ເຮືອນຂອງຂອ້ຍ ພາກ 2

ພາກສອງຂອງລາຍການໂທລະພາບສໍາລັບເດັກກ່ອນໄວຮຽນທີ່ເປັນທີ່ນິຍົມ

-
My House
-
05 ພະຈິກ 2021

ພາກ​ໃໝ່ຂອງລາຍການໂທລະພາບສໍາລັບເດັກກ່ອນໄວຮຽນນີ້​, ເຊີ່ງຍັງມີ​ພາສາມືສໍາລັບຜູ້ຊົມອີກດ້ວຍ, ມີທັງໝົດ 12 ຕອນທີ່ຈະ ລວມເອົາຂໍ້ຄວາມຕ່າງໆກ່ຽວກັບການປ້ອງກັນ , ຄວບຄຸມແລະສະກັດກັ້ນ ພະຍາດ ໂຄວິດ-19 ເຂົ້າໃນເນື້ອໃນເລື່ອງ​, ລວມທັງການຮັກສາສຸຂະພາບ,ສຸຂະອະນາໄມ, ​ຄຽງຄູ່ໄປກັບກິດຈະກຳການຮຽນຮູ້ແບບ​ມ່ວນໆ​ທີ່ໃຫ້ຄວາມຮູ້ພື້ນຖານສຳລັບເດັກ​ ເຊັ່ນ: ພະຍັນຊະນະ​, ຕົວເລກ, ສີ, ຮູບຊົງ​ ແລະ ຫົວຂໍ້ອື່ນໆ​ເພື່ອຊ່ວຍກຽມຄວາມພ້ອມປະຖົມໃນການເຂົ້າ​ຮຽນຊັ້ນປະຖົມສຶກສາ ປີທີ 1. ຊຸດນີ້ຍັງມີອົງ​ປະກອບທີ່ແນໃສ່ຜູ້ເບິ່ງແຍງດູແລກ່ຽວກັບວິທີທີ່ພວກເຂົາເຈົ້າ​ສາມາດສົ່ງເສີມການຮຽນຮູ້ຂອງເດັກ​ໂດຍຜ່ານການຫຼິ້ນອີກດ້ວຍ.