ການສໍາຫຼວດດັດສະນີໝາຍສັງຄົມ ລາວ ໄດ້ສ່ອງແສງໃຫ້ເຫັນ ເຖິງ ຄວາມຕ້ອງການໃນການລົງທຶນທາງດ້ານຄຸນນະພາບຊີວິດຂອງແມ່ຍິງ ແລະ ເດັກນ້ອຍ.

ການສຳຫຼວດດັດສະນີໝາຍສັງຄົມລາວ ຄັ້ງທີ III ຫຼື LSIS III ເເມ່ນຜົນການສໍາຫຼວດລ່າສຸດຢູ່ໃນ ສປປ ລາວ ເເລະ ສະໜອງຂໍ້ມູນທີ່ມີມູນທີ່ສຳຄັນກ່ຽວກັບສະຫວັດດີການຂອງເດັກ, ໄວໜຸ່ມ, ແມ່ຍິງ ເເລະ ຄົວເຮືອນໃນທົ່ວປະເທດ.

14 ກຸມພາ 2025
LSIS III Launch Event.
UNICEF Laos/2025/KPhiennachit

ນະຄອນຫຼວງວຽງຈັນ, ວັນທີ 14 ເດືອນກຸມພາ 2025 - ສູນສະຖິຕິແຫ່ງຊາດ,ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບ ກະຊວງສາທາລະນະສຸກ ແລະ ກະ ຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມ ເຜີຍແຜ່ຜົນການສຳຫຼວດດັດສະນີໝາຍສັງຄົມລາວ ຄັ້ງທີ III (LSIS III), ການສຳຫຼວດດັ່ງກ່າວນີ້ ແມ່ນໄດ້ຮັບການສະໜັບສະໜູນ ທາງດ້ານເຕັກນິກ ແລະ ງົບປະມານຈາກ ອົງການສະຫະປະຊາຊາດ ສຳລັບເດັກ ແລະ ຄູ່ຮ່ວມພັດ ທະນາອື່ນໆ - ລວມທັງສະຫະພາບເອີຣົບ, ລັດຖະ ບານອົດສະຕຣາລີ, ສະຫະລັດອາເມຣິກາ, ລັດ ຖະບານລຸກຊຳບວກ ແລະ ອົງການ UNFPA. ການສຳຫຼວດໃນຄັ້ງນີ້ໄດ້ ສະໜອງຂໍ້ມູນທີ່ສຳຄັນກ່ຽວກັບ ຄວາມຄືບໜ້າ ແລະ ສິ່ງທ້າທາຍຂອງແມ່ຍິງ, ເດັກນ້ອຍແລະ ຄົວເຮືອນ.

ການສຳຫຼວດດັັດສະນີໝາຍສັງຄົມລາວ ຄັ້ງທີ III (LSIS III) ໄດ້ຢືນຢັນໃຫ້ເຫັນເຖິງຜົນປະໂຫຍດ ທີ່ສຳຄັນຂອງການຢູ່ລອດ ຂອງເດັກນ້ອຍ, ສຸຂະພາບຈະເລີນພັນ ແລະ ສຸຂະພາບຂອງແມ່ ແລະ ການເຂົ້າເຖິງນ້ຳດື່ມທີ່ສະອາດ. ການສຳຫຼວດຄັ້ງນີ້ໄດ້ສະແດງເຖິງຄວາມຕັ້ງໃຈຂອງລັດຖະບານໃນການລົງທຶນໃນການຜະລິດຂໍ້ມູນທີ່ມີຄຸນນະພາບ," ທ່ານ ນາງ. ພອນສາລີ ສຸກສະຫວັດ, ຫົວ ໜ້າສູນສະຖິຕິແຫ່ງ ຊາດໄດ້ກ່າວວ່າ: "ການສຳຫຼວດຄັ້ງນີ້ໄດ້ສ່ອງແສງໃຫ້ເຫັນເຖິງຄວາມພະຍາຍາມຂອງລັດຖະບານ ໃນການເລັ່ງ ລັດໃຫ້ມີຄວາມຄືບໜ້າໃນການປັບປຸງຄຸນນະພາບຂອງການດຳລົງຊີວິດຂອງບັນດາຄົວເຮືອນ ແລະເດັກນ້ອຍທີ່ມີຄວາມສ່ຽງທີ່ສຸດ."

ເຖິງຢ່າງໃດກໍຕາມ, ອັດຕາການເພີ່ມຂຶ້ນຂອງພາວະຂາດສານອາຫານ ແລະ ພາວະຈ່ອຍຜອມໃນເດັກນ້ອຍ, ຄວາມບໍ່ສະເໝີພາບ ທາງດ້ານ ການສຶກສາ ແລະ ອັດຕາການແຕ່ງງານຂອງເດັກທີ່ສູງ  ຍັງຄົງເປັນອຸປະສັກອັນໃຫຍ່ຫຼວງ. ຜູ້ຕາງໜ້າຈາກອົງການຢູນິເຊັບ ປະຈຳ ສປປ ລາວ, ທ່ານ ບິລາລ ອູແຣັບ ເຊັບ ດຸຣານິ  ໄດ້ເນັ້ນໜັກວ່າ: “ຜົນຕອບຮັບເຫຼົ່ານີ້ໄດ້ຍໍ້າເຕືອນພວກເຮົາວ່າ ເດັກນ້ອຍທຸກ ຄົນ, ບໍ່ວ່າຈະຢູ່ບ່ອນໃດກໍຕາມ, ສົມຄວນ ໄດ້ຮັບການດູແລສຸຂະພາບທີ່ມີຄຸນນະພາບ, ໂພຊະນາການທີ່ພຽງພໍ, ການປົກປ້ອງ ແລະ ໂອກາດທີ່ຈະຮຽນຮູ້ ແລະ ຈະເລີນເຕີບໃຫຍ່. ການສຳຫຼວດດັັດສະນີໝາຍສັງຄົມລາວຄັ້ງທີ III (LSIS III) ຈະນໍາພາຄວາມພະຍາ ຍາມຮ່ວມກັນຂອງພວກເຮົາກັບລັດຖະບານ ແລະ ຄູ່ຮ່ວມງານ ເພື່ອຮັບ ປະກັນບໍ່ໃຫ້ເດັກຖືກປະຖິ້ມໄວ້ຂ້າງຫຼັງ.

ໃນຂະນະທີ່ ສປປ ລາວ ກຳລັງກະກຽມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ໃນປີ 2025 ໃຫ້ສຳເລັດ, ຫຼັກຖານຈາກການສຳຫຼວດດັດສະນີໝາຍສັງຄົມລາວຄັ້ງທີ III (LSIS III) ຈະມີຄວາມສຳຄັນຕໍ່ການສ້າງນະໂຍບາຍ ສົ່ງເສີມສິດທິເດັກ. ການເພີ່ມທະວີການເຂົ້າເຖິງການສຶກສາທີ່ມີຄຸນນະພາບ ແລະ ການດູແລສຸຂະພາບ, ການຫຼຸດ ຜ່ອນຄວາມບໍ່ເທົ່າ ທຽມກັນໃນທົ່ວພາກພື້ນ, ກຸ່ມຊົນເຜົ່າທີ່ມີຫຼາກຫຼາຍພາສາ ແລະ ລະດັບລາຍໄດ້, ຜົນຂອງການສຳຫຼວດໄດ້ສະໜອງຂໍ້ມູນ ສໍາລັບ ການສ້າງແຜນຈັດຕັ້ງປະຕິບັດເພື່ອ ເຮັດໃຫ້ເດັກເປັນຈຸດສູນກາງຂອງການພັດທະນາຂອງປະເທດຊາດ.

The LSIS III Survey Findings Report.
UNICEF Laos/2025/KPhiennachit

ທ່ານ ນາງ ເຄດ ກູດຟຣຸດ ເລຂານຸການຮັບຜິດຊອບວຽກງານການເມືອງແລະ ການພັດທະນາອົດສະຕຣາລີ ກ່າວວ່າ: “ຂໍ້ມູນທີ່ຖືກຕ້ອງ ແລະ ທັນເວລາແມ່ນມີຄວາມສຳຄັນຕໍ່ກັບການປັບປ່ຽນແກ້ ໄຂທີ່ຕອບສະໜອງຄວາມຕ້ອງການຂອງເດັກ ແລະ ຄອບຄົວ. ການສຳຫຼວດຕົວຊີ້ວັດສັງຄົມລາວຄັ້ງທີ III (LSIS III) ຊ່ວຍໃຫ້ ພວກເຮົາທຸກຄົນເຂົ້າ ໃຈຊ່ອງຫວ່າງໄດ້ດີຂຶ້ນ ແລະ ເຮັດວຽກຮ່ວມກັນກັບ ສປປ ລາວ ເພື່ອແກ້ໄຂໃຫ້ສອດຄ່ອງກັບບັນດາບູລິມະ ສິດແຫ່ງຊາດ ແລະ ຂອບສິດທິເດັກໃນທົ່ວໂລກ.”

ເອກອັກຄະລັດຖະທູດສະຫະພາບ ເອີຣົບ, ທ່ານ ມາກ ກາລາເຮີ ໄດ້ກ່າວວ່າ: “ສະຫະພາບເອີຣົບໃຫ້ການຢືນຢັນຢ່າງໜັກແໜ້ນກັບ ສປປ ລາວ ຕໍ່ຄວາມ ພະຍາຍາມຂອງຕົນ ເພື່ອຮັບປະກັນໃຫ້ເດັກທຸກຄົນສາມາດເຕີບໃຫຍ່, ມີການສຶກສາ ແລະ ປະສົບຜົນສຳເລັດ. ພວກເຮົາ ເຊື່ອວ່າ ຂໍ້ມູນທີ່ເຂັ້ມແຂງ ແລະ ເຊື່ອຖືໄດ້ແມ່ນພື້ນຖານຂອງການສ້າງນະໂຍບາຍທີ່ມີປະສິດທິພາບ.”

ຜູ້ຕາງໜ້າຈາກອົງການ UNFPA ກ່າວວ່າ: “ການລົງທຶນໃສ່ສຸຂະພາບຂອງແມ່ ແລະ ສະຫວັດດີການຂອງໄວໜຸ່ມ ແມ່ນພື້ນຖານ ຂອງການພັດທະນາແບບຍືນຍົງ. ການສຳຫຼວດຕົວຊີ້ວັດສັງຄົມລາວຄັ້ງທີ III (LSIS III) ຊ່ວຍໃຫ້ພວກເຮົາສາມາດຕິດຕາມຄວາມ ຄືບໜ້າ ແລະ ຊີ້ບອກພື້ນທີ່ທີ່ຕ້ອງການຄວາມເອົາໃຈໃສ່ຢ່າງຮີບດ່ວນ.”

ເອກອັກຄະລັດຖະທູດລຸກຊຳບວກທ່ານ ໂທມັສ ລຳມາ ໄດ້ກ່າວວ່າ: “ລຸກຊຳບວກພາກພູມໃຈທີ່ໄດ້ສະໜັບສະໜູນ ສປປ ລາວ ໃນການພັດທະນາສັງຄົມ ທີ່ມີຄວາມສະເໝີພາບ. ການຄົ້ນພົບເຫຼົ່ານີ້ຈະນໍາພາຄວາມພະຍາຍາມຂອງການຮ່ວມມືໃນອະນາຄົດເພື່ອບັນລຸບ່ອນທີ່ມີຄວາມສ່ຽງ ທີ່ສຸດ.”

ກ່ຽວກັບອົງການຢູນິເຊັບ

ອົງການຢູນິເຊັບ ເຮັດວຽກໃນບາງບ່ອນ​ທີ່ຫຍຸ້ງຍາກ​ທີ່ສຸດ ເພື່ອເຂົ້າເຖິງເດັກທີ່ດ້ອຍໂອກາດທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດແຄວ້ນ​, ພວກເຮົາເຮັດວຽກເພື່ອເດັກ​ທຸກຄົນ ແລະ ໃນທຸກແຫ່ງຫົນ​ ເພື່ອສ້າງໂລກທີ່ດີກວ່າສໍາລັບທຸກຄົນ.

ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນິເຊັບ ແລະ ວຽກງານຂອງອົງການ​ເພື່ອ​ເດັກ​ ຈົ່ງ​ເຂົ້າເບິ່ງ www.unicef.org.

ຕິດຕາມອົງການຢູນິເຊັບ​ໃນ  Twitter and Facebook