ເຮືອນຂອງຂ້ອຍ
ລາຍການໂທລະພາບ ສຳລັບເດັກກ່ອນໄວຮຽນ

- ສາມາດມີໃນ:
- English
- ລາວ
ເຮືອນຂອງຂ້ອຍ “ ເປັນລາຍການໂທລະພາບພິເສດສຳລັບເດັກອາຍຸນ້ອຍ ແລະ ຄອບຄົວຂອງພວກເຂົາທີ່ມີຈຸດປະສົງເພື່ອສົ່ງ ເສີມການພັດທະນາດ້ານຮ່າງກາຍ, ດ້ານສະຕິປັນຍາ, ດ້ານສັງຄົມ ແລະ ດ້ານຈິດໃຈຂອງເດັກນ້ອຍລາວ. ມັນຍັງປະກອບ ສ່ວນເຮັດໃຫ້ການຮຽນຮູ້ມີຄວາມຕະລົກຄົບຂັນ ແລະ ມ່ວນຊື່ນຢູ່ເຮືອນ, ເຖິງແມ່ນວ່າຈະຢູ່ໃນຊ່ວງການລະບາດຂອງພະຍາດໂຄວິດ-19 ກໍຕາມ.
ຕະລອດລາຍການໂທລະພາບທັງໝົດແມ່ນຜະລິດ ໃນ ສປປ ລາວ ຊຶ່ງປະກອບມີກາຕູນ, ຮູບພາບອານິເມຊັນ, ດົນຕີຣ, ການຟ້ອນລໍາ ແລະ ບົດເລື່ອງຕ່າງໆ. ຮູບພາບອານິເມຊັນມີຕົວລະຄອນທີ່ເປັນຄົນລາວ ແລະ ການສະແດງແມ່ນດຳເນີນກໂດຍທ້າວຄຳຮູ້, ເດັກຊາຍອາຍຸ 8 ປີ ຮຽນຢູ່ໂຮງຮຽນປະຖົມ, ນາງຄຳຫຼ້າ, ເດັກຍິງອາຍຸ 5 ປີ ຢູ່ຊັ້ນກຽມປະຖົມ. ບັນດາຕົວລະຄອນຫຼັກຍັງປະກອບມີພໍ່, ແມ່ ແລະ ແມ່ຕູ້ອີກດ້ວຍ. ດົນຕີຣ ແລະ ເນື້ອໃນຂອງເລື່ອງກໍເປັນພາສາລາວ ເຊັ່ນດຽວກັນ.
ໄດ້ປ່ອຍ “ເຮືອນຂອງຂ້ອຍ “ ພາກ 1 ອອກສູ່ອາກາດໃນປີ 2020 ຊຶ່ງມີທັງໝົດ 10 ຕອນທີ່ປະກອບມີພາສາມື ແລະ ລວມເອົາຂໍ້ຄວາມກ່ຽວກັບການກະຕຸ້ນແຕ່ອາຍຸຍັງນ້ອຍ, ນິໄສການກິນອາຫານທີ່ດີຕໍ່ສຸຂະພາບ, ສຸຂະອະນາໄມ ແລະ ຄວາມຜູກພັນໃນຄອບຄົວ ໃນຂະນະດຽວກັນກໍສົ່ງເສີມການຮຽນຮູ້ວິທີການນັບເລກ ແລະ ການອ່ານ, ແລະ ອື່ນໆອີກດ້ວຍ ທີ່ສອດຄ່ອງກັບການປະຕິບັດຕົວຈິງດ້ານການພັດທະນາຂອງເດັກກ່ອນໄວຮຽນເປັນຢ່າງດີ. ໄດ້ປ່ອຍ “ເຮືອນຂອງຂ້ອຍ “ ພາກ 2 ອອກໃນເດືອນຕຸລາ ປີ 2021 ມີທັງໝົດ 12 ຕອນ ທີ່ປະກອບມີພາສາມື ແລະ ລວມເອົາຂໍ້ຄວາມກ່ຽວກັບການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ລວມທັງການປະຕິບັດຕົວຈິງດ້ານສຸຂະອະນາໄມ, ຄຽງຄູ່ກັບກິດຈະກຳການຮຽນຮູ້ແບບມ່ວນໆທີ່ໃຫ້ຄວາມຮູ້ພື້ນຖານແກ່ເດັກ ເພື່ອຮຽນຮູ້ຕົວອັກສອນລາວ, ຕົວເລກ, ສີ, ຮູບຊົງ ແລະ ຫົວຂໍ້ອື່ນໆ ທີ່ຄ້າຍຄືກັນເພື່ອຊ່ວຍອໍານວຍຄວາມສະດວກໃຫ້ແກ່ການກຽມຄວາມພ້ອມເພື່ອເຂົ້າໂຮງຮຽນຂອງພວກເຂົາ. ຊຸດນີ້ຍັງມີອົງປະກອບທີ່ແນໃສ່ຜູ້ເບິ່ງແຍງດູແລກ່ຽວກັບວິທີທີ່ພວກເຂົາສາມາດສົ່ງເສີມການຮຽນຮູ້ຂອງເດັກຜ່ານການຫຼິ້ນໄດ້ຄືແນວໃດ.
ສາມາດຕິດຕາມ“ເຮືອນຂອງຂ້ອຍ “ ພາກ II ໄດ້ທາງໂທລະພາບແຫ່ງຊາດລາວ ຊ່ອງ 3, ຊ່ອງ Lao Star, ແລະ ETV ຂອງກະຊວງສຶກສາທິກ່ນ ແລະ ກິລາ (LaoSat ຊ່ອງ 8). ນອກນັ້ນ, ສາມາດຕິດຕາມ ECD TV Series ໄດ້ໃນສື່ສັງຄົມຂອງອົງການຢູນີເຊັບ, My House TV Laos YouTube channel ແລະ ແວັບໄຊທ໌ ຄັງປັນຍາລາວຂອງກະຊວງສຶກສາທິການ ແລະ ກິລາ ຫຼື ແອັບສໍາລັບໂທລະສັບມືຖືຄັງປັນຍາລາວຂອງກະຊວງສຶກສາທິການ ແລະ ກິລາ ເພື່ອເຂົ້າເຖິງຕອນຕ່າງໆຈາກທັງ ພາກ I ແລະ ພາກ II.
ຕາມເບິ່ງຄົບທຸກໆຕອນຂອງພາກ 1
ເຮືອນຂອງຂ້ອຍ ແມ່ນຫຍັງ?