ການໂຄສະນາເຜີຍແຜ່ແຄມເປນສົ່ງເສີມໂພຊະນາການຂອງແມ່, ເດັກອ່ອນ ແລະ ເດັກນ້ອຍ (MIYCN)

ແຄມເປນ MIYCN ມີຈຸດປະສົງເພື່ອສົ່ງເສີມມາດຕະຖານໃໝ່ຂອງພຶດຕິກໍາການໃຫ້ອາຫານຂອງແມ່ ແລະ ຄອບຄົວ, ປູກຝັງໃຫ້ມີຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບພຶດຕິກໍາທີ່ກ່ຽວຂ້ອງກັບໂພຊະນາການທີ່ດີ ແລະ ປັບປຸງຜົນໄດ້ຮັບດ້ານໂພຊະນາການສໍາລັບເດັກໃນ 1000 ມື້ທໍາອິດຂອງຊີວິດເຂົາເຈົ້າ.

Nutrition
UNICEF Laos/2021

ຢູ່ໃນ ສປປ ລາວ, ການຂາດສານອາຫານຍັງເປັນສິ່ງທ້າທາຍໃນການພັດທະນາອັນສໍາຄັນທີ່ສາມາດສົ່ງຜົນກະທົບໄລຍະຍາດຕໍ່ກັບເດັກ ແລະ ຂັດຂວາງບໍ່ໃຫ້ເຂົາເຈົ້າບັນລຸເປົ້າໝາຍອັນສູງສຸດໃນຊີວິດຂອງເຂົາເຈົ້າ. ກ່ຽວກັບເລື່ອງນີ້, ສປປ ລາວ ປະເຊີນກັບ “ພາລະສາມເທົ່າຂອງການຂາດສານອາຫານ” ຂາດສານອາຫານແບບຊໍາເຮື້ອ, ຂາດຈຸລະສານອາຫານ (“ຄວາມອຶດຫິວທີ່ຊ້ອນຢູ່”), ແລະ ທ່າອ່ຽງທີ່ພົ້ນເດັ່ນຂຶ້ນຂອງພາວະນໍ້າໜັກເກີນ ແລະ ໂລກອ້ວນ.

ເພື່ອປ້ອງກັນການຂາດສານອາຫານໃນເດັກໃນທົ່ວປະເທດ, ມັນສໍາຄັນທີ່ພວກເຮົາຕ້ອງເຂົ້າໃຈຕົວກໍານົດຂອງພຶດຕິກໍາ ແລະ ການປະຕິບັດທີ່ກ່ຽວຂ້ອງກັບໂພຊະນາການ. ໃນສະພາບການຂອງ ສປປ ລາວ, ຄວາມເຊື່ອທາງດ້ານວັດທະນະທໍາບາງຢ່າງ ແລະ ຄວາມເຂົ້າໃຈທີ່ບໍ່ຖືກຕ້ອງຂອງແມ່ກ່ຽວກັບພຶດຕິກໍາກ່ຽວຂ້ອງກັບໂພຊະນາການຍັງສືບຕໍ່ຢູ່, ເຊິ່ງສາມາດມີອິດທິພົນຕໍ່ພຶດຕິກໍາການໃຫ້ອາຫານຂອງແມ່ຍິງຖືພາ ແລະ ສົ່ງຜົນກະທົບທາງລົບຕໍ່ການຢູ່ລອດ, ການເຕີບໂຕ ແລະ ການພັດທະນາຂອງເດັກເກີດໃໝ່, ເດັກອ່ອນ ແລະ ເດັກນ້ອຍ.

ສະນັ້ນ, ໜຶ່ງໃນບູລິມະສິດຂອງໂຄງການໂພຊະນາການຂອງອົງການຢູນິເຊັບ ແມ່ນເພື່ອປັບປຸງການປະຕິບັດການລ້ຽງດູເດັກອ່ອນ ແລະ ເດັກນ້ອຍ. ໂດຍກ່ຽວເນື່ອງກັບເລື່ອງນີ້, ອົງການຢູນິເຊັບ ໂດຍການສະໜັບສະໜູນຂອງສະຫະພາບເອີຣົບ ກຳລັງເຮັດວຽກຮ່ວມກັບກະຊວງສາທາລະນະສຸກ ໃນການໂຄສະນາເຜີຍແຜ່ສົ່ງເສີມໂພຊະນາການຂອງແມ່, ເດັກອ່ອນ ແລະ ເດັກນ້ອຍ (MIYCN), ເຊິ່ງມີຈຸດປະສົງເພື່ອສົ່ງເສີມມາດຕະຖານໃໝ່ຂອງພຶດຕິກໍາການໃຫ້ອາຫານຂອງແມ່ ແລະ ຄອບຄົວ, ປູກຝັງໃຫ້ມີຄວາມເຂົ້າໃຈຫຼາຍຂຶ້ນໃນຊຸມຊົນກ່ຽວກັບພຶດຕິກໍາທີ່ກ່ຽວຂ້ອງກັບໂພຊະນາການທີ່ດີ ແລະ ປະກອບສ່ວນເຂົ້າໃນການປັບປຸງຜົນໄດ້ຮັບດ້ານໂພຊະນາການສໍາລັບເດັກໃນ 1000 ມື້ທໍາອິດຂອງຊີວິດເຂົາເຈົ້າ.

ເນື່ອງຈາກຍັງມີປະເພນີທີ່ບອກສອນກັນມາແບບປາກຕໍ່ປາກຂອງສັງຄົມລາວ ແລະ ລະດັບການຮູ້ໜັງສືທີ່ແຕກຕ່າງກັນໃນຄົວເຮືອນ ແລະ ຊຸມຊົນ, ແຄມເປນ MIYCN ຈະສຸມໃສ່ການເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບການໃຫ້ອາຫານຜ່ານສື່ກາງທີ່ມີຫຼາຍຮູບແບບເຊັ່ນ: ວິທະຍຸ, ໂທລະພາບ ແລະ ຮູບພາບ, ຄຽງຄູ່ກັບສື່ດິຈິຕອລ ແລະ ສື່ສັງຄົມອອນລາຍ ເພື່ອເຂົ້າເຖິງກຸ່ມເປົ້າໝາຍ.

ການໂຄສະນາສື່ມວນຊົນຫຼາຍຮູບແບບແມ່ນໄດ້ຮັບການແນະນຳໂດຍຍຸດທະສາດການສື່ສານເພື່ອການປ່ຽນແປງພຶດຕິ ກຳແຫ່ງຊາດ (SBCC) ກ່ຽວກັບໂພຊະນາການ, ເຊິ່ງໄດ້ຮ່ວມກັນພັດທະນາໂດຍລັດຖະບານແຫ່ງ ສປປ ລາວ ແລະ ບັນດາຄູ່ຮ່ວມພັດທະນາ, ລວມທັງສະຫະພາບເອີຣົບ, ທະນາຄານໂລກ, ອົງການຢູນິເຊັບ, ອົງການ FAO, ອົງການ WFP ແລະ ອົງການ USAID.

ຄາດວ່າການໂຄສະນາແຄມເປນດັ່ງກ່າວຈະດໍາເນີນເລີ່ມຕັ້ງແຕ່ເດືອນກັນຍາຫາເດືອນທັນວາ 2021.

Embedded video follows

ເບິ່ງວິດີໂອທັງໝົດກ່ຽວກັບໂພຊະນາການຂອງແມ່, ເດັກອ່ອນ ແລະ ເດັກນ້ອຍ

ດາວໂຫລດເຄື່ອງມືເພື່ອການສື່ສານທັງໝົດ ກ່ຽວກັບໂພຊະນາການຂອງແມ່, ເດັກອ່ອນ ແລະ ເດັກນ້ອຍ

ແບບສໍາຫຼວດໂພຊະນາການຂອງແມ່, ເດັກອ່ອນ ແລະ ເດັກນ້ອຍ

ຮ່ວມຕອບແບບສອບຖາມຂອງພວກເຮົາ ເພື່ອບອກໃຫ້ພວກເຮົາຮູ້ກ່ຽວກັບພຶດຕິກໍາການກິນຂອງທ່ານ

ຢ້ຽມຢາມເວັບໄຊທ

ວິດີໂອກ່ຽວກັບໂພຊະນາການຂອງແມ່, ເດັກອ່ອນ ແລະ ເດັກນ້ອຍ

ເບິ່ງວິດີໂອທັງໝົດກ່ຽວກັບໂພຊະນາການຂອງແມ່, ເດັກອ່ອນ ແລະ ເດັກນ້ອຍ

MIYCN ເດັກອ່ອນ ແລະ ເດັກນ້ອຍ

ດາວໂຫລດເຄື່ອງມືເພື່ອການສື່ສານທັງໝົດ ກ່ຽວກັບໂພຊະນາການຂອງແມ່, ເດັກອ່ອນ ແລະ ເດັກນ້ອຍ

ເບິ່ງບົດລາຍງານເຕັມ