ສປ.ຈີນ ຮ່ວມມືກັບລັດຖະບານ ແຫ່ງ ສປປ ລາວ ແລະ ອົງການຢູນີເຊັບ ສົ່ງມອບການຊ່ວຍເຫຼືອໃຫ້ແກ່ເດັກນ້ອຍ

06 ທັນວາ 2024
MoH, UNICEF, Chinese Embassy representatives gather for the new launch of partnership with the Gov of China.
UNICEF Laos/2024/KPhiennachit

ນະຄອນຫຼວງວຽງຈັນ, ວັນທີ 04 ທັນວາ 2024 – ການ​ຮ່ວມ​ມື​ແບບ​ພິ​ເສດ​ລະຫວ່າງ​ ສປ. ຈີນ, ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການຢູນີເຊັບ ໄດ້​ເລີ່​ມຂຶ້ນ​ໃນ​ມື້ນີ້ ເພື່ອ​ຕ້ານ​ພາວະການ​ຂາດ​ສານ​ອາຫານ​ຢ່າງ​ຮ້າຍ​ແຮງ, ການປັບປຸງ​ຜົນ​ໄດ້​ຮັບ​ດ້ານ​ສຸຂະພາບ​ຂອງ​ເດັກ ແລະ ​ການເພີ່ມ​ທະວີ​ການ​ບໍລິການໃນການ​ປົກ​ປ້ອງ​ເດັກ​ຢູ່  ສປປ ລາວ. ພາຍໃຕ້ການລົງທຶນ 1,5 ລ້ານໂດລາສະຫະລັດ, ການຮ່ວມມືຄັ້ງນີ້ສົ່ງຜົນປະໂຫຍດໂດຍກົງໃຫ້ແກ່ເດັກນ້ອຍ ແລະ ຄອບຄົວເປັນຈຳນວນຫຼາຍກວ່າ 221,000 ຄົນໃນທົ່ວປະເທດ ໂດຍສະເພາະແມ່ນຜູ້ທີ່ດ້ອຍໂອກາດ ທີ່ອາໄສຢູ່ໃນເຂດຫ່າງໄກສອກຫຼີກ.

ພາຍໃຕ້ໂຄງການຂໍ້​ລິ​ເລີ່ມນີ້, ສປ. ຈີນ​ໄດ້​ສະ​ໜອງ​ອຸ​ປະ​ກອນ​ຊ່ວຍ​ຊີ​ວິດ, ລວມທັງອາຫານບຳບັດພ້ອມໃຊ້ (RUTF) 6,200 ກ່ອງ ເຊິ່ງຈຳ​ເປັນສຳລັບ​ການ​ປິ່ນ​ປົວ​ພະ​ຍາດ​ຂາດ​ສານ​ອາ​ຫານ​​ຮ້າຍ​ແຮງ​ໃນ​ເດັກ, ລວມໄປເຖິງນົມທາງການແພດ, ຊຸດ​ອຸປະກອນປິ່ນ​ປົວ​ຄົນ​ເຈັບ​. ນອກຈາກ​ນີ້, ​ໂຄງການ​ຍັງ​ສົ່ງ​ເສີມ​ການສ້າງ​ຂີດຄວາມ​ສາມາດ​ໃນການຝຶກອົບຮົມພະນັກງານສາທາລະນະສຸກຈຳນວນ 600 ກວ່າຄົນ ແລະ ໃຫ້ແກ່ໂຮງໝໍແຂວງ 17 ແຫ່ງ​ ​ເພື່ອ​ປິ່ນປົວ​ພະຍາດ​ໃນ​ເດັກນ້ອຍ​ເຊັ່ນ: ພະຍາດປອດ​ບວມ ​ແລະ ຖອກທ້ອງ.

ທ່ານ ດຣ. ສະໜອງ ທອງຊະນະ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວເຖິງຄວາມສຳຄັນຂອງການຮ່ວມມືດ້ານການລິເລີ່ມດ້ານສາທາລະນະສຸກຂອງປະເທດ. "ການຮ່ວມມືກັບ ອົງການຢູນີເຊັບ ແລະ ລັດຖະບານແຫ່ງ ສປ. ຈີນ ແມ່ນມີຄວາມສໍາຄັນຕໍ່ການບັນລຸເປົ້າໝາຍດ້ານສຸຂະພາບ ແລະ ໂພຊະນາການຂອງພວກເຮົາ. ການ​ເລີ່ມ​ຕົ້ນ​ຂອງ​ການ​ຮ່ວມ​ມື​ໃໝ່​ນີ້​ຈະ​ສົ່ງ​ຜົນ​ກະ​ທົບທາງບວກຕໍ່ການ​ຊ່ວຍ​ຊີ​ວິດ​​ເດັກ​ນ້ອຍ ແລະ​ ຄອບ​ຄົວ​ໃນ​ທົ່ວ​ປະ​ເທດ,” ກ່າວໂດຍທ່ານ​ຮອງ​ລັດ​ຖະ​ມົນ​ຕີ​.

ຂໍ້ລິເລີ່ມດັ່ງກ່າວຍັງໃຫ້ບຸລິມະສິດແກ່ການບໍລິການໃນການປົກປ້ອງເດັກ, ການສະໜັບສະໜູນເດັກທີ່ມີຄວາມສ່ຽງຈຳນວນ 15,000 ຄົນ ໃນໂຮງຮຽນກິນນອນ ແລະ ການຈັດຫາພະນັກງານສັງຄົມສົງເຄາະໃນທົ່ວ 18 ແຂວງ ດ້ວຍການສະໜອງອຸປະກອນທີ່ຈຳເປັນສຳລັບການຕ້ານຄວາມຮຸນແຮງທາງເພດ ແລະ ການບໍລິການດ້ານສຸຂະພາບຈິດ.

Supplies handed over during the new partnership launch with the Gov of China.
UNICEF Laos/2024/KPhiennachit

“ການລິ​ເລີ່​ມ​ໂຄງການໃໝ່​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຫຼັກ​ການ​ພາຍໃຕ້ ຂໍ້​ລິ​ເລີ່ມ​ການ​ພັດ​ທະ​ນາ​ໂລກ ​ຂອງ ສປ. ​ຈີນ ພ້ອມທັ້ງ​ສະ​ແດງ​ໃຫ້​ເຫັນ​ເຖິງຄວາມໝຸ້ງໝັ້ນເອົາໃຈໃສ່​ຂອງ ສປ. ​ຈີນ ​ໃນ​ຖານະໜື່ງໃນປະເທດ​ຜູ້ນຳ​​ໂລກ.” ກ່າວໂດຍ ພະນະທ່ານ ນາງ ຟາງຫົງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ປະຈຳ ສປປ ລາວ. "ພວກເຮົາຫວັງວ່າໂຄງການນີ້ບໍ່ພຽງແຕ່ຈະຊ່ວຍເດັກນ້ອຍທີ່ປະສົບກັບບັນຫາການຂາດສານອາຫານ ແລະ ພະຍາດຕ່າງໆເທົ່ານັ້ນ, ແຕ່ຍັງຈະຊ່ວຍສະແດງເຖິງຄວາມສາມັກຄີລະຫວ່າງຜູ້ຄົນ ເເລະ ສັງຄົມ ພ້ອມເສີມສ້າງອະນາຄົດຮ່ວມກັນຂອງຊຸມຊົນພວກເຮົາ."

ທ່ານ ບີລາລ ອູແຣັງ ເຊັບ ດູຣານິ, ຜູ້ຕາງໜ້່າ ອົງການຢູນີເຊັບ ປະຈຳ ສປປ ລາວ, ກໍໄດ້​ຍົກ​ໃຫ້​ເຫັນເຖິງ​ທ່າ​ແຮງໃນການ​ສ້າງການປ່ຽນເເປງທີ່ດີຜ່ານ​ການ​ຮ່ວມ​ມືນີ້. “ຂໍ້​ລິ​ເລີ່ມ​ນີ້​ ແມ່ນ​​ຜົນ​ໄດ້​ຮັບທີ່ປະກົດຜົນ​ເປັນຈິງ​ຄື ການ​ຊ່ວຍ​ເຫຼືອ​ຊີ​ວິດ, ການປົກ​ປ້ອງ​ຜູ້​ທີ່ມີຄວາມສ່ຽງ​ ແລະ ການສ້າງ​ພື້ນ​ຖານທີ່ເຂັ້ມແຂງເພື່ອ​ອະ​ນາ​ຄົດ. ພ້ອມ​ກັນ​ນັ້ນ, ພວກ​ເຮົາ​ຈະ​ຮັບ​ປະ​ກັນ​ວ່າ ​ຈະບໍ່​ມີ​ເດັກ​ນ້ອຍຄົນໃດຖືກປະຖິ້ມຢູ່ທາງຫຼັງພຽງລຳພັງ ​ຢູ່ ສ​ປ​ປ ລາວ.”

ຜົນກະທົບທາງບວກທີ່ສາມາດວັດແທກໄດ້ຂອງໂຄງການລວມມີການປິ່ນປົວເດັກນ້ອຍຈຳນວນ 6,200 ຄົນທີ່ປະສົບກັບສະພາວະການຂາດສານອາຫານຢ່າງຮຸນແຮງ, ການປັບປຸງການເຂົ້າເຖິງການບໍລິການດ້ານສຸຂະພາບສໍາລັບເດັກນ້ອຍ 165,000 ຄົນທີ່ມີອາຍຸຕ່ໍາກວ່າ 5 ປີ ແລະ ການດູແລໃຫ້ແກ່ເດັກນ້ອຍເກີດໃໝ່ຈຳນວນ 34,000 ຄົນ. ນອກຈາກນັ້ນ, ກໍ່ມຸ່ງເນັ້ນໄປເຖິງການສ້າງລະບົບການບໍລິການດ້ານສຸຂະພາບ ແລະ ການບໍລິການສັງຄົມແບບຍືນຍົງ, ການຮັບປະກັນຜົນປະໂຫຍດອັນຍາວນານໃຫ້ແກ່ຄົນຮຸ່ນຫຼັງ.

ການ​ຮ່ວມ​ມື​ຄັ້ງ​ນີ້​ເປັນ​ສ່ວນ​ໜຶ່ງ​ຂອງ​ ຂໍ້​ລິ​ເລີ່ມ​ການ​ພັດ​ທະ​ນາ​ໂລກ (Global Development Initiative) ທີ່​ໄດ້​ຮັບ​ການຮັບຮອງ​ຈາກ​ ສປ. ຈີນ, ເຊິ່ງ​ສອດ​ຄ່ອງ​ກັບ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ລວມ​ທັງ​ການ​ຢຸດ​ຕິ​ຄວາມ​ອຶດ​ຫິວ, ປັບ​ປຸງ​ຜົນ​ໄດ້​ຮັບ​ດ້ານ​ສຸ​ຂະ​ພາບ ແລະ ການ​ລົບ​ລ້າງ​ຄວາມ​ຮຸນ​ແຮງ​ໃນເດັກ.

ການຈັດ​ຕັ້ງ​ປະຕິບັດ​ໂຄງການ​ແມ່ນຈະ​ສຸມໃສ່ 10 ​ແຂວງ​ທີ່​ມີທ່າແຮງ​ຄວາມຕ້ອງການຫຼາຍ, ​ໃນ​ນັ້ນ​ປະກອບມີ​ ແຂວງ​ຜົ້ງ​ສາລີ, ອັດ​ຕະປື ແລະ ​ຈໍາປາ​ສັກ ເພື່ອໃຫ້​ຮັບປະກັນ​ວ່າ ການ​ສະໜອງ​ການ​ບໍລິການ​ ​ແມ່ນຈະຖືກນຳໃຊ້ໃນເຂດທີ່​ຕ້ອງການ​ຫຼາຍ​ທີ່​ສຸດ. 

ຕິດຕໍ່ຜູ້ຮັບຜິດຊອບຂ່າວ

Simon Nazer
Chief of Communication
UNICEF Lao PDR
ໂທລະສັບ: +856 2055519681
ອີເມວ: [email protected]
Saykoson Sanoubane
Communication Officer
UNICEF Lao PDR
ໂທລະສັບ: +856 20 54005000
ອີເມວ: [email protected]

ກ່ຽວກັບອົງການຢູນິເຊັບ

ອົງການຢູນິເຊັບ ເຮັດວຽກໃນບາງບ່ອນ​ທີ່ຫຍຸ້ງຍາກ​ທີ່ສຸດ ເພື່ອເຂົ້າເຖິງເດັກທີ່ດ້ອຍໂອກາດທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດແຄວ້ນ​, ພວກເຮົາເຮັດວຽກເພື່ອເດັກ​ທຸກຄົນ ແລະ ໃນທຸກແຫ່ງຫົນ​ ເພື່ອສ້າງໂລກທີ່ດີກວ່າສໍາລັບທຸກຄົນ.

ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນິເຊັບ ແລະ ວຽກງານຂອງອົງການ​ເພື່ອ​ເດັກ​ ຈົ່ງ​ເຂົ້າເບິ່ງ www.unicef.org.

ຕິດຕາມອົງການຢູນິເຊັບ​ໃນ  Twitter and Facebook