ຄູຈະເວົ້ານໍາເດັກກ່ຽວກັບ ໂຄໂລນາ ໄວຣັດສ໌ (ໂຄວິດ-19) ແນວໃດ?

ວິທີໃນການທີ່ຈະສົນທະນາຢ່າງເໝາະສົມກັບອາຍຸຂອງເດັກ ເພື່ອເປັນການສ້າງຄວາມໝັ້ນໃຈ ແລະ ເປັນການປ້ອງກັນເດັກ.

UNICEF
Chanthaphone has been teaching grade 5 at Tahouak Primary School in Saravane Province for two years and is also the school principal.
UNICEF Laos/2019/Bart Verweij
27 ມີນາ 2020

ດັ່ງທີ່ຜູ້ຄົນທັງຫຼາຍໃນໂລກກຳລັງໃຫ້ຄວາມລະມັດລະວັງຫຼາຍທີ່ສຸດໃນການປ້ອງກັນຕົນເອງ ຄອບຄົວ ແລະ ຊຸມຊົນຂອງຕົນເອງຈາກ ໂຄໂລນາ ໄວຣັດສ໌ (ໂຄວິດ-19) ເປັນສິ່ງສໍາຄັນເຊັ່ນດຽວກັນທີ່ເດັກຈະຕ້ອງໄດ້ສືບຕໍ່ໃນການຮຽນ ແລະ ພວກເຂົາສາມາດທີ່ຈະຮຽນໄດ້ ໃນສະພາບແວດລ້ອມທີ່ຕ້ອນຮັບທຸກໆຄົນ, ເຄົາລົບຊຶ່ງກັນແລະກັນ, ທຸກຄົນມີສ່ວນຮ່ວມ ແລະ ສະໜັບສະໜູນຊຶ່ງກັນ ແລະ ກັນ.  

ໂຮງຮຽນ ແລະ ຄູ ລ້ວນແລ້ວແຕ່ມີພາລະບົດບາດທີ່ສຳຄັນໃນເລື້້ອງນີ້ ການໃຫ້ຂໍ້ມູນທີ່ຖືກຕ້ອງຊັດເຈນ ແລະ ເໜັ້ນໄປທາງວິທະຍາສາດກ່ຽວກັບ ໂຄວິດ-19 ຈະຊ່ວຍຫຼຸດຜ່ອນຄວາມຢ້ານ ແລະ ຄວາມກັງວົນຂອງນັກຮຽນກ່ຽວກັບ ໄວຣັດສ໌  ດັ່ງກ່າວ ແລະ ຍັງຈະຊ່ວຍເພີ້ມຄວາມສາມາດຂອງນັກຮຽນໃນການທີ່ຈະຮັບມືກັບຜົນກະທົບອື່ນໆທີ່ອາດ ຈະຕາມມາໃນຊີວິດຂອງເຂົາ.

ດ້ານລຸ່ມນີ້ ແມ່ນບາງຂໍ້ແນະນຳ ທີ່ຄູອາດມີສ່ວນຊ່ວຍສະໜັບສະໜູນການມີສ່ວນຮ່ວມຂອງນັກຮຽນໃນກຸ່ມອາຍຸຕ່າງໆ ບໍ່ວ່າຈະເປັນ ຫ້ອງກຽມ, ຊັ້ນປະຖົມ, ມັດທະຍົມຕົ້ນ ແລະ ມັດທະຍົມປາຍ (preschoolprimarylower secondary ແລະ upper secondary) ໃນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງ ໂຄວິດ-19 ແລະ ໄວຣັດສ໌ ອື່ນໆ. ການສົນທະນາ ແລະ ກິດຈະກຳຕ່າງໆ ແມ່ນລ້ວນແລ້ວແຕ່ຕ້ອງໄດ້ພິຈາລະນາ ແລະ ເນັ້ນໃສ່ ຄວາມຕ້ອງການສະເພາະເຈາະຈົງຂອງເດັກ  ຂໍ້ແນາະນຳຂອງແຕ່ລະໂຮງຮຽນ ການນໍາໃນລະດັບທ້ອງຖິ່ນຫຼືສູນກາງ ແມ່ນລ້ວນແລ້ວແຕ່ເນັ່ນໃສ່ແຫຼ່ງຂໍ້ມູນ ແລະ ສະພາບຄວາມເປັນຈິງທີ່ເຊື່ອຖືໄດ້ຈາກ UNICEF ແລະ World Health Organization.

ຫ້ອງກຽມປະຖົມ

  • ເນັ້ນໜັກໃສ່ການສົນທະນາກ່ຽວກັບ ພືດຕິກຳໃນການຮັກສາສຸຂະພາບທີ່ດີ, ເຊັ່ນເວລາໄອ ຫຼື ຈາມໃຫ້ອັດປາກ ແລະ ດັງ ຂອງທ່ານ ດ້ວຍຂໍ້ສອກ ແລະ ລ້າງມືເລື້້ອຍໆ. ທ່ານສາມາດເບິ່ງຂໍ້ມູນເພີ້ມເຕີມໄດ້ຈາກການປ້ອງກັນ ແລະ ຫຼຸດຄວາມສ່ຽງໃນການຕິດເຊື້ອໄດ້ທີ່ນີ້ here.
  • ໜຶ່ງໃນຫຼາຍໆວິທີທີ່ຈະຊ່ວຍໃຫ້ເດັກປອດໄພຈາກການຕິດ ໂຄໂລນາ ໄວຣັດສ໌ ແລະ ເຊື້ອພະຍາດອື່ນໆ ແມ່ນການຝຶກນິໄສຂອງການລ້າງມືເລື້ອຍໆ, ການລ້າງມືແຕ່ລະຄັ້ງແມ່ນຄວນລ້າງຢ່າງນ້ອຍ 20 ວິນາທີ. ການສົນທະນານີ້ ຄວນເປັນການສົນທະນາໂອລົມແບບສະບາຍ ບໍ່ຄວນເຮັດໃຫ້ເດັກຮູ້ສຶກຢ້ານທ່ານອາດຈະເວົ້າຫຼືຮອງເປັນເພງ Sing along with The Wiggles ຫຼື  ອາດຈະເປັນຮູບແບບຂອງການຟ້ອນເຕັ້ນໄປພ້ອມ follow this dance ເພື່ອຊ່ວຍໃຫ້ມີຄວາມສຸກມ່ວນຊື່ນໃນການຮຽນຮູ້. ທ່ານສາມາດເຂົ້າເບິ່ງຂໍ້ມູນເພີ້ມເຕີມກ່ຽວກັບ ການລ້າງມືໄດ້ທີ່ນີ້ here.
  • ພັດທະນາວິທີການໃນການທີ່ຈະຕິດຕາມເບິ່ງວ່ານັກຮຽນລ້າງມືພວກເຂົາແນວໃດ ແລະ ອາດຈະຊອກຫາວີທີການໃນການທີ່ຈະໃຫ້ລາງວັນແກ່ນັກຮຽນຜູ້ທີ່ລ້າງມືເລື້ອຍໆ/ລ້າງມືຢ່າງຖືກຕ້ອງແລະເວລາທີ່ເໝາະສົມ).
  • ທ່ານອາດໃຊ້ການສະແດງຫຸ່ນ ຫຼື ຕຸກະຕາ ໃນການສາທິດໃຫ້ເຫັນເຖິງອາຫານຕ່າງໆ (ເຊັ່ນ ການ ຈາມ, ໄອ ຫຼື ເປັນໄຂ້), ຫຼື ຄວນຈະຕ້ອງເຮັດຫຍັງແດ່ຖ້າເດັກຮູ້ສຶກບໍ່ສະບາຍ (ເຊັ່ນ ຖ້າເຂົາຮູ້ສຶກເຈັບຫົວ, ເຈັບທ້ອງ, ຫຼື ຖ້າເຂົາຮູ້ສຶກຮ້ອນ ແລະ ເມື່ອຍຫຼາຍ, ແລະ ເຮົາຈະສາມາດຊ່ວຍຜູ້ທີ່ຮູ້ສຶກບໍ່ສະບາຍໄດ້ແນວໃດ (ການສະແດງອອກເຖິງຄວາມເຫັນອົກ ເຫັນໃຈ ແລະ ວີທີ່ການຊ່ວຍດູແລທີ່ປອດໄພ).
  • ເມື່ອມີຄວາມຈຳເປັນ ພະຍາຍາມໃຫ້ເດັກນັ່ງຮ່າງອອກຈາກກັນ ໂດຍການກຳນົດໄລຍະຫ່າງຈາກການໃຫ້ເດັກຍຽດແຂນອອກແລະນັ່ງຫ່າງກັນຕາມໄລຍະຫ່າງນັ້ນ ຫຼື ‘ການນັ່ງຕາມໄລຍະຫ່າງຂອງຂໍ້ສອກ’ – ຄວນແນະນຳໃຫ້ເດັກນັ່ງຫ່າງອອກຈາກກັນ ຫຼື ມີໄລຍະຫ່າງພຽງພໍທີ່ຈະບໍ່ໃຫ້ເດັກສາມາດສຳພັດກັນໄດ້.
UNICEF Laos/2020

ຊັ້ນປະຖົມສຶກສາ

  • ທ່ານຄວນຮັບຟັງເຖິງຄວາມກັງວົນຂອງນັກຮຽນ ແລະ ຕອບຄຳຖາມຂອງເຂົາດ້ວຍການໃຊ້ພາສາໃຫ້ເໝາະສົມກັບອາຍຸໄວ; ລະວັງຢ່າເວົ້າຍາວ ຫຼື ໃຫ້ຂໍ້ມູນຫຼາຍຈົນເກີນຄວາມຈຳເປັນ. ຊຸກຍູ້ໃຫ້ນັກຮຽນເວົ້າ ແລະ ສະແດງອອກເຖິງຄວາມຮູ້ສຶກຂອງຕົນ ສົນທະນາກັບນັກຮຽນເຖິງຄວາມຮູ້ສຶກຕ່າງໆທີ່ເຂົາປະເຊີນ ແລະ ອະທິບາຍໃຫ້ເຂົາຮູ້ວ່າຄວາມຮູ້ສຶກແບບດັ່ງກ່າວນີ້ ຄວາມຕື່ນເຕັ້ນຫຼືກັງວົນ ເປັນຄວາມຮູ້ສຶກປົກກະຕິໃນສະພາບເຫດການທີ່ອາດຈະບໍ່ປົກກະຕິນີ້.
  • ເນັ່ນຢໍ້າຕື່ມອີກວ່າ ເດັກ ຫຼື ພວກເຂົາສາມາດປະກອບສ່ວນໄດ້ຢ່າງຫຼວງຫຼາຍໃນການທີ່ຈະເຮັດໃຫ້ຕົນເອງ ແລະ ເພື່ອນໆຄົນອື່ນໆປອດໄພ. ຕົວຢ່າງເຊັ່ນ: ການແນະນໍາກ່ຽວກັບການຮັກສາໄລຍະຫ່າງທາງສັງຄົມ (ການຢູ່ຫ່າງຈາກໝູ່ຄູ່, ການຫຼີກລ້ຽງການຢູ່ໃນບ່ອນທີ່ມີຄົນຫຼາຍ ແອອັດ, ການບໍ່ສໍຳພັດຄົນອື່ນທີ່ບໍ່ຈໍາເປັນ ແລະ ອື່ນໆ.) ແລະ ນອກເໜືອຈາກນັ້ນ ກໍ່ໃຫ້ເນັ້ນໃສ່ການສ້າງນິໄສຄວາມຊິນເຄີຍຂອງການຮັກສາອານາໄມ, ເຊັ່ນ ໄອ ຫຼື ຈາມ  ໃຫ້ອັດປາກ ແລະ ດັງດ້ວຍຂໍ້ສອກ ແລະ ລ້າງມື. ທ່ານສາມາດເບີ່ງຂໍ້ມູນເພີ້ມເຕີມເພື່ອຊ່ວຍຫຼຸດຜ່ອນຄວາມສ່ຽງ ແລະ ການຕິດເຊື້ອ ໄດ້ທີ່ນີ້ here.
  • ຊ່ວຍໃຫ້ນັກຮຽນເຂົ້າໃຈຫຼັກການພື້ນຖານ ຂອງການປ້ອງກັນ ແລະ ຄວບຄຸມການຕິດຕໍ່ຂອງພະຍາດ. ໃຊ້ກິດຈະກຳຫຼື ຮູບແບບຝຶກຫັດທີ່ຈະຊ່ວຍໃຫ້ນັກຮຽນເຂົ້າໃຈເຖິງການແຜ່ກະຈາຍຂອງເຊື້ອໄວຣັດສ໌ ຕົວຢ່າງເຊັ່ນ ທ່ານອາດຈະເອົາສີປະສົມໃສ່ນໍ້າ ແລະ ຮ່າຍໃສ່ກວດສະເປ ແລະ ທ່ານອາດຈະສິດນໍ້າດັ່ງກ່າວນັ້ນ ລົງໃສ່ເຈ້ຍສີຂາວ ແລະ ໃຫ້ນັກຮຽນສັງເກດເບິ່ງວ່າ ລະອອງນໍ້າທີ່ສີດອອກມານັ້ນ ລອຍ ຫຼື ຟົງໄປໄກເທົ່າໃດ.
  • ສາທິດໃຫ້ນັກຮຽນເຫັນເຖິງຄວາມສຳຄັນທີ່ຄວນຈະລ້າງມືຢ່າງນ້ອຍ 20 ວິນາທີ ດ້ວຍສະບູ. ຕົວຢ່າງເຊັ່ນ ທ່ານ ອາດຈະເອົານໍ້າມັນທາໃສ່ມືຂອງນັກຮຽນ ແລະ ໃຫ້ນັກຮຽນລ້າງມືດ້ວຍນໍ້າເທົ່ານັ້ນ ແລະ ນັກຮຽນສັ່ງເກດເບິ່ງວ່າ ຄາບນໍ້າມັນຍັງຕິດຢູ່ມືຫຼາຍເທົ່າໃດ. ຫຼັງຈາກນັ້ນ ຈຶ່ງໃຫ້ນັກຮຽນລ້າງມື້ ດ້ວຍສະບູຢ່າງນ້ອຍ 20 ວິນາທີ ແລະ ໃຫ້ນັກຮຽນສັງເກດເບິ່ງວ່າ ຄາບໄຂມັນລ້າງອອກຈາກມືບໍ່.
  • ໃຫ້ນັກຮຽນລອງວິເຄາະຂໍ້ຄວາມເບິ່ງວ່າ ອັນໃດທີ່ເປັນຄວາມພືດຕິກຳທີ່ມີຄວາມສ່ຽງສູງ ແລະ ໃຫ້ນັກຮຽນສະເໜີແນະວີທີແກ້ໄຂຫຼືປ່ຽນແປງພືດຕິກຳດັ່ງກ່າວ. ຕົວຢ່າງເຊັ່ນ ຄູມາໂຮງຮຽນດ້ວຍອາການທີ່ເປັນຫວັດ ຄູຈາມ ໃນຂະນະທີ່ຈາມນັ້ນຄູປິດປາກ ແລະ ດັງ ດ້ວຍມື ຫຼັງຈາກນັ້ນ ຄູກໍ່ໄດ້ຈັບມືສະບາຍດີກັບຄູຄົນອື່ນໆ ຫຼັງຈາກນັ້ນຄູກໍ່ເຊັດມືດ້ວຍຜ້າແພມົນນ້ອຍ ແລະ ຫຼັງຈາກນັ້ນກໍ່ຂຶ້ນຫ້ອງສອນ. ແມ່ນຫຍັງແມ່ນການປະພືດຂອງຄູທີ່ເຮັດໃຫ້ເກີດຄວາມສ່ຽງ? ແມ່ນຫຍັງຄວນເປັນສິ່ງທີ່ຄູຄວນປະຕິບັດ?
Ms. Souliya demonstrates circle activity in the training
UNICEF Laos/2019/Akina
Ms. Souliya demonstrates circle activity in the training

ມັດທະຍົມຕອນຕົ້ນ

  • ທ່ານຄວນຮັບຟັງເຖິງຄວາມກັງວົນຂອງນັກຮຽນ ແລະ ຕອບຄຳຖາມຂອງເຂົາ
  • ເນັ່ນຢໍ້າຕື່ມອີກວ່ານັກຮຽນສາມາດປະກອບສ່ວນໄດ້ຢ່າງຫຼວງຫຼາຍໃນການທີ່ຈະເຮັດໃຫ້ຕົນເອງ ແລະ ເພື່ອນໆຄົນອື່ນໆປອດໄພ. ຕົວຢ່າງເຊັ່ນ: ການແນະນໍາກ່ຽວກັບການຮັກສາໄລຍະຫ່າງທາງສັງຄົມ ແລະ ເນັ້ນໃສ່ການສ້າງນິໄສຄວາມຊິນເຄີຍຂອງການຮັກສາອານາໄມ, ເຊັ່ນ ໄອ ຫຼື ຈາມ  ໃຫ້ອັດປາກ ແລະ ດັງດ້ວຍຂໍ້ສອກ ແລະ ລ້າງມື້. ທ່ານສາມາດເບີ່ງຂໍ້ມູນເພີ້ມເຕີມເພື່ອຊ່ວຍຫຼຸດຜ່ອນຄວາມສ່ຽງ ແລະ ການຕິດເຊື້ອ ໄດ້ທີ່ນີ້ here.
  • ເຕື່ອນໃຫ້ນັກຮຽນຊ່ວຍໃນການແບ່ງປັນຂໍ້ມູນແລະຊ່ວຍສ້າງແລະປ່ຽນແປງພືດຕິກຳຂອງການຮັກສາອານາໄມ ກັບສະມາຊິກໃນຄອບຄົວ.
  • ແນະນຳໃຫ້ນັກຮຽນໃນການປະເຊີນກັບຄວາມຈິງ ແລະ ຫຼີກລ້ຽງຄວາມຮູ້ສຶກຜິດ ຫຼື ອາຍ. ສົນທະນາຮ່ວມກັບນັກຮຽນກ່ຽວກັບປະຕິກິລິຍາ ຫຼື ປະສົບການທີ່ນັກຮຽນອາດເຄີຍພົບພໍ້ກ່ຽວກັບການແບ່ງແຍກ ແລະ ອະທິບາຍໃຫ້ນັກຮຽນຮູ້ວ່າສິ່ງນີ້ແມ່ນສິ່ງປົກກະຕິທີ່ອາດເກີດຂຶ້ນໄດ້ໃນສະພາບການແບບດັ່ງກ່າວ. ສົ່ງເສີມໃຫ້ນັກຮຽນເວົ້າແລະສະແດງຄວາມຮູ້ສຶກຂອງຕົນ ແລະ ອະທິບາຍໃຫ້ນັກຮຽນຮູ້ວ່າຄວາມຢ້ານແລະຄວາມຮູ້ສຶກອາຍຫຼືຄວາມຮູ້ສຶກຜິດນີ້ອາດຈະສົ່ງຜົນເຮັດໃຫ້ສະພາບການຮ້າຍແຮງກວ່າເກົ່າ. ການເລືອກໃຊ້ຄຳເວົ້າແລະພາສາທີ່ອາດຈະເປັນການກ່າວອ້າງອີງເຖິງກຸ່ມໃດໜຶ່ງໃນສັງຄົມ ອາດຈະເປັນການເຮັດໃຫ້ຜູ້ຄົນບໍ່ສົນໃຈ ໃນການທີ່ຈະປະຕິບັດວິທີການປ້ອງກັນຕົວເອງ. ທ່ານສາມາດອ່ານເພີມເຕີມໄດ້ ໃນສິ່ງທີ່ຄວນແລະບໍ່ຄວນເວົ້າກ່ຽວກັບ ໂຄໂລນາ ໄວຣັດສ໌ ກັບນັກຮຽນ ໄດ້ທີ່ນີ້ do’s and don’ts for how to talk about the coronavirus with children.
  • ອາດຈະສ້າງໃຫ້ມີພາກສ່ວນສະໜັບສະໜູນໃຫ້ນັກຮຽນຊ່ວຍສົ່ງເສີມຂໍ້ມູນກ່ຽວກັບສາທາລະນະສຸກ
  • ເຊື່ອມສານຫົວຂໍ້ຕ່າງໆກ່ຽວກັບສຸຂະສຶກສາເຂົ້າໃນຫົວຂໍ້ຕ່າງໆໃນຫຼັກສູດ. ວິຊາວິທະຍາສາດສາມາດຮ່ວມເຖິງການສຶກສາກ່ຽວກັບ ໄວຣັດສ໌, ການແຜ່ຂອງພະຍາດຕ່າງໆ ແລະ ຄວາມສຳຄັນຂອງການສັກຢາກັນພະຍາດ. ການສຶກສາທາງດ້ານສັງຄົມສາມາດເນັ້ນນັກໄປທີ່ປະຫວັດກ່ຽວກັບການແຜ່ລະບາດ ແລະ ການພັດທະນາການຂອງນະໂຍບາຍຕ່າງໆ ທີ່ຕິດພັນກັບຄວາມປອດໄພແລະວຽກງານສາທາລະນະສຸກ.
  • ສະໜັບສະໜູນໃຫ້ນັກຮຽນສາມາດມີການແຈ້ງຂໍ້ມູນ ກ່ຽວກັບການບໍລິການທາງດ້ານສຸຂະພາບ ຜ່ານຊ່ອງທາງການສື່ສານໃນໂຮງຮຽນ ຫຼື ແຜນພາບຕ່າງໆ.
  • ການສຶກສາກ່ຽວກັບສື່ຕ່າງໆຈະຊ່ວຍໃຫ້ນັກຮຽນສາມາດພັດທະນາຄວາມສາມາດຂອງນັກຮຽນໃນການຄິດພິຈາລະນາວິເຄາະ ແລະ ຊ່ວຍເຮັດໃຫ້ເຂົາເປັນຜູ້ສື່ສານທີ່ມິປະສິດທິຜົນ ແລະ ເປັນປະຊາຊົນຜູ້ທີ່ມີຄວາມກະຕືລືລົ້ນ ຊຶ່ງກໍ່ຈະເປັນໜຶ່ງຄວາມສາມາດທີ່ຈະຊ່ວຍໃຫ້ເຂົາສາມາດຮັບຮູ້ແລະກັ່ນກອງຂໍ້ມູນໄດ້ດີ.

ມັດທະຍົມປາຍ

  • ທ່ານຄວນຮັບຟັງເຖິງຄວາມກັງວົນຂອງນັກຮຽນ ແລະ ຕອບຄຳຖາມຂອງເຂົາ
  • ເນັ່ນຢໍ້າຕື່ມອີກວ່ານັກຮຽນສາມາດປະກອບສ່ວນໄດ້ຢ່າງຫຼວງຫຼາຍໃນການທີ່ຈະເຮັດໃຫ້ຕົນເອງ ແລະ ເພື່ອນໆຄົນອື່ນໆປອດໄພ. ຕົວຢ່າງເຊັ່ນ: ການແນະນໍາກ່ຽວກັບການຮັກສາໄລຍະຫ່າງທາງສັງຄົມ ແລະ ເນັ້ນໃສ່ການສ້າງນິໄສຄວາມຊິນເຄີຍຂອງການຮັກສາອານາໄມ, ເຊັ່ນ ໄອ ຫຼື ຈາມ  ໃຫ້ອັດປາກ ແລະ ດັງດ້ວຍຂໍ້ສອກ ແລະ ລ້າງມື້. ທ່ານສາມາດເບີ່ງຂໍ້ມູນເພີ້ມເຕີມເພື່ອຊ່ວຍຫຼຸດຜ່ອນຄວາມສ່ຽງ ແລະ ການຕິດເຊື້ອ ໄດ້ທີ່ນີ້ here.
  • ແນະນຳໃຫ້ນັກຮຽນໃນການປະເຊີນກັບຄວາມຈິງ ແລະ ຫຼີກລ້ຽງຄວາມຮູ້ສຶກຜິດ ຫຼື ອາຍ. ສົນທະນາຮ່ວມກັບນັກຮຽນກ່ຽວກັບປະຕິກິລິຍາ ຫຼື ປະສົບການທີ່ນັກຮຽນອາດເຄີຍພົບພໍ້ກ່ຽວກັບການແບ່ງແຍກ ແລະ ອະທິບາຍໃຫ້ນັກຮຽນຮູ້ວ່າສິ່ງນີ້ແມ່ນສິ່ງປົກປະຕິທີ່ອາດເກີດຂຶ້ນໄດ້ໃນສະພາບການແບບດັ່ງກ່າວ. ສົ່ງເສີມໃຫ້ນັກຮຽນເວົ້າແລະສະແດງຄວາມຮູ້ສຶກຂອງຕົນ ແລະ ອະທິບາຍໃຫ້ນັກຮຽນຮູ້ວ່າຄວາມຍ້ານແລະຄວາມຮູ້ສຶກອາຍຫຼືຄວາມຮູ້ສຶກຜິດນີ້ອາດຈະສົ່ງຜົນເຮັດໃຫ້ສະພາບການຮ້າຍແຮງກວ່າເກົ່າ. ການເລືອກໃຊ້ຄຳເວົ້າແລະພາສາທີ່ອາດຈະເປັນການກ່າວອ້າງອີງເຖິງກຸ່ມໃດໜຶ່ງໃນສັງຄົມ ອາດຈະເປັນການເຮັດໃຫ້ຜູ້ຄົນບໍ່ສົນໃຈ ໃນການທີ່ຈະປະຕິບັດວິທີການປ້ອງກັນຕົວເອງ. ທ່ານສາມາດອ່ານເພີມເຕີມໄດ້ ໃນສິ່ງທີ່ຄວນແລະບໍ່ຄວນເວົ້າກ່ຽວກັບ ໂຄໂລນາ ໄວຣັດສ໌ ກັບນັກຮຽນ ໄດ້ທີ່ນີ້ do’s and don’ts for how to talk about the coronavirus with children.
  • ເຊື່ອມສານຫົວຂໍ້ຕ່າງໆກ່ຽວກັບສຸຂະສຶກສາເຂົ້າໃນຫົວຂໍ້ຕ່າງໆໃນຫຼັກສູດ. ວິຊາວິທະຍາສາດສາມາດຮ່ວມເຖິງການສຶກສາກ່ຽວກັບ ໄວຣັດສ໌, ການແພ່ຂອງພະຍາດຕ່າງໆ ແລະ ຄວາມສຳຄັນຂອງການສັກຢາກັນພະຍາດ. ການສຶກສາທາງດ້ານສັງຄົມສາມາດເນັ້ນໜັກໄປທີ່ປະຫວັດກ່ຽວກັບການແຜ່ລະບາດ ແລະ ຜົນກະທົບທີ່ຕາມມາ ແລະ ການກວດສອບຫາຄວາມຈິງຂອງນະໂຍບາຍຕ່າງໆທີ່ຈະສົ່ງເສີມຄວາມຕ້ານທານ ແລະ ການຮ່ວມມືກັນຂອງສັງຄົມ.
  • ສະໜັບສະໜູນໃຫ້ນັກຮຽນສາມາດມີການແຈ້ງຂໍ້ມູນ ກ່ຽວກັບການບໍລິການທາງດ້ານສຸຂະພາບ ຜ່ານຊ່ອງທາງສື່ສັງຄົມອອນລາຍ, ວິທະຍຸ ຫຼື ໂທລະພາບໃນຂັ້ນທ້ອງຖີ່ນ.
  • ການສຶກສາກ່ຽວກັບສື່ຕ່າງໆຈະຊ່ວຍໃຫ້ນັກຮຽນສາມາດພັດທະນາຄວາມສາມາດຂອງນັກຮຽນໃນການຄິດພິຈາລະນາວິເຄາະ ແລະ ຊ່ວຍເຮັດໃຫ້ເຂົາເປັນຜູ້ສື່ສານທີ່ມິປະສິດທິຜົນ ແລະ ເປັນປະຊາຊົນຜູ້ທີ່ມີຄວາມກະຕືລືລົ້ນ ຊຶ່ງກໍ່ຈະເປັນໜຶ່ງຄວາມສາມາດທີ່ຈະຊ່ວຍໃຫ້ເຂົາສາມາດຮັບຮູ້ແລະກັ່ນກອງຂໍ້ມູນໄດ້ດີ.