາຍ​ກວ່າ 220,000 ຄົນ ທີ່ຈະໄດ້ຮັບຜົນປະໂຫຍດ ຈາກການຮ່ວມມືດັ່ງກ່າວ.

ທ່ານ ດຣ. ໄພວັນ ແກ້ວປະເສີດ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ມີຄຳເຫັນວ່າ: “ພວກ​ເຮົາ ຂໍສະແດງຄວາມຂອບໃຈ ຕໍ່ການ​ຮ່ວມ​ມື​ຂອງ ​ລັດຖະບານ​ ສປ ຈີນ ​ແລະ ອົງການຢູນິເຊັບ ເຊິ່ງ​ໄດ້ຊ່ວຍ​ຮັກສາຊີວິດ, ປັບປຸງສຸຂະພາບ ​ແລະ ຄຸນ​ນະພາ​ບການເປັນຢູ່​ຂອງ ​ແມ່ຍິງ ​ແລະ ​ເດັກນ້ອຍ​ ໃນ ​ທົ່ວ​ປະ​ເທດ.”

ທາງຄະນະນຳ ໄດ້ຮ່ວມສັງເກດການ ວິທີການຈັດຕັ້ງປະຕິບັດວຽກງານເຊື່ອມສານ ການບໍລິການສຸຂະພາບ ແລະ ໂພຊະນາການ ຂອງ ແມ່ ແລະ ເດັກ ເຊິ່ງລວມມີ ກິດຈະກຳການຝາກທ້ອງ ແລະ ການສັກຢາວັກຊີນ ໃຫ້ແກ່ແມ່ຍິງຖືພາ, ການນຳໃຊ້ ສາຍວັດແທກຮອບແຂນ ເພື່ອກັ່ນຕອງເດັກຂາດສານອາຫານກະທັນຫັນຮ້າຍແຮງ ເຊິ່ງເປັນວິທີທີ່ປະຢັດງົບປະມານ, ແລະ ການໃຫ້ອາຫານເສີມທາງການແພດ ເພື່ອປີ່ນປົວເດັກຂາດສານອາຫານກະທັນຫັນຮ້າຍແຮງ.

ທ່ານ​ ນາງ ຟາງ​ຫົງ, ​ເອກ​ອັກຄະ​ລັດຖະທູດ​ ສປ ຈີນ​ ປະຈໍາ ສປປ ລາວ, ໄດ້ປະກອບຄໍາເຫັນວ່າ: “ການຢ້ຽມຢາມ ແຂວງ ສະຫວັນນະເຂດ ໃນຄັ້ງນີ້ ໄດ້​ເນັ້ນໃຫ້ເຫັນ​ເຖິງ​ຄວາມພະຍາຍາມຮ່ວມຂອງພວກເຮົາ ໃນການແກ້ໄຂບັນຫາດ້ານສຸຂະພາບທີ່ພົ້ນເດັ່ນທີ່ສຸດໃນ ສປປ ລາວ. ການຊ່ວຍເຫຼືອຂອງ ສປ ຈີນ ຕໍ່ບັນດາໂຮງໝໍ ແລະ ສຸກສາລາ ເຫຼົ່ານີ້ ຍັງສະແດງໃຫ້ເຫັນເຖິງຄວາມ​ຮັບຜິດຊອບຂອງ ສປ ​ຈີນ​ ໃນ​ຖານະ​ເປັນປະເທດທີ່ມີບົດບາດ​ສຳຄັນ​ໃນໂລກ ​ແລະ ຄວາມ​ມຸ່ງໝັ້ນ ຂອງ​ພວກ​ເຮົາ ​ໃນ​ການ​ປັບປຸງ​ຄຸນນະພາບຊີວິດ​ຂອງ​ແມ່ ​ແລະ​ ເດັກ ໃນ ສປປ ​ລາວ.”

ໃນ​ລະຫວ່າງການ​ຢ້ຽມຢາມຄັ້ງນີ້, ຄະນະ​ຜູ້​ແທນຍັງ​ໄດ້​ພົບ​​ກັບ ​ອາສາ​ສະໝັກຂັ້ນ​ບ້ານ ​ເຊິ່ງມີ​ບົດບາດ​ສຳຄັນ ໃນ​ການ​ຊ່ວຍເຫຼືອ​ພະນັກງານ​ສາທາລະນະ​ສຸກ ​ແລະ ປຸກລະດົມ​ໃຫ້ປະຊາ​ຊົນມາໃຊ້​ບໍລິການ​ດ້ານ​ສຸຂະພາບ ອີກເຊັ່ນດຽວກັນ.

ທ່ານ ບິລາລ ອູແຣັງ ເຊັບ ດູຣານິ, ຜູ້ຕາງໜ້າ ອົງການຢູນິເຊັບ ປະຈຳ ສປປ ລາວ, ກໍ່ໄດ້ເນັ້ນເຖິງຄວາມສຳຄັນຂອງການພົວພັນຮ່ວມມືທີ່ເຂັ້ມແຂງ ໃນການປັບປຸງຜົນໄດ້ຮັບ ດ້ານສາທາລະນະສຸກ: “ໂຄງການຂອງພວກເຮົາ ໄດ້ສະແດງໃຫ້ເຫັນແລ້ວວ່າ ການຮ່ວມມື, ການມີສ່ວນຮ່ວມຂອງຊຸມຊົນ ແລະ ລະບົບສາທາລະນະສຸກທ້ອງຖິ່ນທີ່ເຂັ້ມແຂງນັ້ນ ສາມາດຊ່ວຍສ້າງການປ່ຽນແປງໃນທາງບວກໄດ້. ອົງການຢູນິເຊັບ ຍັງຄົງມຸ່ງໝັ້ນ ທີ່ຈະເຮັດວຽກຄຽງຄູ່ຮ່ວມພັດທະນາຂອງພວກເຮົາ ເພື່ອຮັບປະກັນໃຫ້ເດັກນ້ອຍທຸກຄົນໃນ ສປປ ລາວ ສາມາດເລີ່ມຕົ້ນຊີວິດທີ່ດີທີ່ສຸດ.”

ຕິດຕໍ່ຜູ້ຮັບຜິດຊອບຂ່າວ

Simon Nazer
Chief of Communication
UNICEF Lao PDR
ໂທລະສັບ: +856 2055519681
ອີເມວ: [email protected]

ກ່ຽວກັບອົງການຢູນິເຊັບ

ອົງການຢູນິເຊັບ ເຮັດວຽກໃນບາງບ່ອນ​ທີ່ຫຍຸ້ງຍາກ​ທີ່ສຸດ ເພື່ອເຂົ້າເຖິງເດັກທີ່ດ້ອຍໂອກາດທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດແຄວ້ນ​, ພວກເຮົາເຮັດວຽກເພື່ອເດັກ​ທຸກຄົນ ແລະ ໃນທຸກແຫ່ງຫົນ​ ເພື່ອສ້າງໂລກທີ່ດີກວ່າສໍາລັບທຸກຄົນ.

ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນິເຊັບ ແລະ ວຽກງານຂອງອົງການ​ເພື່ອ​ເດັກ​ ຈົ່ງ​ເຂົ້າເບິ່ງ www.unicef.org.

ຕິດຕາມອົງການຢູນິເຊັບ​ໃນ  Twitter and Facebook