ການພັດທະນາເດັກກ່ອນໄວຮຽນ
ຍິ່ງເລີ່ມໄວເທົ່າໃດຍິ່ງດີ
- ສາມາດມີໃນ:
- English
- ລາວ
ສິ່ງທ້າທາຍ
ໄລຍະຕົ້ນໆຂອງຊີວິດມີຜົນກະທົບຢ່າງເລິກເຊິ່ງຕໍ່ອະນາຄົດຂອງເດັກ. ໃນເວລາທີ່ເດັກໄດ້ຮັບຄວາມຮັກ, ການບໍາລຸງ ແລະ ດູແລ ໃນສະພາບແວດລ້ອມທີ່ປອດໄພ ແລະ ມີການກະຕຸ້ນທີ່ດີ, ເດັກຈະພັດທະນາຄວາມຮູ້ ແລະ ທັກສະທີ່ພວກເຂົາຕ້ອງການເພື່ອຮັບເອົາໂອກາດ ແລະ ຫລຸດພົ້ນອອກຈາກຄວາມທຸກຍາກ.
ໃນທົດສະວັດທີ່ຜ່ານມາ, ສປປ ລາວ ໄດ້ເຫັນການປັບປຸງທີ່ສຳຄັນໃນທັງສອງຜົນ ໄດ້ຮັບດ້ານສຸຂະພາບ ແລະ ສັງຄົມສຳລັບເດັກ, ແລະ ປະເທດລາວ ຍັງສ້າງຄວາມຄືບໜ້າຢ່າງຕໍ່ເນື່ອງ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ. ເຖິງຢ່າງໃດກໍຕາມ, ສິ່ງທ້າທາຍສຳລັບເດັກລາວກໍ່ຍັງມີຢູ່.
27% ຂອງເດັກອາຍຸຕໍ່າກວ່າ 5 ປີ ແມ່ນມີນໍ້າໜັກຕໍ່າກວ່າເກນອາຍຸ, ແລະ 36% ແມ່ນເດັກຂາດສານອາຫານຊໍາເຮື້ອ (ເຕັ້ຍ); ອັດຕາການຕາຍຂອງເດັກຍັງມີສູງເຖິງ 88 ຕໍ່ 1,000 ເກີດມີຊີວິດ, ແລະ ອັດຕາການປົກຄຸມຂອງການສັກຢາກັນພະຍາດຍັງຕໍ່າ; ຫຼາຍກວ່າສາມສ່ວນສີ່ຂອງເດັກອາຍຸ 2 ຫາ 14 ປີ ໄດ້ຮັບການຂົ່ມຂູ່ທາງຈິດໃຈ ຫຼື ຮ່າງກາຍຢ່າງໜ້ອຍໜຶ່ງຮູບແບບ ຈາກຜູ້ໃຫຍ່ໃນຄອບຄົວຂອງພວກເຂົາ; ແລະ ເກືອບ 40% ຂອງປະຊາກອນທັງໝົດບໍ່ມີວິດຖ່າຍ. ປະມານ 70% ຂອງເດັກອາຍຸ 5 ປີບໍ່ໄດ້ຮັບການສຶກສາກ່ອນໄວຮຽນ.
ຍິ່ງໄປກວ່ານັ້ນ, ຂໍ້ມູນລວມຍັງເຊື່ອງຄວາມແຕກຕ່າງທາງດ້ານພູມສັນຖານ, ເພດ, ສັງຄົມ ແລະ ຊົນເຜົ່າ. ເດັກທີ່ມາຈາກເຂດຊົນນະບົດ, ເດັກຍິງ, ແລະ ເດັກນ້ອຍທີ່ມາຈາກຊຸມຊົນທີ່ບໍ່ແມ່ນເຜົ່າລາວ-ໄຕ ຍັງມີຄວາມທຸກຍາກຫຼາຍກວ່າ, ເມື່ອເບິ່ງຕາມຕົວຊີ້ວັດ ດ້ານສຸຂະພາບ, ໂພຊະນາການ, ການສຶກສາ ແລະ ການປົກປ້ອງ. ມີຄວາມຈຳກັດໃນການເຂົ້າເຖິງຂໍ້ມູນຂ່າວສານ ແລະ ການບໍລິການ, ມາດຕະຖານທາງດ້ານສັງຄົມ ແລະ ວັດທະນະທຳ, ແລະ ຂໍ້ຈໍາກັດດ້ານເສດຖະກິດແມ່ນບາງປັດໄຈສຳຄັນທີ່ເຮັດໃຫ້ເກີດບັນຫາດັ່ງກ່າວ.
ວິທີແກ້ໄຂ
ອົງການຢູນິເຊັບ ເຊື່ອວ່າການພັດທະນາເດັກກ່ອນໄວຮຽນ ແມ່ນພື້ນຖານຂອງການຮຽນຮູ້ຕະຫຼອດຊີວິດ ແລະ ການປະສົບຜົນສຳເລັດ. ອົງການຢູນິເຊັບ ສະໜັບສະໜູນການພັດທະນາເດັກກ່ອນໄວຮຽນຢ່າງຮອບດ້ານ ເຊິ່ງລວມມີ ການສຶກສາ, ການຮັກສາສຸຂະພາບ, ໂພຊະນາການ, ການສົ່ງເສີມສຸຂະອານາໄມ, ການປ້ອງກັນ ແລະ ການກະຕຸ້ນທາງດ້ານສະຕິປັນຍາ, ຕັ້ງແຕ່ໄລຍະຖືພາຈົນເຖິງອາຍຸ 8 ປີ ເພື່ອຊ່ວຍເດັກນ້ອຍໃຫ້ບັນລຸຄວາມສາມາດທີ່ບົ່ມຊ້ອນໄດ້ຢ່າງເຕັມສ່ວນ.
ແຜນງານທີ່ກ່ຽວຂ້ອງກັບການພັດທະນາເດັກກ່ອນໄວຮຽນຂອງ ອົງການຢູນິເຊັບ ປະກອບມີຢູ່ໃນ 7 ແຂວງບູລິມະສິດ, ເຊິ່ງເດັກນ້ອຍ, ຄອບຄົວ ແລະ ຊຸມຊົນຂອງພວກເຂົາ ເພິ່ງພໍໃຈໃນການເຂົ້າເຖິງການບໍລິການຂັ້ນພື້ນຖານ. ຄວາມພະຍາຍາມເຫຼົ່ານີ້ນຳໃຊ້ທັງໃນການສະໜອງການບໍລິການ ແລະ ການສ້າງຄວາມຕ້ອງການ ເພື່ອພັດທະນາຄວາມສາມາດໃຫ້ແກ່ອຳນາດການປົກຄອງແຂວງ ແລະ ເມືອງ ກໍຄື ຄອບຄົວ ແລະ ຊຸມຊົນ.
ຍິ່ງໄປກວ່ານັ້ນ, ເພື່ອເປັນການຮັບຮູ້ເຖິງຜົນກະທົບໃນທາງບວກ ທີ່ການພັດທະນາເດັກກ່ອນໄວຮຽນມີຕໍ່ຊີວິດຂອງເດັກ, ແລະ ຍອມຮັບວ່າພໍ່ແມ່ ແລະ ຜູ້ປົກຄອງ ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເດັກກ່ອນໄວຮຽນ ສໍາລັບລູກຫຼານຂອງພວກເຂົາ, ອົງການຢູນິເຊັບ ປະຈຳ ສປປ ລາວ ກຳລັງສຸມໃສ່ການພັດທະນາແຜນງານສໍາລັບພໍ່ແມ່ທີ່ສົມບູນແບບ ແລະ ຍືນຍົງ. ຈຸດປະສົງໃນສຶກສາອົບຮົມພໍ່ແມ່ ແລະ ຜູ້ປົກຄອງ ແມ່ນໃຫ້ມີຄວາມຮູ້ ແລະ ທັກສະທີ່ຈຳເປັນ ເພື່ອຮັບປະກັນໃຫ້ມີພັດທະນາການກ່ອນໄວຮຽນທີ່ດີທີ່ສຸດສຳລັບລູກຫຼານຂອງພວກເຂົາ ແລະ ຫລຸດຜ່ອນຜົນກະທົບຈາກປັດໄຈສ່ຽງພາຍນອກ ທີ່ມີຢູ່ ແລະ ອາດເກີດຂຶ້ນໄດ້. ໂດຍການຮ່ວມມື ກັບ ສະຫະພັນແມ່ຍິງລາວ ແລະ ການມີສ່ວນຮ່ວມຂອງບັນດາກະຊວງ, ແຜນງານການສຶກສາອົບຮົມພໍ່ແມ່ແບບຄົບຊຸດ ເພື່ອການພັດທະນາເດັກກ່ອນໄວຮຽນຈະຖືກສ້າງຂຶ້ນໃນທ້າຍປີ 2018