ສປປ ລາວ ຈັດກອງປະຊຸມເຜີຍແຜ່ບົດລາຍງານລະດັບຊາດ SEA-PLM 2024 ເພື່ອສົ່ງເສີມການສອນ ແລະ ການຮຽນຮູ້ພື້ນຖານໃຫ້ເຂັ້ມແຂງຂຶ້ນ

08 ເມສາ 2026
Representatives holding books at a launch
UNICEF Lao PDR

ນະຄອນຫຼວງວຽງຈັນ, 24 ມີນາ 2026 - ກະຊວງສຶກສາ ແລະ ກິລາ ແຫ່ງ ສປປ ລາວ ຮ່ວມກັບ SEAMEO ແລະ UNICEF ໂດຍໄດ້ຮັບການສະໜັບສະໜູນຈາກ ສະຫະຣາຊະອານາຈັກອັງກິດ ໄດ້ຈັດກອງປະຊຸມເຜີຍແຜ່ບົດລາຍງານລະດັບຊາດ SEA-PLM 2024 ແລະ ກອງປະຊຸມວ່າດ້ວຍການຮຽນຮູ້ພື້ນຖານ ຢູ່ນະຄອນຫຼວງວຽງຈັນ ເພື່ອນຳສະເໜີຜົນໄດ້ຮັບຂອງການຄົ້ນພົບລະດັບຊາດ ແລະ ປຶກສາຫາລືວ່າຂໍ້ມູນດັ່ງກ່າວນີ້ສາມາດຊ່ວຍສົ່ງເສີມການຮຽນຮູ້ຂັ້ນພື້ນຖານໃຫ້ແກ່ເດັກໃນທົ່ວປະເທດໄດ້ແນວໃດ. ກອງປະຊຸມໄດ້ເຂົ້າຮ່ວມໂດຍ ການນຳພາກລັດ, ຕາງໜ້າຈາກພະແນກສຶກສາທິການ ແລະ ກິລາ ຂັ້ນແຂວງ ແລະ ຂັ້ນເມືອງ, ຜູ້ອຳນວຍການໂຮງຮຽນ, ຄູອາຈານ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງມະຫາຊົນ, ພາກເອກະຊົນ ແລະ ຕົວແທນໄວໜຸ່ມ.

ໂຄງການ SEA-PLM ແມ່ນເຄື່ອງມືລະດັບພາກພື້ນໃນການປະເມີນທັກສະຂັ້ນພື້ນຖານຂອງນັກຮຽນຊັ້ນ ປ.5 ໃນດ້ານການອ່ານ, ການຂຽນ ແລະ ການຄິດໄລ່. ນອກຈາກນັ້ນ ຍັງໄດ້ມີການສຳຫຼວດບັນດາປັດໄຈອື່ນໆ ທີ່ມີອິດທິພົນຕໍ່ການຮຽນຮູ້ຂອງເດັກ ເພື່ອຊ່ວຍໃຫ້ລັດຖະບານ ແລະ ຄູ່ຮ່ວມງານ ເຂົ້າໃຈແຈ້ງຂຶ້ນວ່າ ຄວນເພີ່ມການສະໜັບສະໜູນຈຸດໃດ ເພື່ອປັບປຸງຜົນການຮຽນ ແລະ ພັດທະນາລະບົບການສຶກສາໃຫ້ມີປະສິດທິຜົນ, ຕອບສະໜອງ ແລະ ຄວບຄຸມທຸກກຸ່ມຄົນ ພ້ອມທັງຫຼຸດຜ່ອນຄວາມບໍ່ເທົ່າທຽມກັນດ້ານການສຶກສາ.

ກອງປະຊຸມໄດ້ເນັ້ນໃຫ້ເຫັນຄຸນຄ່າຂອງ ໂຄງການ SEA-PLM ໃນຖານະເປັນແຫຼ່ງຂໍ້ມູນທີ່ສຳຄັນ ສຳລັບການວາງແຜນ ແລະ ປະຕິຮູບການສຶກສາໃນ ສປປ ລາວ. ການສົນທະນາ ໃສ່ວ່າ ຜົນການປະເມີນ ແລະ ການວິເຄາະລະດັບຂໍ້ສອບ ສາມາດນຳໃຊ້ເພື່ອປັບປຸງຫຼັກສູດ, ການພັດທະນາຄູ, ສື່ການຮຽນຮູ້ ແລະ ວິທີການຮຽນ-ການສອນທີ່ເນັ້ນເດັກເປັນສູນກາງຫຼາຍຂຶ້ນ. ຜູ້ເຂົ້າຮ່ວມຍັງໄດ້ພິຈາລະນາເຖິງຄວາມສຳຄັນຂອງການມີສ່ວນຮ່ວມຂອງພໍ່ແມ່ ແລະ ຊຸມຊົນ, ການສະໜັບສະໜູນການຫັນປ່ຽນຂອງເດັກຜ່ານໂຮງຮຽນ ແລະ ການຮັບປະກັນວ່າ ເດັກທຸກຄົນ ລວມທັງເດັກທີ່ຢູ່ໃນຊຸມຊົນທີ່ດ້ອຍໂອກາດ ແລະ ພື້ນທີ່ຫ່າງໄກ ໄດ້ມີໂອກາດພັດທະນາທັກສະພື້ນຖານຢ່າງເຂັ້ມແຂງ.

ກອງປະຊຸມຍັງເປັນໂອກາດໃຫ້ຜູ້ມີສ່ວນຮ່ວມທັງລະດັບສູນກາງ ແລະ ທ້ອງຖິ່ນ ໄດ້ແລກປ່ຽນປະສົບການ ແລະ ພິຈາລະນາແນວທາງປະຕິບັດເພື່ອພັດທະນາການສອນ ແລະ ການຮຽນຮູ້ໃຫ້ດີຂຶ້ນ. ໃນຂະນະທີ່ ສປປ ລາວ ກຳລັງດຳເນີນການປະຕິຮູບການສຶກສາ ລວມທັງການປັບປຸງລະບົບການສຶກສາ ຈາກ 5+4+3 ເປັນ 6+3+3, SEA-PLM ສາມາດເປັນຂໍ້ມູນໃນການຕັດສິນໃຈ ເພື່ອປັບປຸງການສອນໃນຫ້ອງຮຽນ ແລະ ສະໜັບສະໜູນໃຫ້ເດັກຮຽນຮູ້ໄດ້ດີ, ເຕີບໃຫຍ່ຢ່າງມີຄຸນນະພາບ ແລະ ບັນລຸສັກຍະພາບເຕັມທີ່ຂອງຕົນ.

ຕິດຕໍ່ຜູ້ຮັບຜິດຊອບຂ່າວ

Simon Nazer
Chief of Communication
UNICEF Lao PDR
ໂທລະສັບ: +856 2055519681
ອີເມວ: [email protected]

About UNICEF

UNICEF works in some of the world’s toughest places, to reach the world’s most disadvantaged children. Across 190 countries and territories, we work for every child, everywhere, to build a better world for everyone. 

For more information about UNICEF and its work for children, visit www.unicef.org.

Follow UNICEF on Twitter and Facebook