ທຸກສິ່ງທີ່ທ່ານຄວນຮູ້ກ່ຽວກັບການລ້າງມືຂອງທ່ານ ໃນການປ້ອງກັນການຕິດ ໂຄໂລນາ ໄວຣັດສ໌ (ໂຄວິດ-19)

ການຮູ້ຂໍ້ມູນຈິງເປັນກຸນແຈທີ່ສຳຄັນໃນການກະກຽມ ແລະ ປ້ອງກັນຕົວທ່ານເອງ ແລະ ຄົນທີ່ທ່ານຮັກ.

UNICEF
27 ມີນາ 2020

ພະຍາດອັກເສບຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄໂລນາ ໄວຣັດສ໌ (ໂຄວິດ-19) ແຜ່ລາມໄດ້ໂດຍລະອອງຝອຍນໍ້າມູກ ແລະ ລະອອງຝອຍນໍ້າລາຍທີ່ຕິດເຊື້ອ ຜ່ານເຂົ້າມາຮ່າງກາຍໂດຍທາງຕາ, ດັງ ແລະ ຄໍ ໂດຍທົ່ວໄປແລ້ວການຕິດເຊື້່ອນີ້ແມ່ນມາຈາກມືຂອງພວກເຮົາທີ່ສຳພັດໃບໜ້າຂອງເຮົາ ແລະ ມືເອງກໍ່ເປັນອາໄວຍະວະທີ່ສາມາດແຜ່ເຊື້ອໄດ້ຈາກຄົນສູ່ຄົນ.  

ໄລຍະທີ່ມີການແຜ່ລະບາດທົ່ວໂລກນີ້ ວິທີການທີ່ບໍ່ສິ້ນເປືອງ ແລະ ງ່າຍດາຍທີ່ສຸດ ແລະ ທັງເປັນວິທີການທີ່ດີແລະສຳຄັນທີ່ສຸດ ໃນການປ້ອງກັນການແຜ່ລະບາດຂອງໄວຣັດສ໌ນີ້ ຄືການລ້າງມື້ຢ່າງສະໝໍ່າສະເໝີ ດ້ວຍສະບູ ແລະ ນໍ້າ.

ຂໍ້ຄວາມຕໍ່ໄປນີ້ ຄືສິ່ງທີ່ທ່ານຄວນຮູ້ກ່ຽວກັບວິທີການລ້າງມື້ຢ່າງຖືກຕ້ອງ:


1. ຂ້ອຍຄວນລ້າງມືແນວໃດ?

ໃນການລ້າງໄວຣັດສ໌ ທີ່ຕິດມານໍາມືຂອງທ່ານ ການລ້າງມືຢ່າງໄວ ຫຼື ໄລດ້ວຍນໍ້າແມ່ນບໍ່ພຽງພໍ, ຂັ້ນຕອນຕໍ່ໄປນີ້ແມ່ນຂັ້ນຕອນຂອງການລ້າງມືທີມີປະສິດທິຜົນ.

  • ຂັ້ນຕອນທີ 1: ລ້າງມືຂອງທ່ານດ້ວຍນໍ້າກ໊ອກ ຫຼື ນໍ້າທີ່ໄຫຼ
  • ຂັ້ນຕອນທີ 2: ໃຊ້ສະບູໃຫ້ພຽງພໍ ຫຼື ລູບສະບູໃນຂະນະທີ່ມືຂອງທ່ານຍັງປຽກ
  • ຂັ້ນຕອນທີ 3: ຮຸກສະບູໃຫ້ທົ່ວມືຂອງທ່ານ–ຮຸກມືດ້ານຫຼັງ, ຮຸກລະວ່າງນິ້ວມື ແລະ ເລັບມືພ້ອມ –ຢ່າງນ້ອຍ 20 ວິນາທີ.
  • ຂັ້ນຕອນທີ 4: ລ້າງມືຂອງທ່ານດ້ວຍນໍ້າສະອາດ ນໍ້າກ໊ອກ
  • ຂັ້ນຕອນທີ 5: ເຊັດມືດ້ວຍຜ້າທີ່ສະອາດ ຫຼື ເຈ້ຍອານາໄມ

2. ຂ້ອຍຄວນລ້າງມືໃຊ້ເວລາດົນປານໃດ?

ທ່ານຄວນລ້າງມືຂອງທ່ານຢ່າງນ້ອຍ 20-30 ວິນາທີ. ວິທີແບບງ່າຍໆໃນການຈັບເວລາຂະນະທີ່ທ່ານລ້າງມື ແມ່ນທ່ານອາດຈະຮ້ອງເພງສຸກສັນວັນເກີດຈົນຈົບ ສອງຄັ້ງ.

ເຊັ່ນດຽວກັນກັບການໃຊ້ເຈວລ້າງມື: ໃຊ້ເຈວລ້າງມືທີ່ມີສ່ວນປະສົມຂອງເຫຼົ້າຢ່າງນ້ອຍ 60% ແລະ ໃຊ້ລ້າງມືຂອງທ່ານ ຮຸກລະຫວ່າງມື ແລະ ນິ້ວມື ຢ່າງນ້ອຍ 20 ວິນາທີ ຮຸກເຈວໃຫ້ທົ່ວມືຂອງທ່ານ.


3. ຂ້ອຍຄວນລ້າງມືໃນເວລາໃດ?

ໃນການປ້ອງກັນການຕິດໄວຣັດສ໌ ໂຄວິດ-19, ທ່ານຄວນຮັບປະກັນຢ່າງນ້ອຍວ່າທ່ານຄວນລ້າງມືຂອງທ່ານຕາມລຸ່ມນີ້:  

  • ຫຼັງຈາກທີ່ສັ່ງຂີ້ມູກ, ໄອ ຫຼື ຈາມ
  • ຫຼັງຈາກທີ່ມາຈາກສະຖານທີ່ສາທາລະນະ, ຮ່ວມທັງຫຼັງຈາກທີ່ທ່ານມາຈາກສະຖານທີ່ຂົນສົ່ງສາທາລະນະ, ຕະຫຼາດ ແລະ ວັດຫຼືສະຖານທີ່ສັກສີດອື່ນໆ
  • ຫຼັງຈາກທີ່ທ່ານຈັບບາຍສິ່ງຂອງຕ່າງໆດ້ານນອກ ຫຼື ຈັບບາຍເງິນ
  • ກ່ອນ ຫຼັງ ແລະ ໄລຍະທີທ່ານອາດຈະຕ້ອງໄດ້ເບິ່ງແຍງຄົນປ່ວຍ
  • ກ່ອນ ແລະ ຫຼັງ ກິນອາຫານ

ໂດຍທົ່ວໄປແລ້ວ, ທ່ານກໍ່ຄວນຈະລ້າງມືຢູ່ເລື້ອຍໆແລະທຸກໆຄັ້ງຫຼັງຈາກ:

  • ຫຼັງຈາກໃຊ້ຫ້ອງນໍ້າ
  • ກ່ອນ ແລະ ຫຼັງ ກິນອາຫານ
  • ຫຼັງຈາກຈັບບາຍຂີ້ເຫຍື້ອ
  • ຫຼັງຈາກຈັບບາຍສັດ ແລະ ສັດລ້ຽງ
  • ຫຼັງຈາກປ່ຽນຜ້າອ້ອມລູກນ້ອຍ ຫຼື ຫຼັງຈາກທີ່ຊ່ວຍເດັກນ້ອຍເຂົ້າຫ້ອງນໍ້າ
  • ຫຼືເວລາໃດກໍຕາມທີ່ມືຂອງທ່ານເປື້ອນ

4. ຂ້ອຍຈະສາມາດຊ່ວຍລູກຫຼານໃນການລ້າງມືແນວໃດ?

ທ່ານສາມາດຊ່ວຍລູກຫຼານຂອງທ່ານໃນການລ້າງມື ໂດຍການຊ່ວຍເຮັດໃຫ້ການລ້າງມືນັ້ນງ່າຍຂຶ້ນສຳລັບພວກເຂົາ ຕົວຢ່າງເຊັ່ນ ການມີບ່ອນຢຶນ ຫຼື ຕັ່ງນ້ອຍ ທີ່ເດັກນ້ອຍສາມາດຢືນຢູ່ເທິງ ແລະ ເຮັດໃຫ້ເຂົາເຈົ້າເຖິງສະບູ ແລະ ນໍ້າ ລ້າງມືສະດວກງ່າຍຂຶ້ນ. ທ່ານອາດຊ່ວຍເຮັດໃຫ້ການລ້າງມືມີຄວາມມ່ວນຊື່ນຂຶ້ນໂດຍການຮ້ອງເພງທີ່ເດັກມັກໃນຂະນະລ້າງ ແລະ ຮຸກມື.
 

5. ຂ້ອຍຕ້ອງໃຊ້ນໍາອຸ່ນໃນການລ້າງມືບໍ່?

ບໍ່, ບໍ່ຈຳເປັນທີ່ທ່ານຈະຕ້ອງໃຊ້ນໍ້າອຸ່ນ ໃນການລ້າງມືຂອງທ່ານ. ການລ້າງມື ດ້ວຍນໍ້າເຢັນ ຫຼື ນໍ້າ ອຸ່ນ ແມ່ນມີປະສິດທິຜົນເທົ່າກັນ ໃນການຂ້າເຊື້ອພະຍາດ – ສິ່ງທີ່ສຳຄັນ ແມ່ນທ່ານຕ້ອງໄດ້ລ້າງມື ດ້ວຍສະບູທຸກໆຄັ້ງ!


6. ຂ້ອຍຄວນເຊັດມືດ້ວຍຜ້າບໍ່?

ເຊື້ອພະຍາດ ສາມາດແພ່ກະຈາຍໄດ້ງ່າຍກວ່າຈາກຜິວໜັງທີ່ປຽກ ເມື່ອປຽບທຽບກັບຜິວໜັງແຫ້ງ, ດັ່ງນັ້ນ ຈຶ່ງເປັນສິ່ງທີ່ສຳຄັນທີ່ທ່ານຄວນທີ່ຈະເຊັດມືຂອງທ່ານໃຫ້ແຫ້ງ ເຈ້ຍອານາໄມ ຫຼື ຜ້າແພທີ່ສະອາດເປັນສິ່ງທີ່ສຳຄັນໃນການກຳຈັດເຊຶ້ອພະຍາດ ໂດຍທີ່ບໍ່ເຮັດໃຫ້ເຊື້ອພະຍາດກະຈາຍໄປບ່ອນອື່ນ.


7. ວິທີໃດທີ່ດີກວ່າ: ລ້າງມື ຫຼື ການໃຊ້ເຈວລ້າງມື?

ໂດຍທົ່ວໄປແລ້ວ, ບໍ່ວ່າຈະເປັນການລ້າງມືດ້ວຍນໍ້າ ແລະ ສະບູ ຫຼື ການລ້າງມືດ້ວຍເຈວລ້າງມື ເປັນສິ່ງທີ່ຄວນປະຕິບັດ ແລະ ສິ່ງທີ່ສຳຄັນນັ້ນແມ່ນຄວນລ້າງໃຫ້ຖືກວິທີ ເພາະມັນເປັນການຊ່ວຍຢ່າງມີປະສິດທິຜົນທີ່ສຸດໃນການຂ້າເຊຶ້ອພະຍາດ ແລະ ສິ່ງທີ່ອາດເກີດເປັນເຊື້ອໂລກ. ການລ້າງມືດ້ວຍເຈວລ້າງມື ເປັນສິ່ງທີ່ສະດວກເມື່ອເວລາທີ່ທ່ານຢູ່ນອກບ້ານ ແຕ່ກໍ່ອາດຈະມີລາຄາແພງ ແລະ ບໍ່ສະດວກໃນບາງກໍລະນີ ດ້ວຍສະເພາະໃນສະພາບການສຸກເສີນໃນປະຈຸບັນນີ້. ເຈວລ້າງມືທີ່ມີສ່ວນປະສົມຂອງເຫຼົ້າ ແອວກໍຮອນສາມາດກຳຈັດ ໂຄໂຮນາ ໄວຣັດສ໌ ແຕ່ກໍ່ບໍ່ສາມາດກຳຈັດແບັກທີເລຍ ແລະ ໄວຣັດສ໌ ອື່ນໆໄດ້ ຕົວຢ່າງເຊັ່ນ: ບໍ່ສາມາດກຳຈັດ ໄວຣັດສ໌ ໂນໂວຣັດສ໌  norovirus ແລະ ໂຣຕາ ໄວຣັດສ໌ rotavirus.


8. ຖ້າຂ້ອຍບໍ່ມີສະບຸເດ່ ຈະເຮັດແນວໃດ?

ການໃຊ້ນໍ້າທີ່ມີປະລິມານຄໍຣິນ ແລະ ເຈວລ້າງມືທີ່ມີສ່ວນປະສົມຂອງເຫຼົ້າຢ່າງນ້ອຍ 60 % ແມ່ນເປັນທາງເລືອກທີ່ສອງທີ່ດີທີ່ສຸດ ຖ້າຫາກທ່ານບໍ່ມີນໍ້າແລະສະບູລ້າງມື. ໃນກໍລະນີທີ່ທ່ານບໍ່ມີນໍ້າລ້າງມື ທ່ານອາດເລືອກໃຊ້ ນໍ້າທີ່ມີຟອງສະບູ ຫຼື ຂີ້ເຖົ່າທີ່ສາມາດກຳຈັດແບັກທີເລຍໄດ້, ເຖິງແມ່ນວ່າວິທີການນີ້ ອາດຈະບໍ່ໄດ້ ຜົນສູງສຸດກໍ່ຕາມ. ຖ້າຫາກທ່ານຕົກຢູ່ໃນກໍລະນີນີ້ ເປັນສິ່ງທີ່ສໍຳຄັນທີ່ທ່ານຈະຕ້ອງລ້າງມືໃຫ້ໄວທີ່ສຸດເມື່ອທ່ານສະດວກ ແລະ ພະຍາຍາມຫຼີກລ້ຽງການສຳພັດກັບຜູ້ຄົນ ຫຼື ສິ່ງຂອງຕ່າງໆ.


9. ມີຫຍັງອີກແດ່ທີ່ຂ້ອຍສາມາດຊ່ວຍໄດ້ໃນການຢຸດການແພ່ລະບາດຂອງໂຄໂລນາໄວຣັດສ໌?
 
  • ໃຊ້ມາລະຍາດໃນການຈາມ ແລະ ໄອ ໃຫ້ເໝາະສົມ: ອັດປາກ ແລະ ດັງຂອງທ່ານດ້ວຍຂໍ້ສອກ ຫຼື ເຈ້ຍອານາໄມ ເມື່ອເວລາທີ່ທ່ານໄອ ຫູື ຈາມ, ຖີ້ມເຈ້ຍອານາໄມລົງໃນກະຕາຂີ້ເຫຍື້ອທັນທີ ແລະ ລ້າງມືຂອງທ່ານ
  • ຫຼີກລ້ຽງການສຳພັດໜ້າ (ປາກ, ດັງ, ຕາ)
  • ປະຕິບັດການຮັກສາໄລຍະຫ່າງທາງສັງຄົມ: ຫຼີກລ້ຽງການຈັບມືສະບາຍດີ, ການກອດ, ຫຼື ຈູບ, ຫຼີກລ້ຽງການກິນອາຫານຮ່ວມກັນ ໃຊ້ບ່ວງ ສ້ອມ ຈອກນໍ້າ ແລະ ຜ້າແພ ຮ່ວມກັນ,
  • ຫຼີກລ້ຽງການສຳພັດ ຫຼື ຢູ່ໃກ້ກັບຜູ້ທີ່ເປັນຫວັດ ໄອ ຫຼື ອາການອື່ນໆ
  • ໄປພົບແພດໝໍແຕ່ຫົວທີ ຖ້າທ່ານ ຫຼື ລຸກຫຼານມີໄຂ້, ໄອ ຫຼື ຫາຍໃຈບໍ່ສະດວກ
  • ອານາໄມພື້ນທີຕ່າງໆທີ່ອາດຕິດໄວຣັດສ໌ ແລະ ອານາໄມພື້ນທີ່ຕ່າງໆ ໃຫ້ຖີ່ຂຶ້ນ (ໂດຍສະເພາະແມ່ນບ່ອນສາທາລະນະ)

ຂໍ້ມູນແລະຂໍ້ແນະນໍາຕ່າງໆຂອງອົງການ UNICEF’s ກ່ຽວກັບ ໄວຣັດສ໌ ໂຄວິດ-19 ທ່ານສາມາດເບິ່ງໄດ້ຕື່ມທີ່ນີ້ click here.

 

Embedded video follows
UNICEF Laos/2020