ການເປີດໂຕລາຍການໂທລະພາບສຳລັບເດັກກ່ອນໄວຮຽນຊຸດໃໝ່ ທີ່ສະຫນັບສະຫນູນໂດຍ ລັດຖະບານຍີ່ປຸ່ນ

ການເປີດໂຕລາຍການໂທລະພາບສຳລັບເດັກກ່ອນໄວຮຽນຊຸດໃໝ່ ທີ່ສະຫນັບສະຫນູນໂດຍ ລັດຖະບານຍີ່ປຸ່ນ

28 ກັນຍາ 2020
New Early Childhood Development TV Series Launched with the Support of the Government of Japan
UNICEF Laos/2020/Saykoson
The Ministry of Education and Sports (MoES), the Ministry of Information, Culture and Tourism (MICT) and UNICEF launched a new Early Childhood Development (ECD) TV series aimed at young children which integrates messages around COVID-19 prevention and control.

ການເປີດໂຕລາຍການໂທລະພາບສຳລັບເດັກກ່ອນໄວຮຽນຊຸດໃໝ່

ທີ່ສະຫນັບສະຫນູນໂດຍ ລັດຖະບານຍີ່ປຸ່ນ.

ນີ້ແມ່ນ ຫມາກຜົນຂອງການຮ່ວມມື ອັນແຫນ້ນແຟ້ນ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ, ກະຊວງ ຖະແຫລວງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແລະ ອົງການຢູນີເຊັບ

ນະຄອນຫຼວງວຽງຈັນ ວັນທີ 25 ກັນຍາ 2020 ໃນມື້ີນີ້ ກະຊວງສຶກສາທິການ ແລະ ກິລາ, ກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ອົງການຢູນີເຊັບ ໄດ້ຈັດພິທີເປີດໂຕ ລາຍການ ໂທລະພາບ ສຳລັບເດັກກ່ອນໄວຮຽນ ທີ່ແນ່ໃສ່ການໃຫ້ຄວາມຮູ້ຕ່າງໆ ກ່ຽວກັບການປ້ອງການ ແລະ ຄວບຄຸມ  ພະຍາດໂຄວິດ-19.

ລາຍການໂທລະພາບ ສຳລັບການພັດທະນາເດັກກ່ອນໄວຮຽນ ຊຸດໃຫມ່ ແມ່ນມີທັງໝົດ 10 ຕອນ ສືບເນື່ອງຈາກຄວາມາສຳເລັດ ຂອງລາຍການໂທລະພາບ ສຳລັບເດັກກ່ອນໄວຮຽນ ບ້ານຂອງຂ້ອຍ ແລະ ຈະໄດ້ອອກອາກາດທາງ, ໂທລະພາບລາວສະຕາ ແລະ ສະຖານີໂທລະພາບ ຂອງກະຊວງສຶກສາທິການ ແລະ ກິລາ ຊ່ອງ 8 ຂອງສັນຍານດາວທຽມ ລາວເແຊັດ (LaoSat Channel 8) ແລະ ໂທລະພາບແຂວງຕ່າງໆ. ລາຍການໂທລະພາບ ສໍາລັບເດັກກ່ອນໄວຮຽນ ຊຸດນີ້ ແມ່ນໄດ້ຮັບການສະຫນັບສະຫນູນ ຈາກລັດຖະບານຍີ່ປຸ່ນ ເພື່ອຕອບໂຕ້ກັບການລະບາດພະຍາດໂຄວິດ-19. ລາຍການນີ້ ຍັງຈະໄດ້ເຜີຍແຜ່ໃນ ສື່ສັງຄົມອອນລາຍ ແລະ ຢູທູບ ອີກດ້ວຍ.

ພະນະທ່ານ ນາງ ຂັນທະລີ ສິຣິພົງພັນ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວວ່າ: ເດັກທີ່ ໄດ້ຜ່ານການສຶກສາກ່ອນໄວຮຽນ ໃນລະບົບ ຫລື ນອກລະບົບ, ໄດ້ຮັບໂອກາດຮໍ່າຮຽນ ແລະ ການພັດທະນາ ແມ່ນສາມາດເຂົ້າໂຮງຮຽນປະຖົມ ໄດ້ທັນເວລາ ແລະ ມີຄວາມພ້ອມດີກວ່າ ເດັກທີ່ບໍ່ໄດ້ເຂົ້າຫ້ອງກຽມປະຖົມ. ພວກເຮົາຫວັງວ່າ ລາຍການໂທລະພາບ ສຳລັບເດັກກ່ອນໄວຮຽນ ເຮືອນຂອງຂ້ອຍ ສຳລັບເດັກ ອາຍຸຕໍ່າກວ່າ 6 ປີ, ຈະປະກອບສ່ວນໃນການສ້າງຄວາມພ້ອມ ໃນການເຂົ້າໂຮງຮຽນປະຖົມ ຂອງເດັກນ້ອຍລາວ.

ຕົວລະຄອນເອກ ຂອງລາຍການໂທລະພາບ ສຳລັບເດັກກ່ອນໄວຮຽນ ທີ່ຜະລິດໂດຍຄົນລາວເອງ ໃນ ສປປ ລາວ, ແມ່ນປະກອບດ້ວຍ ທ້າວຄໍາຮູ້ ອາຍຸ 8 ປີ (ອ້າຍ) ທີ່ຮຽນຢູ່ຊັ້ນປະຖົມ, ແລະ ນາງຄໍາຫລ້າ ອາຍຸ 5 ປີ (ນ້ອງ) ທີ່ຢູ່ຫ້ອງກຽມປະຖົມ, ທ້າວຄໍາເຫຼັກ ອາຍຸ 27 ປີ (ພໍ່), ນາງຄໍາຮັກ ອາຍຸ 27 ປີ (ແມ່) ແລະ ນາງ ຄໍາດີ ອາຍຸ 50 ປີ (ແມ່ເຖົ້າ). ນອກຈາກນີ້ ຍັງມີຕົວລະກອບປະກອບກໍຄື ພໍ່ແມ່ ແລະ ແມ່ເຖົ້າ. ເພງປະກອບ ແລະ ເນື້ອໃນຂອງເລື່ອງ ແມ່ນຍັງເປັນແບບລາວພື້ນບ້ານອີກດ້ວຍ. ໂຄງການນີ້ ແມ່ນໄດ້ລວບລວມເອົາ ບັນດານັກສິນລະປິນລາວ ທີ່ມີພອນສະຫວັນ ທີ່ພ້ອມເປີດໃຈຮັບເອົາສິ່ງໃຫມ່ໆ ແລະ ມີແນວຄິດສ້າງສັນ ແລະ ຍັງໄດ້ສ້າງຄວາມສາມາດໃຫ້ແກ່ໄວໜຸ່ມທີ່ມີສ່ວນຮ່ວມອີກດ້ວຍ.

ທ່ານ ວັນສີ ກົວມົວ ກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ກ່າວວ່າ: ພວກເຮົາ ແມ່ນມີຄວາມເພິງພໍໃຈທີ່ສຸດ ຕໍ່ຜົນງານການຜະລິດ ລາຍການໂທລະພາບສຳລັບເດັກກ່ອນໄວຮຽນຊຶ່ງເປັນຫມາກຜົນ ຂອງການຮ່ວມມືອັນແຫນ້ນແຟ້ນ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ, ກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ, ໂທລະພາບລາວສະຕາ, ທີມງານຜະລິດກາຕູນ ແລະ ອົງການຢູນີເຊັບ. ລາຍການກາຕູນທັງໝົດ 10 ຕອນນີ້ ຈະເຮັດໃຫ້ເດັກໄດ້ຮຽນຮູ້ ທັກສະໃນການຢູຢ່າງປອດໄພ ແລະ ມີສຸຂະພາບແຂງແຮງ ໃນຊ່ວງທີ່ມີການລະບາດຂອງພະຍາດ, ພ້ອມດຽວກັນນັ້ນ ເດັກກໍຍັງຈະໄດ້ສືບຕໍ່ຮຽນຮູ້ ພື້ນຖານຕ່າງໆ ເຊັ່ນ ພະຍັນຊະນະ, ການນັບເລກ, ສີ, ຮູບຊົງຕ່າງໆ, ຊື່ຂອງດອກໄມ້, ສັດ, ແລະ ສິ່ງອື່ນໆ.

ລາຍການໂທລະພາບ ສຳລັບເດັກກ່ອນໄວຮຽນ ເຮືອນຂອງຂ້ອຍ, ຍັງໄດ້ປະກອບສ່ວນເຂົ້າໃນການພັດທະນາ ດ້ານຮ່າງກາຍ, ຄວາມຮູ້ຄວາມເຂົ້າໃຈດ້ານສັງຄົມ ແລະ ອາລົມຂອງເດັກ, ລວມທັງວິທີແກ້ໄຂບັນຫາ, ການຮັບມືກັບສະຖານະການຫຍຸ້ງຍາກ, ຄວາມສາມາດ ໃນການເຮັດວຽກຮ່ວມກັບຄົນອື່ນ, ຈິນຕະນາການ, ຄວາມຮັບຜິດຊອບ ແລະ ການຄວບຄຸມອາລົມ. ສິ່ງທີ່ສຳຄັນທີ່ສຸດແມ່ນ ເດັກຈະຮຽນທັກສະທຸກຢ່າງ ໃນເວລາເຂົາເຈົ້າມ່ວນຊື່ນໄປກັບການຫລິ້ນ.

ທ່ານນາງ ເພຍ ບຣິດໂຕ, ຜູ້ຕາງຫນ້າ ອົງການຢູນີເຊັບ ປະຈໍາ ສປປ ລາວ, ໄດ້ກ່າວເຖິງຄວາມສຳຄັນ ໃນການພັດທະນາເດັກ ຂອງລັດຖະບານ ແລະ ໄດ້ເຫນັ້ນຫນັກວ່າ: ໃນຊ່ວງຕົ້ນຂອງຊີວິດ, ສະໝອງຂອງເດັກນ້ອຍ ຈະສ້າງການເຊື່ອມຕໍ່ ໃນອັດຕາທີ່ໜ້າຕົກໃຈ. ໃນຂະບວນການເສີມສ້າງສະໝອງ, ການເຊື່ອມຕໍ່ລະບົບປະສາດໄດ້ຖືກສ້າງຂື້ນ ໂດຍພັນທຸກຳ ແລະ ຜ່ານປະສົບການໃນຊີວິດ, ກ່າວຄື ການໄດ້ຮັບໂພຊະນາການທີ່ດີ ແລະ ການກະຕຸ້ນສະໝອງ ແມ່ນຈາກການປາກເວົ້າ, ຫຼິ້ນ ແລະ ຄວາມເອົາໃຈໃສ່ຈາກຜູ້ດູແລ. ການປະສົມປະສານຂອງພັດທະນາການທາງທຳມະຊາດ ແລະ ການລ້ຽງດູ ແມ່ນການສ້າງຮາກຖານ ໃຫ້ກັບອະນາຄົດຂອງເດັກ. ດ້ວຍເຫດນີ້, ລາຍການກາຕູນ ເຮືອນຂອງຂ້ອຍ ຈຶ່ງມີຄວາມສຳຄັນຫຼາຍ, ເພາະວ່າການກະຕຸ້ນສະໝອງ ຂອງເດັກນ້ອຍຜ່ານການຫຼີ້ນ ແມ່ນຈະຊ່ວຍໃຫ້ພວກເຂົາເລີ່ມຕົ້ນຊີວິດທີ່ດີທີ່ສຸດ.
ການກະຕຸ້ນທີ່ຖືກຕ້ອງ ໃນເວລາທີ່ເໝາະສົມ ຈະຊ່ວຍເສີມສ້າງພັດທະນາການ, ທຳລາຍວົງຈອນຂອງຄວາມບໍ່ສະເໝີພາບລະຫວ່າງໄວອາຍຸ ແລະ ໃຫ້ຕົ້ນທຶນຊີວິດທີ່ເທົ່າທຽມກັນແກ່ເດັກທຸກຄົນ. ສຳລັບເດັກນ້ອຍທີ່ເກີດໃນຄອບຄົວທີ່ຂາດເຂີນ, ຖ້າມີການກະຕຸ້ນຕັ້ງແຕ່ເລີ່ມຕົ້ນ, ໃນຂະນະທີ່ສະໝອງມີການຂະຫຍາຍໂຕຢ່າງວ່ອງໄວນັ້ນ, ຈະຊ່ວຍປ້ອງກັນຈາກອັນຕະລາຍ ແລະ ຊ່ວຍເສີມສ້າງຄວາມເຂັ້ມແຂງ.
ການລົງທືນໃນການພັດທະນາເດັກກ່ອນໄວຮຽນ ແມ່ນວິທີການທີ່ຄຸ້ມຄ່າໃນການເສີມຂະຫຍາຍຄວາມຈະເລີນກ້າວໜ້າຮ່ວມກັນ, ສົ່ງເສີມການເຕີບໂຕຂອງເສດຖະກິດແບບສ່ວນຮ່ວມ, ຂະຫຍາຍໂອກາດທີ່ເທົ່າທຽມກັນ ແລະ ລົບລ້າງຄວາມທຸກຍາກ. ສຳລັບທຸກໆ 1 ໂດລາສະຫະລັດ ໃນການລົງທຶນເພື່ອການພັດທະນາເດັກກ່ອນໄວຮຽນ ຈະໄດ້ຮັບຜົນຕອບແທນສູງເຖິງ 13 ໂດລາສະຫະລັດ.
ກ່ຽວກັບລັດຖະບານຍີ່ປຸ່ນ:

ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫລືອທາງດ້ານວິຊາການ ແລະ ອຸປະກອນທາງດ້ານການແພດ ທີ່ມີມູນຄ່າ ປະມານ 4 ລ້ານໂດລາສະຫະລັດ ໂດຍຜ່ານອົງການຈັດຕັ້ງສາກົນໃຫ້ແກ່ລັດຖະບານລາວ. ພ້ອມນີ້ ຍັງໄດ້ໃຫ້ການ ຊ່ວຍເຫຼືອທາງດ້ານເຄື່ອງມືທາງການແພດ ມູນຄ່າປະມານ 13,6 ລ້ານໂດລາ ເພື່ອສະຫນັບສະຫນູນ ການສະກັດກັ້ນ ການລະບາດ ຂອງ COVID-19. ປີນີ້ແມ່ນ ຄົບຮອບ 65 ປີ ຂອງສາຍພົວພັນ ດ້ານການທູດຍີ່ປຸ່ນ - ລາວ ແລະ ຄົບຮອບ 5 ປີ ຂອງ ການພົວພັນຄູ່ຮ່ວມມືສອງຝ່າຍ ດ້ານຍຸດທະສາດ. ຍີ່ປຸ່ນເປັນຄູ່ຮ່ວມມືຍຸດທະສາດ ຂອງ ສປປ ລາວ. ໃນນາມທີ່ເປັນຄູ່ຮ່ວມມືດ້ານຍຸດທະສາດຂອງ ສປປ ລາວ, ປະເທດຍີ່ປຸ່ນ ຈະສືບຕໍ່ສະໜັບ ສະໜູນ ຄວາມພະຍາຍາມຂອງລັດຖະບານລາວ ໃນການແກ້ໄຂສະຖານະການທີ່ຫຍຸ້ງຍາກນີ້.


 
ກ່ຽວກັບອົງການ UNICEF
ອົງການສະຫະປະຊາຊາດສຳລັບເດັກ/UNICEF ເຮັດວຽກໃນບາງສະຖານທີ່ ທຸລະກັນດານທີ່ສຸດໃນໂລກ, ເພື່ອເຂົ້າເຖິງເດັກນ້ອຍທີ່ດ້ອຍໂອກາດທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດພື້ນທີ່ປົກຄອງພິເສດ, ພວກເຮົາເຮັດວຽກເພື່ອເດັກນ້ອຍທຸກໆຄົນ, ຢູ່ໃນທຸກແຫ່ງຫົນ, ເພື່ອສ້າງໂລກທີ່ດີຂື້ນໃຫ້ແກ່ເດັກທຸກຄົນ. ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບອົງ ການ UNICEF ແລະ ວຽກງານທີ່ເຮົາເຮັດເພຶ່ອເດັກນ້ອຍ, ສາມາດເຂົ້າເບິ່ງເວັບໄຊທ໌ www.unicef.org.
ຕິດຕາມ ອົງການ UNICEF ໃນ Twitter ແລະ Facebook

 

ຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່:

ທ່ານ ນາງ Maria Fernandez, ຫົວໜ້າດ້ານການສື່ສານ mfernandez@unicef.org

ທ່ານ ຕະບອງເພັດ ພູດທະວົງ, ຊ່ຽວຊານດ້ານການສື່ສານ ໂທ: + 856 20 551 9682 tphouthavong@unicef.org

 

ຕິດຕໍ່ຜູ້ຮັບຜິດຊອບຂ່າວ

ມາເຣຍ ເຟີນານເດສ
ຫົວໜ້າພະແນກໂຄສະນາ, ສື່ສານ ແລະ ການຮ່ວມມື
ອົງການຢູນິເຊັບ
ໂທລະສັບ: +856 21 487500 ext. 7508
ໂທລະສັບ: +856 20 55519681
ອີເມວ: mfernandez@unicef.org
ຕະບອງເພັດ ພຸດທະວົງ
ຊ່ຽວຊານວຽກງານໂຄສະນາ ແລະ ສື່ສານມ່ວນຊົນ
ອົງການຢູນິເຊັບ ປະຈຳ ສປປ ລາວ
ໂທລະສັບ: +85621 487520;ext=7520
ໂທລະສັບ: +856 20 96888890
ອີເມວ: tphouthavong@unicef.org

ກ່ຽວກັບ ອົງການຢູນິເຊບ UNICEF

ອົງການ ສປຊ ສຳລັບເດັກ ແມ່ນເຮັດວຽກຢູ່ໃນບາງພື້ນທີ່ທີ່ຫຍຸ້ງຍາກທີ່ສຸດໃນໂລກ, ເພື່ອໃຫ້ເຂົ້າເຖິງເດັກທີ່ຂາດໂອກາດຫຼາຍທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດແດນ. ພວກເຮົາເຮັດວຽກກັບເດັກທຸກໆຄົນ, ທຸກໆບ່ອນເພື່ອສ້າງໂລກທີ່ດີກວ່າສໍາລັບທຸກຄົນ. ສຳລັບຂໍ້ມູນເພີ່ມຕື່ມກ່ຽວກັບອົງການຢູນິເຊັບ UNICEF ແລະ ວຽກງານກ່ຽວກັບເດັກ ຂອງອົງການຢູ່ໃນ ສປປ ລາວ ສາມາດເບິ່ງໄດ້ ທີ່: http: //www.unicef.org/laos
ຕິດຕາມ Facebook, Twitter, YouTube ແລະ www.unicef.org