ການເປີດໂຕພາກທີ່ 2 ຂອງຊຸດໂທລະພາບການພັດທະນາເດັກກ່ອນໄວຮຽນ “ເຮືອນຂອງຂ້ອຍ“

“ເຮືອນຂອງຂ້ອຍ“ ພາກໃໝ່ເເມ່ນໄດ້ສ້າງຂຶ້ນບົນຄວາມສຳເລັດຂອງພາກທຳອິດທີ່ໄດ້ເປີດໃນປີ 2020.

29 ຕຸລາ 2021
People speaking
UNICEF Laos/2021/SSanoubane

ນະຄອນຫຼວງວຽງຈັນ, ວັນທີ 29 ເດືອນຕຸລາ ປີ 2021 – ໃນມື້ນີ້, ​ກະຊວງສຶກສາທິການ ແລະ ກິລາ, ກະຊວງຖະແຫຼ​ງຂ່າວ, ວັດທະ ນະທຳ ແລະ ການທ່ອງທ່ຽວ, ແລະ ອົງການຢູນີເຊັບ, ພ້ອມດ້ວຍ​ ​ກອງທຶນຮ່ວມມືສາກົນເພື່ອການສຶກສາ (GPE), ສະຫະພາບເອີຣົບ (EU) ແລະ ອົງການ USAID ໄດ້ເປີດ​ໂຕພາກ​​ 2 ​ຂອງຊຸດໂທລະພາບ​ການພັດທະນາເດັກກ່ອນໄວຮຽນ​ (ECD)ເຮືອນຂອງ​ຂ້ອຍທີ່ໄດ້ຮັບຄວາມນິຍົມຊົມຊອບ ເເລະ ​ສ້າງຂຶ້ນເພື່ອສົ່ງເສີມການພັດທະນາດ້ານ​ຮ່າງກາຍ, ສະຕິປັນຍາ, ສັງຄົມ ແລະ ຈິດ​ໃຈ ຂອງເດັກ​ນ້ອຍກ່ອນໄວຮຽນ​, ພ້ອມທັງສົ່ງເສີມການຮຽນຮູ້ຂອງເຂົາເຈົ້າໃນ​ຊ່ວງການລະບາດຂອງພະຍາດ ໂຄວິດ-19.

ພິທີ​ເປີດລາຍການສຳລັບ ເຮືອນຂອງ​ຂ້ອຍພາກ​​ 2 ນິ້ເເມ່ນໄດ້ຈັດຂຶ້ນທີ່ສູນໄອຊີທີຂອງກະຊວງສຶກສາທິການ ແລະ ກິລາ​ ໂດຍມີຜູ້ເຂົ້າຮ່ວມ ທາງໄກເປັນສ່ວນໃຫຍ່ ເເລະ ໃຫ້ກຽດເປັນປະທານຮ່ວມໂດຍ​ພະນະທ່ານ ປອ ນາງ ​ສີ​ສຸກ ວົງ​ວິ​ຈິດ, ຮອງ​ລັດຖະມົນຕີ​ກະຊວງ​ສຶກສາ​ທິການ ​ແລະ ກິລາ, ທ່ານ ​ວັນສີ​ ກົວ​ມົວ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫຼງ​ຂ່າວ, ວັດ​ທະ​ນະ​ທຳ ແລະ ການທ່ອງ​ທ່ຽວ ແລະ ທ່ານນາງ ດຣ. ເພຍ ເຣເບນໂລ ບຣິໂຕ, ຜູ້ຕາງໜ້າອົງການຢູນິເຊັບປະຈຳ ສປປ ລາວ.

ທ່ານນາງ ປອ ​ສີ​ສຸກ ວົງ​ວິ​ຈິດ, ຮອງ​ລັດຖະມົນຕີ​ກະຊວງ​ສຶກສາ​ທິການ ​ແລະ ກິລາ ກ່າວວ່າ: ລາຍການໂທລະພາບສຳລັບເດັກກ່ອນໄວພາກ​ທີ 2 ຂອງ ເຮືອນຂອງ​ຂ້ອຍນັ້ນແມ່ນທັນເວລາ ເນື່ອງຈາກວ່າຄອບຄົວ ແລະ ເດັກນ້ອຍໃນ ສປປ ລາວ ຍັງສືບຕໍ່ປະສົບກັບຄວາມຫຍຸ້ງຍາກໃນຊີວິດປະຈຳວັນ​ເນື່ອງຈາກການລະບາດຂອງພະຍາດ ໂຄວິດ-19, ລວມທັງການປິດໂຮງຮຽນ.  ຂ້າພະເຈົ້າ​ຫວັງຢ່າງຍິ່ງ​ວ່າ ເຮືອນຂອງ​ຂ້ອຍ​ຈະເປັນວິທີການຮຽນທີ່ສໍາຄັນອັນໜື່ງສໍາລັບພໍ່ແມ່ທັງຫຼາຍເພື່ອຊ່ວຍອໍານວຍຄວາມສະດວກໃນການຮຽນຮູ້ຂອງລູກຂອງຕົນ​ໃນຊ່ວງເວລາທີ່ທ້າທາຍນີ້ ແລະ ເປັນການປູກຈິດສໍານຶກໃຫ້ລູກຫຼານໃນ​ການຮັກສາສຸຂະອະນາໄມໃຫ້ເປັນປະຈຳເພື່ອຊ່ວຍປ້ອງກັນຕົນເອງຈາກພະຍາດ ໂຄວິດ-19.

ພາກ​ໃໝ່ຂອງຊຸດໂທລະພາບ​ການພັດທະນາເດັກກ່ອນໄວຮຽນນີ້​, ເຊີ່ງຍັງມີ​ພາສາມືສໍາລັບຜູ້ຊົມ ອີກດ້ວຍ, ມີທັງໝົດ 12 ຕອນທີ່ຈະ ລວມເອົາຂໍ້ຄວາມຕ່າງໆກ່ຽວກັບການປ້ອງກັນ , ຄວບຄຸມແລະສະກັດກັ້ນ ພະຍາດ ໂຄວິດ-19 ເຂົ້າໃນເນື້ອໃນເລື່ອງ​, ລວມທັງການຮັກສາສຸຂະພາບ,ສຸຂະອະນາໄມ, ​ຄຽງຄູ່ໄປກັບກິດຈະກຳການຮຽນຮູ້ແບບ​ມ່ວນໆ​ທີ່ໃຫ້ຄວາມຮູ້ພື້ນຖານສຳລັບເດັກ​ ເຊັ່ນ: ພະຍັນຊະນະ​, ຕົວເລກ, ສີ, ຮູບຊົງ​ ແລະ ຫົວຂໍ້ອື່ນໆ​ເພື່ອຊ່ວຍກຽມຄວາມພ້ອມປະຖົມໃນການເຂົ້າ​ຮຽນຊັ້ນປະຖົມສຶກສາ ປີທີ 1. ຊຸດນີ້ຍັງມີອົງ​ປະກອບທີ່ແນໃສ່ຜູ້ເບິ່ງແຍງດູແລກ່ຽວກັບວິທີທີ່ພວກເຂົາເຈົ້າ​ສາມາດສົ່ງເສີມການຮຽນຮູ້ຂອງເດັກ​ໂດຍຜ່ານການຫຼິ້ນອີກດ້ວຍ.

ເຮືອນຂອງ​ຂ້ອຍ ພາກ​ 2 ເເມ່ນຈະໄດ້ອອກອາກາດຜ່ານທາງ ໂທລະພາບແຫ່ງຊາດລາວ ຊ່ອງ 3, ໂທລະພາບລາວສະຕາ ແລະ ສະຖານີໂທລະພາບ ຂອງກະຊວງສຶກສາທິການ ແລະ ກິລາ ຊ່ອງ 8 ຂອງສັນຍານດາວທຽມ ລາວເແຊັດ (LaoSat Channel 8). ນອກຈາກນີ້, ລາຍການກດັ່ງກ່າວຍັ່ງຈະໄດ້ເຜີຍແຜ່ຜ່ານທາງສື່ສັງຄົມອອນລາຍ, ຢູທູບ ເເລະ ແພລັດຟອມ ການຮຽນ-ການສອນແບບດິຈີຕອນ “ຄັງປັນຍາລາວ” ຂອງ ກະຊວງສຶກສາທິການ ແລະ ກິລາ ອີກດ້ວຍ.

ທ່ານ ​ວັນສີ​ ກົວ​ມົວ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫຼງ​ຂ່າວ, ວັດ​ທະ​ນະ​ທຳ ແລະ ການທ່ອງ​ທ່ຽວ ກ່າວວ່າ:  ““ເຮືອນຂອງ​ຂ້ອຍພາກ 2  ແມ່ນຜົນໄດ້ຮັບຂອງການຮ່ວມມືອັນໃຫຍ່ຫຼວງລະຫວ່າງ​ ກະຊວງ​ສຶກສາ​ທິການ ​ແລະ ກິລາ​; ກະ​ຊວງ​ຖະ​ແຫຼງ​ຂ່າວ, ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ; ໂທລະພາບ​ Lao Star ແລະ ອົງການຢູນິເຊັບ, ໂດຍໄດ້ຮັບການສະໜັບສະໜູນຈາກ EU, GPE ແລະ ອົງການ USAID. ກະ​ຊວງ​ຖະ​ແຫຼງ​ຂ່າວ, ວັດ​ທະ​ນະ​ທຳ ແລະ ທີ່ດີທ່ອງ​ທ່ຽວ ຮູ້ສຶກດີໃຈທີ່ສຸດຕໍ່​ຜົນໄດ້ຮັບຂອງການຮ່ວມມືທີ່ດີນີ້ ແລະ ພວກເຮົາຫວັງວ່າພາກ​ທີ 2 ຈະປະກອບສ່ວນເຂົ້າໃນການສະໜອງສື່ທີ່ມີຄຸນນະພາບ, ໂດຍສະເພາະແມ່ນ​ເນັ້ນໃສ່ເພື່ອຕອບສະໜອງຕໍ່ປະສົບການຂອງເດັກອາຍຸກ່ອນໄວຮຽນ​ໃນ ສປປ ລາວ. 

ເຮືອນຂອງ​ຂ້ອຍເເມ່ນມີເນື້ອໃນຂອງເລື່ອງ​, ຕົວລະຄອນ​ ແລະ ດົນຕີ ຊຶ່ງ​ເປັນ​​ເອກະລັກສະເພາະຂອງລາວ. ເຮືອນຂອງ​ຂ້ອຍ ເເມ່ນມີການ​ປະສົມປະສານ ຂອງຮູບພາບອະນິເມຊັນຕ່າງໆ ແລະ ການພັດທະນາຂອງລາຍການດັ່ງກ່າວ​ແມ່ນໄດ້ລວບລວມເອົາ ບັນດານັກສິນລະປິນລາວທີ່ມີພອນສະຫວັນ ໃນ ສປປ ລາວ ທີ່ພ້ອມເປີດໃຈຮັບເອົາສິ່ງໃຫມ່ໆ ແລະ ມີແນວຄິດສ້າງສັນເປັນພິເສດ.

ທ່ານນາງ ດຣ. ເພຍ ເຣເບນໂລ ບຣິໂຕ, ຜູ້ຕາງໜ້າອົງການຢູນິເຊັບປະຈຳ ສປປລາວ, ກ່າວວ່າ: ຄວາມສາມາດຂອງເດັກໃນການຈິນຕະນາການ, ການສ້າງຄວາມສໍາພັນ ແລະ ການດຳລົງຊີວິດຕາມຄວາມສາມາດເຕັມທີຂອງຕົນແມ່ນກ່ຽວຂ້ອງໂດຍກົງກັບຜົນກະທົບທີ່ປະສານສົມທົບກັນ​ຂອງສຸຂະພາບ ເເລະ ໂພຊະນາການທີ່ດີ, ພ້ອມດ້ວຍ ການກະຕຸ້ນ ແລະ ການເບິ່ງແຍງດູແລທີ່ເໝາະສົມຈາກພໍ່ແມ່. ການປະສົມປະສານຄວາມລະຫວ່າງ ​​ທຳມະຊາດຂອງເດັກ ແລະ ການລ້ຽງດູຈາກພໍ່ເເມ່ນັ້ນເປັນການສ້າງພື້ນຖານໃຫ້ແກ່​ອະນາຄົດຂອງເດັກ ແລະ ເປັນຄວາມຫວັງອັນຈິງໃຈຂອງຂ້າພະເຈົ້າ​ວ່າ ເຮືອນຂອງ​ຂ້ອຍ​, ທັງພາກ​ທີ 1 ແລະ 2, ຈະເປັນ​ການປະກອບສ່ວນທີ່ສຳຄັນຕໍ່ການສ້າງອະນາຄົດທີ່ດີທີ່ສູດໃຫ້ກັບເດັກ​ນ້ອຍລາວທຸກຄົນ.​ 

ນອກ​ຈາກ​ລາຍການ​ໂທລະພາບ​ແລ້ວ, ຍັງມີ​ປຶ້ມ​ນິທານ 12 ເລື່ອງ ທີ່ໄດ້ຖືກພັດທະນາຂຶ້ນໂດຍອີງໃສ່ເນື້ອເລື່ອງຂອງ ເຮືອນຂອງ​ຂ້ອຍ ພາກ​ 1 ອີກດ້ວຍ, ເຊີ່ງການພັດທະນາປຶ້ມ​ນິທານດັ່ງກ່າວເເມ່ນໄດ້ດຳເນີນ​​ພາຍ​ໃຕ້​ການ​ນຳພາ​ຂອງ​ກະຊວງ​ສຶກສາ​ທິການ ​ແລະ ກິລາ. ປຶ້ມ​ນິທານ ເຮືອນຂອງ​ຂ້ອຍ ເເມ່ນໄດ້ຈັດ​ພິມ ​ ແລະ ແຈກຢາຍ​ໃຫ້ໂຮງຮຽນອະນຸບານ, ຫ້ອງກຽມ​ປະຖົມ,ກຸ່ມຮຽນຜ່ານການຫ​ຼິ້ນ, ຊັ້ນປ 1 ແລະ ປ 2 ໃນຂອບເຂດທົ່ວປະເທດເເລ້ວ ດ້ວຍ​ການສະໜັບສະໜູນຈາກ ອົງການຢູນິເຊັບ​ ແລະ ບັນດາຄູ່ຮ່ວມງານ. ນອກຈາກນີ້, ຍັງຈະໄດ້ສ້າງປຶ້ມນິທານທີ່ອີງໃສ່ເນື້ອເລື່ອງຂອງພາກທີ່​ 2 ຕື່ມອີກ​, ເຊິ່ງຈະເປັນ​ການປະກອບສ່ວນເຂົ້າໃນການເສີມສ້າງສື່ການຮຽນພາສາລາວໃຫ້ແກ່ເດັກ​ຕື່ມອີກ.

ທ່ານສາມາດເຂົ້າເຖີງ ເຮືອນຂອງ​ຂ້ອຍ ເເລະ ປຶ້ມນິທານດັ່ງກ່າວ ໄດ້ຜ່ານແພລັດຟອມ ການຮຽນ-ການສອນແບບດິຈີຕອນ “ຄັງປັນຍາລາວ” ຂອງ ກະຊວງສຶກສາທິການ ແລະ ກິລາ ອີກດ້ວຍ ( https://laos.learningpassport.unicef.org), ເຊີ່ງ​ທ່ານສາມາດດາວໂຫຼດເປັນ App ທີ່ສາມາດນຳໃຊ້ໄດ້​ໂດຍບໍ່ຕ້ອງການອິນເຕີເນັດ​.

ຕິດຕໍ່ຜູ້ຮັບຜິດຊອບຂ່າວ

ມາເຣຍ ເຟີນານເດສ
ຫົວໜ້າພະແນກໂຄສະນາ, ສື່ສານ ແລະ ການຮ່ວມມື
ອົງການຢູນິເຊັບ
ໂທລະສັບ: +856 21 487500 ext. 7508
ໂທລະສັບ: +856 20 55519681
ອີເມວ: mfernandez@unicef.org
ຕະບອງເພັດ ພຸດທະວົງ
ຊ່ຽວຊານວຽກງານໂຄສະນາ ແລະ ສື່ສານມ່ວນຊົນ
ອົງການຢູນິເຊັບ ປະຈຳ ສປປ ລາວ
ໂທລະສັບ: +85621 487520;ext=7520
ໂທລະສັບ: +856 20 96888890
ອີເມວ: tphouthavong@unicef.org

ກ່ຽວກັບອົງການຢູນິເຊັບ

ອົງການຢູນິເຊັບ ເຮັດວຽກໃນບາງບ່ອນ​ທີ່ຫຍຸ້ງຍາກ​ທີ່ສຸດ ເພື່ອເຂົ້າເຖິງເດັກທີ່ດ້ອຍໂອກາດທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດແຄວ້ນ​, ພວກເຮົາເຮັດວຽກເພື່ອເດັກ​ທຸກຄົນ ແລະ ໃນທຸກແຫ່ງຫົນ​ ເພື່ອສ້າງໂລກທີ່ດີກວ່າສໍາລັບທຸກຄົນ.

ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນິເຊັບ ແລະ ວຽກງານຂອງອົງການ​ເພື່ອ​ເດັກ​ ຈົ່ງ​ເຂົ້າເບິ່ງ www.unicef.org.

ຕິດຕາມອົງການຢູນິເຊັບ​ໃນ  Twitter and Facebook